ສູນໄອທີ ໄດ້ອັນດັບ 3 ແຂ່ງເປຕັງ 21 ປີ ມຊ

ມອບລາງວັນກິລາເປຕັງ 11 ພະຈິກ 2017

ທີມອາວຸໂສ ສູນໄອທີ ຍາດໄດ້ອັນດັບທີ 3 ໃນງານແຂ່ງຂັນເປຕັງ ສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 21 ປີ ທີ່ສະໜາມເປຕັງ ມຊ.

Read more

ປອ ພອນແກ້ວ ກຳລັງແຂ່ງຂັນເປຕັງ
ປອ ພອນແກ້ວ ກຳລັງແຂ່ງຂັນເປຕັງ

ເພື່ອເປັນການສ້າງຂະບວນການເບີກບານມ່ວນຊື່ນ ສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ທີ່ໝູນວຽນມາອີກວາລະໜຶ່ງ ເຊິ່ງປີນີ້ ແມ່ນຄົບຮອບ 21 ປີແລ້ວ, ດັ່ງນັ້ນ ທາງການນຳຂອງ ມຊ ຈຶ່ງໄດ້ຈັດການແຂ່ງຂັນກິລາເປຕັງຂຶ້ນ ໃນວັນເສົາ ວັນທີ 11 ພະຈິກ 2017 ທີ່ຜ່ານມາ ທີ່ສະໜາມກິລາເປຕັງ ມຊ ວິທະຍາເຂດດົງໂດກ ໂດຍການເປັນປະທານຂອງທ່ານ ຮສ ປອ ອຸດົມ ພອນຄຳເພັງ ຮອງອະທິການບໍດີ ມຊ ເຊິ່ງນອກຈາກຈະເປັນປະທານຈັດງານແລ້ວ, ທ່ານຍັງໄດ້ເຂົ້າຮ່ວມແຂ່ງຂັນໃນນາມທີມອາວຸໂສສຳນັກງານ ອະທິການບໍດີ ອີກດ້ວຍ.

ປີນີ້ການແຂ່ງຂັນກິລາເປຕັງຖືວ່າຄຶກຄັກ ກວ່າປີຜ່ານໆມາ ເພາະມີທຸກຄະນະວິຊາ ແລະ ຫ້ອງການຕ່າງໆອ້ອມຂ້າງສຳນັກງານອະທິການບໍດີເຂົ້າຮ່ວມລວມ 26 ທີມ. ການແຂ່ງຂັນ ໄດ້ຖືກແບ່ງອອກເປັນ 3 ປະເພດຄື ທີມອາວຸໂສ, ທີມຊາວໜຸ່ມ ແລະ ທີມສະຫະພັນແມ່ຍິງ ໂດຍແຕ່ລະທີມ ປະກອບດ້ວຍນັກກິລາ 3 ທ່ານ ຈຶ່ງຖືໄດ້ວ່າມີນັກກິລາເຂົ້າຮ່ວມຢ່າງຫຼວງຫຼາຍ. ພິເສດໃນການແຂ່ງຂັນນີ້ ຍັງມີທີມຈາກທະນາຄານຮ່ວມພັດທະນາ (Joint Development Bank ຫຼື JDB) ເຂົ້າຮ່ວມ 3 ທີມ ແລະ ປະກອບສ່ວນສະໜັບສະໜູນການຈັດງານ ເປັນມູນຄ່າ 5 ລ້ານກີບອີກດ້ວຍ.

ສູນໄອທີພວກເຮົາ ນອກຈາກປະກອບສ່ວນໃນການຈັດງານຄັ້ງນີ້ແລ້ວ, ຍັງໄດ້ສົ່ງທີມເຂົ້າຮ່ວມແຂ່ງຂັນ ທັງປະເພດທີມອາວຸໂສ ນຳໂດຍຄະນະອຳນວຍການສູນ ທ່ານ ປອ ພອນແກ້ວ ຈັນທະມາລີ ແລະ ທ່ານ ຄຳພັນ ສິດທະວົງ ແລະ ປະເພດ ທີມຍິງ ນຳໂດຍ ທ່ານ ນາງ ມະໄລພອນ ສຸລິຍະວົງ.

ຜົນການແຂ່ງຂັນທີມຍິງຂອງສູນປະກົດວ່າ ບໍ່ໄດ້ລຸ້ນ ຕົກຮອບໄປຕັ້ງແຕ່ຮອບທຳອິດ, ສ່ວນທີມອາວຸໂສ ສູນໄອທີ ຖືວ່າເປັນຕົວເຕັງໃນງານ ເພາະມີການເຝິກຊ້ອມກະກຽມເພື່ອງານນີ້ໂດຍສະເພາະ. ໜ້າເສຍດາຍ ທີ່ຕ້ອງໄປສູ້ສຶກສາຍເລືອດ ກັບເຕັງໜຶ່ງປະເພດທີມອາວຸໂສ ສຳນັກງານອະທິການບໍດີ ໃນຮອບຮອງຊະນະເລີດ ເຮັດໃຫ້ຕົກຮອບໄປຢ່າງຫວຸດຫວິດ. ແຕ່ເຖິງຢ່າງໃດກໍ່ຕາມ ໃນການຊິງອັນດັບ 3 ກັບທີມຈາກ ທະນາຄານຮ່ວມພັດທະນານັ້ນ ທີມອາວຸໂສ ສູນໄອທີ ກໍ່ເອົາຊະນະ  ເປັນລາງວັນປອບໃຈໄປ.

ຜົນການແຂ່ງຂັນທັງ 3 ປະເພດມີດັ່ງນີ້:

ປະເພດທີມສະຫະພັນແມ່ຍິງ

  1. ອັນດັບ 1: ທີມສຳນັກງານອະທິການບໍດີ
  2. ອັນດັບ 2: ທີມໂຮງຮຽນພອນສະຫວັນ
  3. ອັນດັບ 3: ທີມທະນາຄານຮ່ວມພັດທະນາ

 

ປະເພດທີມອາວຸໂສ:

  • ອັນດັບ 1: ສຳນັກງານອະທິການບໍດີ
  • ອັນດັບ 2: ຄະນະວິທະຍາສາດທຳມະຊາດ
  • ອັນດັບ 3: ສູນໄອທີ

ປະເພດທີມຊາວໜຸ່ມ:

  • ອັນດັບ 1: ຄະນະວິທະຍາສາດທຳມະຊາດ
  • ອັນດັບ 2: ສຳນັກງານອະທິການບໍດີ
  • ອັນດັບ 3: ທະນາຄານຮ່ວມພັດທະນາ ແລະ ຄະນະວິສະວະກຳສາດ (ອັນດັບ 3 ຮ່ວມ)

ການຈັດການແຂ່ງຂັນກິລາເປຕັງ ສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 21 ປີ ໄດ້ສຳເລັດລົງ ຕາມລະດັບຄາດໝາຍທີ່ວາງໄວ້. ຂໍສະແດງຄວາມຂອບໃຈມາຍັງນັກກິລາ ແລະ ຄະນະຮັບຜິດຊອບຈັດການແຂ່ງຂັນ ແລະ ຜູ້ສະໜັບສະໜູນທຸກພາກສ່ວນ.

Campus Network ເຄືອຂ່າຍຄອມພິວເຕີພາຍໃນ ມຊ

campus network diagram

Campus Network ແມ່ນຫຍັງ? ມີຄວາມຈຳເປັນ, ຜົນປະໂຫຍດຫຍັງ ຈຶ່ງຕ້ອງສ້າງ? ສ້າງໄດ້ແທ້ບໍ່, ບໍລິຫານຈັດການລະບົບແນວໃດ? ທັງໝົດນີ້ຫາຄຳຕອບໄດ້ໃນບົດຄວາມ 3 ພາກຕໍ່ຈາກນີ້.

Read more

ໃນບົດຄວາມພາກນີ້, ເຊິ່ງແມ່ນພາກທຳອິດ, ຈະໄດ້ອະທິບາຍກ່ຽວກັບ Campus Network ໃນວິທະຍາເຂດໜຶ່ງໆ ຂອງມະຫາວິທະຍາໄລແຫ່ງຊາດ. ບົດຄວາມຈະໄດ້ອະທິບາຍສ່ວນປະກອບ, ລັກສະນະຕ່າງໆ ຂອງເຄືອຂ່າຍ ໃນມຸມມອງທີ່ຜູ້ບໍລິຫານ, ບຸກຄົນສົນໃຈທົ່ວໄປ ສາມາດອ່ານເຂົ້າໃຈໄດ້ ແລະ ຈະບໍ່ໄດ້ມີການລົງເລິກດ້ານເຕັກນິກເລີຍ. ຖ້າທ່ານແມ່ນຜູ້ທີ່ຊ່ຽວຊານ ຫຼື ເຮັດວຽກກ່ຽວຂ້ອງກັບການບໍລິຫານລະບົບເຄືອຂ່າຍຄອມພິວເຕີຢູ່ກ່ອນແລ້ວ, ບົດຄວາມນີ້ ອາດຈະບໍ່ເໝາະສົມສຳລັບທ່ານ.

campus network diagram
campus network diagram

ໃນທ່າມກາງການປະຕິບັດຕາມທິດທາງ ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຂອງພັກ ແລະ ລັດຖະບານ ຂອງບັນດາອົງການຈັດຕັ້ງຕ່າງໆນັ້ນ, ມະຫາວິທະຍາໄລແຫ່ງຊາດ ກໍ່ແມ່ນອົງການຈັດຕັ້ງໜຶ່ງ ທີ່ໄດ້ນຳເອົາແນວທາງດັ່ງກ່າວ ເຂົ້າມາປັບໃຊ້ກັບແນວທາງການພັດທະນາມະຫາວິທະຍາໄລຂອງຕົນ. ເພື່ອໃຫ້ມະຫາວິທະຍາໄລແຫ່ງຊາດ ສາມາດສ້າງບຸກຄະລາກອນ ທີ່ຮັບໃຊ້ວຽກງານທີ່ເປັນອຸດສາຫະກຳ ແລະ ທັນສະໄໝນັ້ນ, ມະຫາວິທະຍາໄລ ຕ້ອງໄດ້ພັດທະນາ ບໍ່ພຽງແຕ່ຄຸນນະພາບຄູອາຈານ ແລະ ຄຸນນະພາບການຮຽນ-ການສອນເທົ່ານັ້ນ ແຕ່ຍັງຕ້ອງໄດ້ພັດທະນາປັບປຸງພື້ນຖານໂຄງລ່າງຂອງຕົນ ເພື່ອໃຫ້ຮອງຮັບ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການ ການຄົ້ນຄວ້າວິໄຈ, ການແລກປ່ຽນຄວາມຮູ້ ແລະ ການເຂົ້າເຖິງແຫຼ່ງຄວາມຮູ້ຕ່າງໆ ຂອງຄູອາຈານ, ນັກຄົ້ນຄວ້າ ແລະ ນັກສຶກສາຂອງຕົນອີກດ້ວຍ.

ໜຶ່ງໃນພື້ນຖານໂຄງລ່າງສຳຄັນ ຄືການສ້າງລະບົບໄອທີ ທີ່ມີເຄືອຂ່າຍຄອມພິວເຕີທັນສະໄໝຂອງຕົນຂຶ້ນ. ເຄືອຂ່າຍຄອມພິວເຕີທີ່ເໝາະສົມກັບມະຫາວິທະຍາໄລແຫ່ງຊາດ ກໍຄື Campus Network ນັ້ນເອງ.

Campus (Area) Network

ແມ່ນລະບົບເຄືອຂ່າຍຄອມພິວເຕີພາຍໃນວິທະຍາເຂດໃດໜຶ່ງ ທີ່ເຊື່ອມຕໍ່ລະບົບເຄືອຂ່າຍຄອມພິວເຕີຂອງອາຄານຕ່າງໆພາຍໃນວິທະຍາເຂດເຂົ້າກັນ. ໃນກໍລະນີ ຂອງມະຫາວິທະຍາໄລແຫ່ງຊາດ, ເຊິ່ງປະກອບມີ 5 ວິທະຍາເຂດນັ້ນ ກໍ່ແມ່ນປະກອບມີ 5 Campus Network ຕາມແຕ່ລະວິທະຍາເຂດ.

ແຕ່ລະວິທະຍາເຂດຂອງມະຫາວິທະຍາໄລແຫ່ງຊາດ ປະກອບມີອາຄານຕ່າງໆເປັນຈຳນວນຫຼາກຫຼາຍ ທັງອາຄານທີ່ເຮັດວຽກບໍລິຫານ, ອາຄານຮຽນ, ຫໍສະໝຸດ, ຫ້ອງທົດລອງ, ຫໍພັກນັກສຶກສາ, ສູນອາຫານ ແລະ ອື່ນໆ. ແຕ່ລະອາຄານ ກໍ່ມີຈຳນວນຊັ້ນ, ຈຳນວນຫ້ອງ, ຈຳນວນອຸປະກອນ ແລະ ຄົນທີ່ເຊື່ອມຕໍ່ກັບລະບົບເຄືອຂ່າຍແຕກຕ່າງກັນ. Campus Network ແມ່ນການອອກແບບທີ່ເໝາະສົມ ທີ່ມີການຄຳນຶງຢ່າງຮອບດ້ານ ເພື່ອໃຫ້ການເຊື່ອມຕໍ່ອຸປະກອນຕ່າງໆ ໃນແຕ່ລະຫ້ອງແຕ່ລະອາຄານ ຂອງທັງໝົດພາຍໃນວິທະຍາເຂດ ເຮັດວຽກຮ່ວມກັນໄດ້ຢ່າງມີປະສິດທິພາບ.

ແຕ່ລະ Campus Network ຈະມີຈຸດສູນກາງໜຶ່ງ ທີ່ເປັນຈຸດເຊື່ອມຕໍ່ຫາແຕ່ລະອາຄານ. ຈຸດສູນກາງນີ້ ມັກຈະມີການຕິດຕັ້ງອຸປະກອນທີ່ມີຄວາມສາມາດສູງ ເພື່ອໃຫ້ຮອງຮັບການໃຊ້ບໍລິການ ຂອງຜູ້ໃຊ້ທັງໝົດໃນວິທະຍາເຂດ ທີ່ນັບມື້ນັບສູງຂຶ້ນເລື້ອຍໆ . ຢູ່ຈຸດສູນກາງນີ້ ຍັງຖືກໃຊ້ເປັນບ່ອນຕິດຕັ້ງບັນດາເຄື່ອງຄອມພິວເຕີບໍລິການຕ່າງໆ ທັງນີ້ກໍ່ຍ້ອນວ່າ ມັນຈະງ່າຍຕໍ່ການເຂົ້າເຖິງຂອງຜູ້ໃຊ້ທັງໝົດໃນວິທະຍາເຂດ ແລະ ງ່າຍໃນການຄຸ້ມຄອງ ແລະ ບຳລຸງຮັກສາ. ຍິ່ງໄປກວ່ານັ້ນ, ຈຸດສູນກາງນີ້ ຍັງເປັນຈຸດທີ່ໃຊ້ເຊື່ອມຕໍ່ກັບ Campus Network ອື່ນ ຫຼື ເຊື່ອມຕໍ່ເຄືອຂ່າຍອິນເຕີເນັດ ຂອງຜູ້ໃຫ້ບໍລິການອີກດ້ວຍ.

Fiber Optic Plant
fiber optic 4 core external
fiber optic 4 core external

ໂດຍທົ່ວໄປ ວິສະວະກອນເຄືອຂ່າຍ ມັກຈະໃຊ້ສາຍໄຍແກ້ວນຳແສງ (fiber optic), ຫຼືເວົ້າຫຍໍ້ວ່າສາຍໄຍແກ້ວ, ເຊື່ອມຕໍ່ໂດຍກົງລະຫວ່າງຈຸດສູນກາງຂອງເຄືອຂ່າຍ ຫາແຕ່ລະອາຄານ. ສາຍປະເພດນີ້ ມີຄວາມອາດສາມາດໃນການຮັບ-ສົ່ງຂໍ້ມູນສູງ, ຮອງຮັບໄລຍະທາງໄກໆໄດ້ດີ ລວມທັງມີລາຄາຖືກລົງຫຼາຍ ທຽບໃສ່ເມື່ອກ່ອນ, ຈຶ່ງເປັນທີ່ນິຍົມນຳໃຊ້. ໄຍແກ້ວ (ອາດຜະລິດດ້ວຍວັດສະດຸຄ້າຍພລາສຕິກ) ທີ່ໃຊ້ໃນການສົ່ງແສງສະທ້ອນນີ້ ມີຂະໜາດນ້ອຍຫຼາຍ ແລະ ແຕກຫັກງ່າຍ, ຂະບວນການຜະລິດຈຶ່ງຕ້ອງມີການນຳໃຊ້ເທັກໂນໂລຊີຂັ້ນສູງ ມີການອອກແບບສາຍທີ່ຫໍ່ຫຸ້ມປ້ອງກັນເປັນຢ່າງດີ. ໃນພາສາທາງຊ່າງເທັກນິກ, ໄຍແກ້ວແຕ່ລະເສັ້ນມັກຖືກເອີ້ນວ່າ core (ຄໍ) ຫຼື ບາງເທື່ອກໍ່ຖືກເອີ້ນວ່າ strand. ສາຍໄຍແກ້ວທີ່ຜະລິດຈຳໜ່າຍໃນທ້ອງຕະຫຼາດທົ່ວໄປນັ້ນ, ມັກຈະຜະລິດໃຫ້ມີຈຳນວນຫຼາຍ core ໃນສາຍໜຶ່ງເສັ້ນ ເຊິ່ງກໍ່ຈະຖືກເລືອກໃຊ້ ໃຫ້ເໝາະສົມກັບງົບປະມານ ແລະ ຄວາມຕ້ອງການຂອງແຕ່ລະເຄືອຂ່າຍ. ຕົວຢ່າງເຊັ່ນ ເພື່ອປະຫຍັດງົບປະມານ, ແທນທີ່ຈະແລ່ນສາຍໄຍແກ້ວ ຈາກຈຸດສູນກາງເຄືອຂ່າຍ ໄປຫາແຕ່ລະອາຄານໂດຍກົງ, ວິສະວະກອນເຄືອຂ່າຍອາດຈະແລ່ນສາຍໄຍແກ້ວຂະໜາດໃຫຍ່ ທີ່ມີຈຳນວນ core ຫຼາຍ ໄປຫາຕຶກອາຄານໜຶ່ງ ແລ້ວຈຶ່ງນຳໃຊ້ສາຍໄຍແກ້ວຂະໜາດນ້ອຍ ທີ່ມີຈຳນວນ core ໜ້ອຍກວ່າ ແລ່ນອອກຈາກຕຶກອາຄານນັ້ນ ໄປຫາອາຄານທີ່ຢູ່ອ້ອມຂ້າງ.

ເຄືອຂ່າຍພາຍໃນອາຄານ

ແຕ່ລະອາຄານ ທີ່ມີການຕິດຕັ້ງລະບົບເຄືອຂ່າຍຄອມພິວເຕີພາຍໃນນັ້ນ, ຈະມີຈຸດສູນກາງຂອງເຄືອຂ່າຍພາຍໃນອາຄານຈຸດໜຶ່ງ ເປັນຈຸດເຊື່ອມຕໍ່ລວມຂອງອຸປະກອນຕ່າງໆພາຍໃນອາຄານເຂົ້າກັນ. ຈຸດສູນກາງຂອງເຄືອຂ່າຍພາຍໃນອາຄານນີ້ ຍັງເປັນຈຸດເຊື່ອມຂອງສາຍໄຍແກ້ວ ທີ່ເຊື່ອມຕໍ່ກັບຈຸດສູນກາງຂອງ Campus Network ພ້ອມ. ເຄືອຂ່າຍຄອມພິວເຕີພາຍໃນອາຄານ, ຂຶ້ນກັບຂະໜາດ ແລະ ປະລິມານອຸປະກອນໃນອາຄານນັ້ນ, ຈະມີແບ່ງອອກເປັນໜຶ່ງ ຫຼື ຫຼາຍເຄືຶອຂ່າຍຍ່ອຍພາຍໃນ, ຄຳສັບເທັກນິກທີ່ມັກໃຊ້ກັບເຄືອຂ່າຍຍ່ອຍພາຍໃນ ເອີ້ນວ່າ Local Area Network ຫຼືຂຽນຫຍໍ້ວ່າ LAN (ແລນ).

ອຸປະກອນຕ່າງໆ ເຊັ່ນເຄື່ອງຄອມພິວເຕີຕັ້ງໂຕະ (Desktop Computer), ເຄື່ອງຄອມພິວເຕີແບບພົກພາ (Laptop Computer) ແລະ ອື່ນໆ ທີ່ທ່ານມີ ຈະສາມາດນຳໃຊ້ແລກປ່ຽນຂໍ້ມູນຜ່ານເຄືອຂ່າຍ ແລະ ອິນເຕີເນັດໄດ້ນັ້ນ ຕ້ອງຖືກເຊື່ອມຕໍ່ຜ່ານລະບົບເຄືອຂ່າຍພາຍໃນ ຫຼື LAN ນັ້ນເອງ. ສາຍທີ່ນຳໃຊ້ໃນການເຊື່ອມຕໍ່ຈາກເຄື່ອງຂອງທ່ານ ໄປຍັງລະບົບເຄືອຂ່າຍ ຈະບໍ່ໄດ້ນຳໃຊ້ສາຍໄຍແກ້ວ, ແຕ່ເປັນສາຍອີກປະເພດໜຶ່ງຄືສາຍ Unshielded Twisted Pair ຂຽນຫຍໍ້ວ່າ UTP ເຊິ່ງຫຼາຍທ່ານມັກໄດ້ຍິນໂດຍທົ່ວໄປວ່າ ສາຍແລນ. ສາຍແບບນີ້ ເຖິງວ່າຈະມີຄວາມສາມາດໃນການຮັບ-ສົ່ງຂໍ້ມູນບໍ່ຫຼາຍເທົ່າສາຍໄຍແກ້ວ, ແຕ່ກໍ່ພຽງພໍສຳລັບການນຳໃຊ້ກັບອຸປະກອນຂອງບຸກຄົນໃດໜຶ່ງແລ້ວ. ທີ່ສຳຄັນ ສາຍແບບນີ້ມີລາຄາຖືກກວ່າຫຼາຍ, ງ່າຍໃນການຕິດຕັ້ງ, ອຸປະກອນທີ່ຮອງຮັບການນຳໃຊ້ກັບສາຍແບບນີ້ ກໍ່ມີຢ່າງຫຼວງຫຼາຍ, ເຮັດໃຫ້ສາຍແບບນີ້ ເປັນທີ່ນິຍົມນຳໃຊ້ ໃນລະບົບເຄືອຂ່າຍ LAN ທົ່ວໄປ. ໃນເຄືອຂ່າຍ LAN, ນອກຈາກສາຍ UTP ແລ້ວ, ຍັງມີສາຍ Shielded Twisted Pair (STP) ໃຫ້ເລືອກໃຊ້ນຳອີກ, ສາຍ STP ນີ້ ຈະສົ່ງສັນຍານໄດ້ດີກວ່າ, ແຕ່ກໍ່ຕິດຕັ້ງຍາກກວ່າ ແລະ ລາຄາແພງກວ່າ ເມື່ອທຽບກັບສາຍ UTP.

Wireless Network
all-wireless-campus
all-wireless-campus

ການເຊື່ອມຕໍ່ອຸປະກອນຕ່າງໆ ໃນລະບົບເຄືອຂ່າຍ ທີ່ກ່າວມາຂ້າງເທິງນັ້ນ ແມ່ນການເຊື່ອມຕໍ່ ໂດຍນຳໃຊ້ສາຍທັງໝົດ ບໍ່ວ່າຈະເປັນສາຍ Fiber Optic ຫຼື ສາຍ UTP ກໍ່ຕາມ ເຊິ່ງເພີ່ນມັກເອີ້ນລວມເຄືອຂ່າຍທີ່ນຳໃຊ້ສາຍເຊື່ອມຕໍ່ວ່າ Wired Network. ນອກຈາກເຄືອຂ່າຍທີ່ເປັນ Wired Network ແລ້ວ, ຍັງມີອີກເທັກໂນໂລຊີໜຶ່ງ ທີ່ຖືກນຳໃຊ້ຢ່າງກວ້າງຂວາງ ໃນລະບົບເຄືອຂ່າຍຄອມພິວເຕີຕ່າງໆ ລວມທັງມີໃຊ້ໃນເຄືອຂ່າຍ Campus Network ເຊິ່ງກໍ່ຄື Wireless Network.

Wireless Network ຫຼື ທີ່ຫຼາຍທ່ານມັກໃຊ້ຄຳວ່າເຄືອຂ່າຍໄຮ້ສາຍ ແມ່ນເຄືອຂ່າຍທີ່ໃຊ້ຄື້ນສັນຍານ ຮັບ-ສົ່ງຂໍ້ມູນລະຫວ່າງອຸປະກອນຕ່າງໆ ໂດຍບໍ່ໄດ້ເຊື່ອມຕໍ່ສາຍເຖິງກັນ. ດ້ວຍຄວາມກ້າວໜ້າຈາກການຄົ້ນຄວ້າວິໄຈ ແລະ ພັດທະນາ, ປະຈຸບັນມີອຸປະກອນທີ່ຖືກຜະລິດອອກມາຫຼາກຫຼາຍ ທີ່ຮອງຮັບການຮັບ-ສົ່ງຂໍ້ມູນແບບນີ້ ໄດ້ໄວຂຶ້ນ, ໄກຂຶ້ນ.

ໃນເຄືອຂ່າຍ Campus Network, ສາມາດນຳໃຊ້ເທັກໂນໂລຊີນີ້ ໃນການຮັບ-ສົ່ງຂໍ້ມູນລະຫວ່າງອາຄານກໍ່ໄດ້, ຫຼື ນຳໃຊ້ຮັບ-ສົ່ງຂໍ້ມູນ ລະຫວ່າງອຸປະກອນຕ່າງໆຂອງຜູ້ໃຊ້ໃນ LAN ກໍ່ໄດ້ເຊັ່ນດຽວກັນ. ໜຶ່ງໃນຄຳສັບ ທີ່ຫຼາຍທ່ານມັກໄດ້ຍິນຢູ່ເລື້ອຍໆຄືຄຳວ່າ Wi-Fi Network ຫຼືເວົ້າຫຍໍ້ວ່າ Wi-Fi (ວາຍຟາຍ). Wi-Fi ແມ່ນຕົວຢ່າງໜຶ່ງຂອງການນຳໃຊ້ Wireless Network ເຊິ່ງໝາຍເຖິງການເຊື່ອມຕໍ່ອຸປະກອນຂອງຜູ້ໃຊ້ ເຂົ້າກັບລະບົບເຄືອຂ່າຍຄອມພິວເຕີ ນັ້ນເອງ. ຫຼາຍຄົນກໍ່ເວົ້າວ່າ Wi-Fi ແມ່ນ Wireless Local Area Network (WLAN) ກໍ່ຖືກຕ້ອງເຊັ່ນດຽວກັນ. ອີກຄຳສັບໜຶ່ງ Wi-Fi Hotspot ຫຼື Hotspot ແມ່ນຈຸດທີ່ຕິດຕັ້ງເຄື່ອງຮັບ-ສົ່ງສັນຍານ Wi-Fi ທີ່ຊ່ວຍໃຫ້ອຸປະກອນຜູ້ໃຊ້ ສາມາດເຊື່ອມຕໍ່ເຄືອຂ່າຍໄດ້. ໃນປະຈຸບັນ ມີການຜະລິດອຸປະກອນແບບພົກພາ ທີ່ຮອງຮັບ Wi-Fi ຢ່າງຫຼວງຫຼາຍ ແລະ ເປັນທີ່ນິຍົມນຳໃຊ້ສູງຂຶ້ນເລື້ອຍໆ.

ອຸປະກອນເຄືອຂ່າຍ

ບໍ່ວ່າຈະເປັນ Wired Network ຫຼື Wireless Network ນອກຈາກສາຍເຊື່ອມຕໍ່ ຫຼື ຄື້ນສັນຍານແລ້ວ, ແຕ່ລະດ້ານຂອງຈຸດເຊື່ອມຕໍ່ (node) ກໍ່ຕ້ອງມີອຸປະກອນເຄືອຂ່າຍອີກດ້ວຍ. ໂດຍຂຶ້ນກັບຫຼາຍປັດໄຈໃນການອອກແບບ ແລະ ສ້າງເຄືອຂ່າຍ, ອຸປະກອນທີ່ຖືກນຳໃຊ້ແຕ່ລະຈຸດນັ້ນ ກໍ່ແມ່ນມີຫຼາກຫຼາຍ. ອຸປະກອນທີ່ຕິດຕັ້ງໃນແຕ່ລະຈຸດນັ້ນ ມີຄວາມສາມາດ ແລະ ຈຸດປະສົງແຕກຕ່າງກັນ, ຫຼື ເວົ້າອີກຢ່າງໜຶ່ງວ່າ ອຸປະກອນທີ່ຕິດຕັ້ງຢູ່ຈຸດສູນກາງຂອງເຄືອຂ່າຍ ເພື່ອບໍລິການຜູ້ໃຊ້ ຈາກຫຼາຍໆອາຄານ ຈະມີຄວາມສາມາດສູງ, ສ່ວນອຸປະກອນທີ່ຕິດຕັ້ງ ເພື່ອບໍລິຫານພາຍໃນອາຄານໃດໜຶ່ງ ຈະມີຄວາມສາມາດໜ້ອຍກວ່າ. ການເລືອກອຸປະກອນທີ່ເໝາະສົມໃນແຕ່ລະຈຸດ ຈະຊ່ວຍໃຫ້ການຮັບ-ສົ່ງຂໍ້ມູນວ່ອງໄວ ມີປະສິດທິພາບ ບໍລິຫານງານງ່າຍ ເກີດຄວາມຄຸ້ມຄ່າສູງສຸດ ບໍ່ສິ້ນເປືອງງົບປະມານ.

ໃນເຄືອຂ່າຍຂະໜາດໃຫຍ່ເຊັ່ນ Campus Network ຂອງ ມຊ ນີ້, ຈະມີຈຳນວນອຸປະກອນຂອງຜູ້ໃຊ້ເປັນຈຳນວນຫຼວງຫຼາຍເຊື່ອມຕໍ່ພ້ອມໆກັນ, ດັ່ງນັ້ນ ອຸປະກອນເຄືອຂ່າຍທີ່ຖືກນຳໃຊ້ ໃນການສ້າງເປັນເຄືອຂ່າຍໃຫຍ່ນີ້ ນອກຈາກຈະມີຄວາມສາມາດສູງພໍແລ້ວ, ຍັງຕ້ອງມີຈຳນວນຫຼາຍເຊັ່ນດຽວກັນ ເພື່ອເຮັດໃຫ້ສາມາດຮອງຮັບປະລິມານຄວາມຕ້ອງການ ການໃຊ້ທີ່ສູງ.

Core and Edge Network

ໃນການອອກແບບ ແລະ ສ້າງເຄືອຂ່າຍໃຫຍ່ເຊັ່ນ Campus Network ນີ້, ວິສະວະກອນມັກຈະແຍກສ່ວນຂອງເຄືອຂ່າຍເປັນຫຼາຍສ່ວນ ເພື່ອງ່າຍໃນການກຳນົດອຸປະກອນທີ່ຈະຕິດຕັ້ງ. ໃນ Campus Network, ເພີ່ນມັກແຍກເຄືອຂ່າຍອອກເປັນ 2 ສ່ວນຄື: Core Network ແລະ Edge Network.

Cisco Routers
Cisco Routers

Core Network ແມ່ນສ່ວນຫຼັກຂອງລະບົບເຄືອຂ່າຍ, ໃນກໍລະນີຂອງ Campus Network ມຊ ນີ້, ອາດນັບຕັ້ງແຕ່ຈຸດສູນກາງຂອງເຄືອຂ່າຍ, Fiber Optic Plant ໄປຈົນຮອດຈຸດເຊື່ອມເຂົ້າເຄືອຂ່າຍພາຍໃນຂອງແຕ່ລະອາຄານ. ເຄືອຂ່າຍສ່ວນນີ້ ຈະນຳໃຊ້ອຸປະກອນທີ່ມີຄວາມສາມາດຮັບ-ສົ່ງຂໍ້ມູນສູງ, ມັກຈະປະກອບດ້ວຍອຸປະກອນ Router (ຣາວເຕີ), ສະຖານທີ່ຕິດຕັ້ງກໍ່ຕ້ອງການບ່ອນທີ່ມີສະເຖຍລະພາບສູງ ທັງທາງດ້ານລະບົບໄຟຟ້າ, ແອເຢັນ, ຄວາມປອດໄພ ແລະ ອື່ນໆ. Core Network ຈະບໍ່ແມ່ນຈຸດທີ່ໃຫ້ບໍລິການເຊື່ອມຕໍ່ກັບຜູ້ໃຊ້ໂດຍກົງ.

Edge Network ແມ່ນສ່ວນຂອງລະບົບເຄືອຂ່າຍ ທີ່ໃຊ້ເພື່ອຮອງຮັບການເຊື່ອມຕໍ່ຂອງຜູ້ໃຊ້ໃນລະບົບ. ເຄືອຂ່າຍສ່ວນນີ້ ສ່ວນຫຼາຍກໍ່ແມ່ນເຄືອຂ່າຍພາຍໃນຂອງແຕ່ລະອາຄານ ຫຼື ອາດຈະເປັນ Wi-Fi ທີ່ບໍລິການກັບຜູ້ໃຊ້ ໃນທີ່ສາທະລະນະຂອງວິທະຍາເຂດເຊັ່ນ: ຫ້ອງປະຊຸມໃຫຍ່, ເດີ່ນກິລາ ເປັນຕົ້ນ. ເຄືອຂ່າຍສ່ວນນີ້ ມັກປະກອບດ້ວຍອຸປະກອນ Switch (ສະວິສ). ໃນອາຄານທີ່ມີການຕິດຕັ້ງ Switch ຫຼາຍ, ວິສະວະກອນເຄືອຂ່າຍ ມັກຕິດຕັ້ງ Aggregation Switch (ສະວິສ ທີ່ໃຊ້ເຊືຶ່ອມຕໍ່ກັບສະວິສດ້ວຍກັນ) ຢູ່ໃກ້ຈຸດທາງເຂົ້າເຄືອຂ່າຍພາຍໃນຕຶກ ແລະ ມັກຕິດຕັ້ງ Access Switch (ສະວິສ ທີ່ເປັນໂຕເຊື່ອມຕໍ່ກັບອຸປະກອນຂອງຜູ້ໃຊ້) ຢູ່ໃກ້ກັບອຸປະກອນຂອງຜູ້ໃຊ້ຫຼາຍທີ່ສຸດ ເຊັ່ນ: ຕິດຕັ້ງ Access Switch ໃສ່ຊັ້ນລະໜຶ່ງເຄື່ອງເປັນຕົ້ນ.

ສະຫຼຸບ

ບົດຄວາມນີ້ ໄດ້ອະທິບາຍກ່ຽວກັບ Campus Network ແລະ ສ່ວນປະກອບຕ່າງໆທີ່ກ່ຽວຂ້ອງ. ເຄືອຂ່າຍຄອມພິວເຕີພາຍໃນວິທະຍາເຂດນີ້ ມີການນຳໃຊ້ສາຍສົ່ງ ແລະ ອຸປະກອນຫຼາຍແບບ ທັງການນຳໃຊ້ເທັກໂນໂລຊີຮັບ-ສົ່ງຂໍ້ມູນ ແບບມີສາຍ ແລະ ບໍ່ມີສາຍ ຈະສາມາດເຮັດໃຫ້ອຸປະກອນຂອງຜູ້ໃຊ້ ທີ່ເຊື່ອມຕໍ່ໃນອາຄານຕ່າງໆ ພາຍໃນວິທະຍາເຂດ ເຮັດວຽກຮ່ວມກັນຢ່າງມີປະສິດທິພາບ. ຫວັງຢ່າງຍິ່ງວ່າ ບົດຄວາມນີ້ ຈະຊ່ວຍໃຫ້ຄວາມກະຈ່າງແຈ້ງກ່ຽວກັບເຄືອຂ່າຍຄອມພິວເຕີໃນວິທະຍາເຂດ ບໍ່ຫຼາຍກໍ່ໜ້ອຍ. ຖ້າທ່ານພົບເຫັນຂໍ້ຜິດພາດ, ຫຼືຕ້ອງການເສີມຈຸດໃດໃນບົດຄວາມນີ້ ສາມາດແລກປ່ຽນຜ່ານທາງຄອມເມັນຂອງເວັບໄຊສູນໄອທີ ຫຼື ຜ່ານຊ່ອງທາງເຄືອຂ່າຍສັງຄົມອອນລາຍກໍ່ໄດ້. ພົບກັນໃໝ່ໃນບົດຄວາມພາກໃໝ່ ໃນຄັ້ງຕໍ່ໄປ.

ACU (ASEAN Cyber University) ມະຫາວິທະຍາໄລໄຊເບີ້ແຫ່ງອາຊຽນ

ຟັງຕາມຊື່ທ່ານກໍຄົງເຂົ້າໃຈແລ້ວ. ມັນແມ່ນໂຄງການ ການສ້າງມະຫາວິທະຍາໄລອາຊຽນ ທີ່ຮຽນກັນໂດຍ ຜ່ານລະບົບອິນເຕີເນັດ. ທ່ານອາດຈະຕັ້ງຄຳຖາມຂື້ນມາແລ້ວ, ມັນຈະໄດ້ບໍ່ ອິນເຕີເນັດກໍຊ້າໆ, ແຕ່ຄວາມ ຈິງມັນບໍ່ແມ່ນບັນຫາແຕ່ທາງດ້ານເທັກໂນໂລຊີການສື່ສານເທົ່ານັ້ນ, ບັນຫານີ້ບໍ່ເວົ້າເທື່ອ ເຮົາຂ້າມໄປກ່ອນ. ບົດຄວາມນີ້ ເຮົາໄປເວົ້າ ຄວາມເປັນມາ ແລະຄວາມໝາຍທົ່ວໄປຂອງຄຳວ່າ ACU.

ໂດຍຕອບສະໜອງຕາມ AUN (ASEAN University Network), ເລີ່ມແຕ່ປີ 2011  ລັດຖະບານ ສ.ເກົາຫຼີ ໄດ້ໃຫ້ການສະໜັບ ສະໜູນການເງິນ ການເຄື່ອນໄຫວຂອງໂຄງການ, ໂດຍເບື່ອງຕົ້ນ ແມ່ນໃຫ້ມີການສ້າງ ຄວາມເຂັ້ມ ແຂງໃຫ້ກັບມະຫາວິທະຍາໄລທີ່ເປັນຕົວແທນຈາກ CLMV (Cambodia, Laos, Myanmar  ແລະ Vietnam). ໃນການສ້າງຄວາມເຂັ້ມແຂງນີ້ …

ຫົວປະເທດຂື້ນແບບບໍ່ຄາດຄຶດ

ມື້ໜຶ່ງເຮົາໃຊ້ເຄື່ອງມືອີເລັກໂຕຣນິກຫຼາຍປານໃດ, ເສຍຄ່າສັນຍານ ຫຼືເວົ້າງ່າຍໆວ່າຄ່າອິນເຕີເນັດຫຼາຍປານໃດ,…. ເຫັນບໍ່ວ່າມັນສຳຄັນ. ຖ້າເຮົາຍຸດໃຊ້ມັນ ກໍບໍ່ຕ່າງຫຍັງກັບສ່ວນໜຶ່ງຂອງຊີວິດເຮົາຂາດຫາຍໄປ,  ເຮົາຈະເຊົາມັນກໍເປັນໄປບໍ່ໄດ້. ອັນນີ້ ແມ່ນຄວາມຈຳເປັນໃນລະດັບບຸຄົນເທົ່ານັ້ນ. ຄັນຊັ້ນ ໃນລະດັບອົງກອນ ຕະຫຼອດເຖິງລະດັບປະເທດເດ້  ໂດຍສະເພາະໃນຍຸກການຮ່ວມມືພາກພື້ນແລະສາກົນແລ້ວ, ຢາກຫຼືບໍ່ຢາກປະເທດເລັກປະເທດນ້ອຍ ທີ່ລາຍໄດ້ຂອງປະເທດກໍຕ່ຳຢູ່ແລ້ວຈະຕ້ອງໄດ້ເຮັດຕາມໂດຍປະລິຍາຍ, ຄ່າໃຊ້ຈ່າຍດ້ານອຸປະກອນ   ຄ່າໃຊ້ຈ່າຍດ້ານຄວາມປອດໄພທາງເທັກນິກ  ຄ່າສະມາຊິກ  ຄ່າໃຊ້ຈ່າຍໃນການອອກແບບລະບົບ  ການສ້າງ ລະບົບ ອື່ນໆທັງໝົດນັ້ນລ້ວນແຕ່ແມ່ນເງິນທັງນັ້ນ. ເວລາດຽວກັນ ຈະເຮັດໃຫ້ມັນເກີດປະສິດທິຜົນ, ກໍຕ້ອງມີຄົນ (Manpower) ທີ່ມີຄວາມຮູ້ຄວາມສາມາດ ພັດທະນາແລະຄຸ້ມຄອງມັນ. ຖ້າເຮົາບໍ່ມີຄົນ ບໍ່ມີເງິນ ເດ້,… ແມ່ນຫຍັງຈະເກີດຂື້ນ,… ແນ່ນອນຕ້ອງເພິ່ງພາຕ່າງປະເທດ. ໃຜໃຫ້ຫຍັງ  ໃຜຊ່ວຍຊ່ວຍຫຍັງ ເຮົາກໍຕ້ອງໃຊ້ຕາມລະບົບ ແລະສິ່ງທີ່ເຂົາມີໃຫ້ເທົ່ານັ້ນ. ທາງດ້ານຄົນ, ຖ້າໃຫ້ເຂົາຊ່ວຍ ເຂົາເຮັດໃຫ້ …

2017 ACU Project LMS Training Program

ໃນວັນທີ 22/9/2017 ທີ່ຜ່ານມາທາງໂຄງການ ACU ໄດ້ມີການຝຶກອົບຮົມໃນຫົວຂໍ້ 2017 ACU Project LMS Training Program ໃຫ້ແກ່ ອາຈານ ແລະ ພະນັກງານຂອງມະຫາວິທະຍາໄລແຫ່ງຊາດຢູ່ທີ່ສູນເຕັກໂນໂລຊີຂ່າວສານ ມະຫາວິທະຍາໄລແຫ່ງຊາດ. ເຊີ່ງໃຫ້ກຽດເຂົ້າຮ່ວເປັນປະທານເປີດພິທີໂດຍທ່ານ ປອ. ພອນແກ້ວ ຈັນທະມາລີ ຫົວໜ້າສູນເຕັກໂນໂລຊີຂ່າວສານ ມະຫາວິທະຍາໄລແຫ່ງຊາດ,

Read more

ສຳລັບຜູ້ທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ແມ່ນມາຈາກຫຼາຍພາສ່ວນເຊັ່ນ: ອາຈານສອນທີ່ໄດ້ພັດທະນາບົດຮຽນໃນຮູບແບບ E-learning ທີ່ຈະເປີດສອນໃນສົກຮຽນ 2017-2018 ນີ້, ອາຈານສອນທີ່ກຳລັງພັດທະນາບົດຮຽນໃນຮູບແບບ E-learning ຂອງປີ 2017, ພະນັກງານຈາກພະແນກວິຊາການ ແລະ ພະນັກງານຈາກສູນເຕັກໂນໂລຊີຂ່າວສານ. ຈຸດປະສົງຂອງງການຝຶກອົບຮົມຄັ້ງນີ້ກໍແມ່ນເພື່ອໃຫ້ອາຈານ ແລະ ພະນັກງານໄດ້ຮູ້ເຖິງການກະກຽມລົງທະບຽນໃຫ້ນັກສຶກສາ ແລະ ການເຂົ້າເຖິງລະບົບການຮຽນ-ການສອນໃນຮູບແບບ E-learning.

 

%d bloggers like this: