ESET Antivirus Server ບໍລິການໃໝ່ຂອງສູນໄອທີ

ເພື່ອເຮັດໃຫ້ການນຳໃຊ້ລະບົບຄອມພິວເຕີ ພາຍໃນ ມຊ ມີຄວາມປອດໄພສູງສຸດ, ສູນໄອທີ ຈຶ່ງໄດ້ສຸມໃສ່ ການຕິດຕັ້ງລະບົບປ້ອງກັນຄວາມປອດໄພ ໃນເຄື່ອງຄອມພິວເຕີຕ່າງໆ ໂດຍນຳສະເໜີລະບົບປ້ອງກັນຄວາມປອດໄພ ລະດັບໂລກ ຈາກບໍລິສັດ ESET ຫຼືທີ່ຫຼາຍທ່ານຈະຄຸ້ນເຄີຍໃນຊື່ NOD32.

Read more

ໂດຍລະບົບດັ່ງກ່າວນີ້ ຈະມີການຕິດຕັ້ງເຄື່ອງຄອມພິວເຕີແມ່ຂ່າຍ (ເຊີເວີ) ຢູ່ໃນເຄືອຂ່າຍຂອງສູນໄອທີ ມຊ ທີ່ສາມາດຮອງຮັບການ ປັບປຸງຂໍ້ມູນໃຫ້ເຄື່ອງຄອມພິວເຕີພາຍໃນເຄືອຂ່າຍພາຍໃນ ມຊ ເຖິງ 500 ໜ່ວຍ. ປະຈຸບັນລະບົບດັ່ງກ່າວ ກຳລັງຕິດຕັ້ງ ແລະ ທົດສອບທາງດ້ານເທັກນິກຢູ່ ແລະ ພ້ອມຈະໃຫ້ບໍລິການໃນມໍ່ໆນີ້.

ລາຍລະອຽດການນຳໃຊ້, ຄຸນນະສົມບັດຕ່າງໆ ຂອງລະບົບ ລວມທັງວິທີຕິດຕັ້ງລົງ ເຄື່ອງຄອມພິວເຕີຂອງທ່ານ ແມ່ນສາມາດຕິດຕາມໄດ້ ໃນເວັບໄຊສູນໄອທີ ມຊ ນີ້.

db45a8c2

ແກ້ໄຂບັນຫາໄອທີ

IT Support

ສູນໄອທີມີບໍລິການຕິດຕັ້ງ, ສ້ອມແປງ, ບຳລຸງຮັກສາ ແລະ ແກ້ບັນຫາກ່ຽວກັບຄອມພິມເຕີ ນັບແຕ່ເຄື່ອງຄອມພິວເຕີສ່ວນບຸກຄົນ ໄປຈົນຮອດລະບົບໄອທີສຳລັບອົງກອນ ໂດຍພະນັກງານທີ່ຜ່ານການເຝິກອົບຮົມ ແລະ ມີປະສົບການຍາວນານ. ເຖິງແມ່ນວ່າ ການບໍລິການປະເພດນີ້ ບໍ່ແມ່ນໜ້າທີ່ຫຼັກຂອງສູນໄອທີ, ແຕ່ດ້ວຍຄວາມຕ້ອງການ ແລະ ຄວາມເຊື່ອໝັ້ນ ຂອງພາກສ່ວນຕ່າງໆພາຍໃນ ມຊ ສູນໄອທີຈຶ່ງໄດ້ດຳເນີນການບໍລິການນີ້ ແລະ ໃນການບໍລິການນີ້ ອາດຈະມີການຮຽກເກັບຄ່າອຸປະກອນ ແລະ ຄ່າບໍລິການກໍ່ເປັນໄດ້.

%d bloggers like this: