ທ່ານເປັນໂລກຢ້ານການຂາດໂທລະສັບບໍ່? (ກວດສອບໄດ້ທີ່ນີ້)

ສູນໄອທີ ມຊສູນເທັກໂນໂລຊີຂໍ້ມູນຂ່າວສານ ມີພາລະບົດບາດດັ່ງນີ້: 1. ພັດທະນາ ແລະຈັດການກັບ ລະບົບ ICT ສຳລັບການສຶກສາ ໃນ ທົ່ວ ມຊ. 2. ສົ່ງເສີມເຮັດໃຫ້ ມຊ ມີລະບົບບໍລິຫານທີ່ນຳໃຊ້ເຄື່ອງມື ICT (e-Management/EMIS). 3. ກໍ່ສ້າງແລະພັດທະນາຊັບພະຍາກອນ ມະນຸດທາງດ້ານ ICT ເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມຍຸກໃໝ່. 4. ບໍລິການວິຊາການແລະເທັກ ນິກທາງດ້ານ ICT ຕໍ່ກັບພາຍນອກ.

ທົ່ວໄປ

ທ່ານເຄີຍສົງໃສ ຫລື ຖາມຕົວເອງບໍ່ວ່າເຮົາໃຊ້ໂທລະສັບຫລາຍເກີນສົມຄວນ. ໃນຕອນທີ່ battery ໂທລະສັບໃກ້ຫມົດ ຫລື data ອິນເຕີເນັດໃກ້ຫມົດ , ທ່ານຮູ້ສຶກແບບໃດ. ຖ້າທ່ານຮູ້ສຶກງຸດງິດ ຫລື ກັງວົນ, ທ່ານອາດຈະມີອາການຂອງໂລກສະໄຫມໃຫ່ມທີ່ເອີນວ່າ ໂລກຢ້ານການຂາດໂທລະສັບ (nomophobia). Nomophobia ຫຍໍ້ມາຈາກ NO MObile phone PHOBIA ແມ່ນໂລກຢ້ານແບບບໍ່ມີເຫດຜົນຂອງຄົນ ທີ່ຂາດໂທລະສັບບໍ່ໄດ້ ຫລື ຍ້ານທີ່ຈະບໍ່ໄດ້ໃຊ້ໂທລະສັບໃນກໍລະນີຕ່າງຯ ຕົວຢ່າງ ບໍ່ມີສັນຍານໂທລະສັບ ຫລື battery ກໍາລັງຈະຫມົດ.

ການກວດສອບໂລກນີມີຫລາຍວິທີ ແຕ່ຂ້າພະເຈົ້າຈະຂໍແເນະນຳໜຶ່ງວິທີ ທີ່ຊື່ວ່າ: NMP-Q. NMP-Q ແມ່ນຜົນງານການຄົ້ນຄວ້າຂອງມະຫາວິທະຍາໄລ Iowa state university, ອາເມລິກາ ທີ່ຖືກຕີພີມໃນວາລະສານຊື່ດັງທີ່ກ່ຽວກັບຄອມພີວເຕີ ແລະ ພຶດຕິກຳຄົນຂອງຄົນ. Computers in Human behaviour. NMP-Q ແມ່ນ ບົດສອບຖາມທີ່ໃຊ້ກວດສອບ Nomophobia, ມີ 20 ຄຳຖາມ ແລະ 7 ລະດັບ. ຄະແນນລວມຂອງທັງຫມົດ 20 ຄຳຖາມຈະເປັນເກນຫລັກໃນການວັດແທກລະດັບ Nomophobia ຂອງທ່ານ (ເບິ່ງຕາມຕາຕະລາງຂ້າງລຸ່ມ). ກົດປຸ່ມແລ້ວລອງກວດສອບເບິ່ງວ່າທ່ານເປັນໂລກນີ້ໃນລະດັບໃດ.

ອ້າງອິງ

https://www.sciencedirect.com/science/article/pii/S0747563215001806

https://www.psytoolkit.org/cgi-bin/psy2.4.1/survey?s=N2zGz