ວ່າດ້ວຍເລື່ອງຄວາມເຫງົາ

ມີນັກຈິດຕະວິທະຍາ ແລະ ນັກຊ່ຽວຊານດ້ານອາລົມຫຼາຍທ່ານໃດ້ ໃຫ້ທັດສະນະວ່າ ຄວາມເຫງົາເປັນໄພຫງຽບ ທີ່ບໍ່ແມ່ນແຕ່ໜ້າທີ່ຂອງຄົນໃນຄອບຄົວໃກ້ຊິດຄ່ອຍແກ້ໄຂອາດຈະບໍ່ພຽງພໍ ແຕ່ຍ້ອນສະພາບແວດລ້ອມ ແລະ ຜົນກະທົບອ້ອມຂ້າງ ພາໃຫ້ເກີດຄວາມເຫງົາທາງສັງຄົມ ແລະ ຄວາມເຫງົາທາງອາລົມ.

Social Loneliness ແມ່ນຄວາມເຫງົາທາງສັງຄົມເຊິ່ງພົບໃດ້ທົ່ວໄປເປັນເລື່ອງຂອງອາລົມໄລຍະສັ້ນ ທີ່ມີສາຍສຳພັນ ກັບຄົນອ້ອມຂ້າງ ພົວພັນກັນ ຫຼື ຄົນໃນສັງຄວາມທີ່ບໍ່ມີຄວາມສຳພັນກໍ່ພາໃຫ້ເກີດ Social Loneliness ສ່ວນຫຼາຍແມ່ນພົບໃດ້ກັບຄົນທົ່ວໄປ ທີ່ມີຈຳນວນເພື່ອນບໍ່ຫຼາຍ, ຄົນທີ່ບໍ່ຄ່ອຍມີສັງຄົມກ້ວາງຂວາງ

Emotional Loneliness ແມ່ນຄວາມເຫງົາທາງອາລົມ ຖືເປັນພາວະຄວາມເຫງົາລະດັບກາງໄປເຖິງຮ້າຍແຮງ ແກ່ຕົນເອງ ແລະ ຄົນອ້ອມຂ້າງ ຫຼື ພາຍໃນອົງກອນ

ມີລາຍງານຈາກອົງການ WHO ວ່າຄວາມເຫງົາທາງອາລົມນັ້ນສົ່ງຜົນກະທົບໃນລະດັບຮ້າຍແຮງຕໍ່ອົງກອນ ແລະ ຄົນພາຍໃນອົງກອນ ໂດຍສ່ວນຫຼາຍແມ່ນຈະພົບໃດ້ກັບຜູ້ທີ່ມີອາຍຸສູງ …

ໂຣກທີ່ຄິດວ່າຕົນເອງບໍ່ເກັ່ງ (Imposter syndrome – ອິມໂພສເຕີ ຊິນໂດຣມ)

ບາງຄັ້ງຄວາມຮູ້ສຶກທີ່ໃດ້ຮັບຄຳຊົມຈາກຄົນອື່ນເປັນສິ່ງທີ່ບໍ່ປາດຖະໜາ ບາງທີ່ຫລາຍຄັ້ງເກີດອາການຫງຸດຫງິດ ເພາະພາຍໃນໃຈ ນັ້ນຄິດຢູ່ຕະຫຼອດເວລາວ່າສິ່ງທີ່ເຮັດໄປນັ້ນຍັງດີບໍ່ພໍ

ມີບາງທິດສະດີວ່າ ໂຣກນີ້ສ່ວນໜຶ່ງເກີດມາຈາກພື້ນຖານຄອບຄົວທີ່ພະຍາຍາມສ້າງຄວາມຄາດຫວັງ ຫຼື ສ້າງຕົວຕົນຈຳລອງບາງຢ່າງຂື້ນມາ ຕົວຢ່າງ ພໍ່ແມ່ອາດຈະບອກກັບລູກວ່າ ລູກນີ້ພິເສດ ແລະ ສາມາດເຮັດສິ່ງຕ່າງໆໃດ້ຫຼາຍກ່ອນຄົນທົ່ວໄປ (ສິ່ງນີ້ເຫຼົ່ານີ້ອາດຈະເຮັດເດັກຄົນໜຶ່ງວາງເກນຂອງຕົນເອງຂື້ນມາ ແລະ ຕ້ອງເຮັດສຳເລັດທຸກໆຢ່າງໃຫ້ສຳເລັດ ເພາະຕົນເອງນັ້ນພິເສດ)

Read more

ການສະແດງຂອງອາການ Imposter syndrome

ຄວາມຮູ້ສຶກພາຍໃນຂອງຄົນທີ່ເປັນໂຣກນີ້ແມ່ນ ມັກບອກກັບຕົນເອງວ່າຕ້ອງປະສົບຜົນສຳເລັດຕະຫລອດເວລາ, ຊະນະຕະຫລອດເວລາ ແລະ ພະຍາຍາມຮັກສາລະດັບໄວ້

ຄວາມຮູ້ສຶກວ່າຢ້ານຄົນອື່ນຮູ້ວ່າເຮົາບໍ່ເກັ່ງ ຫລື ຮູ້ບໍ່ຫລາຍ ທັງທີ່ຄວາມຈິງອາດຈະບໍ່ແມ່ນ ເພາະຫຼາຍຄັ້ງທີ່ເຮົາເຮັດຫຍັງສຳເລັດເພື່ອຢາກໃດ້ ຫຼື ສະແດງໃຫ້ຄົນອ້ອມຂ້າງເຫັນເຖິງສັກກະຍະພາບຕະຫຼອດເວລາ ນັ້ນເປັນການແບກຮັບພາລະບາງຢ່າງທີ່ຕົນເອງສ້າງຂື້ນມາ

ບາງຄັ້ງຄວາມຮູ້ສຶກທີ່ໃດ້ຮັບຄຳຊົມຈາກຄົນອື່ນເປັນສິ່ງທີ່ບໍ່ປາດຖະໜາ ບາງທີ່ຫລາຍຄັ້ງເກີດອາການຫງຸດຫງິດ ເພາະພາຍໃນໃຈ ນັ້ນຄິດຢູ່ຕະຫຼອດເວລາວ່າສິ່ງທີ່ເຮັດໄປນັ້ນຍັງດີບໍ່ພໍ

ຄວາມຮູ້ສຶກວ່າຟຣຸກຕະຫລອດເວລາ, ເຮັດຫຍັງສຳເລັດ ແຕ່ ຍັງຮູ້ສຶກວ່າ ຍັງບໍ່ສົມບູນ

Imposter syndrome ກັບ Perfectionist ຈະມີຄວາມຕ່າງກັນເລັກນ້ອຍ Perfectionist ຄືຮູ້ສຶກໂຕວ່າສິ່ງທີ່ເຮົາເຮັດນັ້ນດີແລ້ວ ແຕ່ຍັງມີບາງຈຸດບໍ່ສົມບູນຢາກເຮັດໃຫ້ດີກ່ອນນີ້ ແລະ ຈະບໍ່ຄິດຕຳນິໃນຄວາມຮູ້ສຶກຕົນເອງ

ອິມໂຟສເຕີ ຊິນໂດຣມ ບໍ່ດີປານໃດ ຕ່າງຈາກການຖ່ອມໂຕ (ຄວາມຖ່ອມໂຕແມ່ນເຮົາຮູ້ວ່າສຳເລັດຍ້ອນຫຍັງແຕ່ເຮົາຈະບໍ່ຂີ້ໂມ້ຫລາຍ)

ສັນຍານທີ່ບົ່ງບອກວ່າເປັນ ອິມໂຟສເຕີຊິນໂດຣມ ມັກຈະຮູ້ສຶກວ່າມີບາງຢ່າງໃນໃຈເຊື່ອງໄວ້ຢ້ານຄົນອື່ນຮູ້ຄວາມຈິງ (ຄວາມຈິງທີ່ວ່າເຮົາບໍ່ເກັ່ງ ຄວາມຈິງທີ່ວ່າມີບາງຢ່າງເປັນສິ່ງຢ້ານຄົນອື່ນຮູ້ແລ້ວຈະເບິ່ງເຮົາຫຼຸດຕາມມາດຖານຂອງຕົນເອງທີ່ຕັ້ງໄວ້)

ວິທີແກ້ ຕ້ອງຍອມຮັບກ່ອນວ່າໂຕເອງເປັນໂຣກນີ້
ຄວນດີໃຈກັບຄວາມສຳເລັດຂອງຕົນເອງ
ຍອມຮັບການຍົກຍ້ອງຈາກໝູ່ ຄົນອ້ອມຂ້າງ

ສິ່ງທີ່ຫນ້າສົນໃຈຄື ໂຣກນີ້ຂ້ອນຂ້າງເປັນ ລັກສະນະ ວົງກວ້າງຂອງ Social Network ກັບຄົນຍຸກນີ້ ເພາະແວດລ້ອມອ້ອມຂ້າງເຮັດໃຫ້ເກີດການປຽບທຽບ.

ຖ້າເກີດສະສົມ ບໍ່ແກ້ໄຂ ອາດຈະເປັນແຜເລິກ ແລະ ເຮັດໃຫ້ລຸກລາມໄປຫາໂຣກອື່ນ ຫຼື ໂຣກຊຶ່ມເສົ້າ
ເຮົາຄວນປຶກສາຫມໍ

ຂໍ້ມູນຈາກ entrepreneur

Brownout ພາວະໝົດໄຟໃນການທຳງານ

Brownout ແມ່ນ ອາການໝົດໄຟໃນການທຳງານໄລຍະຍາວ Brownout ອາດຈະມີອາການຮູ້ສຶກເບື່ອໜ່າຍ ແລະ ອຶດອັດກັບກົດລະບຽບບາງຢ່າງຂອງອົງກອນ ຈົນກໍ່ໃຫ້ເກີດເປັນພາວະຖ່ອຍຫ່າງ (Disengagement) ເຮັດໃຫ້ຈົນສຸດທ້າຍເຮົາທົນບໍ່ໄຫວ ລາອອກຈາກບ່ອນເຮັດວຽກ.

ມີຂໍ້ມູນ Entrepreneur ໄດ້ລະບຸວ່າມີຜູ້ບໍລິຫານລະດັບສູງ ມີອາການ ໝົດແຮງບັນດານໃຈ (Burnout) ລາອອກຈາກອົງກອນ 5% ກົງກັນຂ້າມກັບອາການ Brownout ທີ່ມີຜູ້ລາອອກຈາກອົງກອນຫຼາຍກວ່າ 40%

ລອງກວດເບິ່ງວ່າທ່ານມີອາການ Brownout ສະແດງອອກມາບໍ່?

  1. ສົນໃຈແຕ່ເລື່ອງວຽກງານຫຼາຍເກີນໄປຈົນລືມເອົາໃຈໃສ່ຕົນເອງ (ບໍ່ກິນບໍ່ນອນເອົາແຕ່ເຮັດວຽກ)
  2. ຮູ້ສຶກວິຕົກກັງວົນ ແລະ ກົດດັນຕົວເອງຕະຫຼອດເວລາ
  3. ມີອາການເບື່ອກັບການເຂົ້າສັງຄົມ ແລະ ການລົມກັບຄົນ ຫຼື ແມ່ນແຕ່ຄົນໃກ້ໂຕເຊັ່ນ: ຄອບຄົວ ໝູ່ເພື່ອນ ແລະ ຄົນຮັກ
%d bloggers like this: