ພາຍຫລັງທີ່ໄດ້ມີການພັດທະນາລາຍວິຊາ E-learning ມາໄດ້ໄລຍະໜຶ່ງ. ທາງມະຫາວິທະຍາໄລຄູ່ຮ່ວມພັດທະນາກໍຄື ມະຫາວິທະຍາໄລວອນກວາງ (Wonkuang Digital University) ໄດ້ມີຄວາມຫ່ວງໄຍ ແລະ ເອົາໃຈໃສ່ໃນການຕິດຕາມກ່ຽວກັບການພັດທະນາຂອງແຕ່ລະທີມງານ.
ໃນວັນທີ 20-22/6/2017 ທີ່ຜ່ານມາທີມງານຈາກມະຫາວິທະຍາໄລວອນກວາງ (Wonkuang Digital University) ໄດ້ມາຕິດຕາມ ແລະ ຮ່ວມຖ່າຍທຳບົດຮຽນພິເສດກັບທີມງານຂອງມະຫາວິທະຍາໄລແຫ່ງຊາດ. ໃນການຖ່າຍທຳບົດພິເສດຄັ້ງນີ້ ປະກອບມີ 02 ວິຊາຄື: Management Information System ແລະ General Accounting ສ່ວນວິຊາອື່ນໆແມ່ນໄດ້ມີການຖ່າຍທຳສຳເລັດກ່ອນນີ້ເປັນທີ່ຮຽບຮ້ອຍແລ້ວ.



ພາຍຫຼັງຈາກທີ່ມີການຖ່າຍທຳສຳເລັດແລ້ວທີມງານມະຫາວິທະຍາໄລວອນກວາງ (Wonkuang Digital University) ໄດ້ຮ່ວມກັບທີມງານອອກແບບສື່ການສອນ (ID) ເພື່ອປຶກສາຫາລື, ວາງແຜນ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນໃນໄລຍະຜ່ານມາ


