ສຳເລັດການເຝິກອົບຮົມໂປຣແກຣມ Moodle ໃຫ້ແກ່ພະນັກງານຄຸອາຈານ ຂອງ ມຊ ຊຸດທີ 8
ການເຝິກອົບຮົມການນຳໃຊ້ໂປຣແກຣມ Moodle ໃຫ້ແກ່ພະນັກງານຄູອາຈານ ຂອງ ມະຫາວິທະຍາໄລແຫ່ງຊາດ ຊຸດທີ 8 ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 11-18/06/2015 ກໍ່ໄດ້ສຳເລັດເປັນທີ່ຮຽບຮ້ອຍ ໂດຍມີຄູອາຈານຈາກ 12 ຄະນະວິຊາເຂົ້າຮ່ວມລວມເປັນ 25 ທ່ານ ໃນນັ້ນ ພິທີເປີດເຝິກອົບຮົມແມ່ນທ່ານ ຮສ ດຣ ສາຍຂອງ ສາຍນະສິນ ໃຫ້ກຽດເປັນປະທານ. ເຊິ່ງການເຝິກອົບຮົມໃນຊຸດທີ 8 ນີ້ແມ່ນມີຜົນສຳເລັດເປັນຢ່າງດີ ນັກສຳມະນາກອນທຸກທ່ານແມ່ນມີຄວາມຕັ້ງໃຈ ແລະ ພະຍາຍາມເອົາບົດສອນຂອງຕົນເອງຂຶ້ນລະບົບໃຫ້ສົມບູນທີ່ສຸດ ແຕ່ກໍ່ຍັງມີບາງທ່ານທີ່ນຳເອົາບົດສອນຂຶ້ນຍັງໜ້ອຍເກີນໄປ. ຫວັງຢ່າງຍິ່ງວ່າພາຍຫຼັງການເຝິກອົບຮົມສຳເລັດໄປແລ້ວນັ້ນ ຈະຍັງສືບຕໍ່ເອົາບົດສອນ ແລະ ກິດຈະກຳຕ່າງໆຂຶ້ນສູ່ລະບົບໃຫ້ຄົບຖ້ວນສົມບູນທີ່ສຸດ
Copy and paste this URL into your WordPress site to embed
Copy and paste this code into your site to embed