ເຄືອຂ່າຍການສຶກສາ ແລະ ຄົ້ນຄວ້າແຫ່ງຊາດ

ເຊື່ອວ່າຫຼາຍທ່ານ ຄົງຈະບໍ່ເຄີຍໄດ້ຍິນ ຫຼື ຮູ້ຈັກກັບ ເຄືອຂ່າຍການສຶກສາ ແລະ ຄົ້ນຄວ້າແຫ່ງຊາດ ເພາະວ່າ “ເຄືອຂ່າຍການສຶກສາ ແລະ ຄົ້ນຄວ້າແຫ່ງຊາດ” ຍັງບໍ່ເປັນທີ່ຮັບຮູ້ ໃນ ສ.ປ.ປ ລາວ, ມີພຽງແຕ່ຜູ້ຄົນຈຳນວນໜຶ່ງໃນບ້ານເຮົາ ທີ່ກ່ຽວຂ້ອງ ກັບວົງການການບໍລິຫານ ການສຶກສາເທົ່ານັ້ນ ທີ່ຮູ້ຈັກ ແລະ ພະຍາຍາມທີ່ຈະເຮັດໃຫ້ເກີດມີເຄືອຂ່າຍດັ່ງກ່າວ.

ນັບແຕ່ໄລຍະຕົ້ນຊຸມປີ 2000 ເປັນຕົ້ນມາ ໄດ້ມີຄວາມພະຍາຍາມຈາກທັງພາຍໃນປະເທດ ແລະ ຕ່າງປະເທດ ໃນການຊຸກຍູ້ຈັດຕັ້ງເຄືອຂ່າຍນີ້ຂຶ້ນໃນ ສ.ປ.ປ ລາວ ໂດຍປະຈຸບັນ ຜູ້ຮັບຜິດຊອບເຄືອຂ່າຍການສຶກສາ ໃນລະດັບພາກພື້ນ ແລະ ສາກົນຮັບຮູ້ ເຄືອຂ່າຍການສຶກສານີ້ ໃນຊື່ Lao Research and Education Network (LERNET) ເຊິ່ງມີຈຸດທີ່ຕັ້ງ ແລະ ປະສານງານໃນສູນເທັກໂນໂລຊີ-ຂ່າວສານ, ມະຫາວິທະຍາໄລແຫ່ງຊາດ​ (ເຖິງວ່າການຈັດຕັ້ງຢ່າງເປັນທາງການ ຍັງບໍ່ທັນເປັນທີ່ຮັບຮູ້ພາຍໃນປະເທດກໍ່ຕາມ). ໃນຂະນະທີ່ມີການຈັດຕັ້ງເຄືອຂ່າຍລັກສະນະນີ້ ເກີດຂຶ້ນໃນປະເທດຕ່າງໆ ທັງປະເທດເພື່ອນບ້ານຂອງພວກເຮົາ ແລະ ປະເທດອື່ນໆທົ່ວໂລກ.

ຫຼາຍທ່ານອາດຈະບອກວ່າ ບໍ່ຈຳເປັນຕ້ອງມີເຄືອຂ່າຍການສຶກສາຫຍັງເພີ່ມມາກໍ່ໄດ້ ເພາະສະຖາບັນຕ່າງໆ ກໍ່ມີການພົວພັນປະສານງານ ເຮັດວຽກຮ່ວມກັນຢູ່ແລ້ວ. ແຕ່ໃນບົດຄວາມນີ້ ຈະອະທິບາຍໃຫ້ເຫັນວ່າ ເຄືອຂ່າຍນີ້ແມ່ນຫຍັງ ມີພາລະບົດບາດ ແລະ ຂະບວນການບໍລິຫານແນວໃດ, ໂດຍຂຽນເປັນແບບພາບລວມ ເພື່ອໃຫ້ທ່ານໄດ້ເຂົ້າໃຈຄວາມຈຳເປັນ ໃນການມີເຄືອຂ່າຍດັ່ງກ່າວໃຫ້ດີຂຶ້ນ.

ເຄືອຂ່າຍການສຶກສາ ແລະ ຄົ້ນຄວ້າແຫ່ງຊາດແມ່ນຫຍັງ?

ເຄືອຂ່າຍການສຶກສາ ແລະ ຄົ້ນຄວ້າແຫ່ງຊາດ (ພາສາອັງກິດແມ່ນ National Research and Education Network ຂຽນຫຍໍ້ແມ່ນ NREN) ແມ່ນອົງກອນໜຶ່ງທີ່ຖືກຈັດຕັ້ງຂຶ້ນ ຈາກການຮ່ວມມືກັນ ລະຫວ່າງສະຖາບັນການສຶກສາ ແລະ ສະຖາບັນທີ່ເຮັດການຄົ້ນຄວ້າວິໄຈຕ່າງໆໃນປະເທດ ເຊື່ອມຕໍ່ລະບົບເຄືອຂ່າຍຄອມພິວເຕີຂອງຕົນເຂົ້າກັນ ໂດຍໄດ້ຮັບການສະໜັບສະໜູນ ຈາກລັດຖະບານ ຜ່ານກະຊວງທະບວງກົມຕ່າງໆທີ່ກ່ຽວຂ້ອງ. ເຄືອຂ່າຍນີ້ ມີບາງລັກສະນະທີ່ແຕກຕ່າງຈາກເຄືອຂ່າຍທົ່ວໄປເຊັ່ນ: ເປັນເຄືອຂ່າຍທີ່ມີແບນວິດສູງ (High bandwidth network), ຕອບສະໜອງໄວ (Low latency) ແລະ ເປັນເຄືອຂ່າຍເປີດ (Open network with no filtering) ເປັນຕົ້ນ. ບາງຈຸດປະສົງຂອງການມີເຄືອຂ່າຍນີ້ປະກອບດ້ວຍ:

  • ໃຊ້ໃນການຄົ້ນຄວ້າວິໄຈ ດ້ານໄອທີໃໝ່ໆທີ່ບໍ່ສາມາດເຮັດໄດ້ໃນເຄືອຂ່າຍທົ່ວໄປ, ເຊິ່ງຜົນການຄົ້ນຄວ້າຈະເອົາໄປນຳໃຊ້ກັບເຄືອຂ່າຍທົ່ວໄປໃນພາຍຫຼັງ.
  • ໃຊ້ເພື່ອແລກປ່ຽນຊັບພະຍາກອນໄອທີ, ຜົນງານການຄົ້ນຄວ້າ, ການຮຽນ-ການສອນ ແລະ ອື່ນໆ ລະຫວ່າງສະຖາບັນທັງພາຍໃນ ແລະ ຕ່າງປະເທດ
  • ສາມາດໝູນໃຊ້ໃນການບໍລິການອິນເຕີເນັດ​ (ເປັນເໝືອນ ISP ແບບສະເພາະເພື່ອສະຖາບັນການສຶກສາ) ຫຼື ບໍລິການອື່ນໆ ຕໍ່ສະຖາບັນການສຶກສາພາຍໃນປະເທດ ທີ່ເຊື່ອມຕໍ່ໃນເຄືອຂ່າຍ
  • ເປັນຈຸດປະສານ ເຊື່ອມຕໍ່ກັບເຄືອຂ່າຍການສຶກສາ ແລະ ຄົ້ນຄວ້າປະເທດອື່ນໆ ທັງໃນລະດັບພາກພື້ນ ແລະ ສາກົນ
TEIN Network 2017

ການບໍລິຫານ ແລະ ງົບປະມານ

ເຄືອຂ່າຍ NREN ນີ້ປະກອບດ້ວຍ ຫຼາຍສະຖາບັນການສຶກສາ ແລະ ຄົ້ນຄວ້າ ພາຍໃນປະເທດ ເຊິ່ງເປັນສະມາຊິກຂອງເຄືອຂ່າຍ, ມີການຈັດຕັ້ງຄະນະບໍລິຫານ (Board) ແລະ ມີສູນຄຸ້ມຄອງເຄືອຂ່າຍ (Network Operations Center – NOC). ເມື່ອສຶກສາເບິ່ງໂຄງສ້າງ ແລະ ລະບົບບໍລິຫານ NRENs ຂອງປະເທດຕ່າງໆເຫັນວ່າ ມີການຈັດຕັ້ງ ບໍລິຫານ ແຕກຕ່າງກັນໄປເຊັ່ນ: ບາງປະເທດເຄືອຂ່າຍໄດ້ຮັບການຈັດຕັ້ງ ແລະ ສະໜັບສະໜູນງົບປະມານຈາກລັດຖະບານ, ບາງປະເທດ ມີການລວມຕົວກັນຂອງສະມາຊິກ ຕັ້ງເປັນສະມາຄົມບໍ່ຫວັງຜົນກຳໄລ ແລະ ເກັບຄ່າບໍລິການໃຊ້ງານກັບສະມາຊິກ, ບາງປະເທດກໍ່ມີລັກສະນະປະສົມປະສານ ຈາກທາງລັດຖະບານ ແລະ ສະຖາບັນ, ຫຼືບາງປະເທດກໍ່ມອບໃຫ້ອົງກອນ ນິຕິບຸກຄົນ ຫຼື ຫົວໜ່ວຍທຸລະກິດທີ່ມີຄວາມສາມາດ ດຳເນີນການບໍລິຫານ. ໃນປະເທດທີ່ມີຈຳນວນສະຖາບັນການສຶກສາ ແລະ ຄົ້ນຄວ້າຫຼາຍ ອາດຈະຈັດໃຫ້ມີຫຼາຍກວ່າໜຶ່ງ NREN ໃນປະເທດຕົນເຊັ່ນໃນ ສ. ອາເມລິກາ ແລະ ການາດາເປັນຕົ້ນ, ແຕ່ສ່ວນໃຫຍ່ຈະມີພຽງ NREN ດຽວໃນປະເທດໜຶ່ງໆ. ປະເທດນ້ອຍທີ່ມີຈຳນວນສະຖາບັນການສຶກສາ ແລະ ຄົ້ນຄວ້າໜ້ອຍ ມັກຈະມອບໃຫ້ສະຖາບັນການສຶກສາ ທີ່ໃຫຍ່ກວ່າໝູ່ ເປັນຜູ້ດຳເນີນການຈັດຕັ້ງ ແລະ ບໍລິຫານເຄືອຂ່າຍດັ່ງກ່າວ. ງົບປະມານທີ່ຕ້ອງໃຊ້ໃນການບໍລິຫານຈັດການໃນເຄືອຂ່າຍ ກໍ່ແມ່ນຂຶ້ນກັບລັກສະນະໂຄງສ້າງ ການຈັດຕັ້ງຂອງ NREN ໃນປະເທດນັ້ນໆ.

NREN Ecosystem

ໃນລະບົບນິເວດຂອງເຄືອຂ່າຍການສຶກສາ ແລະ ຄົ້ນຄວ້າຂອງໂລກ (NREN Ecosystem), NREN ແມ່ນເປັນສ່ວນໜຶ່ງທີ່ຢູ່ລະຫວ່າງກາງລະຫວ່າງເຄືອຂ່າຍການສຶກສາ ແລະ ຄົ້ນຄວ້າລະດັບພາກພື້ນ (Regional Network) ແລະ ບັນດາເຄືອຂ່າຍຂອງສະຖາບັນການສຶກສາທີ່ເປັນສະມາຊິກ (Campus Network). ການເຊື່ອມຕໍ່ເຄືອຂ່າຍການສຶກສາແຫ່ງຊາດ ຂອງປະເທດຕ່າງໆໃນພາກພື້ນ ແລະ ສາກົນເຊັ່ນ: TEIN ແມ່ນໄດ້ຮັບການສະໜັບສະໜູນງົບປະມານຈາກ EU ແລະ ລັດຖະບານ ສ.ເກົາຫຼີ. NREN ຂອງແຕ່ລະປະເທດທີ່ເຊື່ອມຕໍ່ກັບເຄືອຂ່າຍການສຶກສາສາກົນນີ້ ນອກຈາກງົບປະມານທີ່ຕ້ອງໃຊ້ໃນການສ້າງ ແລະ ບຳລຸງຮັກສາເຄືອຂ່າຍພາຍໃນຂອງຕົນແລ້ວ, ຍັງຕ້ອງມີງົບປະມານຄ່າສະມາຊິກ ເພື່ອເຊື່ອມຕໍ່ກັບເຄືອຂ່າຍໃນພາກພື້ນ ແລະ ສາກົນອີກດ້ວຍ.

ສະຫຼຸບ

ເຄືອຂ່າຍການສຶກສາ ແລະ ຄົ້ນຄວ້າແຫ່ງຊາດ ແມ່ນການເຊື່ອມຕໍ່ລະບົບເຄືອຂ່າຍຄອມພິວເຕີຂອງສະຖາບັນການສຶກສາ ແລະ ຄົ້ນຄວ້າແຫ່ງຕ່າງໆ ພາຍໃນປະເທດເຂົ້າກັນ ເພື່ອຮັບໃຊ້ໃນວຽກງານການສຶກສາ ແລະ ຄົ້ນຄວ້າຮ່ວມກັນ ໂດຍມີຜູ້ບໍລິຫານ ແລະ ຄຸ້ມຄອງເຄືອຂ່າຍສະເພາະ. ໃນ ສ.ປ.ປ ລາວ NREN ທີ່ຖືກຮັບຮູ້ຈາກເຄືອຂ່າຍພາກພື້ນ ແລະ ສາກົນແມ່ນ LERNET ເຊິ່ງກຳລັງມີຄວາມພະຍາຍາມ ທີ່ຈະສ້າງຕັ້ງໃຫ້ເປັນຮູບປະທຳຂຶ້ນ ໂດຍສູນເທັກໂນໂລຊີ-ຂ່າວສານ, ມະຫາວິທະຍາໄລແຫ່ງຊາດ. ການມີເຄືອຂ່າຍດັ່ງກ່າວ ຈະເປັນພື້ນຖານສຳຄັນ ໃນການພັດທະນາການສຶກສາຂອງ ສ.ປ.ປ ລາວ ໃຫ້ກ້າວໜ້າທັນສະໄໝ ກ້າວທັນກັບການສຶກສາຂອງປະເທດຕ່າງໆໃນພາກພື້ນ ແລະ ສາກົນ.

ໃນບົດຄວາມຄັ້ງໜ້າ ຂ້າພະເຈົ້າຈະໄດ້ຂຽນເຖິງບັນຫາທີ່ ເຮັດໃຫ້ການສ້າງເຄືອຂ່າຍດັ່ງກ່າວໃນບ້ານເຮົາຍັງພົບຂໍ້ຫຍຸ້ງຍາກ ແລະ ແນວຄິດທີ່ເປັນໄປໄດ້ ໃນການສ້າງເຄືອຂ່າຍດັ່ງກ່າວ. ສິ່ງທີ່ປະກົດໃນບົດຄວາມນີ້ ແມ່ນເປັນຄວາມຄິດເຫັນສ່ວນຕົວ ບໍ່ແມ່ນທິດທາງລວມຂອງສູນເທັກໂນໂລຊີ-ຂ່າວສານ ຫຼື ມະຫາວິທະຍາໄລແຫ່ງຊາດ ແຕ່ປະການໃດ, ຂ້າພະເຈົ້າ ຍິນດີຮັບຟັງທຸກຄວາມຄິດເຫັນ, ຄຳສະເໜີ ຫຼື ຂໍ້ຕິຊົມຕ່າງໆ ເພື່ອເປັນການແລກປ່ຽນ ເຮັດໃຫ້ວຽກງານດ້ານການສຶກສາຂອງລາວ ໄດ້ຮັບການພັດທະນາໃຫ້ດີຂຶ້ນຕໍ່ໄປ ໃນອະນາຄົດ.

2 thoughts on “ເຄືອຂ່າຍການສຶກສາ ແລະ ຄົ້ນຄວ້າແຫ່ງຊາດ”

ສະແດງຄຳຄິດເຫັນ...

%d bloggers like this: