IT Center
ຄົນເກີດຫຼັງຍຸກ 80 ມີເຮ 5 ນະວັດຕະກຳ IT ແຫ່ງອະນາຄົດຈະມາລາວ
ຄົນເກີດຫຼັງຍຸກ 80 ມີເຮ 5 ນະວັດຕະກຳ IT ແຫ່ງອະນາຄົດຈະມາລາວ

ຄົນເກີດຫຼັງຍຸກ 80 ມີເຮ 5 ນະວັດຕະກຳ IT ແຫ່ງອະນາຄົດຈະມາລາວ

ບໍ່ແມ່ນແຕ່ເຮ ແຕ່ຈະອຸທານອອກມາວ່າ “ເຮີ້ຍ…” ໂລດລະ ຄວາມຈິງພວກເຮົາຈະເປັນກຸ່ມຄົນຍຸກ 80 ສຸດທ້າຍ ທີ່ຈະສຳພັດກັບ ນະວັດຕະກຳແບບທັນສະໄໝແບບ IoT ສ່ວນຄົນທີ່ເກີດກ່ອນຍຸກ 80 ຈຳນວນໜຶ່ງ ກໍ່ອາດຈະມີບັນຫາກັບການຢູ່ຮ່ວມກັບ ນະວັດຕະກຳໃໝ່ໆດ້ານ ໄອທີ IoT ແຫ່ງອະນາຄົດອັນໃກ້.

Case ຕົວຢ່າງ ເທຣນການນຳໃຊ້ໄອທີຍຸກຕົ້ນໆໃນລາວ

ຕອນປີ 2000 ອິນເຕີເນັດນັ້ນມາແຮງທົ່ວໂລກ ແຕ່ປະເທດເຮົາ ກໍ່ຮູ້ວ່າສຳຄັນແຕ່ກໍ່ບໍ່ໄດ້ລະບາດຄືທຸກມື້ນີ້ ເພາະຄົນໃນຍຸກ ປີ 2000 ເກືອບ 99 % ແມ່ນຍັງບໍ່ຮູ້ວ່າຈະນຳໃຊ້ ອິນເຕີເນັດໃນຊີວິດປະຈຳວັນໃດ້ແນວໃດ໋ ພໍເວລາຜ່ານໄປໄລຍະໜຶ່ງ ປະມານ 5ປີ ກຸ່ມໄວໜຸ່ມເກີດໃໝ່ພັດໃດ້ນຳໃຊ້ກ່ອນໝູ່ ແລະ ອີກ …

ຂໍ້ມູນສ່ວນຕົວເປັນສິ່ງສຳຄັນ ເພາະສະນັ້ນຢ່າປ່ອຍໃຫ້ຢູ່ໃນໂລກອອນລາຍຫຼາຍເກີນໄປ
ຂໍ້ມູນສ່ວນຕົວເປັນສິ່ງສຳຄັນ ເພາະສະນັ້ນຢ່າປ່ອຍໃຫ້ຢູ່ໃນໂລກອອນລາຍຫຼາຍເກີນໄປ

ຂໍ້ມູນສ່ວນຕົວເປັນສິ່ງສຳຄັນ ເພາະສະນັ້ນຢ່າປ່ອຍໃຫ້ຢູ່ໃນໂລກອອນລາຍຫຼາຍເກີນໄປ

ໃນປັດຈຸບັນການໃຊ້ງານອິນເຕີເນັດຊ່ວຍໃຫ້ຊີວິດຂອງຜູ້ຕົນສະດວກສະບາຍຍິ່ງຂື້ນໄປ ບໍ່ວ່າຈະເປັນການຕິດຕໍ່ສື່ສານຜ່ານສື່ອອນລາຍ ລວມເປັນເຖິງການເຮັດທຸລະກິດຕ່າງໆຜ່ານອິນເຕີເນັດນັ້ນອາດເຮັດໃຫ້ທຸກການເຊື່ອມຕໍ່ໄດ້ປະກອບລາຍລະອຽດຂໍ້ມູນສ່ວນຕົວທີ່ສຳຄັນເອົາໄວ້ໂດຍບໍ່ຮູ້ໂຕ ດັ່ງເຊັ່ນຂ່າວທີ່ Facebook ຖືກລາຍງານວ່າໃຫ້ສິດທິພິເສດໃນການເຂົ້າເຖິງຂໍ້ມູນຜູ້ໃຊ້ Huawei ເຮັດໃຫ້ເຫັນໄດ້ວ່າຂໍ້ມູນສ່ວນຕົວຂອງເຮົາທີ່ຢູ່ໃນອິນເຕີເນັດ ແລະ ສື່ Social ເປັນຈຳນວນຫຼາຍ ແລະ ຂໍ້ມູນເຫຼົ່ານີ້ອາດຈະກຳລັງຖືກບຸກຄົນທີສາມໃຊ້ໄປໃນທາງທີ່ບໍ່ຖືກຕ້ອງເພື່ອນນຳມາຫາກຳໄລໃຫ້ກັບຕົນເອງ. ດັ່ງນັ້ນເຮົາຈິ່ງມີວິທີທີ່ຊ່ວຍຫຼຸດຜ່ອນການຖິ້ມຂໍ້ມູນສຳຄັນໄວ້ໃນໂລກອອນລາຍ ເຊີ່ງສາມາດນຳເປັນປະຕິບັດຕາມໄດ້ດ້ວຍຕົນເອງດັ່ງນິີ້:…

ກົມອາຊີວະສຶກສາຢ້ຽມຢາມຫ້ອງສະຕູດີໂອຂອງສູນໄອທີ ມຊ
ກົມອາຊີວະສຶກສາຢ້ຽມຢາມຫ້ອງສະຕູດີໂອຂອງສູນໄອທີ ມຊ

ກົມອາຊີວະສຶກສາຢ້ຽມຢາມຫ້ອງສະຕູດີໂອຂອງສູນໄອທີ ມຊ

ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ທີ່ກວມເອົາວຽກງານ Lao Youthwork platform, ພັດທະນາສື່ການຮຽນ-ການສອນອອນລາຍ, ການສ້າງສື່ອອນລາຍຕ່າງໆ ທີ່ນຳໃຊ້ ICT ເຂົ້້າມາຊ່ວຍ. ດັ່ງນັ້ນໃນຕອນເຊົ້າຂອງວັນທີ 29 ມັງກອນ 2019 ກະຊວງສຶກສາທິການ ແລະ ກິລາ ກໍຄື ກົມອາຊີວະສຶກສາໄດ້ສົ່ງທີມງານຈາກ 03 ວິທະຍາໄລໃນນະຄອນຫຼວງວຽງຈັນ ກໍຄື: ວິທະຍາໄລເຕັກນິກຊັບພະວິຊາ, ວິທະຍາໄລເຕັກນິກປາກປ່າສັກ ແລະ ວິທະຍາໄລ ເຕັກນິກ-ວິຊາຊີບມິດຕະພາບວຽງຈັນ-ຮ່າໂນ້ຍ ລວມທັງໝົດຈຳນວນ 10 ທ່ານມາຢ້ຽມຢາມຫ້ອງສະຕູດີໂອຂອງສູນໄອທີ ໂດຍມີການຕ້ອນຮັບຈາກຄະນະນຳສູນໄອທີ ມຊ ແລະ ຜູ້ບໍລິຫານໂຄງການ ACU.…

ກອງປະຊຸມສະຫຼຸບ ແລະ ຖອດຖອນບົດຮຽນການປະຕິບັດໂຄງການ ACU ປີ 2018
ກອງປະຊຸມສະຫຼຸບ ແລະ ຖອດຖອນບົດຮຽນການປະຕິບັດໂຄງການ ACU ປີ 2018

ກອງປະຊຸມສະຫຼຸບ ແລະ ຖອດຖອນບົດຮຽນການປະຕິບັດໂຄງການ ACU ປີ 2018

ໃນວັນທີ 23 ມັງກອນ 2019 ຢູ່ທີ່ຫ້ອງຝຶກອົບຮົມຂອງ ສູນເທັກໂນໂລຊີຂໍ້ມູນຂ່າວສານ, ມຊ ໄດ້ມີກອງປະຊຸມສະຫຼຸບ ແລະ ຖອດຖອນບົດຮຽນການປະຕິບັດໂຄງການ ACU ປີ 2018.

ຈຸດປະສົງກໍເພື່ອສະຫຼຸບ, ຖອດຖອນບົດຮຽນ ແລະ ແລກປ່ຽນຄຳຄິດເຫັນກັບທີມງານທຸກ ຄົນພາຍຫຼັງການປະຕິບັດໂຄງການ ACU ປີ 2018.

ໂດຍການເຂົ້່າຮ່ວມຂອງ Mr. Inkwang LEE, Mr Jane Lee ທີມງານຈາກ Wonkwang Digital University, ທ່ານ ປອ ພອນແກ້ວ ຈັນທະມາລີ ຫົວໜ້າສູນເທັກໂນໂລຊີຂໍ້ມູນຂ່າວສານ, ທ່ານ ຄຳພັນ ສິດທະວົງ …

ໃນໂລກອະນາຄົດ ຄົນເຮົາຈະໃສ່ຫຍັງ? EP1: ຜ້າອັດສະລິຍະປ່ຽນສີໄດ້
ໃນໂລກອະນາຄົດ ຄົນເຮົາຈະໃສ່ຫຍັງ? EP1: ຜ້າອັດສະລິຍະປ່ຽນສີໄດ້

ໃນໂລກອະນາຄົດ ຄົນເຮົາຈະໃສ່ຫຍັງ? EP1: ຜ້າອັດສະລິຍະປ່ຽນສີໄດ້

ຖ້າຂ້າພະເຈົ້າບອກທ່ານວ່າ ໃນອະນາຄົດ ທ່ານຈະໃສ່ແຕ່ເຄື່ອງນຸ່ງແບບດຽວທຸກມື້ ທ່ານຈະເຊື່ອບໍ່. ຄົນໃນອະນາຄົດບໍ່ຈຳເປັນຕ້ອງຊື້ເຄື່ອງຫລາຍໂຕ ຍ້ອນເຄື່ອງຂອງເຂົາສາມາດປ່ຽນສີ ແລະ ປ່ຽນລວດຫລາຍໄດ້ຕາມທີ່ເຂົາຕ້ອງການ. ເຖິງແມ່ນທ່ານນຸ່ງເຄື່ອງໂຕເກົ່າກໍ່ບໍ່ມີຄົນຮູ້.

ນັກວິທະຍາສາດຂອງ ມະຫາວິທະຍາໄລ Central Florida (UCF) ທີ່ຕັ້ງຢູ່ປະເທດອາເມລິກາໄດ້ຄິດຄົນແຜ່ນຜ້າທີ່ສາມາດປ່ຽນສີໄດ້ໂດຍການສັ່ງານຈາກໂທລະສັບມືຖື. ເຂົາເຈົ້າຕັ້ງຊື້ນະວັດຕະກຳໃຫມ່ນີ້ວ່າ ChroMorphous. ຜ້າອັດສະລິຍະນີ້ແມ່ນສາມາດຕັດ, ຫຍິບ, ຊັກ ແລະ ລີດຄືກັນກັບແຜ່ນຜ້າທົ່ວໄປ. ແຕ່ຄວາມພິເສດຂອງມັນຄື ມັນສາມາດປ່ຽນສີ ແລະ ປ່ຽນລວດລາຍໄດ້ຕະຫລອດເວລາ ຕາມການສັ່ງງານຈາກໂທລະສັບມືຖືຂອງຜູ່ນຸ່ງຖື.

ທ່ານອາດຄິດວ່ານີ້ເປັນພຽງການທົດລອງຂອງນັກວິທະຍາສາດ ແຕ່ທ່ານຄິດຜິດແລ້ວ. ຍ້ອນສິນຄ້າທີ່ຜະລິດຈາກແຜ່ນແພ ChroMorphous ມີແຜນວາງຈຳຫນ່າຍໃນຕະຫລາດທົ່ວໄປໃນປີຫນ້າ ໂດຍເລີມຈາກ ກະເປົາຖື ແລະ ກະເປົາເປ້. ລອງຄິດຫລີ້ນໆເບິ່ງ ຖ້າເຮົາໃຊ້ແຜ່ນແພດັງກ່າວກັບສິ່ງອື້ນໆ ອອ້ມຂ້າງເຮົາເຊັ່ນ: ເກີບປ່ຽນສີໄດ້, …

ປ່ຽນລະຫັດດ່ວນ! 773 ລ້ານ ບັນຊີອີເມວທົ່ວໂລກຖືກແຮັກ.
ປ່ຽນລະຫັດດ່ວນ! 773 ລ້ານ ບັນຊີອີເມວທົ່ວໂລກຖືກແຮັກ.

ປ່ຽນລະຫັດດ່ວນ! 773 ລ້ານ ບັນຊີອີເມວທົ່ວໂລກຖືກແຮັກ.

ສະນັ່ນວົງການໄອທີທົ່ວໂລກອີກຄັ້ງ ເມື່ອ ອີເມວ ແລະ ລະຫັດ ປະມານ 773 ລ້ານບັນຊີ ຖືກເອົາມາກະຈ່າຍສູ່ອິນເຕີເນັດ ເຊິ່ງອີເມວເຫລົ່ານີ້ແມ່ນຖືກແຮກມາຈາກຫຼາຍເວັບໄຊທ໌ ທີ່ມີຄວາມປອດໄພຕຳ່.

ວິທີການກວດສອບວ່າອີເມວເຮົາວ່າຕົກຖັງເຂົ້າເປືອກໄປນຳເຂົາບໍ່ແມ່ນ ໃຫ້ເຂົ້າເວັບໄຊທ໌ ນີ້ເລີຍເພື່ອກວດສອບ HaveIBeenPwned.com (ເວັບໄຊທ໌ນີ້ແມ່ນປອດໄພເພາະເຈົ້າຂອງເວັບເປັນຊ່ຽວຊານຈາກ ບໍລິສັດ ໄມໂຄຣຊອບ ທີ່ຫນ້າເຊື່ອຖືໄດ້) ພຽງແຕ່ພິມອີເມວເຮົາລົງໄປແລ້ວກົດປຸ່ມ pwned? ລະບົບຈະກວດສອບໃນຖານຂໍ້ມູນໃນຖັງເຂົ້າເປືອກຖ້າຫາກເປັນສີຂຽວພ້ອມຄຳວ່າ Good news ສະແດງວ່າອີເມວເຮົາປອດໄພ ແຕ່ຖ້າຂື້ນຄຳວ່າ Oh no ສີແດງແມ່ນອີເມວເຮົາຕົກຖັງເຂົ້າເປືອກ ມີຄວາມສ່ຽງ ໃຫ້ເຮົາປ່ຽນລະຫັດໃໝ່ທັນທີ

ສິ່ງທີ່ຄວນປະຕິບັດເມື່ອອີເມວຂອງທ່ານຕົກໃນຄວາມສ່ຽງ

– ປ່ຽນລະຫັດໃໝ່ ໃຫ້ຍາກຂື້ນ ລະຫັດປະກອບດ້ວຍ ຕົວໜັງສື+ຕົວເລກ+ອັກສອນພິເສດ+ຕົວພິມໃຫຍ່ນ້ອຍ ປົນກັນ ຕົວຢ່າງ: i<3ລາວ555@Universe!…