ເຄືອຂ່າຍການສຶກສາແລະການຄົ້ນຄ້ວາລາວ (LERNET)

ພາຍໃຕ້ຍຸກທີ່ມີການສະໜັບສະໜູນທາງດ້ານໄອຊີທີຢ່າງກວ້າງຂວາງຄືສູ່ມື້ນີ້. ການນຳໃຊ້ເຄື່ອງມືໄອຊີທີ ເພື່ອການຮ່ວມມືທາງດ້ານການສຶກສາແລະການຄົ້ນຄ້ວາໄດ້ແຜ່ກວ້າງໄປໃນທົ່ວໂລກ. ແຕ່ລະປະເທດລ້ວນ ແຕ່ມີເຄືອຂ່າຍປະເພດນີ້ໃນປະເທດຕົນເອງ, ມັນໄດ້ເຊື່ອມໂຍງບັນດາສະຖາບັນການສຶກສາ  ການຄົ້ນຄ້ວາ ອົງກອນການສຶກສາທ້ອງຖິ່ນ ຫໍສະໝຸດ ໂຮງໝໍ ແລະອື່ນໆ ເຂົ້າຫາກັນ. ເຄື່ອຂ່າຍດັ່ງກ່າວ ມີຂໍ້ດີດ້ວຍການ ທີ່ມັນສາມາດເຮັດໃຫ້ການນຳໃຊ້ຊັບພະຍາກອນ (ຄົນແລະເຄື່ອງຂອງ) ຮ່ວມກັນ. ສູນໄອທີ ມຊ ໄດ້ພະຍາຍາມ ເພື່ອເຮັດໃຫ້ຄວາມຄິດທີ່ມີຊື່ວ່າ Laos Education and Research Network (LERNET) ຫຼືເວົ້າເປັນພາສາ ລາວວ່າ, ເຄືອຂ່າຍການສຶກສາແລະການຄົ້ນຄ້ວາລາວ ໃຫ້ມັນເກີດຂື້ນ. ແຕ່ກໍຕ້ອງພົບອຸປະສັກຫຼາຍຢ່າງ,….

ການຂາດວິໄສທັດ ນຳໄປສູ່ການຂາດແນວຄິດ ຈິນຕະນາການໃໝ່ເພື່ອພັດທະນາຮູບແບບການ ສຶກ ສາຕາມຍຸກສະໄໝໃໝ່ (ການຮ່ວມມືແລກປ່ຽນທາງດ້ານມັນສະໝອງ, ການປະຢັດຊັບພະຍາກອນ, ການພັດທະນາຕົນເອງໄປສູ່ຄວາມດີເລີດກວ່າ, …), ເພາະເຮົາຍັງຢູ່ໃນລະດັບດ້ອຍພັດທະນາ ດັ່ງນັ້ນ ຈຶ່ງຍັງບໍ່ທັນມີອົງກອນລັດໃດທີ່ໄດ້ນຳເອົາວຽກນີ້ໄປຈັດຕັ້ງປະຕິບັດອຸປະສັກຕໍ່ການສ້າງເຄືອຂ່າຍ LERNET


ບາງອຸປະສັກໃນການ ເປັນ/ມີ LERNET

ຫວຽດນາມ ມີ, VinaREN ຂື້ນກັບກະຊວງວິທະຍາສາດແລະເທັກໂນໂລຊີ, ຈີນ ມີ CiNet ຂື້ນກັບກະຊວງສຶກ ສາ, ໄທມີ UniNet ທີ່ຂື້ນກັບກະຊວງສຶກສາແລະມີ ThaiREN ທີ່ຂື້ນກັບກະຊວງວິທະຍາສາດແລະເທັກໂນໂລຊີ, ສິງກະໂປມີ SigaREN ທີ່ຂື້ນກັບອົງກອນກາງລະຫວ່າງສະຖາບັນການສຶກສາແລະການຄົ້ນຄ້ວາ, ອື່ນໆ. ແຕ່ ລາວເຮົາຍັງບໍ່ທັນມີ, ອຸປະສັກບາງຢ່າງມີດັ່ງນີ້:

ຂາດວິໄສທັດ ແລະຄວາມເຂົ້າໃຈໃນລະດັບຕ່່າງ

  • ຄວາມເຂົ້າໃຈທີ່ວ່າ ມີລະບົບເຄືອຂ່າຍໄອຊີທີແລ້ວສາມາດເຮັດຫຍັງໄດ້, ຄວາມເຂົ້າໃຈນີ້ ຕ້ອງເກີດມາ ຈາກລະດັບຄົນ ຫຼືອົງກອນທີ່ມີອຳນາດຊີ້ນຳ ຂັບເຄື່ອນເພື່ອໃຫ້ເກີດການຈັດຕັ້ງປະຕິບັດໄດ້.
  • ເມື່ອຂາດຄວາມເຂົ້າໃຈ, ກໍນຳມາສູ່ການຂາດຄວາມຢາກແລະຄວາມກ້າໃນການລົງທຶນເພື່ອພັດທະນາ
  • ຂາດພະນັກງານວິຊາການ

ໃນລະດັບອົງກອນ

  • ຂາດສາທາລະນຸປະໂພກພື້ນຖານທາງດ້ານໄອຊີທີ (ເຄືອຂ່າຍພາຍໃນ, ເຄືອຂ່າຍລະຫວ່າງສະຖາບັນ, ..)
  • ຂາດການນຳໃຊ້ໄອຊີທີ ເພື່ອການສຶກສາ, ແລະກະໂຕການເຄື່ອນໄຫວເພື່ອການຄົ້ນຄ້ວາກໍມີໜ້ອຍ.

 

ຕິດຂັດໃນລະບຽບກົດໝາຍຕ່າງໆຂອງລັດ

ເຖິງແມ່ນວ່າມີຂໍ້ຕົກລົງໃນກອງປະຊຸມສຸດຍອດຜູ້ນຳອາຊີ-ເອີຣົບ ASEM9, ASEM10 ແລະ ASEM11 ໂດຍສະເພາະຄັ້ງທີ 9 ທີ່ຈັດຂຶ້ນທີ່ນະຄອນຫຼວງວຽງຈັນນັ້ນ ມີການຮັບຮູ້ການຈັດຕັ້ງເຄືອຂ່າຍ TEIN ແລະ ການເຊື່ອມໂຍງເຄືອຂ່າຍການສຶກສາລະຫວ່າງປະເທດຕ່າງໃນອາຊີ ແລະ ເອີຣົບເຂົ້າກັນ, ແຕ່ທາງຜັນຂະຫຍາຍ ປະຕິບັດຕົວຈິງໃນປະເທດເຮົາ ພັດບໍ່ມີພາກສ່ວນໃດຮັບຜິດຊອບ ດຳເນີນການໃຫ້ເປັນຮູບປະທຳຂຶ້ນໄດ້. ຍັງບໍ່ມີທິດທາງທີ່ຊັດເຈນ ໃນການຈັດຕັ້ງເຄືອຂ່າຍການສຶກສາແຫ່ງຊາດ ເພື່ອເຊື່ອມຕໍ່ກັບເຄືອຂ່າຍການສຶກສາສາກົນ. ພ້ອມກັນນັ້ນ ບັນດາລະບຽບກົດໝາຍຕ່າງໆທີ່ມີຢູ່ ກໍ່ບໍ່ເອື້ອອຳນວຍໃຫ້ກັບການຈັດຕັ້ງອົງກອນໃໝ່ ທີ່ເປັນສະເໝືອນຜູ້ບໍລິການອິນເຕີເນັດເພື່ອການສຶກສາ (Internet Service Provider) ຂຶ້ນມາໄດ້.

ຂາດງົບປະມານສະໜັບສະໜູນ

ເຄືອຂ່າຍການສຶກສາ ແລະ ຄົ້ນຄວ້າແຫ່ງຊາດ ເປັນຜູ້ບໍລິຫານຄຸ້ມຄອງເຄືອຂ່າຍທີ່ເຊື່ອມຕໍ່ລະຫວ່າງເຄືອຂ່າຍຄອມພິວເຕີຂອງສະຖາບັນການສຶກສາຕ່າງໆເຂົ້າກັນ (ເບິ່ງຮູບຕົວຢ່າງເຄືອຂ່າຍການສຶກສາຂອງປະເທດຝລັັ່ງ ຢູ່ທາງລຸ່ມ). ເຄືອຂ່າຍດັ່ງກ່າວ ປະກອບມີສາຍໄຍແກ້ວ, ອຸປະກອນເຄືອຂ່າຍຕ່າງໆຂອງຕົນ, ມີສູນບໍລິຫານເຄືອຂ່າຍ ແລະ ວຽກງານຕ່າງໆ ທີ່ລ້ວນແລ້ວຕ້ອງການງົບປະມານຮັບໃຊ້. ການພົວພັນ ແລະ ເຊື່ອມຕໍ່ກັບເຄືອຂ່າຍສາກົນ, ການນຳໃຊ້ ເຊົ່າໃຊ້ ຫຼື ແລກປ່ຽນຊັບພະຍາກອນໃນເຄືອຂ່າຍອື່ນໆໃນຕ່າງປະເທດ ລວມໄປເຖິງສັນຍານອິນເຕີເນັດ ກໍ່ລ້ວນແຕ່ຕ້ອງໄດ້ກ່ຽວຂ້ອງກັບງົບປະມານທັງນັ້ນ. ໃນໄລຍະເລີ່ມຕົ້ນຂອງການສ້າງຕັ້ງເຄືອຂ່າຍ ຈຳເປັນຕ້ອງມີງົບປະມານສະໜັບສະໜູນກ່ອນ ຫຼື ຢ່າງໜ້ອຍກໍ່ໃຫ້ມີເງື່ອນໄຂສະເພາະຍົກເວັ້ນ ເພື່ອໃຫ້ເຄືອຂ່າຍນີ້ເກີດຂຶ້ນໄດ້. ຜ່ານມາບາງອົງກອນ ເຊັ່ນ APNIC ແລະ TEIN ກໍ່ໄດ້ໃຫ້ການຊ່ວຍເຫຼືອຈຳນວນໜຶ່ງ ເພື່ອສ້າງຄວາມສະດວກໃຫ້ເກີດເຄືອຂ່າຍໃນບ້ານເຮົາ. ຖ້າມີງົບປະມານສະໜັບສະໜູນ ໃນໄລຍະເລີ່ມຕົ້ນນີ້ ເຊື່ອວ່າຈະເປັນຕົວເລັ່ງໃຫ້ເກີດການຈັດຕັ້ງເຄືອຂ່າຍດັ່ງກ່າວໄວຂຶ້ນ.

ການເຊື່ອມຕໍ່ເຄືອຂ່າຍການສຶກສາ ແລະ ຄົ້ນຄວ້າ ຂອງປະເທດຕ່າງໆໃນທະວີບເອີຣົບ (G​ÉANT)

ການເຊື່ອມຕໍ່ເຄືອຂ່າຍການສຶກສາ ແລະ ຄົ້ນຄວ້າ ຂອງປະເທດຕ່າງໆໃນທະວີບເອີຣົບ (G​ÉANT)

ເຄືອຂ່າຍການສຶກສາ ແລະ ຄົ້ນຄວ້າຂອງປະເທດຝລັ່ງ (RENATER)

ເຄືອຂ່າຍການສຶກສາ ແລະ ຄົ້ນຄວ້າຂອງປະເທດຝລັ່ງ (RENATER)

ທາງເລືອກໃນການສ້າງເຄືອຂ່າຍ LERNET

 

ຈັດຕັ້ງເປັນອົງກອນລັດອັນໜຶ່ງ

ທາງເລືອກນີ້ ແມ່ນໃຫ້ລັດ ເປັນຜູ້ສ້າງຕັ້ງ LERNET ເປັນອົງກອນໃໝ່ ທີ່ອາດຈະສັງກັດກັບກະຊວງໃດໜຶ່ງ ແລະ ມີບັນດາສະຖາບັນການສຶກສາ ແລະ ຄົ້ນຄວ້າຕ່າງໆທົ່ວປະເທດ ເປັນສະມາຊິກ. ການຕັ້ງແບບນີ້ ລັດຈະເປັນຜູ້ລົງທຶນໃນການສ້າງຕັ້ງ ແລະ ບໍລິຫານທັງໝົດ ລວມທັງປະກອບບຸກຄະລາກອນຕ່າງໆໃຫ້ພ້ອມ. ລັດອາດຈະໃຫ້ບັນດາສະມາຊິກຂອງເຄືອຂ່າຍ ຈ່າຍຄ່າເຊື່ອມຕໍ່ເປັນສະມາຊິກ ແລະ ການນຳໃຊ້ບໍລິການຕ່າງໆ ຫຼື ອາດຈະບໍ່ເກັບຄ່າໃຊ້ຈ່າຍໃດໆເລີຍ ກໍ່ແລ້ວແຕ່ການກຳນົດ. ບັນດາສະມາຊິກໃນເຄືອຂ່າຍ ຕ້ອງໄດ້ພັດທະນາເຄືອຂ່າຍຄອມພິວເຕີພາຍໃນຂອງຕົນ ເພື່ອໃຫ້ສາມາດເຊື່ອມຕໍ່ກັບເຄືອຂ່າຍ LERNET ໄດ້.

ທາງເລືອກນີ້ ເປັນທາງເລືອກໃນຝັນ ທີ່ຜູ້ກ່ຽວຂ້ອງຫຼາຍທ່ານຕ້ອງການໃຫ້ເປັນ. ແຕ່ໃນສະພາວະປະຈຸບັນ ການທີ່ຈະໃຫ້ລັດສ້າງອົງກອນ ທີ່ມີພາລະບົດບາດ ແລະ ຄ່າໃຊ້ຈ່າຍສູງແບບນີ້ ເປັນເລື່ອງທີ່ເກີດຂຶ້ນໄດ້ຍາກ ເພາະມັນແຕະຕ້ອງເຖິງງົບປະມານຂອງລັດຫຼາຍ.

ຈັດຕັ້ງເປັນແບບອົງກອນບໍ່ຫວັງຜົນກຳໄລ

ທາງເລືອກນີ້ ແມ່ນອະນຸຍາດໃຫ້ສະເພາະສະຖາບັນການສຶກສາ ແລະ ຄົ້ນຄວ້າທີ່ມີຄວາມສົນໃຈ ລວມຕົວກັນຈັດຕັ້ງຂຶ້ນໃນຮູບແບບເປັນເໝືອນອົງກອນ ທີ່ບໍ່ຫວັງຜົນກຳໄລ,  ມີການຈັດຕັ້ງໂດຍຄັດເລືອກຕົວແທນຂອງສະຖາບັນການສຶກສາ ທີ່ເປັນສະມາຊິກຮ່ວມກັນບໍລິຫານ. ອົງກອນນີ້ ຕ້ອງໄດ້ຮັບການຮັບຮອງຈາກລັດ ແລະ ອາດຈະມີພາກສ່ວນໃດໜຶ່ງຂອງລັດ ນອກເໜືອຈາກສະຖາບັນການສຶກສາ ເຂົ້າຮ່ວມກໍ່ເປັນໄດ້. ງົບປະມານທີ່ໃຊ້ໃນການບໍລິຫານ ແມ່ນມາຈາກການລົງຂັນກັນ ຂອງສະຖາບັນການສຶກສາທີ່ເປັນສະມາຊິກ (ອາດເທົ່າກັນຫຼືບໍ່ກໍ່ແລ້ວແຕ່) ແລະ ຕ້ອງມີງົບປະມານຂອງລັດສ່ວນໜຶ່ງ ສະໜັບສະໜູນທັງໃນໄລຍະເລີ່ມຕົ້ນ ແລະ ແຕ່ລະປີຂອງການດຳເນີນງານ.

ອາດຈະບໍ່ມີຄົນສົນໃຈໃນທາງເລືອກນີ້, ເພາະວ່າຍາກຈະຫາສະຖາບັນການສຶກສາທີ່ສົນໃຈເຂົ້າຮ່ວມ, ທັງຄວາມພ້ອມດ້ານລະບົບເຄືອຂ່າຍພາຍໃນ, ງົບປະມານ ແລະ ລະດັບການແລກປ່ຽນ ການຄົ້ນຄວ້າຕ່າງໆ ແຕ່ລະສະຖາບັນ ມີໜ້ອຍຢູ່ແລ້ວ ດັ່ງນັ້ນ ຄົງຈະບໍ່ສາມາດຫາແນວຮ່ວມຈັດຕັ້ງອົງກອນນີ້ ໃນໄລຍະອັນໃກ້ນີ້ໄດ້.

ມອບໃຫ້ມະຫາວິທະຍາໄລແຫ່ງຊາດບໍລິຫານ

ທາງເລືອກນີ້ ແມ່ນໃຫ້ມະຫາວິທະຍາໄລແຫ່ງຊາດ ເປັນຜູ້ຈັດຕັ້ງ ແລະ ບໍລິຫານ ເຄືອຂ່າຍການສຶກສາ ແລະ ຄົ້ນຄວ້າແຫ່ງຊາດ ໂດຍມີສະມາຊິກ ກໍ່ຄືມະຫາວິທະຍາໄລແຫ່ງຊາດເອງ ເຊິ່ງຕ້ອງໄດ້ຖືກຮັບຮອງ ແລະ ສະໜັບສະໜູນງົບປະມານຈາກລັດຖະບານເຊັ່ນດຽວກັນ. ສ່ວນສະຖາບັນການສຶກສາອື່ນ ຖ້າມີຄວາມສົນໃຈ ແລະ ມີຄວາມພ້ອມ ຢາກເຂົ້າຮ່ວມ ກໍ່ສາມາດເຂົ້າຮ່ວມເປັນສະມາຊິກໄດ້ໃນພາຍຫຼັງ ໂດຍຕ້ອງມີການຈ່າຍຄ່າສະມາຊິກ ແລະ ບໍລິການຕ່າງໆ ຜ່ານມະຫາວິທະຍາໄລແຫ່ງຊາດເລີຍ. ແນວຄິດນີ້ ເປັນອີກທາງເລືອກໜຶ່ງ ທີ່ເກີດຂຶ້ນ ເນື່ອງຈາກໄລຍະຜ່ານມາ ມະຫາວິທະຍາໄລແຫ່ງຊາດ ໄດ້ມີການເຊື່ອມຕໍ່ກັບເຄືອຂ່າຍການສຶກສາ TEIN ກ່ອນແລ້ວ ແລະ ໄດ້ຮັບພາລະຄ່າເຊື່ອມຕໍ່ ກັບເຄືອຂ່າຍ ລວມທັງ ຄ່າ IP ກັບ APNIC ຢູ່ແລ້ວ, ພ້ອມກັນນັ້ນ ມະຫາວິທະຍາໄລແຫ່ງຊາດເອງ ກໍ່ໄດ້ຮັບແຮງກົດດັນ ຈາກພາຍນອກ ໃນການພົວພັນຮ່ວມມືກັບ ສະຖາບັນການສຶກສາຕ່າງປະເທດ. ຖ້າບໍ່ມີການເຄື່ອນໄຫວຫຍັງ ກໍ່ຈະເໝືອນເປັນການຈ່າຍເງິນໄປລ້າໆ ໂດຍບໍ່ໄດ້ປະໂຫຍດຫຍັງ.

ທາງເລືອກນີ້ ມະຫາວິທະຍາໄລແຫ່ງຊາດ ຕ້ອງໄດ້ຮັບພາລະຄ່າໃຊ້ຈ່າຍສູງ, ຖ້າບໍ່ມີການສະໜັບສະໜູນງົບປະມານ ແລະ ນະໂຍບາຍຕ່າງໆ ຈາກລັດຖະບານແລ້ວ ກໍ່ຄົງຈະບໍ່ສາມາດສ້າງຕັ້ງ LERNET ໄດ້. ອີກດ້ານໜຶ່ງ ມະຫາວິທະຍາໄລແຫ່ງຊາດເອງ ກໍ່ຕ້ອງເລັ່ງການພັດທະນາເຄືອຂ່າຍພາຍໃນຂອງຕົນ ເພື່ອໃຫ້ສາມາດນຳໃຊ້ປະໂຫຍດຂອງການເຊື່ອມຕໍ່ໄດ້.

ສະຫຼຸບ

ການສ້າງຕັ້ງເຄືອຂ່າຍການສຶກສາ ແລະ ຄົ້ນຄວ້າແຫ່ງຊາດ ບໍ່ສາມາດເຮັດໄດ້ງ່າຍ, ມີອຸປະສັກ ແລະ ສິ່ງທ້າທາຍຫຼາຍ. ສູນເທັກໂນໂລຊີ-ຂ່າວສານ, ມະຫາວິທະຍາໄລແຫ່ງຊາດ ເປັນພຽງໜ່ວຍງານນ້ອຍໜຶ່ງ ທີ່ບໍ່ອາດສາມາດ ດຳເນີນການສ້າງຕັ້ງອົງກອນລະດັບນີ້ໄດ້. ຈຳເປັນທີ່ຈະຕ້ອງມີການຮ່ວມມືກັບຫຼາຍໆພາກສ່ວນ ເພື່ອໃຫ້ມີກຳລັງແຮງໃນການລິເລີ່ມສ້າງຕັ້ງຂຶ້ນ. ອຸປະສັກ ແລະ ທາງເລືອກໃນການສ້າງເຄືອຂ່າຍ LERNET ທີ່ນຳສະເໜີໃນບົດຄວາມນີ້ ອາດຈະບໍ່ຄົບຖ້ວນ, ຖ້າເຫັນວ່າຍັງມີອັນອື່ນ ຫຼື ຍັງບໍ່ຖືກຕ້ອງ ທ່ານສາມາດປະກອບຄຳຄິດຄຳເຫັນ ຜ່ານທາງເວັບໄຊນີ້ ຫຼື ຜ່ານທາງ Facebook ກໍ່ໄດ້.

ສິ່ງທີ່ປະກົດໃນບົດຄວາມນີ້ ແມ່ນເປັນຄວາມຄິດເຫັນສ່ວນຕົວ ບໍ່ແມ່ນທິດທາງລວມຂອງສູນເທັກໂນໂລຊີ-ຂ່າວສານ ຫຼື ມະຫາວິທະຍາໄລແຫ່ງຊາດ ແຕ່ປະການໃດ, ຂ້າພະເຈົ້າ ຍິນດີຮັບຟັງທຸກຄວາມຄິດເຫັນ, ຄຳສະເໜີ ຫຼື ຂໍ້ຕິຊົມຕ່າງໆ ເພື່ອເປັນການແລກປ່ຽນ ເຮັດໃຫ້ວຽກງານດ້ານການສຶກສາຂອງລາວ ໄດ້ຮັບການພັດທະນາໃຫ້ດີຂຶ້ນຕໍ່ໄປ ໃນອະນາຄົດ.

One thought on “ເຄືອຂ່າຍການສຶກສາແລະການຄົ້ນຄ້ວາລາວ (LERNET)

  1. Anonymous

    ພວກເຮົາກຳລັງສະເໜີ ໃຫ້ ມຊ ເປັນເຈົ້າການກັບເຄືອຂ່າຍນີ້ໄປກ່ອນ, ແຕ່ຄະນະນຳຂອງ ມຊ ກໍຕ້ອງ ເຂົ້າໃຈກ່ຽວກັບເລື່ອງນີ້. ຜ່ານມາໄດ້ມີການນຳສະເໜີໃນຫຼາຍຮູບການ, ເມື່ອສະເໜີແລ້ວເພິ່ນກໍງຶກຫົວ ວ່າສຳຄັນ ແຕ່ພໍມາເວົ້າເຖິງການທີ່ ມຊ ຈຳເປັນຕ້ອງຈ່າຍເງິນຄ່າສະມາຊິກ ຫຼືບາງຍ່າງທີ່ກ່ຽວຂ້ອງ ເພິ່ນ ກໍຢຸດງຶກຫົວ ບໍ່ມີທັດສະນະຈະແຈ້ງ. ເຖິງຢ່າງໃດກໍດີ ເພື່ອໃຫ້ ມຊ ມີບ່ອນອີງໃນການຈ່າຍ, ມັນອາດຈໍາ ເປັນຕ້ອງມີແມ່ນຫຍັງທີ່ສູງກວ່າ ມຊ ເພື່ອຕົກລົງໃຫ້ ມຊ ປະຕິບັດ ແລະໃຊ້ເງິນໄດ້.

ສະແດງຄຳຄິດເຫັນ...

%d bloggers like this: