ບົດຄວາມນີ້ຂຽນຂຶ້ນ ໃນຂະນະທີ່ສະຖານະການ ການລະບາດເກີດຂຶ້ນຢ່າງໜັກທົ່ວໂລກ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19). ລັດຖະບານຂອງຫຼາຍໆປະເທດ ລວມທັງລັດຖະບານຂອງ ສປປ ລາວ ຕ່າງກໍ່ອອກມາດຕະການຕ່າງໆ ເພື່ອປ້ອງກັນ, ຄວບຄຸມ, ແກ້ໄຂການລະບາດ ຂອງພະຍາດດັ່ງກ່າວ. ມີການກຽມການຂອງພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໂດຍສະເພາະບຸກຄະລາກອນທີ່ເຮັດບໍລິການການແພດ ທີ່ຕ້ອງເຮັດວຽກຢ່າງໜັກໃນໄລຍະນີ້.
ແຕ່ການທີ່ຈະຕໍ່ສູ້ ເພື່ອຜ່ານຜ່າສະພາບການນີ້ໄປໄດ້ນັ້ນ ຕ້ອງໄດ້ຮັບການຮ່ວມມື ຈາກປະຊາຊົນທຸກພາກສ່ວນໃນສັງຄົມ, ໃນບັນດາມາດຕະການທີ່ທາງການໄດ້ແຈ້ງຕໍ່ພາກສ່ວນຕ່າງໆນັ້ນ ຄືການຮັກສາໄລຍະຫ່າງ ຂອງການພົບປະຄົນ, ການປ້ອງກັນຕົນເອງ, ການປິດກິດຈະກຳ ທີ່ຕ້ອງມີການພົບປະຄົນຈຳນວນຫຼາຍ ເຊິ່ງນັ້ນລວມເຖິງ ການປິດການຮຽນ-ການສອນຊົ່ວຄາວ ໃນມະຫາວິທະຍາໄລ.
ບໍ່ມີໃຜສາມາດລະບຸໄລຍະເວລາແນ່ນອນ ໃນການຄວບຄຸມການແຜ່ລະບາດນີ້ໄດ້, ສະນັ້ນ ເພື່ອເຮັດໃຫ້ວຽກງານດ້ານຕ່າງໆ ສາມາດດຳເນີນການໄດ້ຕໍ່ໄປ (ຢ່າງໜ້ອຍກໍ່ໃນເວລາ 1 ເດືອນຈາກນີ້) ພ້ອມທັງມີຄວາມປອດໄພຕາມມາດຕະຖານ ຈຶ່ງມີການນຳສະເໜີວິທີການເຮັດວຽກຢູ່ເຮືອນ ໂດຍທີ່ພະນັກງານບໍ່ຈຳເປັນຕ້ອງເດີນທາງມາຫ້ອງການ.
ເພື່ອເຮັດໃຫ້ການເຮັດວຽກຢູ່ເຮືອນໄດ້ຮັບຜົນຕາມຈຸດປະສົງ ແລະ ລະດັບຄາດໝາຍ ຄືກັບການເຮັດວຽກປົກກະຕິນັ້ນ, ຕ້ອງໄດ້ມີການກຳນົດເງື່ອນໄຂ ວິທີການຄັກແນ່ ບໍ່ດັ່ງນັ້ນມັນກໍ່ຈະເໝືອນກັບການພັກການຍາວ ວຽກງານໂດຍລວມກໍ່ຈະຢຸດຊະງັກ.
ເຄື່ອງມືອຸປະກອນ ແລະ ໂປແກມນຳໃຊ້
ການເຮັດວຽກຢູ່ເຮືອນ ແມ່ນການເຮັດວຽກທີ່ບໍ່ໄດ້ອອກໄປພົບປະເພື່ອນຮ່ວມງານໂດຍກົງ ແຕ່ຈະຕ້ອງເຮັດໂດຍຜ່ານ ເຄື່ອງມືອຸປະກອນ ເຊິ່ງໂດຍພື້ນຖານຈະຕ້ອງປະກອບດ້ວຍ ເຄື່ອງຄອມພິວເຕີສ່ວນບຸກຄົນ ອາດເປັນເຄື່ອງຄອມພິວເຕີຕັ້ງໂຕະ ຫຼື ພົກພາກໍ່ໄດ້, ໂທລະສັບສະມາດໂຟນ, ການເຊື່ອມຕໍ່ອິນເຕີເນັດ ແລະ ໂປແກມນຳໃຊ້ຕ່າງໆທີ່ຕິດຕັ້ງໃນເຄື່ອງຄອມພິວເຕີ ແລະ ໂທລະສັບມືຖື ຂຶ້ນຕາມໜ້າວຽກຂອງຜູ້ທີ່ຈະເຮັດວຽກຢູ່ເຮືອນ.
ຖ້າວຽກງານຫາກຕ້ອງມີການປະຊຸມ, ຜູ້ເຮັດວຽກຢູ່ເຮືອນ ກໍ່ຕ້ອງແນ່ໃຈວ່າເຄື່ອງຄອມພິວເຕີ ຮອງຮັບກ້ອງເວັບແຄມ ແລະ ລະບົບສຽງເພື່ອໃຫ້ສາມາດເຂົ້າຮ່ວມປະຊຸມໄດ້. ເຖິງວ່າທ່ານຈະສາມາດ ເຮັດວຽກໂດຍໃຊ້ໂທລະສັບມືຖືໄດ້, ແຕ່ເມື່ອເຮັດວຽກໃນໄລຍະເວລາດົນ, ອາດບໍ່ສະດວກ ຄືກັບການເບິ່ງໜ້າຈໍຄອມພິວເຕີ ທີ່ມີຂະໜາດໃຫຍ່ກວ່າໄດ້. ດັ່ງນັ້ນ ຖ້າມີເງື່ອນໄຂພຽງພໍ ກໍ່ຄວນຈະນຳໃຊ້ ເຄື່ອງຄອມພິວເຕີເປັນຫຼັກ ໃນການເຮັດວຽກແທນໂທລະສັບມືຖື.
ສ່ວນການເຊື່ອມຕໍ່ອິນເຕີເນັດນັ້ນ ແມ່ນມີການບໍລິການຫຼາກຫຼາຍຮູບແບບ ຈາກຜູ້ໃຫ້ບໍລິການ ຂຶ້ນກັບແຕ່ລະທ່ານຈະເລືອກໃຊ້ ໂດຍທີ່ສ່ວນໃຫຍ່ ຈະນິຍົມການນຳໃຊ້ຊິມເນັດ ທີ່ມີການຕື່ມເງິນ ເພື່ອເລືອກໃຊ້ແພັກເກດຕ່າງໆ. ຖ້າຈະເຮັດວຽກອອນລາຍຢູ່ເຮືອນ ຈຳເປັນຈະຕ້ອງນຳໃຊ້ແພັກເກດ ທີ່ບໍ່ຈຳກັດປະລິມານການຮັບ-ສົ່ງຂໍ້ມູນ ຫຼື ແພັກເກດທີ່ກຳນົດການຮັບ-ສົ່ງຂໍ້ມູນຕໍ່ວັນຫຼາຍ ເພື່ອບໍ່ສ້າງຄວາມຫງຸດຫງິດ ເມື່ອດາຕ້າແພັກເກດຂອງທ່ານເກີນກຳນົດ. ຄວາມໄວຂອງການຮັບ-ສົ່ງຂໍ້ມູນກໍ່ເປັນສິ່ງສຳຄັນ ແຕ່ທັງນີ້ກໍ່ຂຶ້ນກັບເຂດທີ່ຢູ່ຂອງທ່ານ ມີຄວາມໜາແໜ້ນຂອງການນຳໃຊ້ ແລະ ການສະໜອງຂອງຜູ້ບໍລິການອິນເຕີເນັດໃນເຂດນັ້ນ. ຖ້າທ່ານໃດມີເງື່ອນໄຂນຳໃຊ້ບໍລິການອິນເຕີເນັດຄວາມໄວສູງ ກໍ່ຄົງບໍ່ມີບັນຫາໃຫ້ປວດຫົວຫຼາຍ.
ສຳລັບການພິມເອກະສານເປັນເຈັ້ຍນັ້ນ ຕ້ອງມີເຄື່ອງພິມ, ມຶກພິມ, ເຈັ້ຍເປັນຕົ້ນ ເຊິ່ງຈະເຫັນວ່າ ຈຳເປັນຕ້ອງມີສະເພາະບາງຄົນ ທີ່ຕ້ອງເປັນຜູ້ເຊັນ ແລະ ຈໍ້າກາເອກະສານເທົ່ານັ້ນ. ສ່ວນພະນັກງານທ່ານອື່ນ ບໍ່ຈຳເປັນຕ້ອງພິມເປັນເຈ້ຍ ແຕ່ໃຊ້ເປັນຟາຍເອກະສານໃນຄອມພິວເຕີເອົາກໍ່ໄດ້.
ສ່ວນໂປແກມນຳໃຊ້ທີ່ຕ້ອງຕິດຕັ້ງໃນຄອມພິວເຕີ ແລະ ໂທລະສັບສະມາດໂຟນນັ້ນ ແມ່ນມີຄວາມຫຼາກຫຼາຍ ຕາມຄວາມຕ້ອງການໃນແຕ່ລະວຽກງານ, ໂປແກມນຳໃຊ້ພື້ນຖານທີ່ໃຊ້ສ້າງເອກະສານ ແລະ ບົດນຳສະເໜີ ແມ່ນໂປແກມນຳໃຊ້ຫຼັກ ທີ່ເຫັນວ່າມີການນຳໃຊ້ທຸກຄົນທຸກຫ້ອງການ. ຖ້າເປັນການຕິດຕໍ່ສື່ສານລະຫວ່າງກັນ ນອກຈາກການໂທລະສັບ, ຮັບ-ສົ່ງອີເມລແລ້ວ ກໍ່ອາດນຳໃຊ້ໂປແກມສື່ສານຕ່າງໆເຊັ່ນ Whatsapp ເປັນຕົ້ນ ສ່ວນຄູ-ອາຈານ ທີ່ຕ້ອງການດຳເນີນການຮຽນ-ການສອນອອນລາຍ ກໍ່ອາດຈະຕ້ອງມີໂປແກມນຳໃຊ້ທີ່ຮອງຮັບ Video Call ຫຼື Video Streaming ຫຼື ນຳໃຊ້ໂປແກມນຳໃຊ້ຟຣີອື່ນໆ ທີ່ມີໃນລະບົບຄລາວກໍ່ໄດ້.
ສຳລັບພະນັກງານ ມຊ ແລ້ວ, ຂໍແນະນຳໃຊ້ທຸກທ່ານນຳໃຊ້ລະບົບໂປແກມນຳໃຊ້ໃນຄລາວຂອງ Google ຫຼືທີ່ຮູ້ກັນໃນຊື່ G Suite ເຊິ່ງມີລະບົບໂປແກມນຳໃຊ້ຫຼາກຫຼາຍຮອງຮັບການເຮັດວຽກຢູ່ເຮືອນ (ຫຼືຢູ່ຫ້ອງການ) ໄດ້ເປັນຢ່າງດີ. ຖ້າທ່ານເປັນພະນັກງານ ມຊ, ທ່ານສາມາດສະໝັກນຳໃຊ້ໄດ້ ໂດຍບໍ່ມີຄ່າໃຊ້ຈ່າຍແຕ່ຢ່າງໃດ.
ນອກຈາກທີ່ກ່າວມາແລ້ວນັ້ນ, ທ່ານອາດຈະຕ້ອງໄດ້ມີການກະກຽມຫ້ອງ, ໂຕະຕັ່ງເຮັດວຽກ, ປັກສຽບໄຟທີ່ພຽງພໍ, ພັດລົມ, ແອເຢັນ ແລະ ອື່ນໆ ຕາມຄວາມສະດວກຂອງແຕ່ລະທ່ານ.
ຕາຕະລາງ ແລະ ຮູບແບບການເຮັດວຽກ
ການຈັດແບ່ງເວລາເຮັດວຽກຢູ່ເຮືອນມີຄວາມແຕກຕ່າງກັບການເຮັດວຽກຢູ່ຫ້ອງການຢູ່ພໍສົມຄວນ, ກ່າວຄືການເຮັດວຽກຢູ່ເຮືອນອາດຈະບໍ່ມີເວລາກຳນົດເຂົ້າ 8 ໂມງເຊົ້າຮອດ 4 ໂມງແລງ ພັກກິນເຂົ້າສວາຍ 1 ຊົ່ວໂມງຕາຍຕົວຄືຢູ່ຫ້ອງການ, ແລະ ແຕ່ລະຄົນອາດຈະເລີ່ມເຮັດວຽກງານບໍ່ພ້ອມກັນ ແລະ ເລີກບໍ່ພ້ອມກັນກໍ່ເປັນໄດ້ ທັງນີ້ກໍ່ອາດຈະຂຶ້ນກັບລັກສະນະວຽກງານຂອງແຕ່ລະບຸກຄົນ. ຜູ້ບໍລິຫານແຕ່ລະລະດັບ ອາດຈະຕ້ອງໄດ້ມີການກຳນົດເປົ້າໝາຍສຳເລັດຂອງວຽກງານ ແລະ ຈັດການການມອບໝາຍຄັກແນ່ ແລະ ຕິດຕາມປະເມີນຜົນຕາມຜົນສຳເລັດຂອງວຽກງານເອົາ ໂດຍບໍ່ຕ້ອງໃຫ້ທຸກຄົນຕ້ອງເຮັດວຽກໂມງເວລາດຽວກັນ.
ບາງກິດຈະກຳທີ່ຕ້ອງເຮັດຮ່ວມກັນ (ແບບອອນລາຍ) ເຊັ່ນການປະຊຸມ, ການຮຽນ-ການສອນ ຈະຕ້ອງມີການກຳນົດນັດໝາຍ, ຜູ້ເຂົ້າຮ່ວມ, ວາລະ ແລະ ໄລຍະເວລາທີ່ຈະໃຊ້ຄັກແນ່ ເພື່ອໃຫ້ຜູ້ທີ່ຕ້ອງເຂົ້າຮ່ວມຮັບຊາບ ແລະ ເຂົ້າຮ່ວມພ້ອມພຽງກັນໄດ້.
ການຕິດຕໍ່ສື່ສານພາຍໃນທີມງານ ຫຼື ລະຫວ່າງທີມງານຂອງການເຮັດວຽກຢູ່ເຮືອນ ກໍ່ມີຄວາມແຕກຕ່າງ ເມື່ອສົມທຽບກັບການເຮັດວຽກຢູ່ຫ້ອງການ. ພະນັກງານຕ້ອງມີຄວາມສາມາດ ໃນການນຳໃຊ້ເຄື່ອງມືສື່ສານ ໃນຮູບແບບຕ່າງໆ ແລະ ໃນລະດັບທີ່ສູງກວ່າການສື່ສານປົກກະຕິ ທັງນີ້ກໍ່ເພື່ອບໍ່ໃຫ້ປະສິດທິພາບ ຂອງວຽກຫຼຸດລົງ ສົມທຽບກັບການເຮັດວຽກຢູ່ຫ້ອງການ. ການເພີ່ມຂຶ້ນຂອງການຕິດຕໍ່ສື່ສານ ນອກຈາກຈະຊ່ວຍໃຫ້ປະສິດທິພາບຂອງວຽກງານດີແລ້ວ, ຍັງເປັນການຊ່ວຍໃຫ້ບັນຍາກາດ ການເຮັດວຽກຢູ່ເຮືອນຢ່າງໂດດດ່ຽວ ຂອງພະນັກງານດີຂຶ້ນ. ດັ່ງນັ້ນຜູ້ບໍລິຫານ ແລະ ພະນັກງານແຕ່ລະທ່ານ ຈະຕ້ອງມີຄວາມສາມາດພຽງພໍ ໃນການເລືອກໃຊ້ ແລະ ນຳໃຊ້ວິທີການສື່ສານທີ່ເໝາະສົມ ທັງໃນດ້ານຄວາມໄວ ແລະ ຄວາມຖືກຕ້ອງ, ພ້ອມດຽວກັນນັ້ນແຕ່ລະທ່ານ ກໍ່ຕ້ອງເຊື່ອມຕໍ່ອິນເຕີເນັດ ໃຫ້ຫຼາຍທີ່ສຸດ ແລະ ພະຍາຍາມຕອບກັບບັນດາຂໍ້ມູນສື່ສານທີ່ເຂົ້າມາເຖິງຕົນ ໃຫ້ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້.
ກຽມຄວາມພ້ອມ ທາງດ້ານຈິດໃຈ
ການເຮັດວຽກຢູ່ເຮືອນເປັນເວລາດົນນານ ອາດຈະເຮັດໃຫ້ພະນັກງານທີ່ບໍ່ຄຸ້ນເຄີຍ ມີຄວາມຮູ້ສຶກອຶດອັດ, ເບື່ອໜ່າຍ ແລະ ເກີດຄວາມກົດດັນໃນຈິດໃຈຂຶ້ນກໍ່ເປັນໄດ້. ພະນັກງານຫຼາຍຄົນ ອາດຈະສູນເສັຍລາຍໄດ້ ຈາກການເຮັດວຽກເສີມ ທີ່ເປັນຜົນຈາກມາດຕະການ ຮັກສາໄລຍະຫ່າງ, ມາດຕະການຫຼຸດຜ່ອນ ການເດີນທາງລົງ ກໍ່ອາດຈະມີຄວາມກັງວົນຕໍ່ລາຍຮັບ ໃນການດຳລົງຊີວິດຂອງຄອບຄົວຂອງຕົນ.
ຕໍ່ສະພາບທີ່ຈະມີຜົນກະທົບດັ່ງກ່າວນັ້ນ, ແຕ່ລະຄົນກໍ່ອາດຈະມີວິທີການ ທີ່ເໝາະສົມ ຂຶ້ນກັບຄວາມມັກຂອງແຕ່ລະຄົນ ທີ່ຈະຊ່ວຍໃຫ້ການເຮັດວຽກຢູ່ເຮືອນ ເປັນໄປດ້ວຍຄວາມເບີກບານມ່ວນຊື່ນຂຶ້ນ. ທ່ານອາດຈະມີການກຳນົດຊ່ວງພັກເປັນໄລຍະ, ມີກິດຈະກຳອື່ນມາເສີມກໍ່ໄດ້ ເຊັ່ນການຟັງເພງ, ເບິ່ງໂທລະພາບ, ຫຼິ້ນເກມ, ຫຼິ້ນກິລາ, ຫົດດອກໄມ້, ອະນາໄມເຮືອນ ແລະ ກິດຈະກຳອື່ນໆທີ່ເໝາະສົມ.
ມ້ວນທ້າຍ
ການເຮັດວຽກຢູ່ເຮືອນ ແມ່ນມາດຕະການຈຳເປັນໜຶ່ງ ທີ່ລັດຖະບານວາງອອກ ເພື່ອສະກັດກັ້ນການລະບາດຂອງພະຍາດອັກເສບປອດ COVID-19 ນີ້. ຖ້າຫາກທຸກຄົນຮ່ວມໃຈປະຕິບັດຢ່າງເຂັ້ມງວດ ກໍ່ຈະຊ່ວຍໃຫ້ຄວາມຮຸນແຮງຫຼຸດລົງ ແລະ ຈະເຮັດໃຫ້ສາມາດກັບຄືນໄປສູ່ສະພາບການປົກກະຕິໄດ້ໄວຂຶ້ນ, ພ້ອມດຽວກັນ ໃນລະຫວ່າງທີ່ປະຕິບັດມາດຕະການນີ້ນັ້ນ ວຽກງານຕ່າງໆຂອງມະຫາວິທະຍາໄລ ກໍ່ຍັງສາມາດດຳເນີນໄປໄດ້ດ້ວຍຄວາມຮັບຜິດຊອບສູງ.
ຂ້າພະເຈົ້າຂໍຮຽກຮ້ອງມາຍັງພະນັກງານ ມຊ ທຸກທ່ານ ໄດ້ເອົາໃຈໃສ່ຕິດຕາມຂ່າວສານ ແລະ ປະຕິບັດຕາມຄຳແນະນຳຂອງຄະນະສະເພາະກິດຂອງລັດຖະບານ ແລະ ຈາກຄະນະອະທິການບໍດີ ເພື່ອໃຫ້ທຸກຄົນມີຄວາມປອດໄພຈາກພະຍາດນີ້ ພ້ອມດຽວກັນນັ້ນ ກໍ່ຮຽກຮ້ອງໃຫ້ຊອກຫາຊ່ອງທາງ ເພື່ອໃຫ້ວຽກງານຂອງມະຫາວິທະຍາໄລ ຍັງສາມາດສືບຕໍ່ປະຕິບັດໄດ້ຢ່າງມີຜົນສຳເລັດ.