ສຳເລັດການເຝິກອົບຮົມການນຳໃຊ້ເວັບໄຊສູນໄອທີ ໃຫ້ແກ່ພະນັກງານສູນ

ປະຈຸບັນວຽກງານທາງດ້ານເທັກໂນໂລຊີ ໄດ້ມີການຂະຍາຍຕົວຢ່າງກວ້າງຂວາງ ແລະ ທັນສະໄໝຢ່າງວ່ອງໄວໃນຂົງເຂດວຽກງານຕ່າງໆ ໂດຍສະເພາະແມ່ນຂົງເຂດວຽກງານການສຶກສາ, ການໄດ້ຮັບຂ້ມູນຂ່າວສານແມ່ນມີຫລາຍຮູບແບບ ໂດຍສະເພາະແມ່ນການຮັບຂໍ້ມູນຂ່າວສານ ຜ່ານທາງເວບໄຊຕ່າງໆ, ສະນັ້ນເພື່ອໃຫ້ວຽກງານນີ້ດຳເນີນໄປຢ່າງສະດວກ ແລະ ສາມາດສະໜອງຄວາມຕ້ອງການຂໍ້ມູນຂ່າວສານໃຫ້ແກ່ຜູ້ຊົມໃຊ້ໃນສັງຄົມ ຈຳເປັນທີ່ສຸດທີ່ພວກເຮົາຈະພັດທະນາ ແລະ ຂະຫຍາຍວຽກງານຂໍ້ມູນຂ່າວສານອອກສູ່ສາຍຕາ ຂອງສັງຄົມດ້ວຍການນຳເທັກໂນໂລຊີເຂົ້າມາຊ່ວຍ, ຄຽງຄູ່ກັບການພັດທະນາທາງດ້ານເທັກໂນໂລຊີ ແລະ ຂໍ້ມູນຂ່າວສານນັ້ນ ຈຳເປັນທີ່ສຸດທີ່ຈະຕ້ອງພັດທະນາບຸກຄະລາກອນ ໂດຍສະເພາະແມ່ນຕ້ອງໃຫ້ພະນັກງານວິຊາການທີ່ຮັບຜິດຊອບວຽກງານດັ່ງກ່າວ ໃຫ້ມີຄວາມຮູ້ຄວາມສາມາດໃນການປະຕິບັດວຽກງານໃຫ້ມີປະສິດທິພາບສູງຂຶ້ນ ທັ້ງນີ້ກໍ່ເພື່ອເປັນການສະໜອງຂໍ້ມູນໃຫ້ແກ່ຜູ້ຊົມໃຊ້ ແລະກໍ່ຍັງເປັນການຊ່ວຍປະຫຍັດຄ່າໃຊ້ຈ່າຍ ໃນການຊອກຫາຂໍ້ມູນຂ່າວສານຈາກສັງຄົມອີກດ້ວຍ. ແຕ່ໃນສະພາບຕົວຈິງ, ມີພະນັກງານວິຊາການຈຳນວນໜຶ່ງ ທີ່ຮັບຜິດຊອບວຽກງານດັ່ງກ່າວ ຍັງບໍ່ທັນສາມາດນຳໃຊ້ເທັກໂນໂລຊີເຂົ້າຊ່ວຍໃນການປະຕິບັດວຽກງານໄດ້ດີເທົ່າທີ່ຄວນ, ຍ້ອນເຫດຜົນນີ້ທາງ ສູນເທັກໂນໂລຊີຂ່າວສານ ຈິ່ງໄດ້ມີໂຄງການຈັດຝຶກອົບຮົມ ກ່ຽວກັບເຕັກນິກການສ້າງ ແລະ ປັບປຸງ ເວັບໄຊ, ລວມໄປເຖິງເຕັກນິກໃນການນຳໃຊ້ພວກເມົາຕິມີເດີຍຕ່າງໆ ເພື່ອມາປັບປຸງເວັບໄຊ ສູນ ໃຫ້ດີຂຶ້ນ ແລະ … Continue reading ສຳເລັດການເຝິກອົບຮົມການນຳໃຊ້ເວັບໄຊສູນໄອທີ ໃຫ້ແກ່ພະນັກງານສູນ