SIDA/SAREC

ໂຄງການ SIDA/SAREC ເປັນໂຄງການຊ່ວຍຫລືອລ້າຈາກປະເທດສະວີເດັນ, ເຊິ່່ງໂຄງການນີ້ແມ່ນເນັ້ນໃສ່ພັດທະນາໃນຫລາຍໆດ້ານໃຫ້ແກ່ບັນດາປະເທດທີ່ກຳລັງພັດທະນາ ໂດຍສະເພາະແມ່ນແນໃສ່ການພັດທະນາໂຄງລ່າງການສຶກສາລະບົບເຄືອຂ່າຍຕ່າງໆ, ລວມໄປເຖິງການພັດທະນາທາງດ້ານບຸກຄະລາກອນທັງໄລຍະສັ້ນ ແລະ ໄລຍະຍາວ. ເຊິ່ງໃນໄລຍະຜ່ານມາສູນໄອທີແມ່ນເປັນຈຸດໃຈກາງທີ່ໄດ້ຮັບທຶນການຊ່ວຍເຫືອດັ່ງກ່າວ ທັງນີ້ກໍ່ແມ່ນເພື່ອພັດທະນາລະບົບ ICT ຂອງມະຫາວິທະຍາໄລແຫ່ງຊາດ.