ໃນວັນທີ 20 ເດືອນ 8 ທີ່ ສູນໄອທີ ມ.ປາຍ ໂພນໝີ ທ່າລາດແຂວງວຽງຈັນ ໃດ້ມີການເຝິກອົບຮົມ ການນຳໃຊ້ ລະບົບການຮຽນການສອນ Online ໂດຍນຳໃຊ້ Moodle ໃນການພັດທະນາຫຼັກສູດການຮຽນທາງໄກວິຊາຄູ.
ເຝິກອົບຮົມໂຄງການ ພັດທະນາຫຼັກສູດຮຽນທາງໄກ ແບບເອເລັກໂຕຣນິກຜ່ານລະບົບ E-Learning ໂດຍນຳໃຊ້ 12 ໂມດູນ ເຂົ້າສູ່ລະບົບ
- ສສຊ ນະຄອນຫຼວງ ລົງພົບປະ ພະນັກງານ ກຊ ສຶກສາ
- ມະຫາວິທະຍາໄລ WD ຈັດເຝິກອົບຮົບພິເສດ ການພັດທະນາ Elearning (Web Developer)

ການເຝິກອົບຮົມນິ້ີ້ ແມ່ນພາຍໃຕ້ໂຄງການ ສ້າງຄວາມເຂັ້ມແຂງໃຫ້ສະຖາບັນການສຶກສາຊັ້ນສູງ SHEP ເຊິ່ງແມ່ນ ກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ເປັນເຈົ້າຂອງໂຄງການ. ສູນໄອທີ ແມ່ນເປັນຜູ້ຖືກມອບໝາຍ ໃຫ້ຈັດຕັ້ງປະຕິບັດການເຝິກອົບຮົມດັ່ງກ່າວ.
ການເຝິກອົບຮົມນີ້ ໄດ້ຮັບກຽດເປັນປະທານກ່າວເປີດ ໂດຍທ່ານ ຮສ. ປອ. ສາຍຂອງ ສາຍນາສິນ ຮອງອະທິການບໍດີ ມຊ, ມີຜູ້ເຂົ້າຮ່ວມທີ່ເປັນຜູ້ຮັບຜິດຊອບສອນວິຊາຄຸ 12 ໂມດຸນ ຈາກຄະນະສຶກສາສາດ ມຊ, ພ/ງ ສູນໄອທີ ແລະ ຜູ້ຮັບຜິດຊອບໂຄງການຈາກ ກົມການສຶກສາຊັ້ນສູງ ລວມທັງໝົດ ກວ່າ 30 ທ່ານ.
ການເຝິກອົບຮົມໄດ້ດຳເນີນໄປຮອດ 24 ສິງຫາ 2016 ຈຶ່ງປີດລົງດ້ວຍຜົນສຳເລັດຢ່າງຈົບງາມ.