ສະໝັກສອບເສັງອອນລາຍ ໄວຂຶ້ນແທ້ບໍ່?

ຂະບວນການສະໝັກສອບເສັງເຂົ້າ ມຊ
ຂະບວນການສະໝັກສອບເສັງເຂົ້າ ມຊ (ກົດໃສ່ພາບ ເພື່ອເບິ່ງຮູບຂະຫຍາຍ)

[facebook_like_button]

ນັບແຕ່ມະຫາວິທະຍາໄລແຫ່ງຊາດ ໄດ້ຮັບການສ້າງຂຶ້ນເປັນຕົ້ນມາ, ແຕ່ລະປີມີຜູ້ສົນໃຈສະໝັກສອບເສັງຄັດເລືອກ ເຂົ້າເປັນນັກສຶກສາຂອງມະຫາວິທະຍາໄລແຫ່ງຊາດ ເປັນຈຳນວນຫຼວງຫຼາຍ. ແຕ່ມະຫາວິທະຍາໄລ ບໍ່ສາມາດຮັບນັກສຶກສາທັງໝົດເຂົ້າເປັນນັກສຶກສາຂອງຕົນເອງໄດ້, ຈຶ່ງຈຳເປັນຕ້ອງໄດ້ມີການສອບເສັງຄັດເລືອກເອົາ ຕາມຈຳນວນ ທີ່ໄດ້ມີການກຳນົດມາ. ການສອບເສັງຄັດເລືອກ ທີ່ມີຜູ້ສະໝັກເປັນຈຳນວນຫຼວງຫຼາຍ ມີຫຼາຍສິ່ງທີ່ຕ້ອງໄດ້ດຳເນີນການ. ນອກຈາກການອອກແບບຫົວບົດສອບເສັງ, ການປ້ອງກັນການຮົ່ວໄຫຼຂອງຫົວບົດ ແລະ ຈັດການສອບເສັງທີ່ເຄັ່ງຄັດແລ້ວນັ້ນ, ຂະບວນການໃນການຮັບສະໝັກ ກໍ່ເປັນໜ້າວຽກໃຫຍ່ອັນໜຶ່ງ ທີ່ຄະນະກຳມະການຮັບຜິດຊອບ ການສອບເສັງຕ້ອງໄດ້ມີການວາງແຜນການໃຫ້ເໝາະສົມ ເພື່ອເຮັດໃຫ້ຈັດການສອບເສັງທັນກັບເວລາ ແລະ ໄດ້ຕາມຈຸດປະສົງທີ່ວາງໄວ້.

ໃນບົດຄວາມນີ້ ຂ້າພະເຈົ້າ ຈະໄດ້ກ່າວເຖິງການອອກແບບ ຂະບວນການລົງທະບຽນສອບເສັງຄັດເລືອກເຂົ້າມະຫາວິທະຍາໄລແຫ່ງຊາດ ທີ່ຕົນເອງໄດ້ມີສ່ວນຮ່ວມ ຮັບຜິດຊອບການວິເຄາະລະບົບ ເຊິ່ງຢູ່ພາຍໃຕ້ໂຄງການພັດທະນາລະບົບຄຸ້ມຄອງມະຫາວິທະຍາໄລ (Lao University Management System – LUMS) ເຊິ່ງໃນລະບົບດັ່ງກ່າວ ໄດ້ມີການອອກແບບຂະບວນການຮັບສະໝັກສອບເສັງຄັດເລືອກນັກສຶກສາໃໝ່ ເຂົ້າໃນລະບົບພ້ອມ ເຊິ່ງຈະມີການເຊື່ອມໂຍງຂໍ້ມູນໄປສູ່ຂັ້ນຕອນການລົງທະບຽນເປັນນັກສຶກສາຕໍ່ໄປ. ລະບົບ LUMS ແມ່ນໂປແກມນຳໃຊ້ ທີ່ຖືກພັດທະນາຖືກຂຶ້ນ ເພື່ອຊ່ວຍການບໍລິຫານການສຶກສາຂອງ 3 ມະຫາວິທະຍາໄລຂອງລັດ: ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສຸພານຸວົງ ແລະ ມະຫາວິທະຍາໄລຈຳປາສັກ. ຫຼາຍທ່ານ ອາດຈະມີຄວາມຄິດວ່າ ເມື່ອມີການພັດທະນາຂະບວນການໃໝ່ໂດຍນຳໃຊ້ຄອມພິວເຕີ ທີ່ອະນຸຍາດໃຫ້ຜູ້ສະໝັກ ສາມາດປ້ອນຂໍ້ມູນສະໝັກແບບອອນລາຍແລ້ວ, ຈະຊ່ວຍໃຫ້ຫຼຸດຂັ້ນຕອນ ແລະ ໄລຍະເວລາສັ້ນລົງໄດ້. ແຕ່ຄວາມເປັນຈິງແລ້ວ ມັນມີຫຼາຍປັດໃຈ ທີ່ຕ້ອງໄດ້ພິຈາລະນາ ເຊິ່ງຈະໄດ້ມີການໄຈ້ແຍກໃຫ້ທ່ານໄດ້ເຂົ້າໃຈລາຍລະອຽດຂຶ້ນຕື່ມ ໃນລຳດັບຕໍ່ໄປ.

ກ່ອນຈະລົງເລິກກ່ຽວກັບການອອກແບບການຮັບສະໝັກແບບອອນລາຍນັ້ນ ຈະກ່າວເຖິງເງື່ອນໄຂ ທີ່ມີການກຳນົດໄວ້ກ່ອນການອອກແບບດັ່ງກ່າວ ເຊິ່ງມີເງື່ອນໄຂດັ່ງນີ້:

  • ການສະໝັກອອນລາຍ ຕ້ອງສອດຄ່ອງກັບການສະໝັກແບບທີ່ນຳໃຊ້ຢູ່ປະຈຸບັນ ເຊິ່ງແບບປະຈຸບັນ ກໍ່ຈະຍັງສືບຕໍ່ນຳໃຊ້ເປັນວິທີການຕົ້ນຕໍ.
  • ຜູ້ສະໝັກຈະຍັງຕ້ອງນຳເອກະສານປະກອບຕົວຈິງ ແລະ ຮູບຖ່າຍຜູ້ສະໝັກເຂົ້າມາພົບພະນັກງານ ເພື່ອກວດສອບ ເຖິງວ່າຂໍ້ມູນການສະໝັກ ຈະຖືກປ້ອນເຂົ້າໃນລະບົບຄອມພິວເຕີິແລ້ວກໍ່ຕາມ.
  • ຜູ້ສະໝັກ ຕ້ອງໄດ້ຊຳລະຄ່າສອບເສັງເປັນເງິນສົດ ກັບພະນັກງານການເງິນ ຂອງມະຫາວິທະຍາໄລແຫ່ງຊາດເຊັ່ນດຽວກັບຜູ້ສະໝັກທີ່ຍື່ນເອກະສານສະໝັກໂດຍກົງ, ຈະບໍ່ມີການຊຳລະດ້ວຍວິທີການອື່ນ.
  • ບ່ອນນັ່ງສອບເສັງຈະຕ້ອງຖືກເລືອກໃຫ້ຜູ້ສະໝັກ ເຊິ່ງເລືອກໂດຍພະນັກງານຮັບແບບຟອມ.
ການອອກແບບ ແລະ ຂະບວນການ

ຈາກພາບຂ້າງເທິງທ່ານຈະເຫັນຂະບວນການທັງໝົດ ຂອງການຮັບສະໝັກສອບເສັງ ເຂົ້າເປັນນັກສຶກສາ ມຊ. ແຜນຜັງດັ່ງກ່າວ ຖືກແຕ້ມຂຶ້ນ ໂດຍນຳໃຊ້ມາດຖານ BPMN (bpmn.org), ເຊິ່ງຕາມແຜນຜັງປະກອບນັ້ນ ມີຜູ້ກ່ຽວຂ້ອງຢູ່ 3 ແບບຄື: ຜູ້ສະໝັກ (applicant), ພະນັກງານຫ້ອງການວິຊາການ ມຊ (central academic officer) ແລະ ພະນັກງານຫ້ອງການການເງິນ ມຊ (central financial officer). ຜູ້ກ່ຽວຂ້ອງແຕ່ລະແບບ ແມ່ນຈະສະແດງເຮັດຂັ້ນຕອນຮັບສະໝັກ ຈະເລີ່ມຈາກມີການເປີດການ ຮັບສະໝັກສອບເສັງກ່ອນ, ຜູ້ສະໝັກຈະມີ 2 ທາງເລືອກຄື: ສະໝັກແບບປົກກະຕິ (offline) ແລະ ສະໝັກແບບ online. ຜູ້ສະໝັກຈະຕ້ອງເລືອກວິທີການສະໝັກແບບໃດແບບໜຶ່ງເທົ່ານັ້ນ, ບໍ່ສາມາດເລືອກສະໝັກແບບປະສົມກັນໄດ້. ຖ້າຜູ້ສະໝັກຄົນດຽວ ຫາກສະໝັກທັງ 2 ແບບ ຈະຖືວ່າເປັນຄົນລະຄົນກັນ ແລະ ຈະມີການຕັດສິດ ເມື່ອມີການກວດພົບພາຍຫຼັງ.

