ກຽມພ້ອມການເຮັດວຽກຢູ່ເຮືອນສຳລັບພະນັກງານ ມຊ

Working from home

ບົດຄວາມນີ້ຂຽນຂຶ້ນ ໃນຂະນະທີ່ສະຖານະການ ການລະບາດເກີດຂຶ້ນຢ່າງໜັກທົ່ວໂລກ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19). ລັດຖະບານຂອງຫຼາຍໆປະເທດ ລວມທັງລັດຖະບານຂອງ ສປປ ລາວ ຕ່າງກໍ່ອອກມາດຕະການຕ່າງໆ ເພື່ອປ້ອງກັນ, ຄວບຄຸມ, ແກ້ໄຂການລະບາດ ຂອງພະຍາດດັ່ງກ່າວ. ມີການກຽມການຂອງພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໂດຍສະເພາະບຸກຄະລາກອນທີ່ເຮັດບໍລິການການແພດ ທີ່ຕ້ອງເຮັດວຽກຢ່າງໜັກໃນໄລຍະນີ້.

ແຕ່ການທີ່ຈະຕໍ່ສູ້ ເພື່ອຜ່ານຜ່າສະພາບການນີ້ໄປໄດ້ນັ້ນ ຕ້ອງໄດ້ຮັບການຮ່ວມມື ຈາກປະຊາຊົນທຸກພາກສ່ວນໃນສັງຄົມ, ໃນບັນດາມາດຕະການທີ່ທາງການໄດ້ແຈ້ງຕໍ່ພາກສ່ວນຕ່າງໆນັ້ນ ຄືການຮັກສາໄລຍະຫ່າງ ຂອງການພົບປະຄົນ, ການປ້ອງກັນຕົນເອງ, ການປິດກິດຈະກຳ ທີ່ຕ້ອງມີການພົບປະຄົນຈຳນວນຫຼາຍ ເຊິ່ງນັ້ນລວມເຖິງ ການປິດການຮຽນ-ການສອນຊົ່ວຄາວ ໃນມະຫາວິທະຍາໄລ.

ບໍ່ມີໃຜສາມາດລະບຸໄລຍະເວລາແນ່ນອນ ໃນການຄວບຄຸມການແຜ່ລະບາດນີ້ໄດ້, ສະນັ້ນ ເພື່ອເຮັດໃຫ້ວຽກງານດ້ານຕ່າງໆ ສາມາດດຳເນີນການໄດ້ຕໍ່ໄປ (ຢ່າງໜ້ອຍກໍ່ໃນເວລາ 1 ເດືອນຈາກນີ້) ພ້ອມທັງມີຄວາມປອດໄພຕາມມາດຕະຖານ …

ຂໍແນະນຳອາຈານທີ່ຈະສອນບົດຮຽນຜ່ານລະບົບ Online ໃນໂຄງການ ASEAN CYBER UNIVERSITY ປະຈຳປີ 2018

ໃນວັນສຸກທີ 23 ກຸມພາ 2018 ທີ່ຜ່ານມາ ໄດ້ມີການປະກາດຜົນ ອາຈານ 5 ທ່ານ ທີ່ຖືກຄັດເລືອກ ຈາກອາຈານທັງໝົດທົ່ວ ມຊ ເພື່ອມາພັດທະນາ ວິຊາສອນໃຫ້ແກ່ ນັກສຶກສາ 5 ວິຊາເຊີ່ງມາຈາກຫລາຍຄະນະ.

ອາຈານທັງ 5 ທ່ານແມ່ນຈະໄດ້ກຽມຕົວອອກໄປຝຶກອົບຮົ່ມ ວິທີ ການສ້າງບົດຮຽນການສອນເທິງອິນເຕີເນັດ ທີ ສ.ເກົ່າຫຼີ ໃນທ້າຍເດືອນ ເມສາ 2018 ພາຍໃຕ້ໂຄງການ ASEAN CYBER UNIVERSITY.

ເປັນກຳລັງໃຈໃຫ້ພວກເພີ່ນນຳແນ່ເດີ

Read more

ອາຈານທັງ 5 ປະກອບໄປດ້ວຍ

  1. ປທ ບຸນໂຮມ ຈັນສະຫວ່າງ ສອນວິຊາ ພື້ນຖານການສຳຫຼວດ ຈາກຄະນະວິສະວະກຳສາດ
  2. ປອ ຂັນທະນູ ຫຼວງໄຊຊະນະ ສອນວິຊາ ອິນເຕີເນັດ ແລະ ເຕັກໂນໂລຊີເວັບ ຈາກຄະນະວິສະວະກຳສາດ
  3. ປທ ນ ອໍລະດີ ຄຳມະນີວົງ ສອນວິຊາ ຄອມພິວເຕີພື້ນຖານ ຈາກຄະນະວິທະຍາສາດທຳມະຊາດ
  4. ປທ ລີນ້າ ພອນມາເຈດີ ສອນວິຊາ ພາວະຜູ້ນຳ ຈາກຄະນະສຶກສາສາດ
  5. ປທ ສົມພອນ ແສງອະໄພ ສອນວິຊາ ການເມືອງ ຈາກຄະນະວິທະຍາສາດສັງຄົມ


ຊ່ຽວຊານເກົາຫຼີ Feedback ການພັດທະນາບົດຮຽນ elearning ຂອງທີມອາຈານ ມຊ

ວັນທີ 6 ກຸມພາ 2018 ຊ່ຽວຊານດ້ານການພັດທະນາວີດີໂອການສອນເທິງອິນເຕີເນັດຈາກ ມະຫາວິທະຍາໄລ ວັງກວັງ ສ.ເກົາຫຼີ ໄດ້ກັບມາຈັດ ງານສຳມະນາ Feedback ຜົນງານຂອງທີມພັດທະນາວີດີໂອບົດສອນອາຈານ ໃນມຊ ໃນປີ 2017 ທີ່ປິດກອງຖ່າຍໄປແລ້ວນັ້ນ ເພື່ອກະກຽມເປີດຄອສສອນຜ່ານອິນເຕີເນັດ (online course platform) ໃນສົກ 2018ນີ້.

Read more

ການຈັດງານສຳມະນາ Feedback ການພັດທະນາວີດີໂອການສອນເທິງອິນເຕີເນັດ ແມ່ນຈັດຂື້ນທຸກປີກ່ອນການຈະເປີດຄອສອອນໃນທຸກເທີມ ຖືເປັນການພັດທະນາແລະຕິດຕາມຜົນເພື່ອປັບປຸ່ງໃຫ້ກັບທີມງານແລະຄອສໃນປີຖັດໄປຈະດີຂື້ນເລື້ອຍໆ.

ໃນງານມື້ນີ້ແມ່ນມີອາຈານຈາກຫລາຍພາກສ່ວນເຊັ່ນ ຄະນະ ວິທະຍາສາດທຳມະຊາດ, ເສດຖະສາດ, ວິສະວະກຳສາດ,ສຶກສາສາດ…, ໃນນັ້ນສະເພາະທີມງານນັ້ນປະກອບໄປດ້ວຍ:

ຜູ້ກຳກັບແລະອອກແບບວິທີການສອນເທິງອິນເຕີເນັດ (Instructional Design)

ອາຈານສອນໃນລາຍວິຊາທີພັດທະນາ (Subject Method Expert)

ຜູ້ຄວບຄຸມການຜະລິດດ້ານໂປຣດັນຊັນ (Studio Engineer)

ນັກພັດທະນາເວັບໄຊທ໌ມັລຕິມີເດຍ (Multimedia Development)

ງານ Feedback ນີ້ແມ່ນແນ່ໃສ່ສະເພາະທີມງານພັດທະນາທີ່ກ່າວມາຂ້າງເທິງ ທັງໝົດມີ 5ວິຊາ (18 ຄົນ) ໃນປີ 2017

ປະຈຸບັນບົດຮຽນທີ່ຖືກພັດທະນາແລ້ວແລະນຳໃຊ້ແມ່ນຈຳກັດໃນຄະນະວິຊາທີ່ກ່ຽວຂ້ອງແລະນັກຮຽນໃນ ມຊເທົ່ານັ້ນ ເປັນໄປໃດ້ອະນາຄົດອັນໄກ້ ພາກການສຶກສາເຮົາມີທ່າອຽງຈະກ້າວໄປຫາການຮຽນການສອນຜ່ານອິນເຕີເນັດຫລາຍຂື້ນທຸກມື້

ພາບບັນຍາກາດໃນງານ

ເຄືອຂ່າຍການສຶກສາແລະການຄົ້ນຄ້ວາລາວ (LERNET)

ພາຍໃຕ້ຍຸກທີ່ມີການສະໜັບສະໜູນທາງດ້ານໄອຊີທີຢ່າງກວ້າງຂວາງຄືສູ່ມື້ນີ້. ການນຳໃຊ້ເຄື່ອງມືໄອຊີທີ ເພື່ອການຮ່ວມມືທາງດ້ານການສຶກສາແລະການຄົ້ນຄ້ວາໄດ້ແຜ່ກວ້າງໄປໃນທົ່ວໂລກ. ແຕ່ລະປະເທດລ້ວນ ແຕ່ມີເຄືອຂ່າຍປະເພດນີ້ໃນປະເທດຕົນເອງ, ມັນໄດ້ເຊື່ອມໂຍງບັນດາສະຖາບັນການສຶກສາ  ການຄົ້ນຄ້ວາ ອົງກອນການສຶກສາທ້ອງຖິ່ນ ຫໍສະໝຸດ ໂຮງໝໍ ແລະອື່ນໆ ເຂົ້າຫາກັນ. ເຄື່ອຂ່າຍດັ່ງກ່າວ ມີຂໍ້ດີດ້ວຍການ ທີ່ມັນສາມາດເຮັດໃຫ້ການນຳໃຊ້ຊັບພະຍາກອນ (ຄົນແລະເຄື່ອງຂອງ) ຮ່ວມກັນ. ສູນໄອທີ ມຊ ໄດ້ພະຍາຍາມ ເພື່ອເຮັດໃຫ້ຄວາມຄິດທີ່ມີຊື່ວ່າ Laos Education and Research Network (LERNET) ຫຼືເວົ້າເປັນພາສາ ລາວວ່າ, ເຄືອຂ່າຍການສຶກສາແລະການຄົ້ນຄ້ວາລາວ ໃຫ້ມັນເກີດຂື້ນ. ແຕ່ກໍຕ້ອງພົບອຸປະສັກຫຼາຍຢ່າງ,….

ການຂາດວິໄສທັດ ນຳໄປສູ່ການຂາດແນວຄິດ ຈິນຕະນາການໃໝ່ເພື່ອພັດທະນາຮູບແບບການ ສຶກ ສາຕາມຍຸກສະໄໝໃໝ່ (ການຮ່ວມມືແລກປ່ຽນທາງດ້ານມັນສະໝອງ, ການປະຢັດຊັບພະຍາກອນ, ການພັດທະນາຕົນເອງໄປສູ່ຄວາມດີເລີດກວ່າ,

ເຄືອຂ່າຍການສຶກສາ ແລະ ຄົ້ນຄວ້າແຫ່ງຊາດ

ເຊື່ອວ່າຫຼາຍທ່ານ ຄົງຈະບໍ່ເຄີຍໄດ້ຍິນ ຫຼື ຮູ້ຈັກກັບ ເຄືອຂ່າຍການສຶກສາ ແລະ ຄົ້ນຄວ້າແຫ່ງຊາດ ເພາະວ່າ “ເຄືອຂ່າຍການສຶກສາ ແລະ ຄົ້ນຄວ້າແຫ່ງຊາດ” ຍັງບໍ່ເປັນທີ່ຮັບຮູ້ ໃນ ສ.ປ.ປ ລາວ, ມີພຽງແຕ່ຜູ້ຄົນຈຳນວນໜຶ່ງໃນບ້ານເຮົາ ທີ່ກ່ຽວຂ້ອງ ກັບວົງການການບໍລິຫານ ການສຶກສາເທົ່ານັ້ນ ທີ່ຮູ້ຈັກ ແລະ ພະຍາຍາມທີ່ຈະເຮັດໃຫ້ເກີດມີເຄືອຂ່າຍດັ່ງກ່າວ.

ນັບແຕ່ໄລຍະຕົ້ນຊຸມປີ 2000 ເປັນຕົ້ນມາ ໄດ້ມີຄວາມພະຍາຍາມຈາກທັງພາຍໃນປະເທດ ແລະ ຕ່າງປະເທດ ໃນການຊຸກຍູ້ຈັດຕັ້ງເຄືອຂ່າຍນີ້ຂຶ້ນໃນ ສ.ປ.ປ ລາວ ໂດຍປະຈຸບັນ ຜູ້ຮັບຜິດຊອບເຄືອຂ່າຍການສຶກສາ ໃນລະດັບພາກພື້ນ ແລະ ສາກົນຮັບຮູ້ ເຄືອຂ່າຍການສຶກສານີ້ ໃນຊື່ Lao …

%d bloggers like this: