IT Center

ສູນໄອທີ ຈັດເຝິກອົບຮົມ Campus Network

ໃນລະຫວ່າງວັນທີ 14-18 ມີນາ 2016 ທີ່ຜ່ານມາ, ສູນໄອທີ ຮ່ວມກັບ Network Startup Resource Center ຫຼື ຕົວຫຍໍ້ວ່າ NSRC (https://www.nscr.org) ໄດ້ສໍາເລັດການຈັດເຝິກອົບຮົມໃນຫົວຂໍ້ Campus Network Design ຂຶ້ນ ຢູ່ທີ່ຕຶກ T ວິທະຍາເຂດດົງໂດກ, ມະຫາວິທະຍາໄລແຫ່ງຊາດ, ການເຝິກອົບຮົມດັ່ງກ່າວ ໄດ້ຮັບການສະໜັບສະໜູນໂດຍໂຄງການ TEIN (http://www.teincc.org/teincc/index.do).

ເຂົ້າຮ່ວມໃນການເປີດ ແລະ ປິດການເຝິກອົບຮົມດັ່ງກ່າວ ແມ່ນທ່ານ ຮສ. ດຣ. ສາຍຂອງ ສາຍນາສິນ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ເປັນປະທານ.  ວິທະຍາກອນທີ່ມາໃຫ້ຄວາມຮູ້ແມ່ນມີທັງໝົດ 4 ທ່ານ ປະກອບດ້ວຍ ທ່ານ Mike Jager, ທ່ານ Dean Pemberton, ທ່ານ Dale Smith ແລະ ທ່ານ Philip Smith. ພ້ອມດ້ວຍນັກສຳມະນາກອນ ທັງໝົດ 30 ທ່ານ ທີ່ມາຈາກສະຖາບັນການສຶກສາ ແລະ ຄົ້ນຄວ້າຕ່າງໆ ພາຍໃນປະເທດ ແລະ ປະເທດອ້ອມຂ້າງ ເຊັ່ນ: ຫວຽດນາມ, ກຳປູເຈຍ ແລະ ໄທ.

ການເຝິກອົບຮົມດັ່ງກ່າວນີ້ ແມ່່ນເປັນສ່ວນໜຶ່ງ ໃນການຍົກລະດັບຄວາມຮູ້ ໃຫ້ແກ່ພະນັກງານ ຜູ້ຮັບຜິດຊອບວຽກງານ ລະບົບເຄືອຂ່າຍຄອມພິວເຕີ ຂອງແຕ່ລະສະຖາບັນການສຶກສາ ມີຄວາມເຂົ້າໃຈໃນການອອກແບບ ແລະ ນຳໄປປະຍຸກໃຊ້ກັບລະບົບຂອງຕົນເອງຮັບຜິດຊອບ.

ນອກຈາກການເຝິກອົບຮົມແລ້ວ, ທາງໂຄງການ ຍັງໄດ້ມີການບໍລິຈາກອຸປະກອນດ້ານໄອທີ, ປຶ້ມຮຽນ, ອີບຸກ ຈຳນວນນຶ່ງ ເຊິ່ງມີມູນຄ່າຫຼາຍກວ່າ 20,000 ໂດລາໃຫ້ພ້ອມ. ບໍ່ພຽງເທົ່ານັ້ນ, ວິທະຍາກອນທັງ 4 ທ່ານ ຍັງໄດ້ຊ່ວຍໃນການອອກແບບ ແລະ ຕິດຕັ້ງລະບົບເຄືອຂ່າຍການສຶກສາແຫ່ງຊາດ (LERNET) ໃຫ້ອີກດ້ວຍ.

ສ.ປ.ປ ລາວ ແມ່ນເປັນປະເທດໜຶ່ງ ທີ່ຖືກຮັບເປັນສະມາຊິກຂອງເຄືອຂ່າຍການສຶກສາລະຫວ່າງ 2 ທະວີບ: ເອີຣົບ ແລະ ອາຊີ. ເຄືອຂ່າຍການສຶກສາດັ່ງກ່າວມີການເຊື່ອມຕໍ່ລະບົບເຄືອຂ່າຍຄອມພິວເຕີຄວາມໄວສູງ ເພື່ອການຄົ້ນຄວ້າວິໄຈ ເຊິ່ງມີການເຊື່ອມຕໍ່ກັບປະເທດສະມາຊິກກວ່າ 54 ປະເທດ: ທະວີບອາຊີ 20 ປະເທດ ແລະ ເອີຣົບ 34 ປະເທດ (ຂໍ້ມູນຈາກເວັບໄຊ TEIN*CC 2016).

ສູນໄອທີ ໄດ້ເປັນຜູ້ລິເລີ່ມ, ຊຸກຍູ້ ແລະ ເປັນເຈົ້າການ ເພື່ອໃຫ້ເກີດການເຊື່ອມໂຍງກັບເຄືອຂ່າຍການສຶກສາດັ່ງກ່າວ ນັບແຕ່ຕົ້ນຊຸມປີ 2000 ເປັນຕົ້ນມາ. ການເຊື່ອມຕໍ່ກັບເຄືອຂ່າຍການສຶກສານີ້ ຈະເປັນການເຮັດໃຫ້ການສະຖາບັນການສຶກສາທີ່ເຊື່ອມຕໍ່ ມີຄວາມສະດວກໃນການເຂົ້າເຖິງ, ເຜີຍແຜ່ ແລະ ແລກປ່ຽນກັບສະຖາບັນການສຶກສາຕ່າງໆທີ່ເປັນສະມາຊິກ.