ການສະໝັກແບບທຳອິດ ແມ່ນການສະໝັກແບບປົກກະຕິ (ສະແດງຢູ່ພາຍໃນເສັ້ນຂອບ ຕາມຮູບ), ຜູ້ສະໝັກ ຕ້ອງໄດ້

ສະໝັກສອບເສັງ offline
ສະໝັກສອບເສັງ offline

ຊື້ແບບຟອມສະໝັກກັບພະນັກງານຫ້ອງການວິຊາການ, ຈ່າຍຄ່າສະໝັກສອບເສັງກັບພະນັກງານຫ້ອງການການເງິນ, ປະກອບແບບຟອມຕ່າງໆ ລວມທັງໃບເຂົ້າຫ້ອງເສັງຕ້ອງຕິດຮູບ ແລະ ປະກອບເອກະສານຈຳເປັນ ແລ້ວຍື່ນໃຫ້ພະນັກງານຫ້ອງການວິຊາການ ທີ່ຮັບແບບຟອມກວດສອບ. ຖ້າພະນັກງານເຫັນວ່າເອກະສານຂອງຜູ້ສະໝັກນັ້ນຄົບຖ້ວນ ແມ່ນຈະມີການເລືອກບ່ອນນັ່ງ ສອບເສັງ (ເປັນລະຫັດບັດເຂົ້າຫ້ອງເສັງ) ແລະ ຂຽນເລກທີ່ໃສ່ໃບເຂົ້າຫ້ອງເສັງ ເພື່ອໃຫ້ຜູ້ສະໝັກນຳຕິດໂຕຢືນຢັນ ເວລາເຂົ້າຫ້ອງສອບເສັງ. ຂໍ້ມູນຕ່າງໆທີ່ບັນທຶກນັ້ນ ຈະໄດ້ມີການສົ່ງໃຫ້ພະນັກງານທີ່ຮັບຜິດຊອບປ້ອນຂໍ້ມູນເຂົ້າລະບົບຄອມພິວເຕີ ເປັນການສິ້ນສຸດຂະບວນການສະໝັກ ຂອງຜູ້ສະໝັກແບບປົກກະຕິນີ້. ສຳລັບລາຍການບ່ອນນັ່ງ ຫຼື ເລກທີບັດທີ່ພະນັກງານເລືອກໃຫ້ຜູ້ສະໝັກນັ້ນ ຕ້ອງໄດ້ມີການກະກຽມ ແລະ ພິມເປັນເຈ້ຍອອກມາກ່ອນ ເພື່ອໃຫ້ຜູ້ຮັບແບບຟອມ ສາມາດຂຽນລາຍຊື່ຜູ້ສະໝັກໃສ່ ເວລາມີການຍື່ນແບບຟອມສະໝັກເຂົ້າມາ. ລາຍການບ່ອນນັ່ງນີ້ ແມ່ນຈະກຽມໄດ້ຈາກລະບົບໂປແກມ LUMS ໂດຍມີການກຳນົດຫ້ອງສອບເສັງໃດ ທີ່ຈະຮອງຮັບກັບ ການເລືອກເລກບັດແບບນີ້ ແລະ ຫ້ອງໃດທີ່ຈະໃຊ້ສຳລັບຜູ້ສະໝັກແບບອອນລາຍ ທັງນີ້ກໍ່ເພື່ອຫຼີກລ້ຽງການກຳນົດເລກບັດຊໍ້າກັນລະຫວ່າງແບບ online ແລະ offline ນັ້ນເອງ.

ແບບທີສອງ ແມ່ນການສະໝັກແບບອອນລາຍ, ຜູ້ສະໝັກຕ້ອງປ້ອນຂໍ້ມູນການສະໝັກຂອງຕົນ ດ້ວຍເຄື່ອງຄອມພິວເຕີ ຫຼື ອຸປະກອນອື່ນໆ ທີ່ມີການເຊື່ອມຕໍ່ກັບເຊີເວີຂອງມະຫາວິທະຍາໄລ (ຜ່ານລະບົບອິນເຕີເນັດ). ຂໍ້ມູນທີ່ປ້ອນຈະຖືກບັນທຶກໃນລະບົບຄອມພິວເຕີ ເຊິ່ງຜູ້ສະໝັກສາມາດເຂົ້າດັດແກ້ຂໍ້ມູນທີ່ໄດ້ປ້ອນກ່ອນແລ້ວໄດ້ ໂດຍນຳໃຊ້ລະຫັດຂອງຜູ້ສະໝັກ. ລະຫັດຂອງຜູ້ສະໝັກຈະເປັນເລກລະຫັດທີ່ສ້າງໃຫ້ຜູ້ສະໝັກ ທີ່ມີການປ້ອນຂໍ້ມູນໃໝ່ເຂົ້າໃນລະບົບ, ຜູ້ສະໝັກ ຕ້ອງໄດ້ຈື່ເລກດັ່ງກ່າວໄວ້ ເພື່ອໃຊ້ໃນການເຂົ້າແປງຂໍ້ມູນເກົ່າ.

ຖ້າຜູ້ສະໝັກພໍໃຈກັບຂໍ້ມູນໃບສະໝັກຂອງຕົນແລ້ວ, ຜູ້ສະໝັກຕ້ອງພິມໃບສະໝັກ ແລະ ບັດເຂົ້າຫ້ອງເສັງອອກຈາກລະບົບ (ຈະໄດ້ຟອມແບບດຽວກັບການຊື້ຂອງຜູ້ສະໝັກແບບປົກກະຕິ). ຕິດຮູບເຂົ້າໃສ່ບັດເຂົ້າຫ້ອງເສັງ ແລ້ວເຂົ້າມາຊຳລະເງິນຄ່າສະໝັກ ພ້ອມທັງຍື່ນເອກະສານຕ່າງໆ ລວມທັງເອກະສານປະກອບທີ່ຕ້ອງການ ໃຫ້ກັບພະນັກງານຮັບແບບຟອມ (ແບບອອນລາຍ) ທີ່ບ່ອນຮັບແບບຟອມທີ່ມະຫາວິທະຍາໄລຈັດໄວ້.

ພະນັກງານທີ່ຮັບແບບຟອມ ຈະຕ້ອງກວດສອບແບບຟອມທີ່ໄດ້ຮັບ ລວມທັງກວດສອບຂໍ້ມູນທີ່ປ້ອນເຂົ້າລະບົບ ວ່າມີຄວາມຖືກຕ້ອງຄົບຖ້ວນບໍ່, ຜ່ານເງື່ອນໄຂເຂົ້າສອບເສັງໄດ້ບໍ. ຖ້າຜ່ານການກວດສອບແລ້ວ, ຜູ້ຮັບແບບຟອມ ຕ້ອງໄດ້ເລືອກເລກບັດບ່ອນນັ່ງເສັງ ໃຫ້ຜູ້ສະໝັກ ໂດຍເລືອກຈາກໃນໂປແກມ LUMS ເລີຍ ແລ້ວຂຽນເລກທີ່ເລືອກໃສ່ໃບເຂົ້າຫ້ອງເສັງ ແລະ ສົ່ງໃບເຂົ້າຫ້ອງເສັງນັ້ນໃຫ້ຜູ້ສະໝັກ ກໍ່ຖືວ່າສຳເລັດຂະບວນການສະໝັກແບບອອນລາຍ.

ຂໍ້ສັງເກດ
  • ບໍ່ວ່າຜູ້ສະໝັກຈະເລືອກໃຊ້ວິທີສະໝັກໃດ ກໍ່ຈະຕ້ອງໄດ້ເຂົ້າຍື່ນເອກະສານ ແລະ ຊຳລະຄ່າສອບເສັງໂດຍກົງຄືເກົ່າ. ຂັ້ນຕອນນີ້ ອາດຈະເຮັດໃຫ້ເກີດການອັ່ງອໍຂອງຜູ້ສະໝັກ ຈາກທັງ 2 ແບບໄດ້.
  • ຖ້າມະຫາວິທະຍາໄລ ເລືອກໃຫ້ມີການສະໝັກສອບເສັງທັງສອງຮູບແບບພ້ອມກັນ ຈະຕ້ອງນຳໃຊ້ພະນັກງານຫຼາຍຂຶ້ນ ທັງນີ້ກໍ່ຍ້ອນວ່າ ຈະຕ້ອງມີພະນັກງານຮັບແບບຟອມແຕ່ລະຮູບແບບການສະໝັກ ເພື່ອບໍ່ໃຫ້ເກີດຄວາມສັບສົນ.
  • ຮູບຜູ້ສະໝັກທີ່ຕິດສະແດງໃນບັດເຂົ້າຫ້ອງເສັງນັ້ນ ເປັນພຽງຕົວເລືອກໃນການປ້ອນຂໍ້ມູນແບບອອນລາຍ ຜູ້ສະໝັກສາມາດເລືອກຮູບໃສ່ຫຼືບໍ່ກໍ່ໄດ້, ແລະ ໃນການພິມບັດເຂົ້າຫ້ອງເສັງນັ້ນ ຈະບໍ່ມີການພິມຮູບອອກຈາກລະບົບ, ຜູ້ສະໝັກຕ້ອງຕິດຮູບຖ່າຍໃສ່ບັດເຂົ້າຫ້ອງເສັງເອງ ເພາະຈະຫຍຸ້ງຍາກ ຖ້າພິມບັດທີ່ມີຮູບອອກມາພ້ອມ.
  • ການຊຳລະເງິນຂອງຜູ້ສະໝັກແບບປົກກະຕິ ມີການຊື້ແບບຟອມສະໝັກ ແຕ່ຜູ້ສະໝັກບໍ່ມີການຊື້ແບບຟອມ (ແຕ່ຕ້ອງພິມອອກ) ເຮັດໃຫ້ມີຂໍ້ປຽບທຽບ. ຫຼືອາດຈະເກັບຄ່າສອບເສັງ (ຢູ່ກັບພະນັກງານຫ້ອງການການເງິນ) ແຕ່ລະແບບແຕກຕ່າງກັນ ເພື່ອໃຫ້ຍອດເງິນໂດຍລວມຂອງທັງສອບແບບເທົ່າກັນ.
  • ການຈັດເລກບັດເຂົ້າຫ້ອງເສັງຈະບໍ່ຕໍ່ເນື່ອງກັນ ເນື່ອງຈາກຕ້ອງມີການແຍກລາຍການເລກທີອອກເປັນລາຍການແບບ offline ແລະ ລາຍການແບບ online ເພື່ອບໍ່ໃຫ້ການຈັດເລກທີບັດຊໍ້າກັນ. ອາດຈະໃຊ້ວິທີການບໍລິຫານ ຈັດການການແຈກລາຍການຫ້ອງຫຼາຍຂຶ້ນ ເພື່ອໃຫ້ມີການນຳໃຊ້ລະຫັດທີ່ຕໍ່ເນື່ອງກັນຫຼາຍຂຶ້ນ.
  • ການອອກແບບການສະໝັກແບບນີ້ ແມ່ນການເພີ່ມທາງເລືອກການສະໝັກໃຫ້ຜູ້ສະໝັກ ເຊິ່ງອາດຈະຫຼຸດຜ່ອນ ຄວາມແອອັດຂອງການສະໝັກລົງໄດ້ສ່ວນໜຶ່ງ, ແຕ່ກໍ່ບໍ່ໝາຍຄວາມວ່າ ຈະຫຼຸດໄລຍະເວລາຂອງການສະໝັກຂອງຜູ້ສະໝັກໂດຍລວມລົງໄດ້.
ສະຫຼຸບ
  • ການອອກແບບການສະໝັກສອບເສັງ ແມ່ນວຽກໜຶ່ງທີ່ມີຂັ້ນຕອນທີ່ຕ້ອງພິຈາລະນາຫຼາຍ. ບາງຂັ້ນຕອນເປັນສິ່ງຈຳເປັນ ທີ່ບໍ່ສາມາດຫຼີກເວັ້ນໄດ້ ເຊັ່ນການກວດສອບຄວາມຖືກຕ້ອງຂອງເອກະສານ, ການພິມບັດເຂົ້າຫ້ອງເສັງ.
  • ການເລືອກໃຊ້ຮູບແບບການສະໝັກທັງສອງແບບພ້ອມກັນ ອາດຈະເຮັດໃຫ້ເປືອງບຸກຄະລາກອນ ແລະ ງົບປະມານ ໃນຂະນະທີ່ອາດຈະບໍ່ໄດ້ຊ່ວຍໃນເລື່ອງຄວາມໄວຂອງຂະບວນການ.
  • ອາດມີການເລືອກໃຊ້ວິທີໃດໜຶ່ງ ແລ້ວປະຍຸກຕາມຄວາມເໝາະສົມ ເຊັ່ນເລືອກໃຊ້ວິທີອອນລາຍ ແຕ່ຈັດໃຫ້ມີຫ້ອງຄອມພິວເຕີ ທີ່ບໍລິການຜູ້ສະໝັກທີ່ບໍ່ມີຄວາມສາມາດສະໝັກອອນລາຍ ໄດ້ເຂົ້າມາປ້ອນຂໍ້ມູນທີ່ຫ້ອງຄອມພິວເຕີດັ່ງກ່າວເປັນຕົ້ນ.

ສະແດງຄຳຄິດເຫັນ...

%d bloggers like this: