ອິນເຕີເນັດ

ວ່າດ້ວຍການບໍລິການອິນເຕີເນັດ ໃນເມື່ອກ່ອນສູນໄອທີແມ່ນມີເປີດໃຫ້ນັກສຶກສາ ແລະ ບຸກຄົນທົ່ວໄປເຂົ້າມານຳໃຊ້ອິນເຕີເນັດໂດຍເສຍຄ່າອິນເຕີເນັດເປັນຊົ່ວໂມງ ແລະ ມີການເຮັດບັດສະມາຊິກເສຍຄ່າອິນເຕີເນັດເປັນລາຍເດືອນສຳລັບທີ່ໃຊ້ອິນເຕີເນັດເປັນປະຈຳ, ແຕ່ປະຈຸບັນທາງສູນແມ່ນໄດ້ຢຸດການບໍລິການຮູບແບບດັ່ງກ່າວແລ້ວຫັນມາໃຫ້ບໍລິການ ການເຊື່ອມຕໍ່ອິນເຕີເນັດໃຫ້ບັນດາພາກສ່ວນຕ່າງໆທີ່ຂຶ້ນກັບມະຫາວິທະຍາໄລແຫ່ງຊາດກໍ່ຄືບັນດາຫ້ອງການ ແລະ ຄະນະວິຊາຕ່າງໆ, ແຕ່ກໍ່ມີພຽງບາງພາກສ່ວນເທົ່ານັ້ນທີ່ທາງເຮົາເຊື່ອມຕໍ່ເຊັ່ນ: ຕຶກສຳນັກງານອະທິການບໍດີຫຼັງໃໝ່ ແລະ ຫຼັງເກົ່າ, ຫໍສະໝຸດກາງ…

ສ່ວນພາກສ່ວນອື່ນທີ່ບໍ່ໄດ້ໃຊ້ອິນເຕີເນັດນຳເຮົາອາດເນື່ອງມາຈາກໃນເບື້ອງຕົ້ນແມ່ນບໍ່ຮູ້ວ່າທາງສູນແມ່ນມີບໍລິການເຊື່ອມຕໍ່ອິນເຕີເນັດໄປຫາພາກສ່ວນດັ່ງກ່າວ ຈຶ່ງໄດ້ໃຊ້ບໍລິການຈາກພາຍນອກເຊັ່ນ: LTC, ETL, ….

ຖ້າຫ້ອງການ ຫຼື ພາກສ່ວນໃດທີ່ຂຶ້ນກັບມະຫາວິທະຍາໄລແຫ່ງຊາດຕ້ອງການໃຊ້ອິນເຕີເນັດນຳພວກເຮົາແມ່ນສາມາດສອບຖາມເຖິງລາຍລະອຽດຂັ້ນຕອນ ແລະ ຄ່າໃຊ້ຈ່າຍໄດ້ທີ່:

ສູນເທັກໂນໂລຊີຂ່າວສານ ມະຫາວິທະຍາໄລແຫ່ງຊາດ

 ເບີໂທ: 021 740280, e-mail: itstaff@nuol.edu.la