Workshop – Cyber Security and Linux OS Security

ສູນເທັກໂນໂລຊີຂໍ້ມູນຂ່າວສານ ຈະໄດ້ຈັດ Workshop ໃນຫົວຂໍ້ Cyber Security and Linux OS Security ພ່າຍໃຕ້ໂຄ່ງການ UPROUSEwithLEARN ແລະ Asi@Connect ໃນວັນທີ່ 22/11/2021- 24/11/2021 (1PM – 4PM)

ເຂົ້າຝຶກອົບຮົມແບບບໍ່ເສຍຄ່າໃຊ້ຈ່າຍ ທາງສູນຈະຄັດເລືອກເອົາຈຳນວນ 40 ຄົນເທົ່ານັ້ນ

ໝາຍເຫດ

  • ຜູ້ເຂົ້າຮ່ວມຕ້ອງລົງທະບຽນຕາມລິ່ງດ້ານລຸ່ມ
  • ຕ້ອງເອົາ computer laptop (8GB RAM+, 100GB free disk space)  

https://forms.gle/nucPANGSz5mk8xUB7 (ລົງທະບຽນ)

https://www.virtualbox.org/ (Download Virtualbox

ກຽມພ້ອມການເຮັດວຽກຢູ່ເຮືອນສຳລັບພະນັກງານ ມຊ

Working from home

ບົດຄວາມນີ້ຂຽນຂຶ້ນ ໃນຂະນະທີ່ສະຖານະການ ການລະບາດເກີດຂຶ້ນຢ່າງໜັກທົ່ວໂລກ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19). ລັດຖະບານຂອງຫຼາຍໆປະເທດ ລວມທັງລັດຖະບານຂອງ ສປປ ລາວ ຕ່າງກໍ່ອອກມາດຕະການຕ່າງໆ ເພື່ອປ້ອງກັນ, ຄວບຄຸມ, ແກ້ໄຂການລະບາດ ຂອງພະຍາດດັ່ງກ່າວ. ມີການກຽມການຂອງພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໂດຍສະເພາະບຸກຄະລາກອນທີ່ເຮັດບໍລິການການແພດ ທີ່ຕ້ອງເຮັດວຽກຢ່າງໜັກໃນໄລຍະນີ້.

ແຕ່ການທີ່ຈະຕໍ່ສູ້ ເພື່ອຜ່ານຜ່າສະພາບການນີ້ໄປໄດ້ນັ້ນ ຕ້ອງໄດ້ຮັບການຮ່ວມມື ຈາກປະຊາຊົນທຸກພາກສ່ວນໃນສັງຄົມ, ໃນບັນດາມາດຕະການທີ່ທາງການໄດ້ແຈ້ງຕໍ່ພາກສ່ວນຕ່າງໆນັ້ນ ຄືການຮັກສາໄລຍະຫ່າງ ຂອງການພົບປະຄົນ, ການປ້ອງກັນຕົນເອງ, ການປິດກິດຈະກຳ ທີ່ຕ້ອງມີການພົບປະຄົນຈຳນວນຫຼາຍ ເຊິ່ງນັ້ນລວມເຖິງ ການປິດການຮຽນ-ການສອນຊົ່ວຄາວ ໃນມະຫາວິທະຍາໄລ.

ບໍ່ມີໃຜສາມາດລະບຸໄລຍະເວລາແນ່ນອນ ໃນການຄວບຄຸມການແຜ່ລະບາດນີ້ໄດ້, ສະນັ້ນ ເພື່ອເຮັດໃຫ້ວຽກງານດ້ານຕ່າງໆ ສາມາດດຳເນີນການໄດ້ຕໍ່ໄປ (ຢ່າງໜ້ອຍກໍ່ໃນເວລາ 1 ເດືອນຈາກນີ້) ພ້ອມທັງມີຄວາມປອດໄພຕາມມາດຕະຖານ …

ການປ່ຽນແປງທີ່ບໍ່ອາດຫຼີກເວັ້ນໄດ້

ທ່າມກາງໂລກແຫ່ງໂລກາພິວັດ, ເສດຖະກິດ-ສັງຄົມຂອງໂລກມີການປ່ຽນແປງໄປຢ່າງໄວວາ. ການປ່ຽນແປງຕ່າງໆທີ່ເກີດຂຶ້ນ ມີຜົນຢ່າງກວ້າງຂວາງຕໍ່ທຸກໆຄົນບໍ່ວ່າທ່ານຈະແມ່ນໃຜ ມີຖານະໃດກໍ່ຕາມ ຕ່າງກໍ່ໄດ້ຮັບຜົນຂອງການປ່ຽນແປງໃນໂລກແບບໃໝ່ນີ້ທັງນັ້ນ. ປັດຈຸບັນນີ້ ຜູ້ຄົນໃນບາງເມືອງໃຫຍ່ຂອງໂລກ ດຳລົງຊີວິດໂດຍບໍ່ໄດ້ໃຊ້ເງິນສົດອີກແລ້ວ ແລະ ໃນອະນາຄົດ ທ່ານອາດຈະຕ້ອງໃຊ້ບັດ ຫຼື ໂທລະສັບ ຫຼື ພຽງແຕ່ສະແກນໜ້າກໍ່ພໍ ເພື່ອຊື້ສາລີຕົ້ມກັບເຄື່ອງຂາຍຕາມທາງໃນນະຄອນຫຼວງວຽງຈັນກໍ່ເປັນໄດ້.

ຈາກຄວາມກ້າວໜ້າທາງເທັກໂນໂລຊີ ໄດ້ເລັ່ງໃຫ້ເກີດການປະຕິວັດອຸດສາຫະກຳໃນຍຸກໃໝ່ຂຶ້ນ ເຊິ່ງເປັນທີ່ຮັບຮູ້ໃນວົງກວ້າງວ່າ ການປະຕິວັດອຸດສາຫະກຳໃນຍຸກທີ 4. ຜົນຂອງການປະຕິວັດອຸດສາຫະກຳນີ້ ຈະເຮັດໃຫ້ເກີດສິ່ງໃໝ່ຂຶ້ນຢ່າງຫຼວງຫຼາຍ ພໍໆກັບທຳລາຍສິ່ງເກົ່າທີ່ບໍ່ສອດຄ່ອງລົງເຊັ່ນດຽວກັນ. ວິທີການດຳລົງຊີວິດ ອາຊີບການງານຕ່າງໆຂອງຜູ້ຄົນ ຈະມີການປ່ຽນແປງໄປ, ໃນນັ້ນອາຊີບຄູ ແລະ ສະຖາບັນການສຶກສາ ກໍ່ຈະໄດ້ຮັບຜົນກະທົບຄືກັນກັບອາຊີບໃນຂົງເຂດອື່ນໆ.

ຜົນກະທົບຕໍ່ສະຖາບັນການສຶກສາ

ຜົນກະທົບຕໍ່ສະຖາບັນການສຶກສາເລີ່ມມີເຄົ້າລາງມາໄດ້ໄລຍະໜຶ່ງແລ້ວ, ສະແດງອອກທີ່ຕົວເລກຜູ້ສະໝັກສອບເສັງເຂົ້າຮຽນ ໃນລະດັບມະຫາວິທະຍາໄລຂອງລັດ ນັບມື້ນັບຫຼຸດລົງ. ສະຖາບັນບາງແຫ່ງ ມີຜູ້ສະໝັກໜ້ອຍກວ່າຄວາມສາມາດໃນການຮັບເຂົ້າຫຼາຍ. ສຳລັບມະຫາວິທະຍາໄລແຫ່ງຊາດກໍ່ເຊັ່ນດຽວກັນ, …

ເດັກນ້ອຍທີ່ສາມາດຕໍ່ຕ້ານກັບໂລກ HIV

Credited Illustration by Mike Faille

ເປັນໄປໄດ້ບໍ່ ທີ່ອະນາຄົດ ລູກຂອງເຮົາຈະສາມາດ ຕໍ່ຕ້ານກັບໂລກໄພໄຂເຈັບທີ່ມີໃນປະຈຸບັນ: ໂລກ HIV. ປະຈຸບັນມີນັກວິທະຍາສາດຈີນ ອ້າງວ່າໄດ້ອອກແບບເດັກນ້ອຍຝາແຝດທີ່ສາມາດຕໍ່ຕ້ານກັບໂລກ HIV ທີ່ຫາກໍ່ເກີດຫລາຍເດືອນກ່ອນນີ້ ໂດຍການໃຊ້ເທັກໂນໂລຊີ ການຕັດແຕ່ງແຊ້ນ. ທ່ານອາດຈະບໍເຊື່ອ ແຕ່ລອງຖາມໂຕເອງເບິ່ງວ່າ ທ່ານຮູ້ຈັກ ຈັກຄົນ ທີ່ໃຫ້ວິທະຍາສາດຊ່ວຍໃຫ້ເຂົ້າໄດ້ລູກນ້ອຍ. ເຂົາສາມາດເລືອກໄດ້ວ່າ ຢາກໄດ້ລູກຈັກຄົນ ແລະ ຢາກໄດ້ເພດຫຍັງກໍ່ໄດ້. ເດັກນ້ອຍເລົ່ານີ້ ບໍ່ໄດ້ເກີດຈາກການອອກແບບຂອງທຳມະຊາດ ແຕ່ເປັນການປະສົມປະສານຂອງ ວິທະຍາສາດ ແລະ ທຳມະຊາດ ເວົ້າລວມແລ້ວແມ່ນເຂົາເຈົ້າຖືກອອກແບບຈາກຫ້ອງທົດລອງ ກ່ອນຈະຖືກນຳເຂົ້າໄປໃນຕົວຂອງຜູ້ເປັນແມ່.

Read more

Credited Illustration by Mike Faille

ໃນປະຈຸບັນ, ເທັກໂນໂລຊີ ຄວາມຮູ້ ຄວາມສາມາດໃນຂະແຫນ່ງ gene editing ຫລື ການຕັດແຕ່ງແຊ້ນມີການຄົ້ນຄວ້າຢາກຂຸ້ນຂ້ຽວ ແລະ ໄດ້ກ້າວຫນ້າໄປໄກ. ເຂົາສາມາດສ້າງພືດທີ່ທົນຕໍ່ພະຍາດ ແລະ ສະພາບແວດລ້ອມທີ່ຮຸນແຮງ. ເຂົາສາມາດສ້າງສັດທີ່ແຂງແຮງ ແລະ ໃຫ້ຜົນຜະລິດຫລາຍ. ສາມາດເຮັດໄດ້ຫລາຍກວ່າ ເດັກນ້ອຍທີ່ສາມາດຕໍ່ຕ້ານກັບໂລກ HIV.

ແຕ່ເຫດຜົນຫລັກທີ່ ນັກວິທະຍາສາດບໍ່ໃຊ້ການຕັດຕໍ່ແຊ້ນໃນຄົນ ແມ່ນ ຂໍ້ບັງຄັບດ້ານສິນລະທຳຈາກສາກົນ ແລະ ຜົນກະທົບທີ່ອາດຈະເກີດໃນອານາຄົດ. ຕົວຢ່າງ, ເດັກນ້ອຍທີ່ຖືກຕັດແຕ່ງແຊ້ນ ຈະສົງແຊ້ນຂອງເຂົາສ່ວນຫນຶ່ງໃຫ້ລູກຫລານຂອງເຂົ້າ ແລະ ໃນຂະບວນການສົງຕໍ່ນັ້ນ, ແຊ້ນອາດຖຶກປ່ຽນແປງ ແລະ ເກີດເປັນແຊ້ນຊຸດໃຫ່ມທີ່ບໍ່ສາມາດຄາດເດົາໄດ້.

ນັກວິທະຍາສາດຈີນດັ່ງກ່າວໄດ້ ທ່າທາຍເຫດຜົນທັງຫມົດນັ້ນໄປ ເພື່ອເປີດປະຕູສູ້ ການພັດທະນາ ໃນອະນາຄົດ. ຜົນສຳເລັດທີ່ເລົາອ້າງ ມາພ້ອມຄຳວິຈານຢ່າງຫລວງຫລາຍຈາກອົງກອນຕ່າງຯ. ຈາກການອອກມາປະກາດຄັ້ງນີ້, ຂ້າພະເຈົ້າ ເຊື່ອແນ່ວ່າ ໃນອະນາຄົດ ເຮົາຈະໄດ້ເຫັນ ຫລື ອາດ ຈະໄດ້ທົດລອງໃຊ້ເທັກໂນໂລຊີຕັດຕໍ່ແຊ້ນ ດ້ວຍຕົວຂອງເຮົາເອງແນ່ນອນ ມີແຕ່ເວລາເທົານັ້ນວ່າ ຈະໄວ ຫລື ຈະຊ້າ.

reference

https://theconversation.com/the-road-to-enhancement-via-human-gene-editing-is-paved-with-good-intentions-107677

https://apnews.com/4997bb7aa36c45449b488e19ac83e86d

https://genomebiology.biomedcentral.com/articles/10.1186/s13059-018-1583-1

https://genomebiology.biomedcentral.com/articles/10.1186/s13059-018-1583-1

ເຮົາຈະໄດ້ກິນຊີ້ນທີ່ປູກຈາກຫ້ອງ lab

ທ່ານຈະຕົກໃຈບໍ່ ຖ້າຂ້າພະເຈົ້າບອກທ່ານວ່າ ໃນຕໍ່ຫນ້າຄົນເຮົາຈະສາມາດກິນຊີ້ນໄດ້ໂດຍບໍ່ຈຳເປັນຕ້ອງ ທຳຮ້າຍ ຫລື ຂ້າສັດ. ຊີ້ນ ບໍ່ວ່າຈະເປັນຊີ້ນງົວ, ຫມູ ແລະ ໄກ່ສາມາດປູກໄດ້ ແມ່ນແລ້ວ “ປູກ” ໃນຫ້ອງທົດລອງທີ່ມີສະພາບແວດລ້ອມອຳນວຍ. ຊີ້ນດັ່ງກ່າວຖືກເອີ່ນວ່າ cell-based meat.

ຂໍ້ດີຂອງ cell-based meat ແມ່ນ ເປັນຊີ້ນທີສະອາດ ແລະ ປາດສະຈາກໂລກທີ່ມີໃນຊີ້ນທົ່ວໆໄປ. ເປັນຊີ້ນທີ່ບໍ່ສົງຜົນກະທົບ ຕໍ່ສະພາບແວດລ້ອມ ຍ້ອນຖືກປູກໃນສະພາບຫ້ອງທົດລອງ.

Read more

Cited from www.new-harvest.org/mark_post_cultured_beef
ຊິ້ນ “ປູກ” ໃນຫ້ອງທົດລອງ Cited from www.new-harvest.org/mark_post_cultured_beef

ຂັ້ນຕອນການປູກຊີ້ນແມ່ນເລີ່ມຈາກ ການເອົາພາກສ່ວນຂອງແຊ້ນ ຫລື cell ທີ່ຂັດສັນພິເສດຈາກສັດ (ອາດຈະມາຈາກຂົນຂອງໄກ່) ມາປູກ ໃຫ້ຂະຫຍາຍຈຳນວນຢ່າງວ່ອງໄວ້ ໂດຍອາຫານທີ່ໃຊ້ໃນການລ້ຽງ cell ດັ່ງກ່າວແມ່ນມາຈາກພຶດທັງຫມົດ. ຈາກ cell ກ່າຍເປັນຊີ້ນທີ່ຄົນສາມາດບໍລິໂພກໄດ້.

ນະວັດຕະກຳການປູກຊີ້ນຈາກ cell ໄດ້ມີການຄົ້ນຄວ້າ ແລະ ຜະລິດໂດຍຫລາຍບໍລິສັດ ໃນຫລາຍປະເທດ ເຊັ່ນ ອາເມລິກາ, ອັງກິດ ແລະ ເນທີແລນ. ແຕ່ລະບໍລິສັດໄດ້ຕັ້ງຊື່ຜະລິດຕະພັນຂອງເຂົ້າແຕກຕ່າງກັນ highersteaks ແລະ supermeat. ວີດີໂອດ້ານລຸ່ມອາດຈະເຮັດໃຫ້ທ່ານຕົກໃຈ.

ທ່ານຄິດເຫັນແນວໃດ ຖ້າຊີ້ນທີ່ທ່ານກິນບໍ່ແມ່ນຊີ້ນ ແຕ່ມີລົດຊາດ ແລະ ສານອາຫານຄືກັນກັບຊີ້ນ. ຄັ້ງຕໍ່ໄປທີ່ທ່ານໄປຮ້ານໄກ່ທອດ ຫຼື ຮ້ານສະເຕັກ ຢ່າລືມສັງເກດ ແລະ ຖາມຕົວເອງວ່າ ສິ່ງທີຢູ່ໃນຈານແມ່ນ ຊີ້ນແທ້ ຫລື ຊີ້ນທີ່ປູກເອົາ.

Reference:

https://theconversation.com/meat-grown-from-cells-companies-clamour-to-put-it-on-your-plate-105171?fbclid=IwAR1n2DQqy7gcBinPlpZ365cOK5GkiMZD7YTrtg7Zv2TgZP9FIVX2pwqtm0U

https://www.highersteaks.com/

https://www.supermeat.com/

https://www.new-harvest.org/mark_post_cultured_beef

ວ່າດ້ວຍເລື່ອງຄວາມເຫງົາ

ມີນັກຈິດຕະວິທະຍາ ແລະ ນັກຊ່ຽວຊານດ້ານອາລົມຫຼາຍທ່ານໃດ້ ໃຫ້ທັດສະນະວ່າ ຄວາມເຫງົາເປັນໄພຫງຽບ ທີ່ບໍ່ແມ່ນແຕ່ໜ້າທີ່ຂອງຄົນໃນຄອບຄົວໃກ້ຊິດຄ່ອຍແກ້ໄຂອາດຈະບໍ່ພຽງພໍ ແຕ່ຍ້ອນສະພາບແວດລ້ອມ ແລະ ຜົນກະທົບອ້ອມຂ້າງ ພາໃຫ້ເກີດຄວາມເຫງົາທາງສັງຄົມ ແລະ ຄວາມເຫງົາທາງອາລົມ.

Social Loneliness ແມ່ນຄວາມເຫງົາທາງສັງຄົມເຊິ່ງພົບໃດ້ທົ່ວໄປເປັນເລື່ອງຂອງອາລົມໄລຍະສັ້ນ ທີ່ມີສາຍສຳພັນ ກັບຄົນອ້ອມຂ້າງ ພົວພັນກັນ ຫຼື ຄົນໃນສັງຄວາມທີ່ບໍ່ມີຄວາມສຳພັນກໍ່ພາໃຫ້ເກີດ Social Loneliness ສ່ວນຫຼາຍແມ່ນພົບໃດ້ກັບຄົນທົ່ວໄປ ທີ່ມີຈຳນວນເພື່ອນບໍ່ຫຼາຍ, ຄົນທີ່ບໍ່ຄ່ອຍມີສັງຄົມກ້ວາງຂວາງ

Emotional Loneliness ແມ່ນຄວາມເຫງົາທາງອາລົມ ຖືເປັນພາວະຄວາມເຫງົາລະດັບກາງໄປເຖິງຮ້າຍແຮງ ແກ່ຕົນເອງ ແລະ ຄົນອ້ອມຂ້າງ ຫຼື ພາຍໃນອົງກອນ

ມີລາຍງານຈາກອົງການ WHO ວ່າຄວາມເຫງົາທາງອາລົມນັ້ນສົ່ງຜົນກະທົບໃນລະດັບຮ້າຍແຮງຕໍ່ອົງກອນ ແລະ ຄົນພາຍໃນອົງກອນ ໂດຍສ່ວນຫຼາຍແມ່ນຈະພົບໃດ້ກັບຜູ້ທີ່ມີອາຍຸສູງ …

%d bloggers like this: