ຊ່ວຍກັນແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ

ທ່າມກາງຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ ທີ່ກຳລັງເກີດຂຶ້ນໃນປະເທດ, ພັກ ແລະ ລັດຖະບານ ໄດ້ມີການກຳນົດມາດຕະການຫຼາຍຢ່າງ ເພື່ອແກ້ໄຂບັນຫາ ເຊິ່ງເຫັນ ໄດ້ຈາກມະຕິຂອງກອງປະຊຸມຄົບຄະນະຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ແລະ ຈາກຄຳປາໄສຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ທີ່ກ່າວໃນກອງປະຊຸມສະພາແຫ່ງຊາດ ໃນທ້າຍປີ 2018 ທີ່ຜ່ານມາ. ມະຫາວິທະຍາໄລແຫ່ງຊາດ, ເຊັ່ນດຽວກັນກັບໜ່ວຍງານລັດພາກສ່ວນອື່ນ, ຕ້ອງໄດ້ມີການປັບຕົວບໍ່ຫຼາຍກໍ່ໜ້ອຍ ກັບສະພາບການທີ່ເປັນຢູ່ ຈາກການປັບຫຼຸດງົບປະມານຂອງລັດ, ການຫຼຸດຈຳນວນພະນັກງານຈາກການຫຼຸດໂຄຕາພະນັກງານລົງ ແລະ ອື່ນໆ. ຈາກທິດທາງດັ່ງກ່າວ ມະຫາວິທະຍາໄລແຫ່ງຊາດ ຈະຕ້ອງໄດ້ມີການສຶກສາຄົ້ນຄວ້າ ແລະ ປັບປ່ຽນແຜນການຂອງຕົນຄືນໃໝ່ຫຼາຍດ້ານ ເພື່ອໃຫ້ສາມາດດຳເນີນມາດຕະການປະຫຍັດລາຍຈ່າຍ ຂະນະດຽວກັນ ກໍຕ້ອງໄດ້ມີມາດຕະການໃນການຊອກຫາສ້າງລາຍຮັບໃໝ່ພ້ອມ. ໃນການຈັດຕັ້ງເຊື່ອມຊຶມມະຕິ 7 … Continue reading ຊ່ວຍກັນແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