Python ພາສາຄອມພິວເຕີ ແຫ່ງປີ 2018

python-logo

Python ເປັນພາສາຄອມພິວເຕີແຫ່ງປີ 2018 ຈາກການຈັດອັນດັບຂອງເວັບໄຊ tiobe.

ໃນປີ 2018 ຜ່ານມາ, ເວັບໄຊຈັດອັນດັບພາສາຄອມພິວເຕີຊື່ດັ່ງ tiobe ເຊິ່ງເປັນຜູ້ທີ່ໄດ້ຕິດຕາມຄວາມນິຍົມການນຳໃຊ້ພາສາຄອມພິວເຕີຂອງໂປແກຼມເມີທົ່ວໂລກ ໄດ້ປະກາດໃຫ້ພາສາ python ເປັນພາສາທີ່ໄດ້ຮັບຄວາມນິຍົມເພີ່ມຂຶ້ນສູງສຸດເປັນອັນດັບໜຶ່ງ. ຈາກຂໍ້ມູນໃນເວັບໄຊ ໃນໄລຍະ 12 ເດືອນຜ່ານມາ, ພາສາດັ່ງກ່າວ ມີຄວາມນິຍົມນຳໃຊ້ ເພີ່ມຂຶ້ນ 3.62%, ຕິດຕາມມາດ້ວຍພາສາ Visual Basic .NET ແລະ Java ເຊິ່ງມີຄວາມນິຍົມເພີ່ມຂຶ້ນ 3.20% ແລະ 2.69% ຕາມລຳດັບ. ຈາກຄວາມນິຍົມທີ່ເພີ່ມຂຶ້ນດັ່ງກ່າວ ເຮັດໃຫ້ພາສາ python ນີ້ ກ້າວຂຶ້ນຈາກພາສາຍອດນິຍົມ ອັນດັບ …

ການໃຊ້ More Tag

ການກຳນົດຈະຈົງ ສະແດງເນື້ອໃນບາງສ່ວນຂອງໂຟສທ໌ ເພື່ອໃຫ້ຜູ້ອ່ານສາມາດກົດປຸ່ມ “Read More” ໄປຍັງຕົ້ນທາງຂອງໂຟສທ໌.

1. ເລີ່ມຕົ້ນສ້າງໂຟສທ໌ກ່ອນ.

ຂຽນເນື້ອໃນໃຫ້ກັບໂຟສທ໌ຂອງເຈົ້າ.

create-a-post-with-content

Read more

2. ເພີ່ມຄຳສັ່ງ “Read More”.

ທຳອິດຄລິກບ່ອນ Visual ກ່ອນ ແລະ ຈະເຫັນປຸ່ມຄຳສັ່ງ “Insert Read More tag” ຮອດຕອນນີ້ເຈົ້າສາມາດເລືອກບ່ອນໃດ໋ຄວນຈະຂັ້ນເນື້ອໃນຕອນເປີດຫົວເລື່ອງຂອງໂຟສທ໌.

create-an-excerpt

3. ການປັບແຕ່ງ Tag “Read More”

ໂດຍປົກກະຕິແລ້ວ, “Continue Reading” ຈະສະແດງໃນຮູບແບບຕົວໜັງສືທີ່ສາມາດເຊື່ອມໂຍງໄປຫາເນື້ອໃນຫຼັກ, ແຕ່ເຈົ້າສາມາດປ່ຽນມັນໃດ້!

a) ໄປບ່ອນ Text Editor ແລະ ຊອກຫາ <!--more-->.

b) ໃຫ້ຍະຫວ່າງຫຼັງຄຳສັບ “more” ແລະ ຂຽນຄຳເວົ້າຂອງເຈົ້າເອງເຊັ່ນ <!--more Keep Reading!-->..

html

ເຮັດແບບນີ້ຈະມີລິ້ງຕົວໜັງສືປະກົດຄຳວ່າ “Keep Reading!” ແທນ.

4. ການ Publish.

ກວດເບິ່ງໜ້າຫຼັກເວັບໄຊທ໌ຂອງເຈົ້າ ແລະ ໂຟສທ໌ຂອງເຈົ້າ, ອາດຈະເຫັນຜົນໃນລັກສະນະພາບດ້ານລຸ່ມນີ້!

keep-reading

ເຈົ້າສາມາດກຳນົດຂັ້ນເນື້ອໃນທີ່ສຳຄັນເຊັ່ນຕອນເປີດຫົວເລື່ອງ, ສ່ວນທີ່ເຈົ້າຂັ້ນໄວ້ນັ້ນຈະສະແດງໃຫ້ຜູ້ອ່ານເຫັນ ແລະ ເມື່ອເຂົາຕ້ອງການອ່ານເນື້ອໃນທັງໝົດຂອງໂຟສທ໌ກໍ່ສາມາດກົດປຸ່ມ Keep Reading! ທີ່ເຮົາສ້າງຂື້ນມານັ້ນ.

ທີ່ມາຈາກ: https://en.support.wordpress.com/more-tag/

ການປັບແຕ່ງຮູບພາບ (Image Optimization)

ຖ້າຫາກວ່າເຈົ້າປັບປ່ຽນຂະໜາດຂອງຮູບພາບກ່ອນເອົາເຂົ້າເວັບໄຊທ໌, ວິທີນີ້ຈະເຮັດໃຫ້ເວັບສະແດງຜົນໄວຂື້ນກ່ອນເກົ່າ.
ຮູບນົກກາງແກຕົວນີ້ ມີຂະໜາດພາບປະມານ 235kb.…

%d bloggers like this: