Internet Of Things

ສຳລັບບົດຄວາມນີ້ເປັນບົດຄວາມທີ່ຊວນໃຫ້ຜູ້ອ່ານມາຮູ້ຈັກກັບ Internet of things ຫຼື IOT ເທັກໂນໂລຢີທີ່ມາແຮງ ແລະ ເປັນຫົວໃຈຫຼັກຂອງສີງປະດິດທີ່ດີໆ ທີ່ຢູ່ອ້ອມໂຕເຮົາຫຼາຍທີ່ສຸດເຊີ່ງຫຼາຍໆຄົນອາດຈະເຄີຍໄດ້ຍິນ ແລະ ຮູ້ຈັກມາກ່ອນ. Internet of things ຫຼື IOT ຄືການທີ່ອຸປະກອນ ຫຼື ສີ່ງຕ່າງໆຖືກເຊື່ອມຕໍ່ເຂົ້າກັບໂລກອິນເຕີເນັດທີ່ເຮັດໃຫ້ຄົນເຮົາສາມາດສັ່ງການ, ຄວບຄຸມການໃຊ້ງານອຸປະກອນຕ່າງໆຜ່ານທາງເຄືອຂ່າຍອິນເຕີເນັດ. ໂດຍສີ່ງຕ່າງໆມີວິທີການລະບຸໂຕຕົນ, ຮັບຮູ້ສະພາບການຂອງສິ່ງແວດລ້ອມ,  ມີປະຕິສຳພັນໂຕ້ຕອບ ແລະ ການເຮັດວຽກຮ່ວມກັນໄດ້. ຄວາມສາມາດໃນການສື່ສານຂອງສິງນີ້ຈະນຳໄປສູ່ນະວັດຕະກຳໃໝ່ ແລະ ການບໍລິການອີກຫຼາກຫຼາຍ. ເທັກໂນໂລຢີທີ່ເຮັດໃຫ້ IOT ເກີດຂຶ້ນໄດ້ແທ້ຈິງ ແລະ ສາມາດແບ່ງອອກເປັນ 03 ກຸ່ມຄື: ເທັກໂນໂລຢີທີ່ຊ່ວຍໃຫ້ອຸປະກອນຮັບຮູ້ຂໍ້ມູນໃນສະພາບທີ່ກ່ຽວຂ້ອງ ເຊັ່ນ: ລະບົບເຊັນເຊີ ເທັກໂນໂລຢີທີ່ຊ່ວຍໃຫ້ອຸປະກອນມີຄວາມສາມາດໃນການສື່ສານ … Continue reading Internet Of Things