ໃນຕອນເຊົ້າຂອງວັນທີ 9 ກັນຍາ 2019 ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ ໄດ້ມີພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 25 ປີ (7 ຕຸລາ 1994 – 7 ຕຸລາ 2019) ແລະ ການສະຫຼຸບສົກສຶກສາ 2015-2019 ແລະ ເປີດສົກສຶກສາໃໝ່ 2019-2020 …


ໃນຕອນເຊົ້າຂອງວັນທີ 9 ກັນຍາ 2019 ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ ໄດ້ມີພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 25 ປີ (7 ຕຸລາ 1994 – 7 ຕຸລາ 2019) ແລະ ການສະຫຼຸບສົກສຶກສາ 2015-2019 ແລະ ເປີດສົກສຶກສາໃໝ່ 2019-2020 …


ທ່າມກາງໂລກແຫ່ງໂລກາພິວັດ, ເສດຖະກິດ-ສັງຄົມຂອງໂລກມີການປ່ຽນແປງໄປຢ່າງໄວວາ. ການປ່ຽນແປງຕ່າງໆທີ່ເກີດຂຶ້ນ ມີຜົນຢ່າງກວ້າງຂວາງຕໍ່ທຸກໆຄົນບໍ່ວ່າທ່ານຈະແມ່ນໃຜ ມີຖານະໃດກໍ່ຕາມ ຕ່າງກໍ່ໄດ້ຮັບຜົນຂອງການປ່ຽນແປງໃນໂລກແບບໃໝ່ນີ້ທັງນັ້ນ. ປັດຈຸບັນນີ້ ຜູ້ຄົນໃນບາງເມືອງໃຫຍ່ຂອງໂລກ ດຳລົງຊີວິດໂດຍບໍ່ໄດ້ໃຊ້ເງິນສົດອີກແລ້ວ ແລະ ໃນອະນາຄົດ ທ່ານອາດຈະຕ້ອງໃຊ້ບັດ ຫຼື ໂທລະສັບ ຫຼື ພຽງແຕ່ສະແກນໜ້າກໍ່ພໍ ເພື່ອຊື້ສາລີຕົ້ມກັບເຄື່ອງຂາຍຕາມທາງໃນນະຄອນຫຼວງວຽງຈັນກໍ່ເປັນໄດ້.
ຈາກຄວາມກ້າວໜ້າທາງເທັກໂນໂລຊີ ໄດ້ເລັ່ງໃຫ້ເກີດການປະຕິວັດອຸດສາຫະກຳໃນຍຸກໃໝ່ຂຶ້ນ ເຊິ່ງເປັນທີ່ຮັບຮູ້ໃນວົງກວ້າງວ່າ ການປະຕິວັດອຸດສາຫະກຳໃນຍຸກທີ 4. ຜົນຂອງການປະຕິວັດອຸດສາຫະກຳນີ້ ຈະເຮັດໃຫ້ເກີດສິ່ງໃໝ່ຂຶ້ນຢ່າງຫຼວງຫຼາຍ ພໍໆກັບທຳລາຍສິ່ງເກົ່າທີ່ບໍ່ສອດຄ່ອງລົງເຊັ່ນດຽວກັນ. ວິທີການດຳລົງຊີວິດ ອາຊີບການງານຕ່າງໆຂອງຜູ້ຄົນ ຈະມີການປ່ຽນແປງໄປ, ໃນນັ້ນອາຊີບຄູ ແລະ ສະຖາບັນການສຶກສາ ກໍ່ຈະໄດ້ຮັບຜົນກະທົບຄືກັນກັບອາຊີບໃນຂົງເຂດອື່ນໆ.
ຜົນກະທົບຕໍ່ສະຖາບັນການສຶກສາເລີ່ມມີເຄົ້າລາງມາໄດ້ໄລຍະໜຶ່ງແລ້ວ, ສະແດງອອກທີ່ຕົວເລກຜູ້ສະໝັກສອບເສັງເຂົ້າຮຽນ ໃນລະດັບມະຫາວິທະຍາໄລຂອງລັດ ນັບມື້ນັບຫຼຸດລົງ. ສະຖາບັນບາງແຫ່ງ ມີຜູ້ສະໝັກໜ້ອຍກວ່າຄວາມສາມາດໃນການຮັບເຂົ້າຫຼາຍ. ສຳລັບມະຫາວິທະຍາໄລແຫ່ງຊາດກໍ່ເຊັ່ນດຽວກັນ, …

ເພື່ອເປັນການຂໍ່ານັບຮັບຕ້ອນວັນຄູແຫາງຊາດ ວັນທີ 7 ຕຸລາ ຄົບຮອບ 25 ປີ(7 ຕຸລາ 1994 – 7 ຕຸລາ 2019) ທີ່ຈະມາຮອດໃນເວລາອັນໃກ້ນີ້…