ຝຶກອົບຮົມຫົວຂໍ້ Linux Server and Network Security

ໃນລະຫວ່າງວັນທີ 20-23 ຕຸລາ 2021 ທີ່ຜ່ານມາ ສູນເທັກໂນໂລຊີຂໍ້ມູນຂ່າວສານ, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຝຶກອົບຮົມແບບອອນລາຍ ໃນຫົວຂໍ້ Linux Server and Network Security ໃຫ້ແກ່ພະນັກງານວິຊາການຂອງ 03 ມະຫາວິທະຍາໄລ ໄດ້ແກ່: ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລສະຫວັນນະເຂດ ແລະ ມະຫາວິທະຍາໄລຈຳປາສັກ ຈຳນວນ 32 ທ່ານ ເຊີ່ງການຝຶກອົບຮົມໄດ້ດຳເນີນເປັນເວລາ 03 ວັນ. ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ກໍເພື່ອເປັນການເພີ່ມທັກສະ ແລະ ເພີ່ມຄວາມສາມາດໃນການບໍລິຫານ, ຄຸ້ມຄອງລະບົບເຄືອຂ່າຍ ແລະ ຄຸ້ມຂອງ Server ຂອງແຕ່ລະມະຫາວິທະຍາໄລໃຫ້ມີປະສິດທິພາບທີ່ດີຂື້ນຕື່ມ

 

 …

Workshop – Network Security and Performance

ສູນເທັກໂນໂລຊີຂໍ້ມູນຂ່າວສານ ຈະໄດ້ຈັດ Workshop ໃນຫົວຂໍ້ Network Security and Performance ພ່າຍໃຕ້ໂຄ່ງການ UPROUSEwithLEARN ແລະ Asi@Connect ໃນວັນທີ່ 6/9/2021 – 14/6/2021 (10 AM – 14:30PM) ຜູ້ເຂົ້າຮ່ວມຕ້ອງລົງທະບຽນຕາມລິ່ງດ້ານລຸ່ມ ແລະ ຕ້ອງເອົາ computer laptop (8GB RAM+, 100GB free disk space) ແລະຕິດຕັ້ງ Virtualbox 

https://forms.gle/MHTXMLAXDhht2rnP9 (ລົງທະບຽນ)

https://www.virtualbox.org/ (ຕິດຕັ້ງ Virtualbox )

ຜູ້ປະສານງານ: ສົດໃສ ເຊັງວົງ, +856 20 22241664, Sotsay@nuol.edu.la

Read more

ມື້ທີ 01: 6/9/2021 

ເວລາ ລາຍລະອຽດ ຜູ້ນຳສະເໜີ
10:00 – 10:30 ມ ລົງທະບຽນ
10:30 – 12:15 ມ Introduce network security and associated policies with respect to NREN  (Part 1)
12:15 – 12:45 ມ ພັກທ່ຽງ
12:45 – 14:30 ມ Introduce network security and associated policies with respect to NREN  (Part 2)

ມື້ທີ 02:7/9/2021 

ເວລາ ລາຍລະອຽດ ຜູ້ນຳສະເໜີ
10:00 – 10:30 ມ ລົງທະບຽນ
10:30 – 12:15 ມ Lab on different security hardening processes for web, mail, dns etc. (Part 1)
12:15 – 12:45 ມ ພັກທ່ຽງ
12:45 – 14:30 ມ Lab on different security hardening processes for web, mail, dns etc. (Part 2)

ມື້ທີ 03:10/9/2021 

ເວລາ ລາຍລະອຽດ ຜູ້ນຳສະເໜີ
10:00 – 10:30 ມ ລົງທະບຽນ
10:30 – 12:15 ມ Lab on scanning vulnerabilities and penetration testing (Part 1)
12:15 – 12:45 ມ ພັກທ່ຽງ
12:45 – 14:30 ມ Lab on scanning vulnerabilities and penetration testing (Part 2)

ມື້ທີ 04:13/9/2021 

ເວລາ ລາຍລະອຽດ ຜູ້ນຳສະເໜີ
10:00 – 10:30 ມ ລົງທະບຽນ
10:30 – 12:15 ມ Introduction of network and performance monitoring and lab based on SNMP and Netflows (Part 1)
12:15 – 12:45 ມ ພັກທ່ຽງ
12:45 – 14:30 ມ Introduction of network and performance monitoring and lab based on SNMP and Netflows (Part 2)

ມື້ທີ 05:14/9/2021 

ເວລາ ລາຍລະອຽດ ຜູ້ນຳສະເໜີ
10:00 – 10:30 ມ ລົງທະບຽນ
10:30 – 12:15 ມ Analysing and interpreting of monitored data to identify issues in the network (Par t1)
12:15 – 12:45 ມ ພັກທ່ຽງ
12:45 – 14:30 ມ Analysing and interpreting of monitored data to identify issues in the network (Part 2)

 

ຮັບຕຳແໜ່ງງານລະດັບ 5 ຮອງຫົວຫນ້າພະແນກເນັດເວີກຂອງສູນໄອທີ ມຊ

ຮັບຕຳແໜ່ງງານລະດັບ 5 ຮອງຫົວຫນ້າພະແນກເນັດເວີກ ທ່ານ ອຈ ຄຳສະອອນ ຈຸນລະມະນີ ເປັນຮອງຫົວໜ້າ ພະແນກ ເນັດເວີກ ປະຈຳ ສູນໄອທີ ມະຫາວິທະຍາໄລແຫ່ງຊາດ ໃນວັນທີ 21 ເດືອນ 10 ປີ 2020 ທີ່ ຕຶກສຳນັກງານ T-Building
ໃນພິທີມອບຮັບແມ່ນປະກອບໄປດ້ວຍ ຫ້ອງການຈັດຕັ້ງ ແລະ ຫ້ອງການສູນໄອທີ ກັນຢ່າງພ້ອມພຽງ.

Read more

ກຽມພ້ອມການເຮັດວຽກຢູ່ເຮືອນສຳລັບພະນັກງານ ມຊ

Working from home

ບົດຄວາມນີ້ຂຽນຂຶ້ນ ໃນຂະນະທີ່ສະຖານະການ ການລະບາດເກີດຂຶ້ນຢ່າງໜັກທົ່ວໂລກ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19). ລັດຖະບານຂອງຫຼາຍໆປະເທດ ລວມທັງລັດຖະບານຂອງ ສປປ ລາວ ຕ່າງກໍ່ອອກມາດຕະການຕ່າງໆ ເພື່ອປ້ອງກັນ, ຄວບຄຸມ, ແກ້ໄຂການລະບາດ ຂອງພະຍາດດັ່ງກ່າວ. ມີການກຽມການຂອງພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໂດຍສະເພາະບຸກຄະລາກອນທີ່ເຮັດບໍລິການການແພດ ທີ່ຕ້ອງເຮັດວຽກຢ່າງໜັກໃນໄລຍະນີ້.

ແຕ່ການທີ່ຈະຕໍ່ສູ້ ເພື່ອຜ່ານຜ່າສະພາບການນີ້ໄປໄດ້ນັ້ນ ຕ້ອງໄດ້ຮັບການຮ່ວມມື ຈາກປະຊາຊົນທຸກພາກສ່ວນໃນສັງຄົມ, ໃນບັນດາມາດຕະການທີ່ທາງການໄດ້ແຈ້ງຕໍ່ພາກສ່ວນຕ່າງໆນັ້ນ ຄືການຮັກສາໄລຍະຫ່າງ ຂອງການພົບປະຄົນ, ການປ້ອງກັນຕົນເອງ, ການປິດກິດຈະກຳ ທີ່ຕ້ອງມີການພົບປະຄົນຈຳນວນຫຼາຍ ເຊິ່ງນັ້ນລວມເຖິງ ການປິດການຮຽນ-ການສອນຊົ່ວຄາວ ໃນມະຫາວິທະຍາໄລ.

ບໍ່ມີໃຜສາມາດລະບຸໄລຍະເວລາແນ່ນອນ ໃນການຄວບຄຸມການແຜ່ລະບາດນີ້ໄດ້, ສະນັ້ນ ເພື່ອເຮັດໃຫ້ວຽກງານດ້ານຕ່າງໆ ສາມາດດຳເນີນການໄດ້ຕໍ່ໄປ (ຢ່າງໜ້ອຍກໍ່ໃນເວລາ 1 ເດືອນຈາກນີ້) ພ້ອມທັງມີຄວາມປອດໄພຕາມມາດຕະຖານ …

ພິທີເຊັນສັນຍາສ້າງເວັບໄຊ ຄສຄ

ເພື່ອເປັນການສົ່ງເສີມ ແລະ ເຫັນໄດ້ເຖິງຄວາມສຳຄັນຂອງວຽກງານຂໍ້ມູນຂ່າວສານ ດັ່ງນັ້ນ, ໃນຕອນເຊົ້າຂອງວັນທີ 19 ກຸມພາ 2020 ທີ່ຫ້ອງປະຊຸມ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ມີພິທີເຊັນສັນຍາສ້າງເວັບໄຊຂອງຄະນະວິທະຍາສາດສັງຄົມ ເຊິ່ງເປັນການເຊັນສັນຍາລະຫວ່າງ ຄະນະວິທະຍາສາດສັງຄົມ  ແລະ ສູນເທັກໂນໂລຊີຂໍ້ມູນຂ່າວສານ ໃນນັ້ນຕາງໜ້າຄະນະວິທະຍາສາດສັງຄົມ ເປັນກຽດເຊັນສັນຍາໂດຍທ່ານ ຮສ. ປອ ເດຊານຸລາດ ແສນດວງເດດ ຮັກສາການຄະນະບໍດີຄະນະວິທະຍາສາດສັງຄົມ ແລະ ເຂົ້າຮ່ວມໂດຍທ່ານຮອງຄະນະບໍດີ, ຫົວໜ້າພາກວິຊາ, ຫົວໜ້າພະແນກ, ຄະນະຮັບຜິດຊອບວຽກງານ 3 ອົງການຈັດຕັ້ງ ແລະ ຄະນະຮັບຜິດຊອບເວັບໄຊ. ຕາງໜ້າສູນເທັກໂນໂລຊີຂໍ້ມູນຂ່າວສານ ເປັນກຽດ ເຊັນສັນຍາໂດຍທ່ານ ປທ ຄຳພັນ ສິດທະວົງ ວ່າການຜູ້ອຳນວຍການສູນເທັກໂນໂລຊີຂໍ້ມູນຂ່າວສານ ແລະ …

ຝຶກອົບຮົມການສ້າງເວັບໄຊ ແລະ ການນຳໃຊ້ໂປຣແກຣມສະໝັກສອບເສັງແບບອອນລາຍ

ໃນລະຫວ່າງວັນທີ 20-25 ມັງກອນ 2020 ຢູ່ທີ່ສູນໄອທີ ມະຫາວິທະຍາໄລແຫ່ງຊາດ ໄດ້ມີການຈັດຝຶກອົບຮົມໃນ 02 ຫົວຂໍ້ຄື: ການສ້າງເວັບໄຊໂດຍນຳໃຊ້ WordPress ແລະ ການນຳໃຊ້ໂປຣແກຣມສະໝັກສອບເສັງເຂົ້າ ມຊ ແບບອອນລາຍໃຫ້ແກ່ພະນັກງານ, ຄູອາຈານ ຈາກມະຫາວິທະຍາໄລຈຳປາສັກ.
ຈຸດປະສົງກໍເພື່ອເປັນການສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ພະນັກງານເຕັກນິກການພັດທະນາເວັບໄຊ ແລະ ການນຳໃຊ້ໂປຣແກຣມໃຫ້ແກ່ພະນັກງານເຕັກນິກຈາກສູນໄອທີ ແລະ ຫ້ອງການວິຊາການ ມະຫາວິທະຍາໄລຈຳປາສັກ ໃນດ້ານຕ່າງໆເຊັ່ນ: ການອອກແບບໜ້າເວັບ, ການຕິດຕັ້ງ, ການສ້າງຂ່າວ ແລະ ການນຳໃຊ້ໂປຣແກມ ເພື່ອໃຫ້ນຳໄປໃຊ້ໃນການອອກແບບ, ພັດທະນາເວັບໄຊຂອງມະຫາວິະຍາໄລຈຳປາສັກ.…

%d bloggers like this: