eduroam ໜຶ່ງໃນບໍລິການດີໆຂອງເຄືອຂ່າຍ NREN

ພາຍຫຼັງຂຽນ 2 ບົດຄວາມກ່ຽວກັບເຄືອຂ່າຍຄອມພິວເຕີ LERNET ແລ້ວ, ຂ້າພະເຈົ້າຄິດວ່າຈະປ່ຽນເລື່ອງໄປຂຽນກ່ຽວກັບເລື່ອງອື່ນ ທີ່ຍັງລໍຖ້າເຂົ້າຄິວຢູ່, ແຕ່ພັດເຫັນວ່າ ຫຼາຍທ່ານຍັງບໍ່ເຫັນວ່າການສ້າງເຄືອຂ່າຍນີ້ ມັນຈະໄດ້ປະໂຫຍດຫຍັງພໍເທົ່າໃດ. ດັ່ງນັ້ນ ກໍ່ເລີຍມີຄວາມຄິດວ່າຈະຂຽນອີກຈັກບົດຄວາມໜຶ່ງທີ່ກ່ຽວກັບຜົນໄດ້ຮັບ ຈາກການສ້າງ ແລະ ເຊື່ອມຕໍ່ເຄືອຂ່າຍດັ່ງກ່າວ. ເນື່ອງຈາກວ່າປະໂຫຍດ ແລະ ຜົນໄດ້ຮັບ ຈາກການນຳໃຊ້ເຄືອຂ່າຍ LERNET ນີ້ມີຫຼາຍຢ່າງ ເຊິ່ງບໍ່ສາມາດຂຽນໃຫ້ຄົບຖ້ວນພາຍໃນບົດຄວາມດຽວໄດ້ ຂ້າພະເຈົ້າກໍ່ເລີຍເລືອກເອົາພຽງແຕ່ຕົວຢ່າງໜຶ່ງ ເຊິ່ງກໍ່ຄືບໍລິການ eduroam ເຊິ່ງເປັນບໍລິການທີ່ໄດ້ຮັບຄວາມນິຍົມຫຼາຍໃນສະຖາບັນການສຶກສາ ແລະ ຄົ້ນຄວ້າທົ່ວໂລກ ມານຳສະເໜີ. ສ່ວນຜົນໄດ້ຮັບອື່ນໆຂອງເຄືອຂ່າຍ NREN ນັ້ນ ຖ້າມີໂອກາດ ກໍ່ຈະຂຽນໃນບົດຄວາມຕໍ່ໆໄປ.

ບໍລິການ eduroam ແມ່ນຫຍັງ?

eduroam (ຂຽນຫຍໍ້ມາຈາກ education roaming) ແມ່ນບໍລິການທີ່ອະນຸຍາດໃຫ້ນັກຄົ້ນຄວ້າ, ຄູອາຈານ, ນັກສຶກສາ ເຊື່ອມຕໍ່ສັນຍານອິນເຕີເນັດຂອງເຄືອຂ່າຍສະຖາບັນສຶກສາອື່ນໆ (ສ່ວນໃຫຍ່ຜ່ານສັນຍານ Wi-Fi) ທີ່ຮ່ວມໃນໂຄງການ eduroam ທົ່ວໂລກຢ່າງງ່າຍດາຍ ແລະ ປອດໄພ. ແນວຄິດຂອງການບໍລິການນີ້ ກໍ່ເປັນລັກສະນະຄ້າຍຄືກັນກັບບໍລິການ roaming ໃນເຄືອຂ່າຍໂທລະສັບມືຖື ທີ່ອະນຸຍາດໃຫ້ຜູ້ໃຊ້ໂທລະສັບມືຖືຈາກເຄືອຂ່າຍໜຶ່ງ ໄປໃຊ້ອີກເຄືອຂ່າຍອື່ນນັ້ນລະ. ຮອດປະຈຸບັນນີ້ ມີຫຼາຍກວ່າ 70 ປະເທດ (ຕາມລິ້ງ) ທີ່ຮ່ວມໃນບໍລິການ eduroam ແລະ ກໍ່ກຳລັງມີການຂະຫຍາຍອອກໄປຫຼາຍປະເທດເພີ່ມຂຶ້ນທຸກໆປີ. ຂອບເຂດການບໍລິການ eduroam ບໍ່ພຽງແຕ່ມີໃນເຄືອຂ່າຍຂອງສະຖາບັນການສຶກສາໃນໂຄງການເທົ່ານັ້ນ, ບາງປະເທດຍັງຂະຫຍາຍຂອບເຂດໄປຍັງພື້ນທີ່ສາທາລະນະອື່ນໆອີກເຊັ່ນ ສະໜາມບິນ, ສະຖານີລົດໄຟ, ຮ້ານອາຫານ ແລະ ອື່ນໆອີກດ້ວຍ.

ເມື່ອຜູ້ໃຊ້ທີ່ເປັນນັກຄົ້ນຄວ້າ, ຄູອາຈານ, ພະນັກງານ ແລະ ນັກສຶກສາ ໃນສະຖາບັນສຶກສາທີ່ມີບໍລິການ eduroam ໄດ້ຮັບລະຫັດຜ່ານ ເພື່ອລ໊ອກອິນເຂົ້າເຖິງບໍລິການດ້ານໄອທີຕ່າງໆພາຍໃນສະຖາບັນຂອງຕົນແລ້ວ, ຜູ້ໃຊ້ເຫຼົ່ານັ້ນ ກໍ່ສາມາດນຳໃຊ້ລະຫັດຜ່ານດັ່ງກ່າວ ໃນການລະບຸຕົວຕົນ ເວລານຳໃຊ້ເຊື່ອມຕໍ່ພາຍໃນເຄືອຂ່າຍສະຖາບັນຂອງຕົນ. ຖ້າຜູ້ໃຊ້ທີ່ມີລະຫັດຜ່ານໃດໜຶ່ງ ເດີນທາງໄປເຮັດວຽກໃນສະຖາບັນສຶກສາອື່ນທີ່ມີບໍລິການ eduroam ເຊັ່ນດຽວກັນແລ້ວ, ຜູ້ໃຊ້ນັ້ນໆ ກໍ່ສາມາດນຳໃຊ້ລະຫັດຜ່ານອັນດຽວກັນນັ້ນ ເຊື່ອມຕໍ່ເຄືອຂ່າຍອິນເຕີເນັດຂອງສະຖາບັນອື່ນໄດ້ ໂດຍບໍ່ຕ້ອງມີການຕັ້ງຄ່າໃດໆໃໝ່ ໃນອຸປະກອນເຊື່ອມຕໍ່ຂອງຕົນ ເຊິ່ງລະບົບເບື້ອງຫຼັງຈະຮັບພາລະໃນການປະສານກັບເຊີເວີຂອງສະຖາບັນຕົ້ນທາງ ໃນການກວດສອບ ແລະ ອະນຸມັດໃຫ້ເຊື່ອມຕໍ່ໄດ້. ຫຼັງຈາກມີການເຊື່ອມຕໍ່ແລ້ວ, ຜູ້ໃຊ້ສາມາດເຂົ້າເຖິງອິນເຕີເນັດ, ເຂົ້າເຖິງບໍລິການຂອງສະຖາບັນສຶກສາຂອງຕົນ ແລະ ບໍລິການທີ່ຈັດໄວ້ໃຫ້ຂອງສະຖາບັນທີ່ກຳລັງໄປເຮັດວຽກຢູ່ໄດ້ເລີຍ ແລະ ທີ່ຖືກໃຈນັກຄົ້ນຄວ້າສຸດໆເຊັ່ນດຽວກັບບໍລິການອື່ນໆໃນເຄືອຂ່າຍການສຶກສາກໍ່ຄື ບໍ່ມີຄ່າໃຊ້ຈ່າຍໃດໆ ມາວຸ້ນວາຍໃຈອີກ.

ປະໂຫຍດຂອງບໍລິການ eduroam

ສະຖາບັນການສຶກສາ ແລະ ຄົ້ນຄວ້າທົ່ວໂລກ ມີແນວໂນ້ມໃນການຮ່ວມມືກັນ ແລກປ່ຽນບົດຮຽນລະຫວ່າງກັນຫຼາຍຂຶ້ນ ເພື່ອແກ້ໄຂບັນຫາຕ່າງໆຂອງໂລກ ທີ່ນັບມື້ສະຫຼັບສັບຊ້ອນຫຼາຍຂຶ້ນ ເປັນຕົ້ນບັນຫາໂລກລະບາດ, ການປ່ຽນແປງດິນຟ້າອາກາດ ແລະ ອື່ນໆເປັນຕົ້ນ. ເຊັ່ນດຽວກັນ ທີ່ນັກຄົ້ນຄວ້າວິໄຈຈາກຫຼາຍສະຖາບັນ ກໍ່ມີການເດີນທາງໄປຮ່ວມງານສຳມະນາວິຊາການ, ການເຝິກອົບຮົມ, ຄົ້ນຄວ້າວິໄຈຮ່ວມກັນ. ບາງທີມຄົ້ນຄວ້າ ອາດຈະມີນັກຄົ້ນຄວ້າທີ່ມີຄວາມຊ່ຽວຊານຈາກຫຼາກຫຼາຍສາຂາ ແລະ ມາຈາກຫຼາຍປະເທດ ທີ່ຈຳເປັນຕ້ອງໄດ້ເດີນທາງໄປໆມາໆ ເພື່ອເຮັດວຽກຮ່ວມທີມກັນໄດ້ ເຊິ່ງຈາກທີ່ກ່າວມານັ້ນ ຈະເຫັນວ່າ ບໍລິການ eduroam ນີ້ ຈະຊ່ວຍໃຫ້ການເຮັດວຽກຂອງເຂົາເຈົ້າສະດວກ, ເວລາເດີນທາງໄປຫຼາຍສະຖາບັນ ໃນຫຼາຍປະເທດ ກໍ່ບໍ່ມີຄວາມຈຳເປັນຕ້ອງໄດ້ມີຄວາມຫຍຸ້ງຍາກໃນການຊອກຖາມລະຫັດເຊື່ອມຕໍ່, ບໍ່ຈຳເປັນຕ້ອງຊື້ຊິມໂທລະສັບໃໝ່ ແລະ ອື່ນໆ.

ບໍລິການ eduroam ນີ້ມີປະໂຫຍດສຳລັບສະຖາບັນສຶກສາທີ່ໃຫ້ບໍລິການເຊັ່ນດຽວກັນ. ນອກຈາກຜູ້ໃຊ້ໃນສະຖາບັນຂອງຕົນຈະສາມາດເຊື່ອມເຖິງບໍລິການພາຍໃນຂອງສະຖາບັນສຶກສາຕົນເອງຈາກເຄືອຂ່າຍອື່ນໆແລ້ວ, ເວລາຜູ້ໃຊ້ຈາກ ສະຖາບັນອື່ນມາເຊື່ອມຕໍ່ຜ່ານເຄືອຂ່າຍຂອງຕົນນັ້ນ ຜູ້ບໍລິຫານລະບົບເຄືອຂ່າຍ ກໍ່ບໍ່ຕ້ອງວຸ້ນວາຍກັບການສ້າງລະຫັດເພື່ອແຈກໃຫ້ຜູ້ໃຊ້ສະຖາບັນອື່ນ (ທີ່ບໍ່ປອດໄພ) ຫຼື ການຕິດຕັ້ງລະບົບ Wi-Fi ແຕກຕ່າງຈາກຜູ້ໃຊ້ພາຍໃນແຕ່ຢ່າງໃດ, ສ້າງຄວາມສະດວກໃນການບໍລິຫານຄຸ້ມຄອງລະບົບເຄືອຂ່າຍ ໃຫ້ຜູ້ຮັບຜິດຊອບໄດ້ຫຼາຍຂຶ້ນ. ພ້ອມດຽວກັນນັ້ນ ຍັງສາມາດກຳນົດສິດໃນການເຂົ້າເຖິງຂໍ້ມູນ ຊັບພະຍາກອນພາຍໃນຂອງເຄືອຂ່າຍຕົນໄດ້ອີກດ້ວຍ ໂດຍຂຶ້ນກັບການຕົກລົງກັນລະຫວ່າງສະຖາບັນການສຶກສາ. ສະຖາບັນທີ່ໃຫ້ບໍລິການ eduroam ນັ້ນ ຈະມີແນວໂນ້ມໄດ້ຮັບເລືອກເປັນເຈົ້າພາບຈັດກອງປະຊຸມວິຊາການ ຫຼື ຈັດງານສຳມະນາວິຊາການຕ່າງໆໄດ້ສູງຂຶ້ນ.

ເຄືອຂ່າຍ NREN ທີ່ຮອງຮັບບໍລິການ eduroam ແລະ ບໍລິການດີໆອື່ນໆນັ້ນ ເປັນການເພີ່ມຂີດຄວາມສາມາດ ໃນການບໍລິການ ແລະ ການໃຊ້ງານຂອງເຄືອຂ່າຍພາຍໃນປະເທດຂອງຕົນໃຫ້ສູງຂຶ້ນ ເຊິ່ງຈະເປັນປະໂຫຍດໂດຍລວມຕໍ່ສະຖາບັນການສຶກສາ ທີ່ເປັນສະມາຊິກ ແລະ ບັນດາຜູ້ໃຊ້ໃນແຕ່ລະສະຖາບັນດັ່ງກ່າວດ້ວຍ.

ມ້ວນທ້າຍ

ບົດຄວາມນີ້ ໄດ້ອະທິບາຍໃຫ້ທ່ານໄດ້ເຂົ້າໃຈເຖິງບໍລິການ ແລະ ຜົນປະໂຫຍດທີ່ໄດ້ຮັບ ຈາກບໍລິການ eduroam ໃນລະບົບເຄືອຂ່າຍການສຶກສາ ແລະ ຄົ້ນຄວ້າທົ່ວໂລກ. ບໍລິການນີ້ ເປັນພຽງແຕ່ຕົວຢ່າງໜຶ່ງເທົ່ານັ້ນໃນການນຳໃຊ້, ຍັງມີອີກຫຼາຍບໍລິການທີ່ເປັນປະໂຫຍດ ຕໍ່ນັກຄົ້ນຄວ້າວິໄຈ ນັກວິຊາການ ແລະ ນັກສຶກສາ ໃນສະຖາບັນການສຶກສາ ແລະ ຄົ້ນຄວ້າທີ່ເຊື່ອມຕໍ່ໃນເຄືອຂ່າຍ. ຖ້າທ່ານສົນໃຈລາຍລະອຽດເພີ່ມເຕີມກ່ຽວກັບ eduroam ສາມາດເຂົ້າໄປອ່ານທີ່ເວັບໄຊຂອງບໍລິການນີ້ໄດ້ທີ່ www.eduroam.org

ສິ່ງທີ່ປະກົດໃນບົດຄວາມນີ້ ແມ່ນເປັນຄວາມຄິດເຫັນສ່ວນຕົວ ບໍ່ແມ່ນທິດທາງລວມຂອງສູນເທັກໂນໂລຊີ-ຂ່າວສານ ຫຼື ມະຫາວິທະຍາໄລແຫ່ງຊາດ ແຕ່ປະການໃດ, ຂ້າພະເຈົ້າ ຍິນດີຮັບຟັງທຸກຄວາມຄິດເຫັນ, ຄຳສະເໜີ ຫຼື ຂໍ້ຕິຊົມຕ່າງໆ ເພື່ອເປັນການແລກປ່ຽນ ເຮັດໃຫ້ວຽກງານດ້ານການສຶກສາຂອງລາວ ໄດ້ຮັບການພັດທະນາໃຫ້ດີຂຶ້ນຕໍ່ໄປ ໃນອະນາຄົດ.

ສະແດງຄຳຄິດເຫັນ...

%d bloggers like this: