IT Center
ຝຶກອົບຮົມການອອກແບບລະບົບເຄືອຂ່າຍພາຍໃນມະຫາວິທະຍາໄລ
ຝຶກອົບຮົມການອອກແບບລະບົບເຄືອຂ່າຍພາຍໃນມະຫາວິທະຍາໄລ

ຝຶກອົບຮົມການອອກແບບລະບົບເຄືອຂ່າຍພາຍໃນມະຫາວິທະຍາໄລ

ໃນລະຫວ່າງວັນທີ 16-20 ທັນວາ 2019 ສູນໄອທີ ມະຫາວິທະຍາໄລແຫ່ງຊາດ ໄດ້ມີການຈັດຝຶກອົບຮົມການອອກແບບລະບົບເຄືອຂ່າຍພາຍໃນມະຫາວິທະຍາໄລ ໃຫ້ແກ່ ພະນັກງານເຕັກນິກຈາກສູນໄອທີ ມະຫາວິທະຍາໄລຈຳປາສັກ.

ຈຸດປະສົງກໍເພື່ອເປັນການສ້າງຄວາມເຂັ້ມແຂງທາງດ້ານວິຊາການເຕັກນິກເຄືອຂ່າຍໃຫ້ ແກ່ພະນັກງານເຕັກນິກຈາກສູນໄອທີ ມະຫາວິທະຍາໄລຈຳປາສັກ ໃນດ້ານຕ່າງໆເຊັ່ນ: ການອອກແບບເຄືອຂ່າຍພາຍໃນ, ການຕິດຕັ້ງ ແລະ ການຕັ້ງຄ່າ (Configure) ລະບົບໃຫ້ແທດເໝາະ, ຮັດກຸມ ແລະ ມີຄວາມປອດໄພ, ການຕິດຕັ້ງລະບົບຄວບຄຸມ ແລະ ບໍລິຫານເຄືອຂ່າຍ ເພື່ອໃຫ້ນຳໄປໃຊໃນການອອກແບບເຄືອຂ່າຍພາຍໃນມະຫາວິທະຍາໄລຈຳປາສັກ.

ຮູບພາບບັນຍາກາດ

ຝຶກອົບຮົມສ້າງທີມພັດທະນາວຽກງານ E-learning ໃຫ້ແກ່ 4 ມະຫາວິທະຍາໄລ
ຝຶກອົບຮົມສ້າງທີມພັດທະນາວຽກງານ E-learning ໃຫ້ແກ່ 4 ມະຫາວິທະຍາໄລ

ຝຶກອົບຮົມສ້າງທີມພັດທະນາວຽກງານ E-learning ໃຫ້ແກ່ 4 ມະຫາວິທະຍາໄລ

ເພື່ອເປັນການປະຕິບັດຕາມແຜນການພັດທະນາທີມງານຂອງໂຄງການ ACU 2019 ດັ່ງນັ້ນໃນລະຫວ່າງວັນທີ 25-29 ພະຈິກ 2019 ທີ່ຜ່ານມາສູນໄອທີ ມະຫາວິທະຍາໄລແຫ່ງຊາດ ກໍຄືທີມງານພັດທະນາບົດຮຽນໃນຮູບແບບ E-learning ປະຈຳປີ 2019 ໄດ້ມີການຈັດຊຸດຝຶກອົບຮົມໃຫ້ແກ່ທີມພັດທະນາໃໝ່ຈາກ 4 ມະຫາວິທະຍາໄລ ໂດຍມີ: ມະຫາວິທະຍາໄລສຸພານຸວົງ 1 ທີມ ມີ 5 ທ່ານ, ມະຫາວິທະຍາໄລສະຫວັນນະເຂດ 1 ທີມ ມີ 5 ທ່ານ, ມະຫາວິທະຍາໄລຈຳປາສັກ 1 ທີມ ມີ 5 ທ່ານ, ມະຫາວິທະຍາແຫ່ງຊາດ 2 ທີມ ມີ 8 …