ຝາກເວັບໄຊ Web Hosting

Hosting Plan

ນີ້ແມ່ນບໍລິການຟຣີ ບໍລິການໃໝ່ຂອງສູນໄອທີ ທີ່ເຮັດຂຶ້ນ ເພື່ອໃຫ້ຄະນະວິຊາ ແລະ ພາກສ່ວນຕ່າງໆ ພາຍໃນມະຫາວິທະຍາໄລແຫ່ງຊາດ ສາມາດມີບ່ອນນຳ ເວັບໄຊຂອງພາກສ່ວນຂອງຕົນ ອອກເຜີຍແຜ່ສູ່ລະບົບອິນເຕີເນັດ ໂດຍຜ່ານລະບົບບໍລິການຝາກເວັບໄຊ ຂອງສູນໄອທີ. ການບໍລິການນີ້ ແມ່ນນຳໃຊ້ຊັບພະຍາກອນ ທີ່ມີພາຍໃນສູນ ສ້າງເປັນລະບົບຂຶ້ນ ເຊິ່ງຮອງຮັບລະບົບເວັບໄຊພື້ນຖານຕ່າງໆ ເຊັ່ນ: Joomla, WordPress ແລະ ລະບົບບໍລິຫານຂໍ້ມູນເວັບໄຊອື່ນໆ. ນອກຈາກນັ້ນ ບໍລິການຝາກເວັບໄຊຂອງສູນໄອທີ ຍັງສະໜອງເຄື່ອງມືບໍລິຫານເວັບໄຊ ທີ່ມີປະສິດທິພາບ ເພື່ອຊ່ວຍໃຫ້ຜູ້ບໍລິຫານເວັບໄຊຂອງພາກສ່ວນຕ່າງໆ ສາມາດນຳໃຊ້ບໍລິການໄດ້ຢ່າງງ່າຍດາຍ. ໂດຍມີທີມງານທີ່ຄວາມຮູ້ ປະສົບການຕົວຈິງໃນການບໍລິຫານລະບົບ, ຈະຊ່ວຍໃຫ້ພາກສ່ວນຂອງທ່ານ ສາມາດເຜີຍແຜ່ຂໍ້ມູນຜ່ານລະບົບເວັບໄຊ ໄດ້ຢ່າງມີປະສິດທິພາບ, ປະຫຍັດຄ່າໃຊ້ຈ່າຍ ແລະ ມີຄວາມປອດໄພສູງ.

ນີ້ແມ່ນບໍລິການໃໝ່ ແລະ ດ້ວຍຈຳນວນອຸປະກອນຕ່າງໆ ທີ່ຍັງມີຈຳກັດ ການບໍລິການຝາກເວັບໄຊ ຈຶ່ງມີການຕັ້ງເປັນຮູບແບບການບໍລິການດຽວຄື:

  • ຜູ້ນຳໃຊ້ຈະໄດ້ຮັບພື້ນທີ່ການຈັດເກັບເວັບໄຊ 5 GB
  • ລະບົບຖານຂໍ້ມູນ MySQL 1 Database
  • ຄວາມໄວ Bandwidth ຂຶ້ນກັບຄວາມໄວທີ່ສູນໄອທີມີ
  • ມີລະບົບເຄື່ອງມືບໍລິຫານເວັບໄຊ Webmin, VirtualMin
  • ສາມາດໂອນຂໍ້ມູນຜ່ານ FTP Client ເຊັ່ນ FileZilla
  • ສາມາດບໍລິຫານຖານຂໍ້ມູນຜ່ານ phpMyAdmin

ຖ້າທ່ານສົນໃຈ ຈະນຳໃຊ້ບໍລິການຝາກເວັບໄຊນີ້ ສາມາດດາວໂຫລດແບບຟອມລົງທະບຽນ ໄດ້ທີ່ນີ້ ແລະ ປະກອບເອກະສານຕ່າງໆ ຫຼື ຕິດຕໍ່ຫາສູນໄອທີ ເພື່ອສອບຖາມຂໍ້ມູນເພີ່ມເຕີມ

ໂທ: 021 740280, e-mail: software.division@nuol.edu.la