ສູນເຕັກໂນໂລຊີຂໍ້ມູນຂ່າວສານ (ITC)
ອັບເດດ[ແຈ້ງການ] ຫຼັກສູດຝຶກອົບຮົມດ້ານ AI ປະຈຳປີ 2026
1. ການນຳໃຊ້ AI ເຂົ້າໃນການຮຽນ-ການສອນ
ສຳເລັດແລ້ວ (10-14/08/2026)
2. ການຍົກລະດັບວຽກງານຄົ້ນຄວ້າວິທະຍາສາດດ້ວຍ AI
ສຳເລັດແລ້ວ (17-21/08/2026)
3. ການເພີ່ມປະສິດທິພາບວຽກງານບໍລິຫານ ແລະ ຈັດການເອກະສານແບບດິຈິຕອນ
👉 ຄລິກບ່ອນນີ້ເພື່ອລົງທະບຽນອອນລາຍ
ການນໍາໃຊ້ AI ເຂົ້າໃນການຮຽນ-ການສອນ
ຫຼັກສູດນີ້ຖືກອອກແບບໃຫ້ເນັ້ນໃສ່ການຝຶກພາກປະຕິບັດ (Hands-on) ໂດຍໃຊ້ເຄື່ອງມື AI ທີ່ທັນສະໄໝ ເພື່ອໃຫ້ຄູ-ອາຈານ ສາມາດນໍາໃຊ້ AI ເຂົ້າໃນການວາງແຜນການສອນ, ສ້າງສື່ການຮຽນ-ການສອນ ແລະ ກວດກາບໍລິຫານຈັດການຄະແນນ.
ການຍົກລະດັບວຽກງານຄົ້ນຄວ້າວິທະຍາສາດດ້ວຍ AI
ຍົກລະດັບທັກສະຂອງຄູ-ອາຈານ ແລະ ນັກຄົ້ນຄວ້າ ໃຫ້ສາມາດນໍາໃຊ້ AI ເປັນຜູ້ຊ່ວຍໃນການຄົ້ນຫາເອກະສານ, ວິເຄາະ-ສະຫຼຸບປະເດັນ, ຈັດການເອກະສານອ້າງອີງ (Mendeley) ແລະ ອອກແບບສື່ນໍາສະເໜີຜົນງານ ໂດຍຢຶດໝັ້ນຈັນຍາບັນທາງວິຊາການ.
ການເພີ່ມປະສິດທິພາບວຽກງານບໍລິຫານ ແລະ ຈັດການເອກະສານແບບດິຈິຕອນ
ອອກແບບມາໂດຍສະເພາະສຳລັບພະນັກງານບໍລິຫານຫ້ອງການ ເພື່ອນຳໃຊ້ AI (Gemini, NotebookLM) ຊ່ວຍຮ່າງ/ປັບປຸງເອກະສານທາງການ, ສະຫຼຸບບົດບັນທຶກ, ຈັດການຂໍ້ມູນ ແລະ ສ້າງສະໄລ້ນຳສະເໜີວຽກຢ່າງມີປະສິດທິພາບ.
ເປີດຮັບສະໝັກເຂົ້າຮ່ວມ ຫຼັກສູດຝຶກອົບຮົມ AI ປະຈຳເດືອນກັນຍາ 2026
ຂໍເຊີນຊວນພະນັກງານບໍລິຫານ ແລະ ຄູ-ອາຈານ ເຂົ້າຮ່ວມ "ຫຼັກສູດການເພີ່ມປະສິດທິພາບວຽກງານບໍລິຫານ ແລະ ຈັດການເອກະສານແບບດິຈິຕອນ" ເຊິ່ງຈະຈັດຂຶ້ນໃນວັນທີ 07-11 ກັນຍາ 2026. ສາມາດລົງທະບຽນໄດ້ແລ້ວມື້ນີ້.