IT Center

ທົ່ວໄປ

APNIC 47
APNIC 47

APNIC 47

ໂດຍພາຍໃຕ້ການສະຫນັບສະຫນູນຂອງໂຄງການTEIN*Cooperation Center ໃນລະຫວ່າງວັນທີ 18-22 ກຸມພາ 2019 ຢູ່ທີ່ Deajeon, Republic of Korea ໄດ້ຈັດງານ APNIC 47 ໂດຍມີຄະນະນຳສູນເຂົ້າຮ່ວມ THE 47TH ASIA PACIFIC ADVANCED NETWORK MEETING ແລະ ພະນັກງານສູນໄອທີ, ມຊ ໄດ້ເຂົ້າຮ່ວມ Workshop ໃນຫົວຂໍ້Campus Identity and Access management, Campus Network Design and Operations, Network Management & …

ທ່ານເປັນໂລກຢ້ານການຂາດໂທລະສັບບໍ່? (ກວດສອບໄດ້ທີ່ນີ້)
ທ່ານເປັນໂລກຢ້ານການຂາດໂທລະສັບບໍ່? (ກວດສອບໄດ້ທີ່ນີ້)

ທ່ານເປັນໂລກຢ້ານການຂາດໂທລະສັບບໍ່? (ກວດສອບໄດ້ທີ່ນີ້)

ທ່ານເຄີຍສົງໃສ ຫລື ຖາມຕົວເອງບໍ່ວ່າເຮົາໃຊ້ໂທລະສັບຫລາຍເກີນສົມຄວນ. ໃນຕອນທີ່ battery ໂທລະສັບໃກ້ຫມົດ ຫລື data ອິນເຕີເນັດໃກ້ຫມົດ , ທ່ານຮູ້ສຶກແບບໃດ. ຖ້າທ່ານຮູ້ສຶກງຸດງິດ ຫລື ກັງວົນ, ທ່ານອາດຈະມີອາການຂອງໂລກສະໄຫມໃຫ່ມທີ່ເອີນວ່າ ໂລກຢ້ານການຂາດໂທລະສັບ (nomophobia). Nomophobia ຫຍໍ້ມາຈາກ NO MObile phone PHOBIA ແມ່ນໂລກຢ້ານແບບບໍ່ມີເຫດຜົນຂອງຄົນ ທີ່ຂາດໂທລະສັບບໍ່ໄດ້ ຫລື ຍ້ານທີ່ຈະບໍ່ໄດ້ໃຊ້ໂທລະສັບໃນກໍລະນີຕ່າງຯ ຕົວຢ່າງ ບໍ່ມີສັນຍານໂທລະສັບ ຫລື battery ກໍາລັງຈະຫມົດ.

ການກວດສອບໂລກນີມີຫລາຍວິທີ ແຕ່ຂ້າພະເຈົ້າຈະຂໍແເນະນຳໜຶ່ງວິທີ ທີ່ຊື່ວ່າ: NMP-Q. NMP-Q ແມ່ນຜົນງານການຄົ້ນຄວ້າຂອງມະຫາວິທະຍາໄລ Iowa state …

ກອງປະຊຸມຖອດຖອນບົດຮຽນກ່ຽວກັບລະບົບສະຫມັກລົງທະບຽນສອບເສັງເຂົ້າ ມຊ ແບບອອນລາຍ ປີ2018-2019 ແລະ ວາງແຜນກະກຽມປີ 2019-2020

ໃນຕອນເຊົ້າຂອງວັນທີ 12 ກຸມພາ 2019 ເວລາ 09:00-11:00 ໂມງ ທີ່ຫ້ອງປະຊຸມ 213 ຕຶກສຳນັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ. ຫ້ອງການວິຊາການ ແລະ ສູນໄອທີ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມຖອດຖອນບົດຮຽນກ່ຽວກັບ ລະບົບສະຫມັກລົງທະບຽນສອບເສັງເຂົ້າ ມຊ ແບບອອນລາຍ ປີ2018-2019 ແລະ ວາງແຜນກະກຽມປີ 2019-2020 ໂດຍທ່ານ ຮສ ປອ ອຸດົມ ພອນຄຳເພັງ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ ເປັນປະທານກອງປະຊຸມ, ຝ່າຍຫ້ອງການວິຊາການເຂົ້າຮ່ວມໂດຍທ່ານ ຮສ ດຣ ຄຳຜົງ ນາມມາວົງມີໄຊ ຫົວໜ້າຫ້ອງການວິຊາການ ພ້ອມດ້ວຍພະນັກງານຈຳນວນ 6 ທ່ານ, ຝ່າຍສູນໄອທີ …

ໂຄສະນາເຜີຍແຜ່ເວັບໄຊ ຈົດຫມາຍເຫດທາງລັດຖະການ ແລະ ແອັບກົດຫມາຍລາວ
ໂຄສະນາເຜີຍແຜ່ເວັບໄຊ ຈົດຫມາຍເຫດທາງລັດຖະການ ແລະ ແອັບກົດຫມາຍລາວ

ໂຄສະນາເຜີຍແຜ່ເວັບໄຊ ຈົດຫມາຍເຫດທາງລັດຖະການ ແລະ ແອັບກົດຫມາຍລາວ

ໃນຕອນບ່າຍຂອງວັນທີ 08 ກຸມພາ 2019 ເວລາ 14: 00 ໂມງ ຢູທີ່ສະໂມສອນໃຫຍ່ມະຫາວິທະຍາໄລແຫ່ງຊາດ (ຊັ້ນ 2) ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸດຕິທຳ ໄດ້ຈັດພິທີໂຄສະນາເຜີຍແຜ່ເວັບໄຊ ຈົດຫມາຍເຫດທາງລັດຖະການ ແລະ ແອັບກົດຫມາຍລາວ. ພາຍໃຕ້ການ ເປັນປະທານ ໂດຍ ທ່ານ ປອ ພອນແກ້ວ ຈັນທະມາລີ ຜູ້ອຳນວຍການສູນໄອທີ ຕາງໜ້າຄະນະນຳຝ່າຍ ມຊ, ທ່ານ ນ. ຄອນສະຫວັນ ສາວະລີ ຮອງຫົວຫນ້າກົມເຜີຍແຜ່ກົດຫມາຍ ກະຊວງຍຸດຕິທຳ. ເຂົ້າຮ່ວມໂດຍ ຜູ້ຕາງຫນ້າໂຄງການ USAID, ຄູ, ອາຈານ ແລະ ນັກສຶກສາຈາກ …

ຄົນເກີດຫຼັງຍຸກ 80 ມີເຮ 5 ນະວັດຕະກຳ IT ແຫ່ງອະນາຄົດຈະມາລາວ
ຄົນເກີດຫຼັງຍຸກ 80 ມີເຮ 5 ນະວັດຕະກຳ IT ແຫ່ງອະນາຄົດຈະມາລາວ

ຄົນເກີດຫຼັງຍຸກ 80 ມີເຮ 5 ນະວັດຕະກຳ IT ແຫ່ງອະນາຄົດຈະມາລາວ

ບໍ່ແມ່ນແຕ່ເຮ ແຕ່ຈະອຸທານອອກມາວ່າ “ເຮີ້ຍ…” ໂລດລະ ຄວາມຈິງພວກເຮົາຈະເປັນກຸ່ມຄົນຍຸກ 80 ສຸດທ້າຍ ທີ່ຈະສຳພັດກັບ ນະວັດຕະກຳແບບທັນສະໄໝແບບ IoT ສ່ວນຄົນທີ່ເກີດກ່ອນຍຸກ 80 ຈຳນວນໜຶ່ງ ກໍ່ອາດຈະມີບັນຫາກັບການຢູ່ຮ່ວມກັບ ນະວັດຕະກຳໃໝ່ໆດ້ານ ໄອທີ IoT ແຫ່ງອະນາຄົດອັນໃກ້.

Case ຕົວຢ່າງ ເທຣນການນຳໃຊ້ໄອທີຍຸກຕົ້ນໆໃນລາວ

ຕອນປີ 2000 ອິນເຕີເນັດນັ້ນມາແຮງທົ່ວໂລກ ແຕ່ປະເທດເຮົາ ກໍ່ຮູ້ວ່າສຳຄັນແຕ່ກໍ່ບໍ່ໄດ້ລະບາດຄືທຸກມື້ນີ້ ເພາະຄົນໃນຍຸກ ປີ 2000 ເກືອບ 99 % ແມ່ນຍັງບໍ່ຮູ້ວ່າຈະນຳໃຊ້ ອິນເຕີເນັດໃນຊີວິດປະຈຳວັນໃດ້ແນວໃດ໋ ພໍເວລາຜ່ານໄປໄລຍະໜຶ່ງ ປະມານ 5ປີ ກຸ່ມໄວໜຸ່ມເກີດໃໝ່ພັດໃດ້ນຳໃຊ້ກ່ອນໝູ່ ແລະ ອີກ …

ຂໍ້ມູນສ່ວນຕົວເປັນສິ່ງສຳຄັນ ເພາະສະນັ້ນຢ່າປ່ອຍໃຫ້ຢູ່ໃນໂລກອອນລາຍຫຼາຍເກີນໄປ
ຂໍ້ມູນສ່ວນຕົວເປັນສິ່ງສຳຄັນ ເພາະສະນັ້ນຢ່າປ່ອຍໃຫ້ຢູ່ໃນໂລກອອນລາຍຫຼາຍເກີນໄປ

ຂໍ້ມູນສ່ວນຕົວເປັນສິ່ງສຳຄັນ ເພາະສະນັ້ນຢ່າປ່ອຍໃຫ້ຢູ່ໃນໂລກອອນລາຍຫຼາຍເກີນໄປ

ໃນປັດຈຸບັນການໃຊ້ງານອິນເຕີເນັດຊ່ວຍໃຫ້ຊີວິດຂອງຜູ້ຕົນສະດວກສະບາຍຍິ່ງຂື້ນໄປ ບໍ່ວ່າຈະເປັນການຕິດຕໍ່ສື່ສານຜ່ານສື່ອອນລາຍ ລວມເປັນເຖິງການເຮັດທຸລະກິດຕ່າງໆຜ່ານອິນເຕີເນັດນັ້ນອາດເຮັດໃຫ້ທຸກການເຊື່ອມຕໍ່ໄດ້ປະກອບລາຍລະອຽດຂໍ້ມູນສ່ວນຕົວທີ່ສຳຄັນເອົາໄວ້ໂດຍບໍ່ຮູ້ໂຕ ດັ່ງເຊັ່ນຂ່າວທີ່ Facebook ຖືກລາຍງານວ່າໃຫ້ສິດທິພິເສດໃນການເຂົ້າເຖິງຂໍ້ມູນຜູ້ໃຊ້ Huawei ເຮັດໃຫ້ເຫັນໄດ້ວ່າຂໍ້ມູນສ່ວນຕົວຂອງເຮົາທີ່ຢູ່ໃນອິນເຕີເນັດ ແລະ ສື່ Social ເປັນຈຳນວນຫຼາຍ ແລະ ຂໍ້ມູນເຫຼົ່ານີ້ອາດຈະກຳລັງຖືກບຸກຄົນທີສາມໃຊ້ໄປໃນທາງທີ່ບໍ່ຖືກຕ້ອງເພື່ອນນຳມາຫາກຳໄລໃຫ້ກັບຕົນເອງ. ດັ່ງນັ້ນເຮົາຈິ່ງມີວິທີທີ່ຊ່ວຍຫຼຸດຜ່ອນການຖິ້ມຂໍ້ມູນສຳຄັນໄວ້ໃນໂລກອອນລາຍ ເຊີ່ງສາມາດນຳເປັນປະຕິບັດຕາມໄດ້ດ້ວຍຕົນເອງດັ່ງນິີ້:…