ສູນໄອທີ ໄດ້ອັນດັບ 3 ແຂ່ງເປຕັງ 21 ປີ ມຊ

ມອບລາງວັນກິລາເປຕັງ 11 ພະຈິກ 2017

ທີມອາວຸໂສ ສູນໄອທີ ຍາດໄດ້ອັນດັບທີ 3 ໃນງານແຂ່ງຂັນເປຕັງ ສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 21 ປີ ທີ່ສະໜາມເປຕັງ ມຊ.

Read more

ປອ ພອນແກ້ວ ກຳລັງແຂ່ງຂັນເປຕັງ
ປອ ພອນແກ້ວ ກຳລັງແຂ່ງຂັນເປຕັງ

ເພື່ອເປັນການສ້າງຂະບວນການເບີກບານມ່ວນຊື່ນ ສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ທີ່ໝູນວຽນມາອີກວາລະໜຶ່ງ ເຊິ່ງປີນີ້ ແມ່ນຄົບຮອບ 21 ປີແລ້ວ, ດັ່ງນັ້ນ ທາງການນຳຂອງ ມຊ ຈຶ່ງໄດ້ຈັດການແຂ່ງຂັນກິລາເປຕັງຂຶ້ນ ໃນວັນເສົາ ວັນທີ 11 ພະຈິກ 2017 ທີ່ຜ່ານມາ ທີ່ສະໜາມກິລາເປຕັງ ມຊ ວິທະຍາເຂດດົງໂດກ ໂດຍການເປັນປະທານຂອງທ່ານ ຮສ ປອ ອຸດົມ ພອນຄຳເພັງ ຮອງອະທິການບໍດີ ມຊ ເຊິ່ງນອກຈາກຈະເປັນປະທານຈັດງານແລ້ວ, ທ່ານຍັງໄດ້ເຂົ້າຮ່ວມແຂ່ງຂັນໃນນາມທີມອາວຸໂສສຳນັກງານ ອະທິການບໍດີ ອີກດ້ວຍ.

ປີນີ້ການແຂ່ງຂັນກິລາເປຕັງຖືວ່າຄຶກຄັກ ກວ່າປີຜ່ານໆມາ ເພາະມີທຸກຄະນະວິຊາ ແລະ ຫ້ອງການຕ່າງໆອ້ອມຂ້າງສຳນັກງານອະທິການບໍດີເຂົ້າຮ່ວມລວມ 26 ທີມ. ການແຂ່ງຂັນ ໄດ້ຖືກແບ່ງອອກເປັນ 3 ປະເພດຄື ທີມອາວຸໂສ, ທີມຊາວໜຸ່ມ ແລະ ທີມສະຫະພັນແມ່ຍິງ ໂດຍແຕ່ລະທີມ ປະກອບດ້ວຍນັກກິລາ 3 ທ່ານ ຈຶ່ງຖືໄດ້ວ່າມີນັກກິລາເຂົ້າຮ່ວມຢ່າງຫຼວງຫຼາຍ. ພິເສດໃນການແຂ່ງຂັນນີ້ ຍັງມີທີມຈາກທະນາຄານຮ່ວມພັດທະນາ (Joint Development Bank ຫຼື JDB) ເຂົ້າຮ່ວມ 3 ທີມ ແລະ ປະກອບສ່ວນສະໜັບສະໜູນການຈັດງານ ເປັນມູນຄ່າ 5 ລ້ານກີບອີກດ້ວຍ.

ສູນໄອທີພວກເຮົາ ນອກຈາກປະກອບສ່ວນໃນການຈັດງານຄັ້ງນີ້ແລ້ວ, ຍັງໄດ້ສົ່ງທີມເຂົ້າຮ່ວມແຂ່ງຂັນ ທັງປະເພດທີມອາວຸໂສ ນຳໂດຍຄະນະອຳນວຍການສູນ ທ່ານ ປອ ພອນແກ້ວ ຈັນທະມາລີ ແລະ ທ່ານ ຄຳພັນ ສິດທະວົງ ແລະ ປະເພດ ທີມຍິງ ນຳໂດຍ ທ່ານ ນາງ ມະໄລພອນ ສຸລິຍະວົງ.

ຜົນການແຂ່ງຂັນທີມຍິງຂອງສູນປະກົດວ່າ ບໍ່ໄດ້ລຸ້ນ ຕົກຮອບໄປຕັ້ງແຕ່ຮອບທຳອິດ, ສ່ວນທີມອາວຸໂສ ສູນໄອທີ ຖືວ່າເປັນຕົວເຕັງໃນງານ ເພາະມີການເຝິກຊ້ອມກະກຽມເພື່ອງານນີ້ໂດຍສະເພາະ. ໜ້າເສຍດາຍ ທີ່ຕ້ອງໄປສູ້ສຶກສາຍເລືອດ ກັບເຕັງໜຶ່ງປະເພດທີມອາວຸໂສ ສຳນັກງານອະທິການບໍດີ ໃນຮອບຮອງຊະນະເລີດ ເຮັດໃຫ້ຕົກຮອບໄປຢ່າງຫວຸດຫວິດ. ແຕ່ເຖິງຢ່າງໃດກໍ່ຕາມ ໃນການຊິງອັນດັບ 3 ກັບທີມຈາກ ທະນາຄານຮ່ວມພັດທະນານັ້ນ ທີມອາວຸໂສ ສູນໄອທີ ກໍ່ເອົາຊະນະ  ເປັນລາງວັນປອບໃຈໄປ.

ຜົນການແຂ່ງຂັນທັງ 3 ປະເພດມີດັ່ງນີ້:

ປະເພດທີມສະຫະພັນແມ່ຍິງ

  1. ອັນດັບ 1: ທີມສຳນັກງານອະທິການບໍດີ
  2. ອັນດັບ 2: ທີມໂຮງຮຽນພອນສະຫວັນ
  3. ອັນດັບ 3: ທີມທະນາຄານຮ່ວມພັດທະນາ

 

ປະເພດທີມອາວຸໂສ:

  • ອັນດັບ 1: ສຳນັກງານອະທິການບໍດີ
  • ອັນດັບ 2: ຄະນະວິທະຍາສາດທຳມະຊາດ
  • ອັນດັບ 3: ສູນໄອທີ

ປະເພດທີມຊາວໜຸ່ມ:

  • ອັນດັບ 1: ຄະນະວິທະຍາສາດທຳມະຊາດ
  • ອັນດັບ 2: ສຳນັກງານອະທິການບໍດີ
  • ອັນດັບ 3: ທະນາຄານຮ່ວມພັດທະນາ ແລະ ຄະນະວິສະວະກຳສາດ (ອັນດັບ 3 ຮ່ວມ)

ການຈັດການແຂ່ງຂັນກິລາເປຕັງ ສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 21 ປີ ໄດ້ສຳເລັດລົງ ຕາມລະດັບຄາດໝາຍທີ່ວາງໄວ້. ຂໍສະແດງຄວາມຂອບໃຈມາຍັງນັກກິລາ ແລະ ຄະນະຮັບຜິດຊອບຈັດການແຂ່ງຂັນ ແລະ ຜູ້ສະໜັບສະໜູນທຸກພາກສ່ວນ.

ສະຫຼຸບບັ້ນແຂ່ງຂັນ 3 ດີ ໄລຍະ 4, ປີ 2011-15

ໃນຕອນເຊົ້າວັນທີ 22 ເມສາ 2016 ທີ່ຜ່ານມາ ຢູ່ທີ່ສະໂມສອນຊັ້ນສອງ ສຳນັກງານອະທິການບໍດີ ມຊ ໄດ້ມີພິທີສະຫລຸບ ບັ້ນແຂ່ງຂັນ 3 ດີ ໄລຍະ 4 (2011-2015) ແລະ ເປີດບັ້ນແຂ້ງຂັນ 3 ດີໄລຍະ 5 (2016-2020) ຂອງ 3 ອົງການຈັດຕັ້ງມະຫາຊົນ ສຳນັກງານອະທິການບໍດີ ມຊ ຂຶ້ນ.

ໃນງານດັ່ງກ່າວ ມີຄະນະປະທານທີ່ມາຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ ທັງຈາກຄະນະພັກຮາກຖານ ສຳນັກງານອະທິການ, ຄະນະບໍລິຫານງານສະຫະພັນແມ່ຍິງ ຮາກຖານສຳນັກງານອະທິການ, ຄະນະບໍລິຫານງານ ກຳມະບານຮາກຖານ ສຳນັກງານອະທິການ, ແລະ ຄະນະບໍລິຫານຊາວຫນຸ່ມ ຮາກຖານ …

ຮ່ວມງານປາຖະະຖາ

ຕອນບ່າຍວັນທີ 15 ມັງກອນ 2016 ໄດ້ມີພິທີປາຖະກະຖາ ບົດບາດຂອງກອງທັບປະຊາຊົນລາວ ຕໍ່ພາລະກິດສ້າງສາພັດທະນາປະເທດຊາດ ໃນຍຸກປະຈຸບັນ ຈັດໂດຍ 3 ອົງການຈັດຕັ້ງມະຫາຊົນ ມຊ ທີ່ ສະໂມສອນຊັ້ນ 2 ສຳນັກງານອະທິການບໍດີ ມຊ

ຕາມການມອບຫມາຍຂອງຜູ້ອຳນວຍການສູນໄອທີ ໄດ້ມອບໃຫ້ ສ/ຫ ອະພິສິດ ເທບພະວົງສາ ເຂົ້າຮ່ວມ.

imageimage

ກອງປະຊຸມປະກາດນາມມະຍົດ ຄຊປປລ 4 ບຸກ ຂອງຄະນະຊາວໜຸ່ມມະຫາວິທະຍາໄລແຫ່ງຊາດ

ໃນຕອນເຊົ້າຂອງວັນທີ 03 ທັນວາ 2015 ໄດ້ມີການຈັດກອງປະຊຸມປະກາດນາມມະຍົດ ຄຊປປລ 4 ບຸກ ຂອງຄະນະຊາວໜຸ່ມ ມະຫາວິທະຍາໄລແຫ່ງຊາດ ເຊິ່ງຈັດຂຶ້ນທີ່ ສະໂມສອນໃຫຍ່ຊັ້ນ I ໂດຍມີ ທ່ານ ສຈ ດຣ ສຸກກົງແສງ ໄຊຍະເລີດ, ຄະນະກຳມະການກົມການເມືອງສູນກາງພັກ, ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ,

Read more

IMG_0361

ທ່ານ ວິໄລວົງ ບຸດດາຄຳ ພ້ອມດ້ວຍເລຂາຊາວໜຸ່ມມະຫາວິທະຍາໄລແຫ່ງຊາດ, ສະມາຊິກຊາວໜຸ່ມຈາກຫ້ອງການ ແລະ ຄະນະວິຊາຕ່າງໆກໍ່ໄດ້ໃຫ້ກຽດເຂົ້າຮ່ວມ.

ນອກຈາກນີ້ ທ່ານ ວິໄລວົງ ບຸດດາຄຳກໍ່ໄດ້ໃຫ້ຄຳໂອວາດເຊິ່ງມີເນື້ອໃນໂດຍຫຍໍ້ແມ່ນໃຫ້ມີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ…

ພາຍຫຼັງທີ່ກ່າວປິດກອງປະຊຸມກໍ່ໄດ້ມີພິທີການເປີດປ້າຍ ຄຊປປລ 4 ບຸກຂອງມະຫາວິທະຍາໄລແຫ່ງຊາດທີ່ດ້ານໜ້າຂອງສະໂມສອນໃຫຍ່ ແລະ ໄດ້ມີການຕີຄ້ອງ 9 ເທື່ອເພື່ອເປີດປ້າຍຢ່າງເປັນທາງການ.

ກອງປະຊຸມດັ່ງກ່າວກໍ່ໄດ້ປິດລົງໃນເວລາ 10:00 ມ

 

 

ອອກແຮງງານລວມ 3 ອົງການຈັດຕັ້ງມະຫາຊົນຂອງສຳນັກງານອະທິການບໍດີ

ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນຄູແຫ່ງຊາດ (7 ຕຸລາ), ກອງປະຊຸມໃຫຍ່ສະຫະພັນແມ່ຍິງສູນກາງ, ກອງປະຊຸມໃຫຍ່ສະຫະພັນກໍາມະບານສູນກາງ ແລະ ກອງປະຊຸມໃຫຍ່ສະຫະພັນແມ່ຍິງ ແລະ ຊາວໝຸ່ມຮາກຖານສໍານັກງານອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ໃນວັນທີ 02/10/2015 ເວລາ 13:30

Read more

File_005

ມ ທີ່ຜ່ານມາ ໄດ້ມີການອອກແຮງງານລວມຂອງສະມາຊິກ 3 ອົງການຈັດຕັ້ງມະຫາຊົນ (ສະຫະພັນແມ່ຍິງ, ຊາວໜຸ່ມ ແລະ ກຳມະບານ) ຂອງຫ້ອງການສຳນັກງານອະທິການບໍດີ.ພະນັກງານແຕ່ລະຄົນແມ່ນມີຄວາມດຸໝັ່ນ, ຫ້າວຫັນ ແລະ ສາມັກຄີກັນເຫັນໄດ້ຈາກການປະຕິບັດຊ່ງຍກັນອະນາໄມບ່ອນຈອດລົດກ້ອງຕຶກສຳນັກງານ ແລະ ຂອບເຂດໜ້າຕຶກສຳນັກງານ ມີການປັດກວາດ ແລະ ຕັດຫຍ້າບ່ອນທີ່ມີຫຍ້າສູງຈົນສະອາດງາມຕາ.

ຮູບພາບ: ກົດເບິ່ງທີ່ນີ້

ກິດຈະກຳຊາວໜຸ່ມທີ່ຄະນະກະເສດສາດ

ເພື່ອເປັນການສ້າງຄວາມສາມັກຄີລະຫວ່າງ 2 ຊາວໜຸ່ມຮາກຖານໃຫ້ແໜ້ນແຟ້ນ, ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກ ມຊ ແລະ ສ້າງຂະບວນການຕ້ອນຮັບວັນທີ 7 ຕຸລາ ວັນຄູແຫ່ງຊາດທີ່ໝູນວຽນມາອີກວາລະໜຶ່ງ, ເຊິ່ງຈັດຂຶ້ນໃນວັນທີ 30/09/2015 ເວລາ 13:00 ທີ່ຄະນະກະເສດສາດ

Read more

ທີ່ຜ່ານມາ ເຊິ່ງໃນການໄປຄັ້ງນີ້ກໍ່ມີກິດຈະກຳການປູກຕົ້ນໄມ້, ເຕະບານມິດຕະພາບ ແລະ ເປຕັງ ເຊິ່ງໃນນັ້ນ ທາງໜ່ວຍຊາວໜຸ່ມສູນໄອທີ-ສູນສຶກສາທາງໄກກໍ່ໄດ້ເຂົ້າຮ່ວມ 3 ສະຫາຍ.

30102015 Youthunion Activity at FOA 2-1

ຜ່ານການເຮັດກິດຈະກຳຕ່າງໆຮ່ວມກັນເຫັນວ່າມີຄວາມສະໜຸກສະໜານຫຼາຍ ເຮັດໃຫ້ມີຄວາມສາມັກຄີແໜ້ນແຟ້ນຂຶ້ນ ໄດ້ພົບປະຮູ້ຈັກກັບໝູ່ໃໝ່.

%d bloggers like this: