Python ພາສາຄອມພິວເຕີ ແຫ່ງປີ 2018

python-logo

Python ເປັນພາສາຄອມພິວເຕີແຫ່ງປີ 2018 ຈາກການຈັດອັນດັບຂອງເວັບໄຊ tiobe.

ໃນປີ 2018 ຜ່ານມາ, ເວັບໄຊຈັດອັນດັບພາສາຄອມພິວເຕີຊື່ດັ່ງ tiobe ເຊິ່ງເປັນຜູ້ທີ່ໄດ້ຕິດຕາມຄວາມນິຍົມການນຳໃຊ້ພາສາຄອມພິວເຕີຂອງໂປແກຼມເມີທົ່ວໂລກ ໄດ້ປະກາດໃຫ້ພາສາ python ເປັນພາສາທີ່ໄດ້ຮັບຄວາມນິຍົມເພີ່ມຂຶ້ນສູງສຸດເປັນອັນດັບໜຶ່ງ. ຈາກຂໍ້ມູນໃນເວັບໄຊ ໃນໄລຍະ 12 ເດືອນຜ່ານມາ, ພາສາດັ່ງກ່າວ ມີຄວາມນິຍົມນຳໃຊ້ ເພີ່ມຂຶ້ນ 3.62%, ຕິດຕາມມາດ້ວຍພາສາ Visual Basic .NET ແລະ Java ເຊິ່ງມີຄວາມນິຍົມເພີ່ມຂຶ້ນ 3.20% ແລະ 2.69% ຕາມລຳດັບ. ຈາກຄວາມນິຍົມທີ່ເພີ່ມຂຶ້ນດັ່ງກ່າວ ເຮັດໃຫ້ພາສາ python ນີ້ ກ້າວຂຶ້ນຈາກພາສາຍອດນິຍົມ ອັນດັບ …

ພັດທະນາຊັອບແວ

softwareDevelopment

ບໍລິການພັດທະນາ ລະບົບໂປແກມນຳໃຊ້ ໃຫ້ພາກສ່ວນຕ່າງໆ ແມ່ນອີກໜຶ່ງບໍລິການ ທີ່ສູນໄອທີມີໃຫ້. ການສ້າງລະບົບໂປແກມ ແມ່ນສ່ວນໜຶ່ງ ເພື່ອຊ່ວຍເພີ່ມ ປະສິດທິພາບໃຫ້ການປະຕິບັດວຽກງານ ຂອງທ່ານສູງຂຶ້ນ. ສູນໄອທີມີບຸກຄະລາກອນ ທີ່ສາມາດພັດທະນາໂປແກມນຳໃຊ້ ທີ່ມີປະສົບການ ທີ່ຮັບປະກັນວ່າ ລະບົບທີ່ພັດທະນາ ໂດຍສູນໄອທີນີ້ ຈະເປັນລະບົບທີ່ຖືກກັບ ຄວາມຕ້ອງການຂອງຜູ້ໃຊ້, ມີປະສິດທິພາບສູງ, ມີຄວາມປອດໄພ ແລະ ໃຊ້ເທັກໂນໂລຊີສະໄໝໃໝ່ ທີ່ດີທີ່ສຸດສຳລັບວຽກງານຂອງທ່ານ.