ການສອບເສັງຄັດເລືອກນັກສຶກສາເຂົ້າ ມຊ 2021 ແບບອອນລາຍ

ນີ້ແມ່ນການສອບເສັງຄັ້ງປະຫວັດສາດ ນັບແຕ່ມະຫາວິທະຍາໄລແຫ່ງຊາດ ສ້າງຕັ້ງມາໄດ້ 25 ປີ ເຊິ່ງຈະປ່ຽນແປງການສອບເສັງຄັດເລືອກນັກສຶກສາໄປສູ່ຍຸກໃໝ່.

Read more

 

ເປັນເວລາປີກວ່າທີ່ບໍ່ໄດ້ຂຽນບົດຄວາມລົງເວັບໄຊແຫ່ງນີ້ ຫຼັງຈາກບົດຄວາມຄັ້ງກ່ອນຂຽນໃນໄລຍະທີ່ການແຜ່ລະບາດຂອງພະຍາດອັກເສບປອດສາຍພັນໃໝ່ ຫຼື ໂຄວິດ 19 ເກີດຂຶ້ນໃໝ່ໆ. ເຖິງແມ່ນຈາກນັ້ນມາ ສະພາບການເຮັດວຽກ, ການຮຽນ-ການສອນ, ການດຳລົງຊີວິດຕ່າງໆໃນມະຫາວິທະຍາໄລ ແລະ ບ່ອນອື່ນໆ ໂດຍລວມມີຜົນສະທ້ອນເຮັດໃຫ້ຊ້າລົງ, ແຕ່ກໍ່ມີຄວາມປ່ຽນແປງຫຼາຍດ້ານເກີດຂຶ້ນ.

ເມື່ອເບິ່ງກັບຄືນໄປໃນໄລຍະປີກວ່າຜ່ານມາ ມີຄວາມປ່ຽນແປງຫຼາຍຢ່າງເກີດຂຶ້ນພາຍໃນມະຫາວິທະຍາໄລ ໂດຍທີ່ໃນເມື່ອກ່ອນບໍ່ໜ້າເຊື່ອວ່າຈະສາມາດເກີດຂຶ້ນໄດ້ໃນເວລາອັນສັ້ນໄດ້. ປັດຈຸບັນ ການຮຽນ-ການສອນຂອງນັກສຶກສາທຸກຫຼັກສູດ ທຸກຊັ້ນປີ ແມ່ນເປັນແບບອອນລາຍ. ຄູ-ອາຈານສ່ວນຫຼາຍຕ່າງກໍ່ມີການປັບຕົວດ້ວຍການນຳໃຊ້ເຄື່ອງມືຕ່າງໆດ້ານໄອທີເຂົ້າຊ່ວຍການສອນຂອງຕົນ, ບໍ່ພຽງແຕ່ການຮຽນ-ການສອນເທົ່ານັ້ນ ການປະເມີນຜົນ ຫຼື ການນຳສະເໜີບົດຕ່າງໆກໍ່ແມ່ນດຳເນີນຜ່ານລະບົບອອນລາຍທັງໝົດ.

ຮສ. ປອ. ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຢ້ຽມຢາມ ແລະ ຕິດຕາມການສອບເສັງອອນລາຍ ມຊ ຄັ້ງວັນທີ 25 ພະຈິກ 2021

ການປ່ຽນແປງໃຫຍ່ທີ່ສຳຄັນອີກອັນໜຶ່ງທີ່ເກີດຂຶ້ນໃນວັນທີ 25 ພະຈິກ 2021 ທີ່ຜ່ານມາ, ກໍຄື ມຊ ໄດ້ຈັດໃຫ້ມີການສອບເສັງຄັດເລືອກນັກສຶກສາເຂົ້າຮຽນ ໂດຍການສອບເສັງແບບອອນລາຍເປັນຄັ້ງທຳອິດຂຶ້ນ. ນັກສອບເສັງຫຼາຍກວ່າ 6000 ຄົນ ໄດ້ເຂົ້າຮ່ວມ ແລະ ເປັນສ່ວນໜຶ່ງຂອງການສອບເສັງຄັ້ງປະຫວັດສາດນີ້. ການສອບເສັງແບບອອນລາຍນີ້ ເກີດຂຶ້ນຈາກການຊີ້ນຳນຳພາ ແລະ ການຕັດສິນໃຈສູງຂອງການນຳທຸກຂັ້ນ ພ້ອມກັບຄວາມບຸກບືນຂອງຄະນະຮັບຜິດຊອບຝ່າຍຕ່າງໆທີ່ຖືກແຕ່ງຕັ້ງໃນຂະບວນການສອບເສັງອອນລາຍໃນຄັ້ງນີ້.

ການສອບເສັງອອນລາຍໃນຄັ້ງນີ້ ສະແດງໃຫ້ເຫັນເຖິງບົດບາດຄວາມເປັນຜູ້ນຳໃນດ້ານການສຶກສາຂອງຊາດ ແລະ ສະແດງໃຫ້ເຫັນການພັດທະນາຢ່າງບໍ່ຢຸດຢັ້ງຕາມພາລະບົດບາດຂອງຕົນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ. ການສອບເສັງອອນລາຍນີ້ ຈະເປັນຫຼັກໝາຍສຳຄັນຂອງມະຫາວິທະຍາໄລໃນການຫັນປ່ຽນສູ່ຍຸກໃໝ່ ທີ່ທັນສະໄໝ.

ຕະຫຼອດໄລຍະເວລາໜຶ່ງເດືອນຂອງການກະກຽມ, ຂ້າພະເຈົ້າ ແລະ ພະນັກງານຂອງສູນໄອທີທຸກຄົນ ມີຄວາມພາກພູມໃຈຢ່າງຍິ່ງ ທີ່ໄດ້ເປັນສ່ວນໜຶ່ງຮ່ວມກັບຄະນະຮັບຜິດຊອບໃນການອອກແບບ ວາງແຜນ ແລະ ຄວບຄຸມລະບົບການສອບເສັງອອນລາຍໃນຄັ້ງນີ້ສຳເລັດລົງຕາມເປົ້າໝາຍທີ່ຕັ້ງໄວ້. ເຖິງແມ່ນວ່າການສອບເສັງອອນລາຍ ອາດຈະມີບາງອັນທີ່ຍັງເຮັດບໍ່ໄດ້ດີ ຍ້ອນເວລາກະກຽມອັນຈຳກັດ, ແຕ່ເຊື່ອວ່າໃນປີຕໍ່ໜ້າ ຂະບວນການສອບເສັງແບບນີ້ ຈະໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງແນ່ນອນ.

ສຸດທ້າຍນີ້ຂໍສະແດງຄວາມຮູ້ບຸນຄຸນຢ່າງສູງຕໍ່ຄະນະນຳມະຫາວິທະຍາໄລທີ່ໃຫ້ຄວາມເຊື່ອໝັ້ນ ແລະ ໃຫ້ໂອກາດສູນໄອທີ, ຂໍສະແດງຄວາມຂອບໃຈຄະນະຮັບຜິດຊອບຝ່າຍຕ່າງໆທີ່ຮ່ວມແຮງຮ່ວມໃຈກັນ ແລະ ສຸດທ້າຍຂໍສະແດງຄວາມຊົມເຊີຍຕໍ່ນັກສອບເສັງທຸກຄົນ ທີ່ເຂົ້າຮ່ວມການສອບເສັງຄັ້ງນີ້ຈົນສຳເລັດຢ່າງຈົບງາມ.

Workshop – Cyber Security and Linux OS Security

ສູນເທັກໂນໂລຊີຂໍ້ມູນຂ່າວສານ ຈະໄດ້ຈັດ Workshop ໃນຫົວຂໍ້ Cyber Security and Linux OS Security ພ່າຍໃຕ້ໂຄ່ງການ UPROUSEwithLEARN ແລະ Asi@Connect ໃນວັນທີ່ 22/11/2021- 24/11/2021 (1PM – 4PM)

ເຂົ້າຝຶກອົບຮົມແບບບໍ່ເສຍຄ່າໃຊ້ຈ່າຍ ທາງສູນຈະຄັດເລືອກເອົາຈຳນວນ 40 ຄົນເທົ່ານັ້ນ

ໝາຍເຫດ

  • ຜູ້ເຂົ້າຮ່ວມຕ້ອງລົງທະບຽນຕາມລິ່ງດ້ານລຸ່ມ
  • ຕ້ອງເອົາ computer laptop (8GB RAM+, 100GB free disk space)  

https://forms.gle/nucPANGSz5mk8xUB7 (ລົງທະບຽນ)

https://www.virtualbox.org/ (Download Virtualbox

ຝຶກອົບຮົມຫົວຂໍ້ Linux Server and Network Security

ໃນລະຫວ່າງວັນທີ 20-23 ຕຸລາ 2021 ທີ່ຜ່ານມາ ສູນເທັກໂນໂລຊີຂໍ້ມູນຂ່າວສານ, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຝຶກອົບຮົມແບບອອນລາຍ ໃນຫົວຂໍ້ Linux Server and Network Security ໃຫ້ແກ່ພະນັກງານວິຊາການຂອງ 03 ມະຫາວິທະຍາໄລ ໄດ້ແກ່: ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລສະຫວັນນະເຂດ ແລະ ມະຫາວິທະຍາໄລຈຳປາສັກ ຈຳນວນ 32 ທ່ານ ເຊີ່ງການຝຶກອົບຮົມໄດ້ດຳເນີນເປັນເວລາ 03 ວັນ. ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ກໍເພື່ອເປັນການເພີ່ມທັກສະ ແລະ ເພີ່ມຄວາມສາມາດໃນການບໍລິຫານ, ຄຸ້ມຄອງລະບົບເຄືອຂ່າຍ ແລະ ຄຸ້ມຂອງ Server ຂອງແຕ່ລະມະຫາວິທະຍາໄລໃຫ້ມີປະສິດທິພາບທີ່ດີຂື້ນຕື່ມ

 

 …

Workshop – Network Security and Performance

ສູນເທັກໂນໂລຊີຂໍ້ມູນຂ່າວສານ ຈະໄດ້ຈັດ Workshop ໃນຫົວຂໍ້ Network Security and Performance ພ່າຍໃຕ້ໂຄ່ງການ UPROUSEwithLEARN ແລະ Asi@Connect ໃນວັນທີ່ 6/9/2021 – 14/6/2021 (10 AM – 14:30PM) ຜູ້ເຂົ້າຮ່ວມຕ້ອງລົງທະບຽນຕາມລິ່ງດ້ານລຸ່ມ ແລະ ຕ້ອງເອົາ computer laptop (8GB RAM+, 100GB free disk space) ແລະຕິດຕັ້ງ Virtualbox 

https://forms.gle/MHTXMLAXDhht2rnP9 (ລົງທະບຽນ)

https://www.virtualbox.org/ (ຕິດຕັ້ງ Virtualbox )

ຜູ້ປະສານງານ: ສົດໃສ ເຊັງວົງ, +856 20 22241664, Sotsay@nuol.edu.la

Read more

ມື້ທີ 01: 6/9/2021 

ເວລາ ລາຍລະອຽດ ຜູ້ນຳສະເໜີ
10:00 – 10:30 ມ ລົງທະບຽນ
10:30 – 12:15 ມ Introduce network security and associated policies with respect to NREN  (Part 1)
12:15 – 12:45 ມ ພັກທ່ຽງ
12:45 – 14:30 ມ Introduce network security and associated policies with respect to NREN  (Part 2)

ມື້ທີ 02:7/9/2021 

ເວລາ ລາຍລະອຽດ ຜູ້ນຳສະເໜີ
10:00 – 10:30 ມ ລົງທະບຽນ
10:30 – 12:15 ມ Lab on different security hardening processes for web, mail, dns etc. (Part 1)
12:15 – 12:45 ມ ພັກທ່ຽງ
12:45 – 14:30 ມ Lab on different security hardening processes for web, mail, dns etc. (Part 2)

ມື້ທີ 03:10/9/2021 

ເວລາ ລາຍລະອຽດ ຜູ້ນຳສະເໜີ
10:00 – 10:30 ມ ລົງທະບຽນ
10:30 – 12:15 ມ Lab on scanning vulnerabilities and penetration testing (Part 1)
12:15 – 12:45 ມ ພັກທ່ຽງ
12:45 – 14:30 ມ Lab on scanning vulnerabilities and penetration testing (Part 2)

ມື້ທີ 04:13/9/2021 

ເວລາ ລາຍລະອຽດ ຜູ້ນຳສະເໜີ
10:00 – 10:30 ມ ລົງທະບຽນ
10:30 – 12:15 ມ Introduction of network and performance monitoring and lab based on SNMP and Netflows (Part 1)
12:15 – 12:45 ມ ພັກທ່ຽງ
12:45 – 14:30 ມ Introduction of network and performance monitoring and lab based on SNMP and Netflows (Part 2)

ມື້ທີ 05:14/9/2021 

ເວລາ ລາຍລະອຽດ ຜູ້ນຳສະເໜີ
10:00 – 10:30 ມ ລົງທະບຽນ
10:30 – 12:15 ມ Analysing and interpreting of monitored data to identify issues in the network (Par t1)
12:15 – 12:45 ມ ພັກທ່ຽງ
12:45 – 14:30 ມ Analysing and interpreting of monitored data to identify issues in the network (Part 2)

 

%d bloggers like this: