ITCN Platform v1.0.0 (Public Beta)
ວາລະດຳເນີນງານປະຈຳວັນ (Today's Agenda) ເບິ່ງ Agenda

ສູນເຕັກໂນໂລຊີຂໍ້ມູນຂ່າວສານ (ITC)

13:02

[ແຈ້ງການ] ຫຼັກສູດຝຶກອົບຮົມດ້ານ AI ປະຈຳປີ 2026

ລົງທະບຽນອອນລາຍ (Register Forms)
ຫຼັກສູດ ແລະ ເອກະສານຝຶກອົບຮົມ (PDF Documents)
ຫຼັກສູດ 1

ການນໍາໃຊ້ AI ເຂົ້າໃນການຮຽນ-ການສອນ

ຫຼັກສູດນີ້ຖືກອອກແບບໃຫ້ເນັ້ນໃສ່ການຝຶກພາກປະຕິບັດ (Hands-on) ໂດຍໃຊ້ເຄື່ອງມື AI ທີ່ທັນສະໄໝ ເພື່ອໃຫ້ຄູ-ອາຈານ ສາມາດນໍາໃຊ້ AI ເຂົ້າໃນການວາງແຜນການສອນ, ສ້າງສື່ການຮຽນ-ການສອນ ແລະ ກວດກາບໍລິຫານຈັດການຄະແນນ.

  • ໄລຍະ: 5 ວັນ (10-14/08/2026)
  • ກຸ່ມເປົ້າໝາຍ: ພະນັກງານຄູ-ອາຈານ ມຊ (40 ທ່ານ)
  • ສະຖານທີ່: ຫ້ອງຝຶກອົບຮົມ (ຕຶກເຕ) ສູນເຕັກໂນໂລຊີຂໍ້ມູນຂ່າວສານ, ມຊ
  • ວິທະຍາກອນ: ປອ. ສະຫວາດ ໄຊປະດິດ, ປອ. ຊານຸພາບ ພົມແກ້ວນາ, ປທ. ຈັນສຸດາ ເພັດສີຣິແສງ
ເບິ່ງ / ດາວໂຫຼດ PDF ຫຼັກສູດ
ຫຼັກສູດ 2 🔥 ກຳລັງເປີດຮັບສະໝັກ

ການຍົກລະດັບວຽກງານຄົ້ນຄວ້າວິທະຍາສາດດ້ວຍ AI

ຍົກລະດັບທັກສະຂອງຄູ-ອາຈານ ແລະ ນັກຄົ້ນຄວ້າ ໃຫ້ສາມາດນໍາໃຊ້ AI ເປັນຜູ້ຊ່ວຍໃນການຄົ້ນຫາເອກະສານ, ວິເຄາະ-ສະຫຼຸບປະເດັນ, ຈັດການເອກະສານອ້າງອີງ (Mendeley) ແລະ ອອກແບບສື່ນໍາສະເໜີຜົນງານ ໂດຍຢຶດໝັ້ນຈັນຍາບັນທາງວິຊາການ.

  • ໄລຍະ: 5 ວັນ (17-21/08/2026)
  • ກຸ່ມເປົ້າໝາຍ: ຄູ-ອາຈານ ແລະ ນັກຄົ້ນຄວ້າວິໄຈ ມຊ (40 ທ່ານ)
  • ສະຖານທີ່: ຫ້ອງຝຶກອົບຮົມ (ຕຶກເຕ) ສູນເຕັກໂນໂລຊີຂໍ້ມູນຂ່າວສານ, ມຊ
  • ວິທະຍາກອນ: ປອ. ຄໍາຫຼ້າ ນົນອາລິນສະຫວັດ, ປທ. ນິລັນກຸນ ສິງປຣະເສີດ, ປທ. ແກ້ວພູທ່ອນ ຫາທະລົງ
ເບິ່ງ / ດາວໂຫຼດ PDF ຫຼັກສູດ
ຫຼັກສູດ 3

ການເພີ່ມປະສິດທິພາບວຽກງານບໍລິຫານ ແລະ ຈັດການເອກະສານແບບດິຈິຕອນ

ອອກແບບມາໂດຍສະເພາະສຳລັບພະນັກງານບໍລິຫານຫ້ອງການ ເພື່ອນຳໃຊ້ AI (Gemini, NotebookLM) ຊ່ວຍຮ່າງ/ປັບປຸງເອກະສານທາງການ, ສະຫຼຸບບົດບັນທຶກ, ຈັດການຂໍ້ມູນ ແລະ ສ້າງສະໄລ້ນຳສະເໜີວຽກຢ່າງມີປະສິດທິພາບ.

  • ໄລຍະ: 5 ວັນ (07-11/09/2026)
  • ກຸ່ມເປົ້າໝາຍ: ພະນັກງານບໍລິຫານຫ້ອງການ ມຊ (40 ທ່ານ)
  • ສະຖານທີ່: ຫ້ອງຝຶກອົບຮົມ (ຕຶກເຕ) ສູນເຕັກໂນໂລຊີຂໍ້ມູນຂ່າວສານ, ມຊ
  • ວິທະຍາກອນ: ປອ. ຄໍາຫຼ້າ ນົນອາລິນສະຫວັດ, ປທ. ຈັນສຸດາ ເພັດສີຣິແສງ, ປທ. ນິລັນກຸນ ສິງປຣະເສີດ
ເບິ່ງ / ດາວໂຫຼດ PDF ຫຼັກສູດ

ເປີດຮັບສະໝັກເຂົ້າຮ່ວມ 3 ຫຼັກສູດຝຶກອົບຮົມ AI ປະຈຳປີ 2026

ຂໍເຊີນຊວນຄູ-ອາຈານ, ນັກຄົ້ນຄວ້າ ແລະ ພະນັກງານບໍລິຫານ ມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມການຝຶກອົບຮົມເພື່ອຍົກລະດັບທັກສະດິຈິຕອນ. ສາມາດກວດສອບລາຍລະອຽດຫຼັກສູດ ແລະ ລົງທະບຽນໄດ້ທີ່ໜ້າຫຼັກ.

ການຕັ້ງຄ່າ & ກ່ຽວກັບແອັບ

ການສະແດງຜົນ (Appearance)

ໂໝດກາງຄືນ (Dark Mode)
ສີພື້ນຫຼັງ (Background Style)

ຂໍ້ມູນແອັບ (App Information)

ITCN Platform v1.0.0 (Public Beta)

ລະບົບໃຫ້ບໍລິການ ແລະ ເຜີຍແຜ່ຂໍ້ມູນຂ່າວສານການຝຶກອົບຮົມ ຂອງ ສູນເຕັກໂນໂລຊີຂໍ້ມູນຂ່າວສານ (IT Center), ມະຫາວິທະຍາໄລແຫ່ງຊາດ (NUOL).

Open Source Credits & Licenses

This project is built under the MIT Open Source License using open community libraries:

  • FontAwesome Free 6.4.0 (Icons CC BY 4.0)
  • Google Fonts (Noto Sans Lao - SIL Open Font License)
  • Vanilla Web Components & PWA Service Worker Standard