ສູນໄອທີມີບໍລິການຕິດຕັ້ງ, ສ້ອມແປງ, ບຳລຸງຮັກສາ ແລະ ແກ້ບັນຫາກ່ຽວກັບຄອມພິມເຕີ ນັບແຕ່ເຄື່ອງຄອມພິວເຕີສ່ວນບຸກຄົນ ໄປຈົນຮອດລະບົບໄອທີສຳລັບອົງກອນ ໂດຍພະນັກງານທີ່ຜ່ານການເຝິກອົບຮົມ ແລະ ມີປະສົບການຍາວນານ. ເຖິງແມ່ນວ່າ ການບໍລິການປະເພດນີ້ ບໍ່ແມ່ນໜ້າທີ່ຫຼັກຂອງສູນໄອທີ, ແຕ່ດ້ວຍຄວາມຕ້ອງການ ແລະ ຄວາມເຊື່ອໝັ້ນ ຂອງພາກສ່ວນຕ່າງໆພາຍໃນ ມຊ ສູນໄອທີຈຶ່ງໄດ້ດຳເນີນການບໍລິການນີ້ ແລະ ໃນການບໍລິການນີ້ ອາດຈະມີການຮຽກເກັບຄ່າອຸປະກອນ ແລະ ຄ່າບໍລິການກໍ່ເປັນໄດ້.
