ໂລກເໝືອນຈິງ

ໂລກເໝືອນຈິງ ເປັນຄຳສັບພາສາລາວ ທີ່ຂ້າພະເຈົ້າເອງກໍ່ບໍ່ຄຸ້ນເຄີຍ ໃນການນຳໃຊ້ ແລະ ຫຼາຍທ່ານກໍ່ອາດຈະເປັນ ຄືກັນກັບຂ້າພະເຈົ້າ. ຄຳສັບນີ້ບໍ່ຮູ້ວ່າ ຂຽນຖືກຕ້ອງຕາມ ຫຼັກພາສາລາວຫຼືບໍ່ ເຊິ່ງໃນຄວາມໝາຍ ຂອງຂ້າພະເຈົ້າ ແມ່ນໝາຍເຖິງຄຳວ່າ Virtualization ໃນພາສາອັງກິດ. ແຕ່ຈັ່ງໃດກໍ່ຕາມ ຂ້າພະເຈົ້າຈະໃຊ້ຄຳນີ້ ໄປຕະຫຼອດໃນການ ຂຽນບົດຄວາມນີ້, ຖ້າທ່ານມີຄຳສັບອື່ນ ທີ່ຖືກຕ້ອງ ກໍ່ສາມາດໃຫ້ຄຳເຫັນ ແລກປ່ຽນກັນໄດ້.

ຄຳວ່າໂລກເໝືອນຈິງ ຕາມຄວາມເຂົ້າໃຈ ກໍ່ຄົງຈະໝາຍເຖິງສິ່ງຖືກສ້າງຂຶ້ນ ຮຽນແບບສິ່ງທີ່ມີຢູ່ແທ້ໃນທຳມະຊາດ ແຕ່ຄວາມຈິງແລ້ວ ສິ່ງທີ່ຖືກສ້າງຂຶ້ນນັ້ນທີ່ບໍ່ມີຢູ່ຈິງ. ມັນເປັນສິ່ງທີ່ເໝືອນກັບວ່າ ມັນມີຢູ່ຈິງເທົ່ານັ້ນ. ຖ້າທ່ານຫາກຢູ່ໃນວົງການໄອທີ ຫຼື ມີຄວາມຮູ້ພື້ນຖານດ້ານຄອມພິວເຕີ ຫຼື ເປັນຜູ້ຕິດຕາມຂ່າວສານດ້ານນີ້ ກໍ່ຈະໄດ້ເຫັນຄຳສັບ virtualization ທີ່ວ່າຜ່ານຕາມາ ບໍ່ຫຼາຍກໍ່ໜ້ອຍ. …