ມື້ໜຶ່ງເຮົາໃຊ້ເຄື່ອງມືອີເລັກໂຕຣນິກຫຼາຍປານໃດ, ເສຍຄ່າສັນຍານ ຫຼືເວົ້າງ່າຍໆວ່າຄ່າອິນເຕີເນັດຫຼາຍປານໃດ,…. ເຫັນບໍ່ວ່າມັນສຳຄັນ. ຖ້າເຮົາຍຸດໃຊ້ມັນ ກໍບໍ່ຕ່າງຫຍັງກັບສ່ວນໜຶ່ງຂອງຊີວິດເຮົາຂາດຫາຍໄປ, ເຮົາຈະເຊົາມັນກໍເປັນໄປບໍ່ໄດ້. ອັນນີ້ ແມ່ນຄວາມຈຳເປັນໃນລະດັບບຸຄົນເທົ່ານັ້ນ. ຄັນຊັ້ນ ໃນລະດັບອົງກອນ ຕະຫຼອດເຖິງລະດັບປະເທດເດ້ ໂດຍສະເພາະໃນຍຸກການຮ່ວມມືພາກພື້ນແລະສາກົນແລ້ວ, ຢາກຫຼືບໍ່ຢາກປະເທດເລັກປະເທດນ້ອຍ ທີ່ລາຍໄດ້ຂອງປະເທດກໍຕ່ຳຢູ່ແລ້ວຈະຕ້ອງໄດ້ເຮັດຕາມໂດຍປະລິຍາຍ, ຄ່າໃຊ້ຈ່າຍດ້ານອຸປະກອນ ຄ່າໃຊ້ຈ່າຍດ້ານຄວາມປອດໄພທາງເທັກນິກ ຄ່າສະມາຊິກ ຄ່າໃຊ້ຈ່າຍໃນການອອກແບບລະບົບ ການສ້າງ ລະບົບ ອື່ນໆທັງໝົດນັ້ນລ້ວນແຕ່ແມ່ນເງິນທັງນັ້ນ. ເວລາດຽວກັນ ຈະເຮັດໃຫ້ມັນເກີດປະສິດທິຜົນ, ກໍຕ້ອງມີຄົນ (Manpower) ທີ່ມີຄວາມຮູ້ຄວາມສາມາດ ພັດທະນາແລະຄຸ້ມຄອງມັນ. ຖ້າເຮົາບໍ່ມີຄົນ ບໍ່ມີເງິນ ເດ້,… ແມ່ນຫຍັງຈະເກີດຂື້ນ,… ແນ່ນອນຕ້ອງເພິ່ງພາຕ່າງປະເທດ. ໃຜໃຫ້ຫຍັງ ໃຜຊ່ວຍຊ່ວຍຫຍັງ ເຮົາກໍຕ້ອງໃຊ້ຕາມລະບົບ ແລະສິ່ງທີ່ເຂົາມີໃຫ້ເທົ່ານັ້ນ. ທາງດ້ານຄົນ, ຖ້າໃຫ້ເຂົາຊ່ວຍ ເຂົາເຮັດໃຫ້ ແລ້ວ ຈະບໍ່ອັນຕະລາຍເຖິງຄວາມປອດໄພໃນອະນາຄົດບໍ. ຖ້າລະບົບທີ່ກ່າວມານີ້, ຫາກຢູ່ໃນລະດັບປະເທດ ແລ້ວ ຈະບໍ່ໝາຍຄວາມວ່າ ເຮົາຕົກເປັນຫົວເມືອງຂື້ນຂອງປະເທດອື່ນບໍ່. ທ່ານຢ່າເບິ່ງຂ້າມ, ມັນບໍ່ແມ່ນບັນຫາການກາຍເປັນຫົວເມືອງຂື້ນທຳມະດາເທົ່ານັ້ນ …ໃຫຍ່ກວ່ານັ້ນອີກ, ມັນຈະເປັນລະດັບຫົວປະເທດຂື້ນຢ່າງບໍ່ຮູ້ສຶກຕົວ. ນີ້ຖືວ່າເປັນ ຊະຕາຂອງປະເທດດ້ອຍພັດທະນາ ທ່ານເອີຍ. … ຈະປ່ອຍໃຫ້ເປັນໄປຕາມຍະຖາກຳ ບໍ່, ຫຼືເຮົາຈະເຮັດຈັ່ງໃດ ?
ໃນສາມກົກ, ເລົາປີອາດຈະໄປຖາມຂົງເບັ້ງ ແຕ່ຫາກເລົ່າປີບໍ່ເຊື່ອແລະບໍ່ປະຕິບັດຕາມກໍບໍ່ມີຄວາມໝາຍ. ຫຼືທ່ານຄຶດວ່າ ທ່ານເປັນທັງເລົ່າປີແລະທັງຂົງເບ້ງໃນຕົວແລ້ວ.