SEAMOLEC

SEAMEO (South East Asian Ministry of Education Organization) ໄດ້ເກີດຂຶ້ນມາຕັ້ງແຕ່ຊຸມປີ 60’ ແບະ ໄດ້ແຕກອອກເປັນຂະບວນການຍ່ອຍໃນການຮ່ວມມືທາງດ້ານການສຶກສາໃນທົ່ວປະເທດອາຊຽນ, ໃນນັ້ນບາງປະເທດທີ່ມີເງື່ອນໄຂໄດ້ສະເໜີເປັນເຈົ້າການຈັດຕັ້ງປະຕິບັດຂະບວນການທີ່ກ່ຽວຂ້ອງນັ້ນ. ປະເທດອິນໂດເນເຊຍໄດ້ສະເໜີ ແລະ ເປັນເຈົ້າການໃນຂະບວນການ SEAMEO-SEAMOLEC (SEAMEO-Center for Open and Distance Learning) ຊຶ່ງໄດ້ເປັນຂະບງນການປະຕິບັດມາແຕ່ລະປີ, ແລະ ຖືວ່າເປັນປົກກະຕິມາຕັ້ງແຕ່ປີ 2000, ໃນນັ້ນ ຂະບວນການ SEAMEO-SEAMOLEC ບໍ່ໄດ້ແມ່ນຂະບວນການຊ່ວຍເຫຼືອຂອງປະເທດໃດໜຶ່ງທີ່ມີຕໍ່ປະເທດໃດໜຶ່ງ, ແຕ່ແມ່ນຂະບວນການທີ່ມີສ່ວນຮ່ວມ, ຮຽນຮູ້ ແລະ ແລກປ່ຽນປະສົບການຊຶ່ງກັນແລະກັນ. ເນື່ອງຈາກລາາວເຮົາເປັນປະເທດໃນພາຄີ ຫລື ສະມາຊິກຂອງ ASEAN, ດັ່ງນັ້ນ ລາວເຮົາຈະຕ້ອງໄດ້ເຂົ້າຮ່ວມຢ່າງຄຽງບ່າຄຽງໄຫລ່ ແລະ ສ້າງເງື່ອນໄຂເພື່ອໃຫ້ໄດ້ຜົນປະໂຫຍດສູງສຸດຈາກຂະບວນການດັ່ງກ່າວໂດຍທາງອ້ອມ ບໍ່ແມ່ນການຮັບຊ່ວຍເຫລືອຫລືຍາດແຍ່ງການຊ່ວຍເຫລືອໂດຍກົງ.

ຜ່ານມາ ເນື່ອງຈາກວ່າ, ຂະບວນການສຶກສາເປີດ ແລະ ທາງໄກຍັງບໍ່ທັນເປັນຮູບເປັນຮ່າງ ແລະ ລະບົບອັນແນ່ນອນ, ດັ່ງນັ້ນ ຈຶ່ງຍັງບໍ່ທັນສາມາດໄດ້ຮັບຜົນປະໂຫຍດໂດຍກົງຈາກຂະບວນການດັ່ງກ່າວ, ເຖິງຢ່າງໃດກໍ່ດີ ຜ່ານມາກະຊວງສຶກສາທິການໄດ້ມອບໝາຍໃຫ້ມະຫາວິທະຍາໄລແຫ່ງຊາດ ເປັນເຈົ້າການ ແລະ ສະໜັບສະໜູນງົບປະມານໃນການເຂົ້າຮ່ວມຂະບວນການດັ່ງກ່າວ ເພື່ອເປັນການປູພື້ນຖານໃຫ້ແກ່ກ່ນພັດທະນາ ແລະ ການຮ່ວມມືທາງດ້ານການສຶກສາດັ່ງກ່າວໃນອານາຄົດ.