ເດັກນ້ອຍທີ່ສາມາດຕໍ່ຕ້ານກັບໂລກ HIV

ເດັກນ້ອຍທີ່ສາມາດຕໍ່ຕ້ານກັບໂລກ HIV

ເປັນໄປໄດ້ບໍ່ ທີ່ອະນາຄົດ ລູກຂອງເຮົາຈະສາມາດ ຕໍ່ຕ້ານກັບໂລກໄພໄຂເຈັບທີ່ມີໃນປະຈຸບັນ: ໂລກ HIV. ປະຈຸບັນມີນັກວິທະຍາສາດຈີນ ອ້າງວ່າໄດ້ອອກແບບເດັກນ້ອຍຝາແຝດທີ່ສາມາດຕໍ່ຕ້ານກັບໂລກ HIV ທີ່ຫາກໍ່ເກີດຫລາຍເດືອນກ່ອນນີ້ ໂດຍການໃຊ້ເທັກໂນໂລຊີ ການຕັດແຕ່ງແຊ້ນ. ທ່ານອາດຈະບໍເຊື່ອ ແຕ່ລອງຖາມໂຕເອງເບິ່ງວ່າ ທ່ານຮູ້ຈັກ ຈັກຄົນ ທີ່ໃຫ້ວິທະຍາສາດຊ່ວຍໃຫ້ເຂົ້າໄດ້ລູກນ້ອຍ. ເຂົາສາມາດເລືອກໄດ້ວ່າ ຢາກໄດ້ລູກຈັກຄົນ ແລະ ຢາກໄດ້ເພດຫຍັງກໍ່ໄດ້. ເດັກນ້ອຍເລົ່ານີ້ ບໍ່ໄດ້ເກີດຈາກການອອກແບບຂອງທຳມະຊາດ ແຕ່ເປັນການປະສົມປະສານຂອງ ວິທະຍາສາດ ແລະ ທຳມະຊາດ ເວົ້າລວມແລ້ວແມ່ນເຂົາເຈົ້າຖືກອອກແບບຈາກຫ້ອງທົດລອງ ກ່ອນຈະຖືກນຳເຂົ້າໄປໃນຕົວຂອງຜູ້ເປັນແມ່.

Credited Illustration by Mike Faille

ໃນປະຈຸບັນ, ເທັກໂນໂລຊີ ຄວາມຮູ້ ຄວາມສາມາດໃນຂະແຫນ່ງ gene editing …

ເຮົາຈະໄດ້ກິນຊີ້ນທີ່ປູກຈາກຫ້ອງ lab

ເຮົາຈະໄດ້ກິນຊີ້ນທີ່ປູກຈາກຫ້ອງ lab

ທ່ານຈະຕົກໃຈບໍ່ ຖ້າຂ້າພະເຈົ້າບອກທ່ານວ່າ ໃນຕໍ່ຫນ້າຄົນເຮົາຈະສາມາດກິນຊີ້ນໄດ້ໂດຍບໍ່ຈຳເປັນຕ້ອງ ທຳຮ້າຍ ຫລື ຂ້າສັດ. ຊີ້ນ ບໍ່ວ່າຈະເປັນຊີ້ນງົວ, ຫມູ ແລະ ໄກ່ສາມາດປູກໄດ້ ແມ່ນແລ້ວ “ປູກ” ໃນຫ້ອງທົດລອງທີ່ມີສະພາບແວດລ້ອມອຳນວຍ. ຊີ້ນດັ່ງກ່າວຖືກເອີ່ນວ່າ cell-based meat.

ຂໍ້ດີຂອງ cell-based meat ແມ່ນ ເປັນຊີ້ນທີສະອາດ ແລະ ປາດສະຈາກໂລກທີ່ມີໃນຊີ້ນທົ່ວໆໄປ. ເປັນຊີ້ນທີ່ບໍ່ສົງຜົນກະທົບ ຕໍ່ສະພາບແວດລ້ອມ ຍ້ອນຖືກປູກໃນສະພາບຫ້ອງທົດລອງ.

Cited from www.new-harvest.org/mark_post_cultured_beef
ຊິ້ນ “ປູກ” ໃນຫ້ອງທົດລອງ Cited from www.new-harvest.org/mark_post_cultured_beef

ຂັ້ນຕອນການປູກຊີ້ນແມ່ນເລີ່ມຈາກ ການເອົາພາກສ່ວນຂອງແຊ້ນ ຫລື cell ທີ່ຂັດສັນພິເສດຈາກສັດ (ອາດຈະມາຈາກຂົນຂອງໄກ່) …

ວ່າດ້ວຍເລື່ອງຄວາມເຫງົາ

ວ່າດ້ວຍເລື່ອງຄວາມເຫງົາ

ມີນັກຈິດຕະວິທະຍາ ແລະ ນັກຊ່ຽວຊານດ້ານອາລົມຫຼາຍທ່ານໃດ້ ໃຫ້ທັດສະນະວ່າ ຄວາມເຫງົາເປັນໄພຫງຽບ ທີ່ບໍ່ແມ່ນແຕ່ໜ້າທີ່ຂອງຄົນໃນຄອບຄົວໃກ້ຊິດຄ່ອຍແກ້ໄຂອາດຈະບໍ່ພຽງພໍ ແຕ່ຍ້ອນສະພາບແວດລ້ອມ ແລະ ຜົນກະທົບອ້ອມຂ້າງ ພາໃຫ້ເກີດຄວາມເຫງົາທາງສັງຄົມ ແລະ ຄວາມເຫງົາທາງອາລົມ.

Social Loneliness ແມ່ນຄວາມເຫງົາທາງສັງຄົມເຊິ່ງພົບໃດ້ທົ່ວໄປເປັນເລື່ອງຂອງອາລົມໄລຍະສັ້ນ ທີ່ມີສາຍສຳພັນ ກັບຄົນອ້ອມຂ້າງ ພົວພັນກັນ ຫຼື ຄົນໃນສັງຄວາມທີ່ບໍ່ມີຄວາມສຳພັນກໍ່ພາໃຫ້ເກີດ Social Loneliness ສ່ວນຫຼາຍແມ່ນພົບໃດ້ກັບຄົນທົ່ວໄປ ທີ່ມີຈຳນວນເພື່ອນບໍ່ຫຼາຍ, ຄົນທີ່ບໍ່ຄ່ອຍມີສັງຄົມກ້ວາງຂວາງ

Emotional Loneliness ແມ່ນຄວາມເຫງົາທາງອາລົມ ຖືເປັນພາວະຄວາມເຫງົາລະດັບກາງໄປເຖິງຮ້າຍແຮງ ແກ່ຕົນເອງ ແລະ ຄົນອ້ອມຂ້າງ ຫຼື ພາຍໃນອົງກອນ

ມີລາຍງານຈາກອົງການ WHO ວ່າຄວາມເຫງົາທາງອາລົມນັ້ນສົ່ງຜົນກະທົບໃນລະດັບຮ້າຍແຮງຕໍ່ອົງກອນ ແລະ ຄົນພາຍໃນອົງກອນ ໂດຍສ່ວນຫຼາຍແມ່ນຈະພົບໃດ້ກັບຜູ້ທີ່ມີອາຍຸສູງ …

ໂຣກທີ່ຄິດວ່າຕົນເອງບໍ່ເກັ່ງ (Imposter syndrome – ອິມໂພສເຕີ ຊິນໂດຣມ)

ໂຣກທີ່ຄິດວ່າຕົນເອງບໍ່ເກັ່ງ (Imposter syndrome – ອິມໂພສເຕີ ຊິນໂດຣມ)

ບາງຄັ້ງຄວາມຮູ້ສຶກທີ່ໃດ້ຮັບຄຳຊົມຈາກຄົນອື່ນເປັນສິ່ງທີ່ບໍ່ປາດຖະໜາ ບາງທີ່ຫລາຍຄັ້ງເກີດອາການຫງຸດຫງິດ ເພາະພາຍໃນໃຈ ນັ້ນຄິດຢູ່ຕະຫຼອດເວລາວ່າສິ່ງທີ່ເຮັດໄປນັ້ນຍັງດີບໍ່ພໍ

ມີບາງທິດສະດີວ່າ ໂຣກນີ້ສ່ວນໜຶ່ງເກີດມາຈາກພື້ນຖານຄອບຄົວທີ່ພະຍາຍາມສ້າງຄວາມຄາດຫວັງ ຫຼື ສ້າງຕົວຕົນຈຳລອງບາງຢ່າງຂື້ນມາ ຕົວຢ່າງ ພໍ່ແມ່ອາດຈະບອກກັບລູກວ່າ ລູກນີ້ພິເສດ ແລະ ສາມາດເຮັດສິ່ງຕ່າງໆໃດ້ຫຼາຍກ່ອນຄົນທົ່ວໄປ (ສິ່ງນີ້ເຫຼົ່ານີ້ອາດຈະເຮັດເດັກຄົນໜຶ່ງວາງເກນຂອງຕົນເອງຂື້ນມາ ແລະ ຕ້ອງເຮັດສຳເລັດທຸກໆຢ່າງໃຫ້ສຳເລັດ ເພາະຕົນເອງນັ້ນພິເສດ)…

Email ທຳລາຍປະສິດທິພາບການທຳງານຂອງທ່ານແທ້ບໍ່?

Email ທຳລາຍປະສິດທິພາບການທຳງານຂອງທ່ານແທ້ບໍ່?

ບົດຄວມນີ້ຈະມາເລົ່າວິທີການຈັດການ Email ຢ່າງມີປະສິດທິພາບອ້າງອິງຈາກງານວິໄຈ ຫຼາຍແຫ່ງ ແລະ ປະສົບການຜູ້ຂຽນ

ໂດຍປົກກະຕິຖ້າເວົ້າເລື່ອງການສື່ສານປະຈຸບັນ ອີເມວນັບວ່ານັບມື້ເລີ່ມເປັນຊ່ອງທາງຄູ່ຂະໜານກັບການສື່ສານແບບເອກະສານພາຍໃນອົງກອນ ຫຼື ການພົວພັນກັບສາກົນ

ໃນບາງຄັ້ງ ຫຼື ສ່ວນໃຫຍ່ Email ປຽບເໝືອນຕົວດູດເວລາ ຂອງຫຼາຍບໍລິສັດ ອົງກອນກໍ່ເປັນໃດ້

ການກວດ ອີເມວຕະຫຼອດເວລາ ເປັນສິ່ງທີ່ກິນເວລາຫຼາຍ ມີ research ບົດວິໄຈງານໜຶ່ງກ່ຽວກັບ Email ອອກມາວ່າ ໂດຍສະເລ່ຍຄົນເຮົາໃນໜຶ່ງວັນ ໃຊ້ເວລາ 25% – 28% ຂອງການທຳງານທັງໝົດ ໝົດໄປກັບການ Check Email ຖ້າຄິດໄລ່ໂດຍປະມານແມ່ນ 10 – 11 ຊົ່ວໂມງຕໍ່ອາທິດ ຖືເປັນຕົວເລກທີ່ຫຼາຍສົມຄວນ…

Brownout ພາວະໝົດໄຟໃນການທຳງານ

Brownout ພາວະໝົດໄຟໃນການທຳງານ

Brownout ແມ່ນ ອາການໝົດໄຟໃນການທຳງານໄລຍະຍາວ Brownout ອາດຈະມີອາການຮູ້ສຶກເບື່ອໜ່າຍ ແລະ ອຶດອັດກັບກົດລະບຽບບາງຢ່າງຂອງອົງກອນ ຈົນກໍ່ໃຫ້ເກີດເປັນພາວະຖ່ອຍຫ່າງ (Disengagement) ເຮັດໃຫ້ຈົນສຸດທ້າຍເຮົາທົນບໍ່ໄຫວ ລາອອກຈາກບ່ອນເຮັດວຽກ.

ມີຂໍ້ມູນ Entrepreneur ໄດ້ລະບຸວ່າມີຜູ້ບໍລິຫານລະດັບສູງ ມີອາການ ໝົດແຮງບັນດານໃຈ (Burnout) ລາອອກຈາກອົງກອນ 5% ກົງກັນຂ້າມກັບອາການ Brownout ທີ່ມີຜູ້ລາອອກຈາກອົງກອນຫຼາຍກວ່າ 40%

ລອງກວດເບິ່ງວ່າທ່ານມີອາການ Brownout ສະແດງອອກມາບໍ່?

  1. ສົນໃຈແຕ່ເລື່ອງວຽກງານຫຼາຍເກີນໄປຈົນລືມເອົາໃຈໃສ່ຕົນເອງ (ບໍ່ກິນບໍ່ນອນເອົາແຕ່ເຮັດວຽກ)
  2. ຮູ້ສຶກວິຕົກກັງວົນ ແລະ ກົດດັນຕົວເອງຕະຫຼອດເວລາ
  3. ມີອາການເບື່ອກັບການເຂົ້າສັງຄົມ ແລະ ການລົມກັບຄົນ ຫຼື ແມ່ນແຕ່ຄົນໃກ້ໂຕເຊັ່ນ: ຄອບຄົວ ໝູ່ເພື່ອນ ແລະ ຄົນຮັກ