ພິທີເຊັນສັນຍາສ້າງເວັບໄຊ ຄສຄ

ເພື່ອເປັນການສົ່ງເສີມ ແລະ ເຫັນໄດ້ເຖິງຄວາມສຳຄັນຂອງວຽກງານຂໍ້ມູນຂ່າວສານ ດັ່ງນັ້ນ, ໃນຕອນເຊົ້າຂອງວັນທີ 19 ກຸມພາ 2020 ທີ່ຫ້ອງປະຊຸມ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໄດ້ມີພິທີເຊັນສັນຍາສ້າງເວັບໄຊຂອງຄະນະວິທະຍາສາດສັງຄົມ ເຊິ່ງເປັນການເຊັນສັນຍາລະຫວ່າງ ຄະນະວິທະຍາສາດສັງຄົມ  ແລະ ສູນເທັກໂນໂລຊີຂໍ້ມູນຂ່າວສານ ໃນນັ້ນຕາງໜ້າຄະນະວິທະຍາສາດສັງຄົມ ເປັນກຽດເຊັນສັນຍາໂດຍທ່ານ ຮສ. ປອ ເດຊານຸລາດ ແສນດວງເດດ ຮັກສາການຄະນະບໍດີຄະນະວິທະຍາສາດສັງຄົມ ແລະ ເຂົ້າຮ່ວມໂດຍທ່ານຮອງຄະນະບໍດີ, ຫົວໜ້າພາກວິຊາ, ຫົວໜ້າພະແນກ, ຄະນະຮັບຜິດຊອບວຽກງານ 3 ອົງການຈັດຕັ້ງ ແລະ ຄະນະຮັບຜິດຊອບເວັບໄຊ. ຕາງໜ້າສູນເທັກໂນໂລຊີຂໍ້ມູນຂ່າວສານ ເປັນກຽດ ເຊັນສັນຍາໂດຍທ່ານ ປທ ຄຳພັນ ສິດທະວົງ ວ່າການຜູ້ອຳນວຍການສູນເທັກໂນໂລຊີຂໍ້ມູນຂ່າວສານ ແລະ … Continue reading ພິທີເຊັນສັນຍາສ້າງເວັບໄຊ ຄສຄ