fbpx

ວ່າດ້ວຍເລື່ອງຄວາມເຫງົາ

ມີນັກຈິດຕະວິທະຍາ ແລະ ນັກຊ່ຽວຊານດ້ານອາລົມຫຼາຍທ່ານໃດ້ ໃຫ້ທັດສະນະວ່າ ຄວາມເຫງົາເປັນໄພຫງຽບ ທີ່ບໍ່ແມ່ນແຕ່ໜ້າທີ່ຂອງຄົນໃນຄອບຄົວໃກ້ຊິດຄ່ອຍແກ້ໄຂອາດຈະບໍ່ພຽງພໍ ແຕ່ຍ້ອນສະພາບແວດລ້ອມ ແລະ ຜົນກະທົບອ້ອມຂ້າງ ພາໃຫ້ເກີດຄວາມເຫງົາທາງສັງຄົມ ແລະ ຄວາມເຫງົາທາງອາລົມ.

Social Loneliness ແມ່ນຄວາມເຫງົາທາງສັງຄົມເຊິ່ງພົບໃດ້ທົ່ວໄປເປັນເລື່ອງຂອງອາລົມໄລຍະສັ້ນ ທີ່ມີສາຍສຳພັນ ກັບຄົນອ້ອມຂ້າງ ພົວພັນກັນ ຫຼື ຄົນໃນສັງຄວາມທີ່ບໍ່ມີຄວາມສຳພັນກໍ່ພາໃຫ້ເກີດ Social Loneliness ສ່ວນຫຼາຍແມ່ນພົບໃດ້ກັບຄົນທົ່ວໄປ ທີ່ມີຈຳນວນເພື່ອນບໍ່ຫຼາຍ, ຄົນທີ່ບໍ່ຄ່ອຍມີສັງຄົມກ້ວາງຂວາງ

Emotional Loneliness ແມ່ນຄວາມເຫງົາທາງອາລົມ ຖືເປັນພາວະຄວາມເຫງົາລະດັບກາງໄປເຖິງຮ້າຍແຮງ ແກ່ຕົນເອງ ແລະ ຄົນອ້ອມຂ້າງ ຫຼື ພາຍໃນອົງກອນ

ມີລາຍງານຈາກອົງການ WHO ວ່າຄວາມເຫງົາທາງອາລົມນັ້ນສົ່ງຜົນກະທົບໃນລະດັບຮ້າຍແຮງຕໍ່ອົງກອນ ແລະ ຄົນພາຍໃນອົງກອນ ໂດຍສ່ວນຫຼາຍແມ່ນຈະພົບໃດ້ກັບຜູ້ທີ່ມີອາຍຸສູງ ຫຼື ຜູ້ທີເຮັດວຽກໃນລະດັບຜູ້ບໍລິຫານ ແລະ ຫົວໜ້າງານທົ່ວໄປ

ລະຫວ່າງ Social Loneliness ແລະ Emotional Loneliness ແມ່ນມີຄວາມແຕກຕ່າງກັນທາງ ກາຍຍະພາບ Social Loneliness ເປັນຄວາມເຫງົາໃນຮູບແບບ Physical ຢູ່ໃນສະຖານະທຳມະດາ ໄລຍະສັ້ນ ເຊິ່ງສາມາດແກ້ດ້ວຍການຫາກິດຈະກຳເຮັດ ທົດແທນໃດ້ ດ້ວຍການຊອກຫາ Passion ນ້ອຍໆ, ສິ່ງທີ່ມັກນ້ອຍໆ ເຮັດຮ່ວມກັນກັບຄົນອ້ອມຂ້າງ ຫຼື ຄົນທີ່ຄິດເຫັນມັກໃນແລວທາງດ່ຽວກັນ

ສ່ວນ Emotional Loneliness ເປັນຄວາມເຫງົາທີ່ເລິກເຂົ້າໄປໃນຈິດໃຈ ແລະ ຊັ້ບຊ້ອນກວ່າການແກ້ໄຂພຽງການຫາກິດຈະກຳຢາມຫວ່າງເຮັດ ເພາະ Emotional Loneliness ເປັນພາວະໃນລະດັບທີ່ເກີດການສະສົມມາຫຼາຍໄລຍະ ແລະ ທັບຊ້ອນກັບຫຼາຍປັດໃຈທີ່ບໍ່ຖືກແກ້ໄຂ ການຢຳ້ຄິດຂອງເຫດການໃນອະດີດ ຫຼື ຄວາມຄາດຫວັງ ແລະ ການປຽບທຽບ ໃນອະດີດ ເລິກລົງໄປຂ້າງໃນລຸ່ມ ມີບາງບົດຄວາມວ່າອາດຈະຢູ່ເລິກໃນລະດັບ Limbo (ຄຳຈຳກັດຄວາມຂອງ Limbo ຄືຈຸດທີ່ເລິກສຸດຂອງຈິດໃຈ)

ການເລີ່ມເຂົ້າໃຈຕົນເອງ ການສັງເກດ ຈາກຄົນອ້ອມຂ້າງ ຫຼື ການຍອມຮັບກ່ອນວ່າຕົນເອງນັ້ນຢູ່ໃນພາວະ Emotional Loneliness ເປັນຈຸດເລີ່ມຕົ້ນຂອງການແກ້ໄຂ

ປະຈຸບັນເລື່ອງ Loneliness ກຳລັງມີຜົນທ່າອຽງເພີ່ມຂື້ນຕໍ່ຄຸນນະພາບຊີວິດ ແລະ ການພັດທະນາຂອງປະເທດ.

ຂໍ້ມູນຈາກບົດຄວາມລາຍງານ, WHO , Podcast Entrepreneur.

ສະແດງຄຳຄິດເຫັນ...

%d bloggers like this: