ສູນໄອທີ ແມ່ນຜູ້ຮັບຜິດຊອບ ໃນການບໍລິຫານ ລະບົບເຄືອຂ່າຍ ຄອມພິວເຕີຫຼັກ ຂອງມະຫາວິທະຍາໄລ ແຫ່ງຊາດ ພ້ອມທັງເປັນຈຸດເຊື່ອມຕໍ່ ສູ່ເຄືອຂ່າຍອິນເຕີເນັດ. ເຄືອຂ່າຍຄອມພິວເຕີຫຼັກ ຂອງມະຫາວິທະຍາໄລແຫ່ງຊາດ ປະກອບດ້ວຍການເຊື່ອມຕໍ່ລະຫວ່າງ ວິທະຍາເຂດ, ຄະນະວິຊາຕ່າງໆເຂົ້າກັນ. ປະຈຸບັນ ມະຫາວິທະຍາໄລແຫ່ງຊາດ ກຳລັງປັບປຸງລະບົບເຄືອຂ່າຍ ໃຫ້ທັນສະໄໝ ດ້ວຍການເຊື່ອມຕໍ່ຜ່ານສາຍໄຍແກ້ວ, ການນຳໃຊ້ອຸປະກອນ ແລະ ເຄື່ອງມືທີ່ທັນສະໄໝ ປະກອບກັບບຸກຄະລາກອນດ້ານເຄືອຂ່າຍ ທີ່ມີຄວາມຮູ້ ແລະ ປະສົບການສູງ ຈຶ່ງເຮັດໃຫ້ການບໍລິການດ້ານເຄືອຂ່າຍ ດີຂຶ້ນເທື່ອລະກ້າວ.
Copy and paste this URL into your WordPress site to embed
Copy and paste this code into your site to embed