ສູນໄອທີ ໄດ້ອັນດັບ 3 ແຂ່ງເປຕັງ 21 ປີ ມຊ

ມອບລາງວັນກິລາເປຕັງ 11 ພະຈິກ 2017

ທີມອາວຸໂສ ສູນໄອທີ ຍາດໄດ້ອັນດັບທີ 3 ໃນງານແຂ່ງຂັນເປຕັງ ສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 21 ປີ ທີ່ສະໜາມເປຕັງ ມຊ.

Read more

ປອ ພອນແກ້ວ ກຳລັງແຂ່ງຂັນເປຕັງ
ປອ ພອນແກ້ວ ກຳລັງແຂ່ງຂັນເປຕັງ

ເພື່ອເປັນການສ້າງຂະບວນການເບີກບານມ່ວນຊື່ນ ສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ທີ່ໝູນວຽນມາອີກວາລະໜຶ່ງ ເຊິ່ງປີນີ້ ແມ່ນຄົບຮອບ 21 ປີແລ້ວ, ດັ່ງນັ້ນ ທາງການນຳຂອງ ມຊ ຈຶ່ງໄດ້ຈັດການແຂ່ງຂັນກິລາເປຕັງຂຶ້ນ ໃນວັນເສົາ ວັນທີ 11 ພະຈິກ 2017 ທີ່ຜ່ານມາ ທີ່ສະໜາມກິລາເປຕັງ ມຊ ວິທະຍາເຂດດົງໂດກ ໂດຍການເປັນປະທານຂອງທ່ານ ຮສ ປອ ອຸດົມ ພອນຄຳເພັງ ຮອງອະທິການບໍດີ ມຊ ເຊິ່ງນອກຈາກຈະເປັນປະທານຈັດງານແລ້ວ, ທ່ານຍັງໄດ້ເຂົ້າຮ່ວມແຂ່ງຂັນໃນນາມທີມອາວຸໂສສຳນັກງານ ອະທິການບໍດີ ອີກດ້ວຍ.

ປີນີ້ການແຂ່ງຂັນກິລາເປຕັງຖືວ່າຄຶກຄັກ ກວ່າປີຜ່ານໆມາ ເພາະມີທຸກຄະນະວິຊາ ແລະ ຫ້ອງການຕ່າງໆອ້ອມຂ້າງສຳນັກງານອະທິການບໍດີເຂົ້າຮ່ວມລວມ 26 ທີມ. ການແຂ່ງຂັນ ໄດ້ຖືກແບ່ງອອກເປັນ 3 ປະເພດຄື ທີມອາວຸໂສ, ທີມຊາວໜຸ່ມ ແລະ ທີມສະຫະພັນແມ່ຍິງ ໂດຍແຕ່ລະທີມ ປະກອບດ້ວຍນັກກິລາ 3 ທ່ານ ຈຶ່ງຖືໄດ້ວ່າມີນັກກິລາເຂົ້າຮ່ວມຢ່າງຫຼວງຫຼາຍ. ພິເສດໃນການແຂ່ງຂັນນີ້ ຍັງມີທີມຈາກທະນາຄານຮ່ວມພັດທະນາ (Joint Development Bank ຫຼື JDB) ເຂົ້າຮ່ວມ 3 ທີມ ແລະ ປະກອບສ່ວນສະໜັບສະໜູນການຈັດງານ ເປັນມູນຄ່າ 5 ລ້ານກີບອີກດ້ວຍ.

ສູນໄອທີພວກເຮົາ ນອກຈາກປະກອບສ່ວນໃນການຈັດງານຄັ້ງນີ້ແລ້ວ, ຍັງໄດ້ສົ່ງທີມເຂົ້າຮ່ວມແຂ່ງຂັນ ທັງປະເພດທີມອາວຸໂສ ນຳໂດຍຄະນະອຳນວຍການສູນ ທ່ານ ປອ ພອນແກ້ວ ຈັນທະມາລີ ແລະ ທ່ານ ຄຳພັນ ສິດທະວົງ ແລະ ປະເພດ ທີມຍິງ ນຳໂດຍ ທ່ານ ນາງ ມະໄລພອນ ສຸລິຍະວົງ.

ຜົນການແຂ່ງຂັນທີມຍິງຂອງສູນປະກົດວ່າ ບໍ່ໄດ້ລຸ້ນ ຕົກຮອບໄປຕັ້ງແຕ່ຮອບທຳອິດ, ສ່ວນທີມອາວຸໂສ ສູນໄອທີ ຖືວ່າເປັນຕົວເຕັງໃນງານ ເພາະມີການເຝິກຊ້ອມກະກຽມເພື່ອງານນີ້ໂດຍສະເພາະ. ໜ້າເສຍດາຍ ທີ່ຕ້ອງໄປສູ້ສຶກສາຍເລືອດ ກັບເຕັງໜຶ່ງປະເພດທີມອາວຸໂສ ສຳນັກງານອະທິການບໍດີ ໃນຮອບຮອງຊະນະເລີດ ເຮັດໃຫ້ຕົກຮອບໄປຢ່າງຫວຸດຫວິດ. ແຕ່ເຖິງຢ່າງໃດກໍ່ຕາມ ໃນການຊິງອັນດັບ 3 ກັບທີມຈາກ ທະນາຄານຮ່ວມພັດທະນານັ້ນ ທີມອາວຸໂສ ສູນໄອທີ ກໍ່ເອົາຊະນະ  ເປັນລາງວັນປອບໃຈໄປ.

ຜົນການແຂ່ງຂັນທັງ 3 ປະເພດມີດັ່ງນີ້:

ປະເພດທີມສະຫະພັນແມ່ຍິງ

  1. ອັນດັບ 1: ທີມສຳນັກງານອະທິການບໍດີ
  2. ອັນດັບ 2: ທີມໂຮງຮຽນພອນສະຫວັນ
  3. ອັນດັບ 3: ທີມທະນາຄານຮ່ວມພັດທະນາ

 

ປະເພດທີມອາວຸໂສ:

  • ອັນດັບ 1: ສຳນັກງານອະທິການບໍດີ
  • ອັນດັບ 2: ຄະນະວິທະຍາສາດທຳມະຊາດ
  • ອັນດັບ 3: ສູນໄອທີ

ປະເພດທີມຊາວໜຸ່ມ:

  • ອັນດັບ 1: ຄະນະວິທະຍາສາດທຳມະຊາດ
  • ອັນດັບ 2: ສຳນັກງານອະທິການບໍດີ
  • ອັນດັບ 3: ທະນາຄານຮ່ວມພັດທະນາ ແລະ ຄະນະວິສະວະກຳສາດ (ອັນດັບ 3 ຮ່ວມ)

ການຈັດການແຂ່ງຂັນກິລາເປຕັງ ສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 21 ປີ ໄດ້ສຳເລັດລົງ ຕາມລະດັບຄາດໝາຍທີ່ວາງໄວ້. ຂໍສະແດງຄວາມຂອບໃຈມາຍັງນັກກິລາ ແລະ ຄະນະຮັບຜິດຊອບຈັດການແຂ່ງຂັນ ແລະ ຜູ້ສະໜັບສະໜູນທຸກພາກສ່ວນ.

ເມື່ອອາຈານສູນໄອທີມຊຖ່າຍແບບປະຕິທິນ

ນອກຈາກວຽກງານການສຶກສາແລ້ວ ສິງທີ່ເຮັດໃຫ້ພະນັກງານຕື່ນເຕັ້ນກັບສິ່ງໃໝ່ໆຄືການຖ່າຍຮູບໃນຫ້ອງສະຕູດີໂອ ທັງຊຸດຄູ, ຊຸດສາກົນ ແລະ ຊຸດ freestyle ເປັນບັນຍາກາດທີ່ມ່ວນຊື່ນ ເພາະບໍ່ວ່າໃຜກໍ່ມັກການຢືນຢູ່ຕໍ່ຫນ້າກ້ອງ. ງານນີ້ແມ່ນຈັດກັນຂຶ້ນເພື່ອປະກອບຮູບພາບຈາກສູນໄອທີ ເຂົ້າການສ້າງປະຕິທິນ ມຊ 2018 ທີ່ຈະມາຮອດນີ້.

ພາບເບື່ອງຫລັງຂອງຄວາມສຳເລັດກອງຖ່າຍພາບນິ້ງ:

ໝາຍເຫດ: ພາບງາມໆແມ່ນຈະອອກໃນປະຕິທິນ ມຊ 2018 ໄວໆນີ້…

ຈັດເຝິກອົບຮົມ Java ພື້ນຖານ ໃຫ້ພະນັກງານພາຍໃນ

ພະແນກພັດທະນາຊອບແວ ໄດ້ເລີ່ມດຳເນີນການເຝິກອົບຮົມພາຍໃນ ດ້ານທັກສະການຂຽນໂປແກມ Java ພື້ນຖານຂຶ້ນ ນັບແຕ່ວັນທີ 21 ກຸມພາ 2017 ທີ່ຜ່ານມາ, ໂດຍແມ່ນອາສາສະໝັກເກົາຫຼີ (KOICA) ທີ່ມາປະຈຳທີ່ສູນໄອທີ ເປັນຜູ້ເຝິກສອນ.

ການເຝີກອົບຮົມນີ້ ແມ່ນ ມີຈຸດປະສົງ ເພື່ອຍົກລະດັບຄວາມຮູ້ ທັກສະ ການພັດທະນາໂປແກມ ດ້ວຍພາສາ Java   ໃຫ້ແກ່ພະນັກງານຂອງສູນໄອທີໃຫ້ສູງຂຶ້ນ ແນໃສ່ເພື່ອຮອງຮັບໜ້າວຽກການພັດທະນາໂປແກມ ຮັບໃຊ້ວຽກງານຕ່າງໆ ຂອງມະຫາວິທະຍາໄລ ໃນອະນາຄົດ.

ຮູບແບບການເຝິກອົບຮົມ ຈະປະຕິບັດ ທັງໝົດ 22ຄັ້ງ, 2 ຄັ້ງໃນໜຶ່ງອາທິດ: ວັນອັງຄານ ແລະ ວັນພະຫັດ ເວລາ 9-11 ໂມງ ແລະ …

ກອງປະຊຸມເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ທີ່ ມຊ

ຕອນເຊົ້າ ວັນທີ 14 ມິຖຸນາ 2016 ຜ່ານມາ ຢູ່ທີ່ສະໂມສອນຊັ້ນສອງ ມະຫາວິທະຍາໄລແຫ່ງຊາດ ໄດ້ມີການຈັດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກຂຶ້ນ. ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ ມີ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ກຳມະການສູນກາງພັກ ແລະ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເປັນປະທານ, ທ່ານ ສຈ ປອ ສົມສີ ຍໍພັນໄຊ ຄະນະພັກກະຊວງສຶກສາ ແລະ ກິລາ, ວ່າການອະທິການບໍດີ ມຊ, ບັນດາຄະນະອະທິການບໍດີ, ຄະນະບໍດີ ແລະ ພະນັກງານຫລັກແຫລ່ງທຸກພາກສ່ວນຂອງ ມຊ ເຂົ້າຮ່ວມ ລວມກວ່າ …

ສະຫຼຸບບັ້ນແຂ່ງຂັນ 3 ດີ ໄລຍະ 4, ປີ 2011-15

ໃນຕອນເຊົ້າວັນທີ 22 ເມສາ 2016 ທີ່ຜ່ານມາ ຢູ່ທີ່ສະໂມສອນຊັ້ນສອງ ສຳນັກງານອະທິການບໍດີ ມຊ ໄດ້ມີພິທີສະຫລຸບ ບັ້ນແຂ່ງຂັນ 3 ດີ ໄລຍະ 4 (2011-2015) ແລະ ເປີດບັ້ນແຂ້ງຂັນ 3 ດີໄລຍະ 5 (2016-2020) ຂອງ 3 ອົງການຈັດຕັ້ງມະຫາຊົນ ສຳນັກງານອະທິການບໍດີ ມຊ ຂຶ້ນ.

ໃນງານດັ່ງກ່າວ ມີຄະນະປະທານທີ່ມາຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ ທັງຈາກຄະນະພັກຮາກຖານ ສຳນັກງານອະທິການ, ຄະນະບໍລິຫານງານສະຫະພັນແມ່ຍິງ ຮາກຖານສຳນັກງານອະທິການ, ຄະນະບໍລິຫານງານ ກຳມະບານຮາກຖານ ສຳນັກງານອະທິການ, ແລະ ຄະນະບໍລິຫານຊາວຫນຸ່ມ ຮາກຖານ …

%d bloggers like this: