ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ທີ່ກວມເອົາວຽກງານ Lao Youthwork platform, ພັດທະນາສື່ການຮຽນ-ການສອນອອນລາຍ, ການສ້າງສື່ອອນລາຍຕ່າງໆ ທີ່ນຳໃຊ້ ICT ເຂົ້້າມາຊ່ວຍ. ດັ່ງນັ້ນໃນຕອນເຊົ້າຂອງວັນທີ 29 ມັງກອນ 2019 ກະຊວງສຶກສາທິການ ແລະ ກິລາ ກໍຄື ກົມອາຊີວະສຶກສາໄດ້ສົ່ງທີມງານຈາກ 03 ວິທະຍາໄລໃນນະຄອນຫຼວງວຽງຈັນ ກໍຄື: ວິທະຍາໄລເຕັກນິກຊັບພະວິຊາ, ວິທະຍາໄລເຕັກນິກປາກປ່າສັກ ແລະ ວິທະຍາໄລ ເຕັກນິກ-ວິຊາຊີບມິດຕະພາບວຽງຈັນ-ຮ່າໂນ້ຍ ລວມທັງໝົດຈຳນວນ 10 ທ່ານມາຢ້ຽມຢາມຫ້ອງສະຕູດີໂອຂອງສູນໄອທີ ໂດຍມີການຕ້ອນຮັບຈາກຄະນະນຳສູນໄອທີ ມຊ ແລະ ຜູ້ບໍລິຫານໂຄງການ ACU.
ໃນໂອກາດດຽວກັນກໍໄດ້ມີການນຳສະເໜີ, ແນະນຳ ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບການພັດທະນາບົດຮຽນແບບອອນລາຍທີ່ທາງສູນໄອທີ ກໍຄືໂຄງການ ACU ທີ່ໄດ້ປະຕິບັດຜ່ານມາ ຈາກນັ້ນກໍໄດ້ນຳສະເໜີ ແລະ ສາທິດວິທີການດຳເນີນວຽກງານໂຕຈິງໃນຫ້ອງສະຕູດີໂອ
ຮູບພາບປະກອບ










