Workshop – Cyber Security and Linux OS Security

ສູນເທັກໂນໂລຊີຂໍ້ມູນຂ່າວສານ ຈະໄດ້ຈັດ Workshop ໃນຫົວຂໍ້ Cyber Security and Linux OS Security ພ່າຍໃຕ້ໂຄ່ງການ UPROUSEwithLEARN ແລະ Asi@Connect ໃນວັນທີ່ 22/11/2021- 24/11/2021 (1PM – 4PM)

ເຂົ້າຝຶກອົບຮົມແບບບໍ່ເສຍຄ່າໃຊ້ຈ່າຍ ທາງສູນຈະຄັດເລືອກເອົາຈຳນວນ 40 ຄົນເທົ່ານັ້ນ

ໝາຍເຫດ

  • ຜູ້ເຂົ້າຮ່ວມຕ້ອງລົງທະບຽນຕາມລິ່ງດ້ານລຸ່ມ
  • ຕ້ອງເອົາ computer laptop (8GB RAM+, 100GB free disk space)  

https://forms.gle/nucPANGSz5mk8xUB7 (ລົງທະບຽນ)

https://www.virtualbox.org/ (Download Virtualbox

Workshop – Network Security and Performance

ສູນເທັກໂນໂລຊີຂໍ້ມູນຂ່າວສານ ຈະໄດ້ຈັດ Workshop ໃນຫົວຂໍ້ Network Security and Performance ພ່າຍໃຕ້ໂຄ່ງການ UPROUSEwithLEARN ແລະ Asi@Connect ໃນວັນທີ່ 6/9/2021 – 14/6/2021 (10 AM – 14:30PM) ຜູ້ເຂົ້າຮ່ວມຕ້ອງລົງທະບຽນຕາມລິ່ງດ້ານລຸ່ມ ແລະ ຕ້ອງເອົາ computer laptop (8GB RAM+, 100GB free disk space) ແລະຕິດຕັ້ງ Virtualbox 

https://forms.gle/MHTXMLAXDhht2rnP9 (ລົງທະບຽນ)

https://www.virtualbox.org/ (ຕິດຕັ້ງ Virtualbox )

ຜູ້ປະສານງານ: ສົດໃສ ເຊັງວົງ, +856 20 22241664, Sotsay@nuol.edu.la

Read more

ມື້ທີ 01: 6/9/2021 

ເວລາ ລາຍລະອຽດ ຜູ້ນຳສະເໜີ
10:00 – 10:30 ມ ລົງທະບຽນ
10:30 – 12:15 ມ Introduce network security and associated policies with respect to NREN  (Part 1)
12:15 – 12:45 ມ ພັກທ່ຽງ
12:45 – 14:30 ມ Introduce network security and associated policies with respect to NREN  (Part 2)

ມື້ທີ 02:7/9/2021 

ເວລາ ລາຍລະອຽດ ຜູ້ນຳສະເໜີ
10:00 – 10:30 ມ ລົງທະບຽນ
10:30 – 12:15 ມ Lab on different security hardening processes for web, mail, dns etc. (Part 1)
12:15 – 12:45 ມ ພັກທ່ຽງ
12:45 – 14:30 ມ Lab on different security hardening processes for web, mail, dns etc. (Part 2)

ມື້ທີ 03:10/9/2021 

ເວລາ ລາຍລະອຽດ ຜູ້ນຳສະເໜີ
10:00 – 10:30 ມ ລົງທະບຽນ
10:30 – 12:15 ມ Lab on scanning vulnerabilities and penetration testing (Part 1)
12:15 – 12:45 ມ ພັກທ່ຽງ
12:45 – 14:30 ມ Lab on scanning vulnerabilities and penetration testing (Part 2)

ມື້ທີ 04:13/9/2021 

ເວລາ ລາຍລະອຽດ ຜູ້ນຳສະເໜີ
10:00 – 10:30 ມ ລົງທະບຽນ
10:30 – 12:15 ມ Introduction of network and performance monitoring and lab based on SNMP and Netflows (Part 1)
12:15 – 12:45 ມ ພັກທ່ຽງ
12:45 – 14:30 ມ Introduction of network and performance monitoring and lab based on SNMP and Netflows (Part 2)

ມື້ທີ 05:14/9/2021 

ເວລາ ລາຍລະອຽດ ຜູ້ນຳສະເໜີ
10:00 – 10:30 ມ ລົງທະບຽນ
10:30 – 12:15 ມ Analysing and interpreting of monitored data to identify issues in the network (Par t1)
12:15 – 12:45 ມ ພັກທ່ຽງ
12:45 – 14:30 ມ Analysing and interpreting of monitored data to identify issues in the network (Part 2)

 

ຈັດເຝິກອົບຮົມ Java ພື້ນຖານ ໃຫ້ພະນັກງານພາຍໃນ

ພະແນກພັດທະນາຊອບແວ ໄດ້ເລີ່ມດຳເນີນການເຝິກອົບຮົມພາຍໃນ ດ້ານທັກສະການຂຽນໂປແກມ Java ພື້ນຖານຂຶ້ນ ນັບແຕ່ວັນທີ 21 ກຸມພາ 2017 ທີ່ຜ່ານມາ, ໂດຍແມ່ນອາສາສະໝັກເກົາຫຼີ (KOICA) ທີ່ມາປະຈຳທີ່ສູນໄອທີ ເປັນຜູ້ເຝິກສອນ.

ການເຝີກອົບຮົມນີ້ ແມ່ນ ມີຈຸດປະສົງ ເພື່ອຍົກລະດັບຄວາມຮູ້ ທັກສະ ການພັດທະນາໂປແກມ ດ້ວຍພາສາ Java   ໃຫ້ແກ່ພະນັກງານຂອງສູນໄອທີໃຫ້ສູງຂຶ້ນ ແນໃສ່ເພື່ອຮອງຮັບໜ້າວຽກການພັດທະນາໂປແກມ ຮັບໃຊ້ວຽກງານຕ່າງໆ ຂອງມະຫາວິທະຍາໄລ ໃນອະນາຄົດ.

ຮູບແບບການເຝິກອົບຮົມ ຈະປະຕິບັດ ທັງໝົດ 22ຄັ້ງ, 2 ຄັ້ງໃນໜຶ່ງອາທິດ: ວັນອັງຄານ ແລະ ວັນພະຫັດ ເວລາ 9-11 ໂມງ ແລະ …

ສູນໄອທີ ຈັດເຝິກອົບຮົມ Campus Network

ໃນລະຫວ່າງວັນທີ 14-18 ມີນາ 2016 ທີ່ຜ່ານມາ, ສູນໄອທີ ຮ່ວມກັບ Network Startup Resource Center ຫຼື ຕົວຫຍໍ້ວ່າ NSRC (https://www.nscr.org) ໄດ້ສໍາເລັດການຈັດເຝິກອົບຮົມໃນຫົວຂໍ້ Campus Network Design ຂຶ້ນ ຢູ່ທີ່ຕຶກ T ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດ, ການເຝິກອົບຮົມດັ່ງກ່າວ ໄດ້ຮັບການສະໜັບສະໜູນໂດຍໂຄງການ TEIN (http://www.teincc.org/teincc/index.do).

ເຂົ້າຮ່ວມໃນການເປີດ ແລະ ປິດການເຝິກອົບຮົມດັ່ງກ່າວ ແມ່ນທ່ານ ຮສ. ດຣ. ສາຍຂອງ ສາຍນາສິນ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ເປັນປະທານ.  ວິທະຍາກອນທີ່ມາໃຫ້ຄວາມຮູ້ແມ່ນມີທັງໝົດ …

ສຳເລັດການເຝິກອົບຮົມການນຳໃຊ້ເວັບໄຊສູນໄອທີ ໃຫ້ແກ່ພະນັກງານສູນ

ປະຈຸບັນວຽກງານທາງດ້ານເທັກໂນໂລຊີ ໄດ້ມີການຂະຍາຍຕົວຢ່າງກວ້າງຂວາງ ແລະ ທັນສະໄໝຢ່າງວ່ອງໄວໃນຂົງເຂດວຽກງານຕ່າງໆ ໂດຍສະເພາະແມ່ນຂົງເຂດວຽກງານການສຶກສາ, ການໄດ້ຮັບຂ້ມູນຂ່າວສານແມ່ນມີຫລາຍຮູບແບບ ໂດຍສະເພາະແມ່ນການຮັບຂໍ້ມູນຂ່າວສານ ຜ່ານທາງເວບໄຊຕ່າງໆ, ສະນັ້ນເພື່ອໃຫ້ວຽກງານນີ້ດຳເນີນໄປຢ່າງສະດວກ ແລະ ສາມາດສະໜອງຄວາມຕ້ອງການຂໍ້ມູນຂ່າວສານໃຫ້ແກ່ຜູ້ຊົມໃຊ້ໃນສັງຄົມ ຈຳເປັນທີ່ສຸດທີ່ພວກເຮົາຈະພັດທະນາ ແລະ ຂະຫຍາຍວຽກງານຂໍ້ມູນຂ່າວສານອອກສູ່ສາຍຕາ

Read more

ຂອງສັງຄົມດ້ວຍການນຳເທັກໂນໂລຊີເຂົ້າມາຊ່ວຍ, ຄຽງຄູ່ກັບການພັດທະນາທາງດ້ານເທັກໂນໂລຊີ ແລະ ຂໍ້ມູນຂ່າວສານນັ້ນ ຈຳເປັນທີ່ສຸດທີ່ຈະຕ້ອງພັດທະນາບຸກຄະລາກອນ ໂດຍສະເພາະແມ່ນຕ້ອງໃຫ້ພະນັກງານວິຊາການທີ່ຮັບຜິດຊອບວຽກງານດັ່ງກ່າວ ໃຫ້ມີຄວາມຮູ້ຄວາມສາມາດໃນການປະຕິບັດວຽກງານໃຫ້ມີປະສິດທິພາບສູງຂຶ້ນ ທັ້ງນີ້ກໍ່ເພື່ອເປັນການສະໜອງຂໍ້ມູນໃຫ້ແກ່ຜູ້ຊົມໃຊ້ ແລະກໍ່ຍັງເປັນການຊ່ວຍປະຫຍັດຄ່າໃຊ້ຈ່າຍ ໃນການຊອກຫາຂໍ້ມູນຂ່າວສານຈາກສັງຄົມອີກດ້ວຍ.

ແຕ່ໃນສະພາບຕົວຈິງ, ມີພະນັກງານວິຊາການຈຳນວນໜຶ່ງ ທີ່ຮັບຜິດຊອບວຽກງານດັ່ງກ່າວ ຍັງບໍ່ທັນສາມາດນຳໃຊ້ເທັກໂນໂລຊີເຂົ້າຊ່ວຍໃນການປະຕິບັດວຽກງານໄດ້ດີເທົ່າທີ່ຄວນ, ຍ້ອນເຫດຜົນນີ້ທາງ ສູນເທັກໂນໂລຊີຂ່າວສານ ຈິ່ງໄດ້ມີໂຄງການຈັດຝຶກອົບຮົມ ກ່ຽວກັບເຕັກນິກການສ້າງ ແລະ ປັບປຸງ ເວັບໄຊ, ລວມໄປເຖິງເຕັກນິກໃນການນຳໃຊ້ພວກເມົາຕິມີເດີຍຕ່າງໆ ເພື່ອມາປັບປຸງເວັບໄຊ ສູນ ໃຫ້ດີຂຶ້ນ ແລະ ເພື່ອມາໝູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງ, ໂດຍສະເພາະກໍ່ແມ່ນເພື່ອເຮັດໃຫ້ເວບໄຊ ຂອງສູນ ເປັນແຫຼ່ງຂໍ້ມູນຂ່າວສານທີ່ສົມບູນແບບທາງດ້ານການສຶກສາ ແລະ ກິດຈະກຳຕ່າງໆ ທີ່ເຜີຍແຜ່ອອກສູ່ສັງຄົມທັງພາຍໃນ ແລະ ພາຍນອກ ລວມໄປເຖິງຂໍ້ມູນທາງດ້ານເຕັກນິກວິຊາການຕ່າງໆ, ການຝຶກອົບຮົມໃນຄັ້ງນີ້ ນັກສຳມະນາກອນແມ່ນຈະໄດ້ຮຽນພາກທິດສະດີກ່ຽວກັບເວັບໄຊ ແລະ ການປັບປຸງແກ້ໄຂຕ່າງໆຈົນຈົບ ແລະ ຫລັງຈາກນັ້ນຈະລົງເລິກໃນພາກປະຕິບັດຕົວຈິງ, ທັ້ງນີ້ກໍ່ແມ່ນເພື່ອໃຫ້ນັກສຳມະນາກອນມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ສາມາດປະຕິບັດໄດ້ຢ່າງຄ່ອງແຄ້ວ.

 

ການເຝິກອົບຮົມຄັ້ງນີ້ນັກສຳມະນາກອນຈະສາມາດ

  1. ສາມາດສ້າງເວັບໄຊ໋ດ້ວຍຕົວເອງ.
  2. ສາມາດປັບປຸງ ແລະ ເພີ່ມຂໍ້ມູນຕ່າງໆລົງໃນເວັບໄຊ.
  3. ສາມາດສ້າງ ແລະ ປັບປຸງ Article ຫລັກ ຂອງເວບໄຊ.
  4. ສາມາດນຳໃຊ້ໂປຮແກຮມ Media ອື່ນໆ ເພື່ອຊ່ວຍເກັບຮູບຢູ່ໃນເວບໄຊ໊.

ເຊິ່ງຈັດຂຶ້ນໃນວັນທີ 01/10/2015 ເວລາ 14:00 ທີ່ຫ້ອງຮຽນ e-Learning ທີ່ຜ່ານມາເຫັນວ່າຫຼາຍຄົນກໍ່ສາມາດເຂົ້າໃຈແລະ ນຳໃຊ້ໄດ້ດີ.

ຫວັງວ່າການເຝິກອົບຮົມຄັ້ງນີ້ຈະຊ່ວຍໃຫ້ຫຼາຍຄົນສາມາດເອົາຂ່າວຂຶ້ນໄດ້ ແລະ ອັບເດດຂ່າວຊ່ວຍກັນຢ່າງສະໝ່ຳສະເໝີ.

ສຳເລັດການເຝິກອົບຮົມໂປຣແກຣມ Moodle ໃຫ້ແກ່ພະນັກງານຄຸອາຈານ ຂອງ ມຊ ຊຸດທີ 8

ການເຝິກອົບຮົມການນຳໃຊ້ໂປຣແກຣມ Moodle ໃຫ້ແກ່ພະນັກງານຄູອາຈານ ຂອງ ມະຫາວິທະຍາໄລແຫ່ງຊາດ ຊຸດທີ 8 ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 11-18/06/2015 ກໍ່ໄດ້ສຳເລັດເປັນທີ່ຮຽບຮ້ອຍ ໂດຍມີຄູອາຈານຈາກ 12 ຄະນະວິຊາເຂົ້າຮ່ວມລວມເປັນ 25 ທ່ານ ໃນນັ້ນ ພິທີເປີດເຝິກອົບຮົມແມ່ນທ່ານ ຮສ ດຣ ສາຍຂອງ ສາຍນະສິນ ໃຫ້ກຽດເປັນປະທານ.

ເຊິ່ງການເຝິກອົບຮົມໃນຊຸດທີ 8 ນີ້ແມ່ນມີຜົນສຳເລັດເປັນຢ່າງດີ ນັກສຳມະນາກອນທຸກທ່ານແມ່ນມີຄວາມຕັ້ງໃຈ ແລະ ພະຍາຍາມເອົາບົດສອນຂອງຕົນເອງຂຶ້ນລະບົບໃຫ້ສົມບູນທີ່ສຸດ ແຕ່ກໍ່ຍັງມີບາງທ່ານທີ່ນຳເອົາບົດສອນຂຶ້ນຍັງໜ້ອຍເກີນໄປ.

ຫວັງຢ່າງຍິ່ງວ່າພາຍຫຼັງການເຝິກອົບຮົມສຳເລັດໄປແລ້ວນັ້ນ ຈະຍັງສືບຕໍ່ເອົາບົດສອນ ແລະ ກິດຈະກຳຕ່າງໆຂຶ້ນສູ່ລະບົບໃຫ້ຄົບຖ້ວນສົມບູນທີ່ສຸດ…

%d bloggers like this: