eduroam ໜຶ່ງໃນບໍລິການດີໆຂອງເຄືອຂ່າຍ NREN

ພາຍຫຼັງຂຽນ 2 ບົດຄວາມກ່ຽວກັບເຄືອຂ່າຍຄອມພິວເຕີ LERNET ແລ້ວ, ຂ້າພະເຈົ້າຄິດວ່າຈະປ່ຽນເລື່ອງໄປຂຽນກ່ຽວກັບເລື່ອງອື່ນ ທີ່ຍັງລໍຖ້າເຂົ້າຄິວຢູ່, ແຕ່ພັດເຫັນວ່າ ຫຼາຍທ່ານຍັງບໍ່ເຫັນວ່າການສ້າງເຄືອຂ່າຍນີ້ ມັນຈະໄດ້ປະໂຫຍດຫຍັງພໍເທົ່າໃດ. ດັ່ງນັ້ນ ກໍ່ເລີຍມີຄວາມຄິດວ່າຈະຂຽນອີກຈັກບົດຄວາມໜຶ່ງທີ່ກ່ຽວກັບຜົນໄດ້ຮັບ ຈາກການສ້າງ ແລະ ເຊື່ອມຕໍ່ເຄືອຂ່າຍດັ່ງກ່າວ. ເນື່ອງຈາກວ່າປະໂຫຍດ ແລະ ຜົນໄດ້ຮັບ ຈາກການນຳໃຊ້ເຄືອຂ່າຍ LERNET ນີ້ມີຫຼາຍຢ່າງ ເຊິ່ງບໍ່ສາມາດຂຽນໃຫ້ຄົບຖ້ວນພາຍໃນບົດຄວາມດຽວໄດ້ ຂ້າພະເຈົ້າກໍ່ເລີຍເລືອກເອົາພຽງແຕ່ຕົວຢ່າງໜຶ່ງ ເຊິ່ງກໍ່ຄືບໍລິການ eduroam ເຊິ່ງເປັນບໍລິການທີ່ໄດ້ຮັບຄວາມນິຍົມຫຼາຍໃນສະຖາບັນການສຶກສາ ແລະ ຄົ້ນຄວ້າທົ່ວໂລກ ມານຳສະເໜີ. ສ່ວນຜົນໄດ້ຮັບອື່ນໆຂອງເຄືອຂ່າຍ NREN ນັ້ນ ຖ້າມີໂອກາດ ກໍ່ຈະຂຽນໃນບົດຄວາມຕໍ່ໆໄປ.

ບໍລິການ eduroam ແມ່ນຫຍັງ?

eduroam (ຂຽນຫຍໍ້ມາຈາກ education …

ເຄືອຂ່າຍການສຶກສາແລະການຄົ້ນຄ້ວາລາວ (LERNET)

ພາຍໃຕ້ຍຸກທີ່ມີການສະໜັບສະໜູນທາງດ້ານໄອຊີທີຢ່າງກວ້າງຂວາງຄືສູ່ມື້ນີ້. ການນຳໃຊ້ເຄື່ອງມືໄອຊີທີ ເພື່ອການຮ່ວມມືທາງດ້ານການສຶກສາແລະການຄົ້ນຄ້ວາໄດ້ແຜ່ກວ້າງໄປໃນທົ່ວໂລກ. ແຕ່ລະປະເທດລ້ວນ ແຕ່ມີເຄືອຂ່າຍປະເພດນີ້ໃນປະເທດຕົນເອງ, ມັນໄດ້ເຊື່ອມໂຍງບັນດາສະຖາບັນການສຶກສາ  ການຄົ້ນຄ້ວາ ອົງກອນການສຶກສາທ້ອງຖິ່ນ ຫໍສະໝຸດ ໂຮງໝໍ ແລະອື່ນໆ ເຂົ້າຫາກັນ. ເຄື່ອຂ່າຍດັ່ງກ່າວ ມີຂໍ້ດີດ້ວຍການ ທີ່ມັນສາມາດເຮັດໃຫ້ການນຳໃຊ້ຊັບພະຍາກອນ (ຄົນແລະເຄື່ອງຂອງ) ຮ່ວມກັນ. ສູນໄອທີ ມຊ ໄດ້ພະຍາຍາມ ເພື່ອເຮັດໃຫ້ຄວາມຄິດທີ່ມີຊື່ວ່າ Laos Education and Research Network (LERNET) ຫຼືເວົ້າເປັນພາສາ ລາວວ່າ, ເຄືອຂ່າຍການສຶກສາແລະການຄົ້ນຄ້ວາລາວ ໃຫ້ມັນເກີດຂື້ນ. ແຕ່ກໍຕ້ອງພົບອຸປະສັກຫຼາຍຢ່າງ,….

ການຂາດວິໄສທັດ ນຳໄປສູ່ການຂາດແນວຄິດ ຈິນຕະນາການໃໝ່ເພື່ອພັດທະນາຮູບແບບການ ສຶກ ສາຕາມຍຸກສະໄໝໃໝ່ (ການຮ່ວມມືແລກປ່ຽນທາງດ້ານມັນສະໝອງ, ການປະຢັດຊັບພະຍາກອນ, ການພັດທະນາຕົນເອງໄປສູ່ຄວາມດີເລີດກວ່າ,

ເຄືອຂ່າຍການສຶກສາ ແລະ ຄົ້ນຄວ້າແຫ່ງຊາດ

ເຊື່ອວ່າຫຼາຍທ່ານ ຄົງຈະບໍ່ເຄີຍໄດ້ຍິນ ຫຼື ຮູ້ຈັກກັບ ເຄືອຂ່າຍການສຶກສາ ແລະ ຄົ້ນຄວ້າແຫ່ງຊາດ ເພາະວ່າ “ເຄືອຂ່າຍການສຶກສາ ແລະ ຄົ້ນຄວ້າແຫ່ງຊາດ” ຍັງບໍ່ເປັນທີ່ຮັບຮູ້ ໃນ ສ.ປ.ປ ລາວ, ມີພຽງແຕ່ຜູ້ຄົນຈຳນວນໜຶ່ງໃນບ້ານເຮົາ ທີ່ກ່ຽວຂ້ອງ ກັບວົງການການບໍລິຫານ ການສຶກສາເທົ່ານັ້ນ ທີ່ຮູ້ຈັກ ແລະ ພະຍາຍາມທີ່ຈະເຮັດໃຫ້ເກີດມີເຄືອຂ່າຍດັ່ງກ່າວ.

ນັບແຕ່ໄລຍະຕົ້ນຊຸມປີ 2000 ເປັນຕົ້ນມາ ໄດ້ມີຄວາມພະຍາຍາມຈາກທັງພາຍໃນປະເທດ ແລະ ຕ່າງປະເທດ ໃນການຊຸກຍູ້ຈັດຕັ້ງເຄືອຂ່າຍນີ້ຂຶ້ນໃນ ສ.ປ.ປ ລາວ ໂດຍປະຈຸບັນ ຜູ້ຮັບຜິດຊອບເຄືອຂ່າຍການສຶກສາ ໃນລະດັບພາກພື້ນ ແລະ ສາກົນຮັບຮູ້ ເຄືອຂ່າຍການສຶກສານີ້ ໃນຊື່ Lao …