Higher Education ICT Network Workshop

ໃນຕອນເຊົ້າຂອງວັນທີ 29/9/2019 ເວລາ 09:00-12:00 ໂມງ ທີ່ຕຶກເຕ ສູນເທັກໂນໂລຊີຂໍ້ມູນຂ່າວສານ, ມະຫາວິທະຍາໄລແຫ່ງຊາດ ພາຍໃຕ້ການຮ່ວມມືລະຫວ່າງກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດ ໄດ້ມີການຈັດກອງປະຊຸມ ໃນຫົວຂໍ້: “Higher Education ICT Network Workshop” ໂດຍການເປັນປະທານຂອງທ່ານ ຮສ.ປອ ນາງ ສົມຈັນ ບຸນພັນມີ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະ ຜູ້ເຂົ້າຮ່ວມຈາກຄະນະວິຊາ 13 ຄະນະວິຊາ, ຫ້ອງການຕ່າງໆທີ່ກ່ຽວຂ້ອງ ແລະ ທີມງານຊ່ຽວຊານຈາກໂຄງການ SSHEP ທັງໝົດຈຳນວນ 25 ທ່ານ.

Read more

ຈຸດປະສົງຂອງກອງປະຊມໃນຄັ້ງນີ້ແມ່ນເພື່ອ ນຳສະເໜີການພັດທະນານະໂຍບາຍຂອງ E-learning ໃນລະດັບການສຶກສາຊັ້ນສູງ, ນຳສະເໜີແຜນພັດທະນາທີ່ຄວບຄຸມ E-learning ແລະ ລະບົບ LUMS ຂອງ ມະຫາວິທະຍາໄລແຫ່ງຊາດ, ນຳສະເໜີເຄື່ອງມືການກວດສອບ Network/Server/Applications ສຳລັບມະຫາວິທະຍາໄລແຫ່ງຊາດ .

ພາຍຫຼັງທີ່ຟັງການນຳສະເໜີຈາກທ່ານ Dr. Eric Mousset ທີມງານຊ່ຽວຊານຈາກ ໂຄງການ SSHEP ແລ້ວ ກໍໄດ້ມີການສະເໜີ ແລະ ປະກອບຄຳຄິດເຫັນຈາກຫຼາຍໆທ່ານທີ່ເຂົ້້າຮ່ວມ.

ພາບບັນຍາກາດ:

ຝຶກອົບຮົມ IPv6

ໃນຕອນເຊົ້າວັນທີ 12 ສິງຫາ 2019 ຜ່ານມານີ້, ສູນເທັກໂນໂລຊີຂໍ້ມູນຂ່າວສານ ມະຫາວິທະຍາໄລແຫ່ງຊາດ ພາຍໃຕ້ໂຄງການ Uplifting Resources to Development IPv 6, DNS/DNSSEC and Monitoring of Network Performance and Security ໄດ້ຈັດເປີດຝຶກອົບຮົມ ໃນຫົວຂໍ້ “IPv6 Deployment” ທີ່ຕຶກເຕ ສູນເທັກໂນໂລຊີຂໍ້ມູນຂ່າວສານ ມຊ. ເຊີ່ງເປັນປະທານກ່າວເປີດໂດຍທ່ານ ຮສ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ, ມີທ່ານ ຄຳພັນ ສິດທະວົງ ວ່າການຜູ້ອຳນວຍການສູນເທັກໂນໂລຊີຂໍ້ມູນຂ່າວສານ ມຊ, ພ້ອມດ້ວຍນັກວິທະຍາກອນທີ່ມາຈາກ Asia Pacific Information Center (APNIC) ນັກສຳມະນາກອນມາຈາກປະເທດສີລັງກາ, ກຳປູເຈຍ, ມ້ຽນມາ ຫວຽດນາມ, ບູຖານ, ເນປານ ແລະ ປະເທດລາວເຂົ້າຮ່ວມໝົດຈຳນວນ 18 ທ່ານ.

Read more

          ການຝຶກອົບຮົມດັ່ງກ່າວແມ່ນເພື່ອເປັນການຂະຫຍາຍເຄື່ອຂ່າຍການເຊື່ອມຕໍ່ສັນຍານອິນເຕີເນັດ ໃນຮູບແບບ IPv6 ເພື່ອເຊື່ອມຕໍ່ເປັນເຄື່ອຂ່າຍ, ສື່ສານກັບຄອມພິວເຕີ ແລະ ອຸປະກອນອື່ນໆ. ທັງນີ້ກໍເພື່ອເຮັດໃຫ້ວຽກງານການຂະຫຍາຍເຄື່ອຂ່າຍສັນຍານອິນເຕີເນັດ ແລະ ການນໍາໃຊ້ອິນເຕີເນັດ ໃຫ້ມີຄວາມວ່ອງໄວ ແລະ ທ່ວງທັນກັບຍຸກສະໄໝ. ການຝຶກອົບຮົມດັ່ງກ່າວແມ່ນໃຊ້ເວລາ 5 ວັນ ແຕ່ວັນທີ 12-16 ສິງຫາ 2019 ຈຶ່ງໄດ້ປິດລົງດ້ວຍຜົນສໍາເລັດ.
ຂໍ້ມູນເພີ່ມເຕີມ: https://ipv6.nuol.edu.la/

ພາບບັນຍາກາດການຝຶກອົບຮົມ

ໃຊ້ຍຸງ ຂ້າຍຸງ

ນັກວິທະຍາສາດ ໄດ້ຄິດຄົ້ນວິທີໃຫ່ມ ໃນການກຳຈັດຍຸງລາຍໃຫ້ຫມົດກ້ຽງ ແບບ ກ້ຽງ ຯ ອີຫລີ. ທີມງານຂອງເຂົ້າເຈົ້າໄດ້ທົດລອງ ວິທີການດັ້ງກ່າວກັບ ສອງເກາະຂອງຈີນ ບ່ອນທີ່ມີການລະບາດຂອງໄຂ້ຍຸງລາຍ ແລະ ຫລັງຈາກ ສອງປີ ເຫັນວ່າບໍ່ມີຍຸງລາຍຈັກໂຕເຫລື່ອລອດ.

ທຸກມື້ນີ້ໄດ້ຍິນແຕ່ຄົນເວົ້າ ວ່າບໍ່ສະບາຍ ໄປຫນອນໂຮງຫມໍ ເປັນໄຂ້ຍຸງ. ໃຜກະຮູ້ເນາະ ວ່າຍຸງລາຍ ອັນຕະລາຍ ຮ້າຍກວ່າເສືອ. ມັນເປັນພາຫະນະຂອງໂລກອັນຕະຫລາຍ ຕົວຢ່າງແມ່ນ ໄຂ້ຍຸງລາຍ ແລະ ໄຂ້ Zika. ຖ້າມັນຮ້າຍຈັ່ງຊັ້ນ ເປັນຍັງຄື່ບໍ່ກຳຈັດມັນຫມົດ ອອກຈາກໂລກນີ້ເລີຍ.

ວິທີກຳຈັດຍຸງ ທີ່ເຮົາເຫັນທົ່ວຯໄປແມ່ນ ການກຳຈັດລູກນຳ້ ຫລື ໄຂ່ຍຸງ ຕາມສະຖານທີ່ທີມີນຳ້ຂັງ ແລະ ການຜົ່ນຢາ …

ຝຶກອົບຮົມການສ້າງເວັບໄຊໃຫ້ກະຊວງແຮງງນ ແລະ ສະຫວັດດີການສັງຄົມ

ໂຄງການເສີມສ້າງຄວາມອາດສາມາດທາງດ້ານວິຊາການເພື່ອພັດທະນາລະບົບການຈັດຫາງານຢູ່ ສປປ ລາວ ພາຍໃຕ້ໂຄງການຊ່ວຍເຫຼືອຈາກປະເທດຢີ່ປຸ່ນໂດຍຜ່ານທະນາຄານ ພັດທະນາອາຊີ (ADB) ເຊິ່ງເປັນໂຄງການໜຶ່ງທີ່ສຳຄັນ ແລະ ຈຳເປັນທີ່ສຸດສຳລັບ ສປປ ລາວ ໃນເງື່ອນໄຂປັດຈຸບັນ ເນື່ອງຈາກວ່າໂຄງການດັ່ງກ່າວນີ້ໄດ້ສ້າງລະບົບການຈັດຫາງານທີ່ທັນສະໄຫມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານລັດໃນການໃຫ້ບໍລິການທີ່ມີປະສິດທິພາບ, ເປັນການປັບປຸງລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ, ການວິໄຈ ແລະ ການໂຄສະນາປະຊາສຳພັນເພື່ອສະໜອງຂໍ້ມູນຂ່າວສານຕະຫຼາດແຮງງານໃຫ້ແກ່ຜູ້ຊອກວຽກເຮັດ.

Read more

ດັ່ງນັ້ນໃນວັນທີ 27 ຫາ 31 ພຶດສະພາ 2019 ຈິ່ງໄດ້ມີການຈັດຝຶກອົບຮົມການສ້າງເວັບໄຊໂດຍໃຊ້ Joomla ຂື້ນທີ່ຕຶກເຕ ສູນໄອທີ ມະຫາວິທະຍາໄລແຫ່ງຊາດ ໂດຍມີພະນັກງານຈາກ ສຳນັກງານໃຫ່ຍຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ພະນັກງານຈາກ 09 ຈຸດບໍລິການຈັດຫາງານເຂົ້າຮ່ວມຄື: ນະຄອນຫລວງວຽງຈັນ, ແຂວງ ວຽງຈັນ, ແຂວງ ໄຊຍະບູລີ, ແຂວງ ຫຼວງພະບາງ, ແຂວງ ອຸດົມໄຊ, ແຂວງ ບໍລິຄຳໄຊ, ແຂວງ ຄຳມ່ວນ, ແຂວງ ສະຫວັນນະເຂດ ແລະ ແຂວງ ຈຳປາສັກ. ຊຶ່ງຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ແມ່ນເພື່ອໃຫ້ຜູ້ຝຶກຮູ້ນຳໃຊ້ Joomla ເພື່ອສ້າງເວັບ, ປັບປຸງຂໍ້ມູນຂ່າວສານ, ຕົບແຕ່ງຮູບພາບ ແລະ ຊ່ອງທາງການຕິດຕໍ່ກັບເວັບໄຊ PES.

ໃນຕອນທ້າຍໄດ້ມີການແບ່ງທີມຕາມແຕ່ລະແຂວງເພື່ອສ້າງເວັບເປັນຂອງແຕ່ລະຈຸດບໍລິການ ແລ້ວນຳມາຟີເຊັນ ເຊີ່ງຜົນຂອງການຟີເຊັນແມ່ນອອກມາຢ່າງມີປະສິດທິພາບ ສະແດງໃຫ້ເຫັນເຖີງແຕ່ລະທີມໄດ້ມີເວັບໄຊຕົວຢ່າງຂອງແຕ່ລະຈຸດບໍລິການ.

ການຖ່າຍທຳບົດຮຽນພິເສດຂອງໂຄງການ ACU 2019

ໃນລະຫວ່າງວັນທີ 21-23 ພຶດສະພາ 2019 ທີມງານພັດທະນາບົດຮຽນ E-Learning 2019 ຂອງມະຫາວິທະຍາໄລແຫ່ງຊາດລາວ ພາຍໃຕ້ການຊ່ວຍເຫລືອຂອງໂຄງການ ACU ແລະ ທີມງານຈາກມະຫາວິທະຍາໄລວອນກວາງ ປະເທດ ສ ເກົາຫຼື ໄດ້ມິການຖ່າຍທຳບົດຮຽນພິເສດເຊິ່ງເປັນການອອກໄປຖ່າຍທຳນອກສະຖານທີ່.

Read more

ການຖ່າຍທຳໃນຄັ້ງນີ້ແມ່ນປະກອບດ້ວຍ 03 ວິຊາ: ວິຊາ Introduction to Programming C ໄດ້ໄປຖ່າຍທຳຢູ່ທີ່ ຄະນະວິສະວະກຳສາດ ວິທະຍາເຂດໂສກປ່າຫຼວງ, ວິຊາ History of Lao Economy ໄດ້ໄປຖ່າຍທຳຢູ່ທີ່ ທະນາຄານແຫ່ງ ສປປ ລາວ ແລະ ວິຊາ Basic Statics ໄດ້ໄປຖ່າຍທຳຢູ່ທີ່ຄະນະສຶກສາສາດ ວິທະຍາເຂດດົງໂດກ. ເຊິ່ງການດຳເນີນການຖ່າຍທຳໄດ້ບັນລຸຕາມແຜນທີ່ວາງໄວ້ຢ່າງສົມບູນ ແລະ ມີແຜນທີ່ຈະຖ່າຍທຳອີກ 02 ວິຊາທີ່ຍັງເຫຼືອໃນເດືອນມີຖູນາ 2019 ນີ້.

ອາກາດຮ້ອນ ຖ້າບໍ່ໂທດດວງຕາວັນແລ້ວເຮົາຈະໄປໂທດຫຍັງ

ອັດຕາການເພີ່ມຂື້ນຂອງອຸ່ນຫະພູມໂດຍສະເລ່ຍຂອງໂລກເພີ່ມຂຶ້ນເກືອບສອງເທົ່າຂອງ 50 ປີກ່ອນ ແລະ ການທີ່ໂລກອົບອຸ່ນຂຶ້ນຢ່າງວ່ອງໄວນັ້ນນັກວິທະຍາສາດສະຫຼຸບວ່າເຮົາບໍ່ສາມາດອະທິບາຍໄດ້ດ້ວຍ ວັດທະຈັກຕາມທຳມະຊາດພຽງຢ່າງດຽວເພາະມັນມີຜົນກະທົບຈາກ Greenhouse Gases (GHGs) ທີຖືກປ່ອຍອອກມາໂດຍກິດຈະກຳຂອງມະນຸດເຂົ້າມາມີສ່ວນກ່ຽວຂ້ອງອີກດ້ວຍ. ໂດຍສະພາບທີ່ເປັນ ຢູ່ປັດຈຸບັນ Greenhouse Gases (GHGs), Carbon dioxide, Methane, Nitrous oxide ຂຶ້ນສູ່ຈຸດສູງສຸດໃນໄລຍະ 800000 ປິທີ່ຜ່ານມາ ແລະ ຄວາມສາມາດໃນການເກັບກັກຄວາມຮ້ອນ ຂອງກ໊າດເຫຼົ່ານີ້ເຮັດໃຫ້ເກີດມີການປ່ຽນແປງສະພາບອາກາດຂອງໂລກໃນຫຼາຍໆທາງ

Read more

ບົດສະຫຼຸບຂອງ IPCC

ເພື່ອຫາບົດສະຫຼຸບໃນແງ່ວິທະຍາສາດຂອງການປ່ຽນແປງສະພາບອາກາດຂອງໂລກ ລວມເຖິງການຫາ ທາງອອກວ່າເຮົາຈະຊ່ວຍໂລກໄດ້ແນວໃດ ເຮັດໃຫ້ໃນປີ 1988 ອົງກອນສະຫະປະຊາຊາດໄດ້ຕັ້ງກຸ່ມທີ່ ມີຊື່ວ່າ Intergovernmental Panel on Climate Change (IPCC) ໂດຍຄະນະເຮັດວຽກ ຈະມີການປະຊຸມໃນທຸກໆ 2-3 ປີ ເພື່ສະຫຼຸບຜົນການຄົ້ນພົບ ແລະ ຂຽນລາຍງານການເຄື່ອນໄຫວລ່າ ສຸດຂອງການປ່ຽນແປງສະພາບອາກາດໂລກ ຫຼື Climate Change ຊຶ່ງເປັນລາຍງານທີ່ສະແດງໃຫ້ເຫັນເຖິງຂໍ້ຕົກລົງ ແລະ ຂໍ້ສະຫຼຸບທີ່ຊຸມຊົນນັກວິທະຍາສາດ ຊັ້ນນຳເຫັນຟ້ອງຕ້ອງກັນ.

ໂດຍຂໍ້ສະຫຼຸບອັນດັບແລກຂອງ IPCC ຄື Greenhouse Gases (GHGs) ຫຼາຍໆຕົວມີສວ່ນສຳຄັນ ທີ່ເຮັດໃຫ້ເກີດບັນຫາໂລກຮ້ອນ ແລະ ມະນຸດປ່ອຍກ໊າດເຫຼົ່ານີ້ໃນຫຼາຍໆຮູບແບບໂດຍສ່ວນໃຫ່ຍມາ ຈາກຂະບວນການເຜົາໄຫມ້ນໍ້າມັນເຊື້ອໄຟໃນລົດ ລວມເຖິງການປ່ອຍກ໊າດ Greenhouse Gases (GHGs) ແລະ ໂຮງງານໄຟຟ້າໂດຍກ໊າດຈະມີສ່ວນສຳຄັນໃນບັນຫາໂລກຮ້ອນຄື Carbon dioxide ຫຼື COໂດຍມີກ໊າດຮູບແບບອື່ນທີ່ສົ່ງຜົນກະທົບຄືກ໊າດ Methane ທີ່ມາຈາກພື້ນທີ່ຝັງຂີ້ເຫຍື້ອຈາກກ໊າດທຳມະຊາດ ແລະ ຈາກອຸດສະຫະກຳປີໂຕຣລ່ຽມ ລວມເຖິງການເຮັດກະເສດຕະກຳ Nitrous oxide ຈາກປຸຍ, ກ໊າດທີ່ໃຊ້ສ້າງຄວາມເຢັນ ແລະ ຂະບວນການທງອຸດສາຫະກໍາ ລວມເຖິງການສູນເສຍພຶ້ນທີ່ປ່າໄມ້ທີ່ເຮັດໜ້າທີ່ດູດຊັບກ໊າດ Carbon dioxide ເຮັດໃຫ້ສະຖານະການໂລກຮ້ອນຍີ່ງຂື້ນ

ຄຸນສົມບັດຂອງກ໊າດຕ່າງ

Greenhouse Gases (GHGs) ແຕ່ລະຊະນິດມີຄວາມສາມາດໃນການເກັບກັກຄວາມຮ້ອນທີ່ແຕກຕ່າງກັນໄປ. ກ໊າດບາງຊະນິດນັ້ນເກັບຄວາມຮ້ອນໄດ້ຫລາຍກວ່າ Carbon dioxide ຕົວຢ່າງເຊັ່ນ ໂມເລກຸນຂອງກ໊າດ Methane ນັ້ນບໍ່ສາມາດຄົງຢູ່ໃນຊັ້ນບັນຍາກາດໄດ້ຍາວນານເທົ່າໂມເລກຸນຂອງ Carbon dioxide ແຕ່ກ໊າດ Methane ມີສ່ວນສຳຄັນຫຼາຍທີ່ເຮັດໃຫ້ເກີດການປ່ຽນແປງສະພາບອາກາດຂອງໂລກໃນ 20 ປີທີ່ຜ່ານມາ ແລະ ກ໊າດ Nitrous oxide ນັ້ນກໍມີຄວາມສາມາດໃນການເກັບກັກຄວາມຮ້ອນໄດ້ດີກວ່າ Carbon dioxide ເຖິງ 264 ເທົ່າ

ໃນສ່ວນຂອງກ໊າດອື່ນໆຢ່າງ CFCs ທີ່ຖືກຫ້າມໃຊ້ງານໃນຫຼາຍສະຖານທີ່ຂອງໂລກເພາະວ່າມັນ ທຳລາຍຊັ້ນໂອໂຊນຂອງໂລກ ແລະ ມັນມີຄວາມສາມາດໃນການກັກເກັບຄວາມຮ້ອນໄດ້ສູງກວ່າ Carbon dioxide ເຖີງ 1000 ເທົ່າ. ແຕ່ດ້ວຍຄວາມທີ່ອັດຕາການປົດປ່ອຍຂອງ CFCs ນັ້ນຕໍ່າກວ່າ Carbon dioxide ຫຼາຍຈິ່ງເຮັດໃຫ້ມັນບໍ່ຄ່ອຍສົ່ງຜົນກະທົບກັບບັນຫາໂລກຮ້ອນ ຫຼາຍປານໃດ ແລະ ເມື່ອກ໊າດທີ່ພວກເຮົາປົດປ່ອຍຂຶ້ນໄປນັ້ນໄດ້ເຮັດໜ້າທີ່ເກັບກັກຄວາມຮ້ອນ ໃນຊັ້ນບັນຍາກາດເຮັດໃຫ້ເກີດສະພາວະ Greenhouse effect ໂດຍກ໊າດເຫຼົ່ານີ້ຍອມໃຫ້ແສງ ຕາເວັນສ່ອງຜ່ານລົງມາຍັງພື້ນໂລກ ແຕ່ມັນຍັງເກັບກັກຄວາມຮ້ອນທີ່ແຜ່ອອກມາຈາກຜິວໂລກເຊີ່ງ ບໍ່ຖືກປ່ອຍອອກໄປໃນອາວະກາດ ແລະ ຍີ່ງມີກ໊າດ Greenhouse Gases (GHGs) ໃນຊັ້ນບັນຍາ ກາດຫຼາຍເທົ່າໃດຜົນກະທົບກໍຍີ່ງຮຸນແຮງ ແລະ ແນ່ນອນວ່າໂລກຂອງເຮົາຍີ່ງຮ້ອນຂຶ້ນເລື້ອຍໆ.

ການປ່ຽນແປງສະພາບອາກາດຍົງຄົງເກີດຂຶ້ນຕໍ່ເນື່ອງເຖິງຈະມີຄວາມພະຍາຍາມໃນລະດັບໂລກເພື່ອແກ້ໄຂບັນຫາການປ່ຽນແປງຂອງສະພາບພູມອາກາດໂດຍມີຄວາມເຄື່ອນໄຫວທີ່ສຳຄັນຄື Paris climate agreement ທີ່ເກີດຂຶ້ນໃນປີ 2015 ທີ່ເປັນການຕົກລົງຕາມຂອບເຂດອະນຸສັນຍາສະຫະປະຊາຊາດວ່າດ້ວຍການປ່ຽນແປງສະພາບພູມອາກາດ ເພື່ອກຳນົດມາດຕະການລົດການປ່ອຍ Carbon dioxide. ແຕ່ເຖີງຢ່າງໃດກໍດີ ການປ່ອຍ Carbon dioxide ຍັງຄົງເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ມີອັດຕາທີ່ສູງຂຶ້ນໃນປີ 2018. ຜູ້ຄົນສ່ວນຫຼາຍຄິດວ່າ ພາວະໂລກຮ້ອນ (Global warming) ແລະ ການປ່ຽນແປງສະພາວະ ອາກາດໂລກ (Climate change) ນັ້ນເປັນສິ່ງດຽວກັນ ແຕ່ນັກວິທະຍາສາດນິຍົມໃຊ້ຄຳວ່າ Climate change ເມື່ອອະທິບາຍການປ່ຽນແປງທີ່ຊັບຊ້ອນໃນຂະນະນີ້ ທີ່ສົ່ງຜົນກະທົບຕໍ່ສະພາບ ອາກາດ, ລະບົບພູມີພາກຂອງໂລກ ແລະ ການປ່ຽນແປງສະພາບອາກາດໂລກນັ້ນບໍ່ໄດ້ສົ່ງຜົນ ພຽງແຕ່ເຮັດໃຫ້ອຸນຫະພູມສະເລ່ຍຂອງໂລກສູງຂຶ້ນເທົ່ານັ້ນແຕ່ຍັງສົງຜົນເຮັດໃຫ້ເກີດເຫດການ ກ່ຽວກັບສະພາບອາກາດທີ່ມີຄວາມສຳຄັນເຮັດໃຫ້ເກີດການຫຼຸດລົງຂອງຈຳນວນປະຊາກອນສັດປ່າ ແລະ ການປ່ຽນແປງສະພາບຖິ່ນທີ່ຢູ່ອາໄສຂອງມັນ, ເຮັດໃຫ້ເກີດມີໄພທຳມະຊາດເກີດຂຶ້ນອີກດ້ວຍ.

%d bloggers like this: