IT Center

ປັນຍາປະດິດ ແລະ ອະນາຄົດຂອງການສຶກສາໃນມະຫາວິທະຍາໄລ

ໃນໄລຍະຫຼາຍປີຜ່ານມານີ້ ທ່ານຈະໄດ້ເຫັນຄວາມກ້າວໜ້າ ທາງເທັກໂນໂລຊີ ແບບກ້າວກະໂດດ ເຊິ່ງຈະມີຜົນຕໍ່ວຽກງານຂອງທ່ານ ບໍ່ຫຼາຍກໍ່ໜ້ອຍ ລວມທັງມີຜົນກະທົບຕໍ່ອະນາຄົດການສຶກສາ.

ໜຶ່ງເທັກໂນໂລຊີ ທີ່ມີການເວົ້າເຖິງຫຼາຍໃນປັດຈຸບັນ ແມ່ນປັນຍາປະດິດ ຫຼື Artificial Intelligence ໃນພາສາອັງກິດ, ຂຽນຫຍໍ້ວ່າ AI. ເທັກໂນໂລຊີນີ້ ໂດຍຫຍໍ້ແມ່ນ ເຮັດໃຫ້ເຄື່ອງຈັກ ຫຼື ໂປແກມຄອມພິວເຕີ ສາມາດແກ້ໄຂບັນຫາຕ່າງໆໄດ້ ທີ່ປົກກະຕິຕ້ອງແມ່ນມະນຸດເທົ່ານັ້ນ ຈຶ່ງຈະສາມາດເຮັດໄດ້ ແລະ ເທັກໂນໂລຊີນີ້ ຍັງເຮັດໃຫ້ເຄື່ອງຈັກ ຫຼື ໂປແກມຄອມພິວເຕີເຫຼົ່ານັ້ນ ສາມາດຮຽນຮູ້ ປັບປຸງຕົນເອງໄດ້ຕະຫຼອດເວລາອີກດ້ວຍ.

AI ທີ່ວ່ານີ້ ມີການພັດທະນາຢ່າງຕໍ່ເນື່ອງຍາວນານ ແລະ ໄດ້ເລີ່ມມີການນຳໃຊ້ ເຂົ້າໃນວຽກງານຕົວຈິງແທນມະນຸດຫຼາຍຂຶ້ນ, ໂດຍສະເພາະແມ່ນວຽກງານ ຂອງມະນຸດທີ່ເປັນລັກສະນະປະຈຳຊໍ້າໄປມາ. ຫຼາຍວຽກງານທີ່ ຫຼາຍຄົນເລີ່ມເຫັນການ ນຳໃຊ້ເຊັ່ນ ການປ່ຽນແທນແຮງງານກຳມະກອນ ດ້ວຍເຄື່ອງຈັກອັດຕະໂນມັດ ໃນໂຮງງານຜະລິດເປັນຕົ້ນ.

ໃນຂະນະດຽວກັນ AI ກໍ່ຖືກພັດທະນາໃຫ້ມີຄວາມສາມາດ ໃນການຕັດສິນໃຈ ແກ້ໄຂບັນຫາໄດ້ເອງ ໄດ້ດີຂຶ້ນ ປະກອບກັບຄວາມສາມາດ ໃນການປະມວນຜົນຂໍ້ມູນໄວ ແລະ ຈັດການກັບຂໍ້ມູນຂະໜາດໃຫຍ່ໄດ້ ຈຶ່ງເຮັດໃຫ້ເທັກໂນໂລຊີນີ້ ຖືກນຳໃຊ້ ໃນການວຽກງານທີ່ມີການຕັດສິນໃຈ ທີ່ມີຮູບແບບແນ່ນອນໄດ້ຫຼາຍຂຶ້ນ. ຕົວຢ່າງເຊັ່ນຄວາມສາມາດໃນການວິເຄາະຂໍ້ມູນ ພຶດຕິກຳຂອງລູກຄ້າ ແຕ່ລະຄົນທີ່ມີຄວາມຕ້ອງການແຕກຕ່າງກັນ ເຮັດໃຫ້ສາມາດເພີ່ມຍອດຂາຍ ໄດ້ດີກວ່າໃນການວົງການ e-commerce, ຫຼືໃນອະນາຄົດອັນໃກ້ ຈະມີການຜະລິດລົດໄຮ້ຄົນຂັບ ທີ່ສາມາດແລ່ນໄປມາ ຕາມທາງໂດຍບໍ່ເກີດອຸປະຕິເຫດ ແລະ ອື່ນໆ.

ຈາກທີ່ກ່າວມາຂ້າງເທິງຈະເຫັນວ່າ ການເກີດຂຶ້ນ ແລະ ນຳໃຊ້ປັນຍາປະດິດ ເຂົ້າໃນຊີວິດປະຈຳວັນຂອງຄົນ ຈະເຮັດໃຫ້ສັງຄົມຂອງເຮົາມີການປ່ຽນແປງໄປ ສ້າງຜົນກະທົບປັ່ນປ່ວນໄປໃນທຸກຂົງເຂດ. ໃນຂົງເຂດການສຶກສາ, ໂດຍສະເພາະແມ່ນ ການສຶກສາຂັ້ນມະຫາວິທະຍາໄລ, ແມ່ນຈະໄດ້ຮັບຜົນກະທົບຈາກການປ່ຽນແປງນີ້ສູງ. ໃນເມື່ອກ່ອນ ສະຖາບັນການສຶກສາ ຈະເປັນສະຖານທີ່ສົ່ງ ຄວາມຮູ້ວິທະຍາການໃໝ່ໆ ຈາກອາຈານສູ່ນັກສຶກສາ ເພື່ອນຳໄປປະກອບອາຊີບຫຼັງຈາກສຳເລັດການສຶກສາ, ແຕ່ຕໍ່ໄປຄັງຄວາມຮູ້ຕ່າງໆຈະມີຢູ່ທົ່ວໄປໃນລະບົບອອນລາຍ ເຊິ່ງທຸກຄົນ ສາມາດເຂົ້າເຖິງຮຽນຮູ້ ໃນສິ່ງທີ່ຕົນເອງຕ້ອງການ ໄດ້ຕະຫຼອດເວລາ ໂດຍບໍ່ຈຳເປັນຕ້ອງໄປ ຮຽນກັບອາຈານໃນສະຖາບັນການສຶກສາ ບ່ອນໃດໜຶ່ງອີກແລ້ວ. ພ້ອມດຽວກັນນັ້ນ, ການປ່ຽນແປງວຽກງານຂອງຄົນຈະມີສູງຂຶ້ນ ເພາະເທັກໂນໂລຊີທີ່ຖືກນຳໃຊ້ແທນຄົນ ນັບມື້ນັບສູງ ຈຶ່ງບັງຄັບໃຫ້ຄົນຕ້ອງປ່ຽນອາຊີບໃໝ່ໄວ ແລະ ອາຊີບແບບເກົ່າຈະມີໜ້ອຍ ລົງເລື້ອຍໆ ເຊິ່ງຮູບແບບການສຶກສາ ແລະ ສະຖາບັນການສຶກສາແບບເກົ່າ ຈະບໍ່ສາມາດ ຕອບສະໜອງທິດທາງໃໝ່ນີ້ໄດ້.

ຂະນະທີ່ວຽກງານທີ່ມີລັກສະນະປະຈຳຫຼຸດລົງ, ກໍ່ຈະເກີດຄວາມຕ້ອງການແຮງງານ ແບບໃໝ່ສູງຂຶ້ນ. ວຽກງານປະເພດທີ່ຕ້ອງໃຊ້ຄວາມຄິດສ້າງສັນ, ການວິເຄາະ ເພື່ອແກ້ໄຂບັນຫາທີ່ສັບສົນຊັບຊ້ອນທີ່ມີຢ່າງຫຼວງຫຼາຍໃນໂລກ ຈະເປັນທີ່ຕ້ອງການ ຫຼາຍຂຶ້ນ ເຊິ່ງປັດຈຸບັນແມ່ນວຽກງານຂອງນັກວິທະຍາສາດ, ນັກຄົ້ນຄວ້າ, ວິສະວະກອນ, ໂປແກມເມີ ແລະ ອື່ນໆ. ເມື່ອຄົນຜູ້ໜຶ່ງຈະຖືກຈ້າງງານ ບໍ່ແມ່ນຍ້ອນຄວາມຮູ້ທີ່ລາວມີ ໃນຕົວຂອງລາວ (ເພາະຄວາມຮູ້ຢູ່ໃນລະບົບຄລາວ), ແຕ່ຍ້ອນຄວາມສາມາດ ໃນການນຳໃຊ້ ຄວາມຮູ້ເພື່ອແກ້ໄຂບັນຫາແລ້ວ, ຄວາມຕ້ອງການໃນຮູບແບບການສຶກສາ, ຫຼັກສູດການ ສຶກສາ, ສະພາບແວດລ້ອມຂອງການສຶກສາກໍ່ຈະປ່ຽນແປງໄປ. ຜູ້ບໍລິຫານສະຖາບັນ ການສຶກສາ ທີ່ເຫັນດີຕໍ່ສິ່ງທີ່ກ່າວມາເຫຼົ່ານີ້ ລ້ວນແຕ່ພ້ອມທີ່ຈະປັບອົງກອນຂອງຕົນ ເພື່ອກຽມພ້ອມຮອງຮັບຄວາມຕ້ອງການ ຈາກລະບົບການສຶກສາແບບໃໝ່ນີ້ ບໍ່ດັ່ງນັ້ນແລ້ວສະຖາບັນຂອງຕົນ ກໍ່ຈະບໍ່ເປັນທີ່ຕ້ອງການອີກຕໍ່ໄປ.

ການປັບຕົວຂອງແຕ່ລະສະຖາບັນ ມີຫຼາຍລະດັບ, ຫຼາຍແບບ ແລະ ຈຸດມຸ່ງໝາຍແຕກຕ່າງ ກັນໄປ, ວິທີການໜຶ່ງທີ່ເລີ່ມເຫັນ, ເພື່ອຈະຊ່ວຍໃຫ້ນັກສຶກສາມີຄວາມພ້ອມ ໃນການປະຍຸກ ນຳໃຊ້ຄວາມຮູ້ໃນການແກ້ໄຂບັນຫາ ແມ່ນການສ້າງຫຼັກສູດຮ່ວມມືກັນ ລະຫວ່າງສະຖາບັນ ການສຶກສາ ກັບພາກສ່ວນພາຍນອກ ທັງພາກລັດ ແລະ ເອກະຊົນ ໂດຍເອົາບັນຫາ ທີ່ພາກສ່ວນຕ່າງໆທີ່ກໍາລັງຕ້ອງການວິທີການແກ້ໄຂ ມອບໃຫ້ນັກສຶກສາ ໄປຄົ້ນຄິດ ເພື່ອຫາທາງອອກ ພາຍໃຕ້ການຊີ້ນຳຂອງອາຈານ. ການສຶກສາແບບນີ້ ກໍອາດຈະເອີ້ນໄດ້ວ່າ ເປັນການຮຽນໂດຍອີງໃສ່ການແກ້ໄຂບັນຫາຕົວຈິງ (Problem-based learning). ບັນຫາໜຶ່ງໆ ອາດຈະບໍ່ສາມາດຊອກຫາທາງອອກ ທີ່ເໝາະສົມໃນເວລາຈຳກັດໄດ້, ສະຖາບັນການສຶກສາ ຈະຕ້ອງສ້າງສະພາບແວດລ້ອມ ໃຫ້ການຮຽນແບບນີ້ ມີໄລຍະເວລາຕໍ່ເນື່ອງພໍສົມຄວນ ແລະ ໃນສະພາບແວດລ້ອມ ຂອງການລອງຜິດລອງໃໝ່ ໄດ້ໂດຍບໍ່ຕ້ອງກັງວົນ ຕໍ່ຜົນກະທົບຄືກັບການປະຕິບັດງານໃນໂລກຕົວຈິງ.

ການປະຕິວັດອຸດສາຫະກຳຍຸກ 4.0 ໄດ້ເຮັດໃຫ້ເກີດວິທີການໃໝ່ ໃນການຜະລິດ ແລະ ບໍລິການ ເຊິ່ງໃນທີ່ສຸດກໍ່ຈະມີຜົນເຮັດໃຫ້ ເກີດການປ່ຽນແປງຮູບແບບການສຶກສາ ໃນທຸກລະດັບ. ການສຶກສາໃນລະດັບມະຫາວິທະຍາໄລ, ໂດຍນຳໃຊ້ປັນຍາປະດິດ ແລະ ເຄື່ອງມືອື່ນໆ, ຈະປ່ຽນຈາກການສອນໃຫ້ຄົນມີຄວາມຮູ້ທັກສະແບບເດີມ ໄປສູ່ຄວາມ ສາມາດ ໃນການຄົ້ນຄວ້າວິໄຈ ແລະ ປະຍຸກນຳໃຊ້ຄວາມຮູ້ ເພື່ອຊອກຫາທາງອອກ ທີ່ເໝາະສົມທີ່ສຸດ ຕໍ່ກັບບັນຫາທີ່ມະນຸດປະເຊີນຢູ່ທີ່ນັບມື້ນັບຫຍຸ້ງຍາກຂຶ້ນເລື້ອຍໆ.

ສະແດງຄຳຄິດເຫັນ...

%d bloggers like this: